7 ຄວາມສ່ຽງທີ່ຕ້ອງພົບເມື່ອຕັດສິນໃຈເຮັດວຽກ Freelance

timer

remove_red_eye 0 views


cvConnect.la - 7 ຄວາມສ່ຽງທີ່ຕ້ອງພົບເມື່ອຕັດສິນໃຈເຮັດວຽກ Freelance

 

          ການເຮັດວຽກແບບອິດສະລະ (Freelance) ເປັນອີກໜຶ່ງອາຊີບໃນຄວາມຝັນຂອງຫຼາຍໆຄົນທີ່ຢາກຈະເຮັດ ເພາະມີອິດສະຫຼະສູງ ສາມາດເລືອກຮັບວຽກເອງໄດ້ຕາມຄວາມຕ້ອງການ ບໍ່ຕ້ອງມານັ່ງເຮັດວຽກຢູ່ບ່ອນເກົ່າຕະຫຼອດ ສາມາດເຮັດວຽກຢູ່ບ່ອນໃດກໍໄດ້ ແລະ ບໍ່ຕ້ອງເຂົ້າຫ້ອງການຢ່າງຟ້າວຟັ່ງໃນຕອນເຊົ້າ,​ບໍ່ຕ້ອງພົບກັບບັນຫາລົດຕິດ...

          ຢ່າງໃດກໍຕາມການເຮັດວຽກແບບ Freelance ບໍ່ໄດ້ໝາຍຄວາມວ່າຈະມີຂໍ້ດີຢູ່ສະເໝີໄປ ເມື່ອເຮົາຕ້ອງເລືອກຮັບງານເອງນັ້ນ ບໍ່ໄດ້ຮັບປະກັນວ່າລາຍໄດ້ຂອງເຮົາໃນແຕ່ລະເດືອນຈະໄດ້ເທົ່າໃດ (ເປັນລາຍຮັບທີ່ບໍ່ແນ່ນອນ) ບາງເດືອນອາດຈະໄດ້ຫຼາຍ ແຕ່ບາງເດືອນອາດຈະໄດ້ໜ້ອຍ. ດັ່ງນັ້ນ, ມາເບິ່ງກັນວ່າຂໍ້ຈໍາກັດ ຄວາມສ່ຽງໃນການເຮັດວຽກ Freelance ມີຫຍັງແດ່?

 

1. ການເຈລະຈາວຽກ

          ເລື່ອງການເຈລະຈາ ຖ້າເຮົາເຮັດວຽກປະຈໍາບໍລິສັດກໍຈະມີຝ່າຍການຕະຫຼາດ ແລະ ຫົວໜ້າເປັນຜູ້ເຈລະຈາຕົກລົງການເຮັດວຽກໃນແຕ່ລະສ່ວນ ແລະ ເລືອກໜ້າທີ່ການເຮັດວຽກ ຫຼື ຕໍາແໜ່ງໜ້າທີ່ວຽກມາໃຫ້ເຮົາເຮັດ ແຕ່ຖ້າເຮົາເລືອກຈະເປັນ Freelance ໜ້າທີ່ໃນການເຈລະຈາກໍຈະເປັນຂອງເຮົາພຽງຄົນດຽວ ເຊິ່ງບາງຄັ້ງໃນການເຈລະຈາ ຫຼື ເຮັດຂໍ້ຕົກລົງໃນການເຮັດວຽກກໍເປັນສິ່ງທີ່ຍາກ ແລະ ຂ້ອນຂ້າງມີລາຍລະອຽດຫຼາຍພໍສົມຄວນ ເພາະເຮົາຈະຕ້ອງເບິ່ງຫຼາຍໆດ້ານເພື່ອບໍ່ໃຫ້ຖືກເອົາປຽບ ແລະ ເປັນກາງກັບເຮົາຫຼາຍທີ່ສຸດ.

 

2. ການແກ້ໄຂວຽກ

          ສໍາລັບເຫດການທີ່ຖືກແກ້ໄຂວຽກ ຕ້ອງໄດ້ພົບພໍ້ຢ່າງແນ່ນອນ ເພາະຖ້າເປັນວຽກປະຈໍາເຮົາຈະມີຫົວໜ້າເປັນຜູ້ກວດສອບດູແລວຽກກ່ອນສົ່ງໃຫ້ລູກຄ້າ ແຕ່ຖ້າເຮົາຕ້ອງມາເຮັດທຸກຢ່າງເອງລູກຄ້າຈະເປັນຜູ້ທີ່ກວດວຽກເອງ. ດັ່ງນັ້ນ, ກ່ອນເລີ່ມລົງມືເຮັດວຽກ ຖ້າເຮົາບໍ່ມີການຕົກລົງທີ່ດີກໍຈະຕ້ອງພົບກັບເຫດການທີ່ເອີ້ນວ່າ “ການແກ້ວຽກ” ບໍ່ມີສິ້ນສຸດຢ່າງແນ່ນອນ ເຮົາຄວນຈະກໍານົດຈໍານວນຄັ້ງໃນການແກ້ໄຂວຽກໄປຢ່າງຊັດເຈນກ່ອນເລີ່ມວຽກນັ້ນເລີຍ.

 

3. ​ປະລິມານວຽກທີ່ບໍ່ແນ່ນອນ

          ສໍາລັບການເຮັດວຽກເປັນ Freelance ສິ່ງທີ່ເຮົາຈະຕ້ອງພົບຢ່າງແນ່ນອນກໍຄືປະລິມານວຽກທີ່ບໍ່ແນ່ນອນ ບາງເດືອນອາດຈະຫຼາຍ ແລະ ບາງເດືອນອາດຈະໜ້ອຍ ຫຼື ບໍ່ມີເລີຍ ຈຶ່ງສົ່ງຜົນຕໍ່ລາຍໄດ້ທີ່ໄດ້ຮັບໃນແຕ່ລະເດືອນທີ່ມີຄວາມບໍ່ແນ່ນອນໄປນໍາ ເຮົາຄວນມີການບໍລິຫານຈັດການເລື່ອງວຽກ  ແລະ ເງິນໃນແຕ່ລະເດືອນເປັນຢ່າງດີ ບໍ່ແນວນັ້ນຈະບໍ່ມີເງິນກິນເຂົ້າແນ່ນອນ.

 

4. Freelance ເຮັດວຽກຄົນດຽວ

          ຢ່າງທີ່ເຮົາຮູ້ກັນວ່າການເປັນພະນັກງານປະຈໍາ ຫຼື ມະນຸດເງິນເດືອນຈະຕ້ອງເຮັດວຽກຮ່ວມກັບຜູ້ອື່ນ ແຕ່ການເຮັດວຽກ Freelance ຈະຕ້ອງເຮັດວຽກຄົນດຽວ ບາງຄັ້ງໃນເລື່ອງຄວາມຄິດສ້າງສັນກໍອາດຈະພົບທາງຕັນກໍໄດ້. ດັງນັ້ນ, ເຮົາຄວນຈະປ່ຽນບ່ອນນັ່ງເຮັດວຽກແນ່, ບໍ່ຈໍາເປັນຈະຕ້ອງເຮັດວຽກຢູ່ເຮືອນຢ່າງດຽວ ອາດຈະອອກໄປເຮັດວຽກຢູ່ຮ້ານກາເຟ, ຫໍສະໝຸດຫຼື ອອກໄປພົບສັງຄົມໃໝ່ໆ ກໍສາມາດຊ່ວຍໃຫ້ການເຮັດວຽກຂອງເຮົາມີຄວາມສຸກຫຼາຍຍິ່ງຂຶ້ນເຮັດວຽກໄດ້ດີຂຶ້ນກວ່າເກົ່າ.

 

5. ສະຫວັດດີການຕ່າງໆຂອງ Freelance

          ເລື່ອງຄ່າສະຫວັດດີການຕ່າງໆຂອງ Freelance ນັ້ນບໍ່ຄືກັບພະນັກງານປະຈໍາ ເຊັ່ນ ສະຫວັດດີການຄ່າຮັກສາຍາມເຈັບປ່ວຍ, ຄ່າປະກັນສັງຄົມ ແລະ ເງິນສະສົມ (ກອງທຶນ) ຖ້າເປັນພະນັກງານປະຈໍາ ບໍລິສັດກໍຈະເປັນຄົນທີ່ເບິ່ງແຍງເລື່ອງນີ້ໃຫ້ກັບເຮົາ ແຕ່ຖ້າເຮົາເຮັດວຽກເປັນ Freelance ຈະຕ້ອງໄດ້ເບິ່ງແຍງເລື່ອງສະຫວັດດີການຕ່າງໆເອງ ລວມໄປເຖິງ ເລື່ອງການເສຍພາສີກໍຈະຕ້ອງຈັດການເອງທັງໝົດເຊັ່ນກັນ.

 

 

ที่มา :  campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now