ສະໝັກວຽກບໍ່ຜ່ານ 7 ສິ່ງທີ່ນັກສຶກສາຈົບໃໝ່ພາດ

timer

remove_red_eye 0 views


cvConnect.la - ສະໝັກວຽກບໍ່ຜ່ານ 7 ສິ່ງທີ່ນັກສຶກສາຈົບໃໝ່ພາດ

 

          ລວມບັນຫາທີ່ບັນດານັກສຶກສາຫາກໍ່ສໍາເລັດການສຶກສາເປັນບັນດິດໃໝ່ ທີ່ມັກຜິດພາດເມື່ອສະໝັກວຽກ ຫຼື ເວລາທີ່ໄປສໍາພາດວຽກ ບາງເລື່ອງຖືວ່າເປັນສິ່ງທໍາອິດທີ່ພະແນກຝ່າຍບຸກຄົນຕັດສິນໃຈບໍ່ຮັບເລີຍ ຕັ້ງແຕ່ຍັງບໍ່ທັນເອີ້ນສໍາພາດ ຈະມີອັນໃດແດ່ມາເບິ່ງນໍາກັນເລີຍ.

 

1. ການສົ່ງອີເມວ

          ບາງຄົນອາດຈະເຄີຍເຫັນຫົວຂໍ້ຈາກຄົນທີ່ຮັບສະໝັກພະນັກງານກ່ຽວກັບເລື່ອງການສົ່ງອີເມວຂອງນັກສຶກສາຈົບໃໝ່ໃນຍຸກນີ້ ບໍ່ວ່າຈະເປັນຊື່ຂອງອີເມວ, ຫົວຂໍ້ອີເມວທີ່ໃຊ້ໃນການສະໝັກງານ ບໍ່ເໝາະສົມ HR ກໍຈະລົບອີເມວນັ້ນໆຖິ້ມໄປຢ່າງງ່າຍດາຍເລີຍ.

 

2. Resume ບໍ່ໜ້າສົນໃຈ

          ຄວນເຮັດຮູບແບບຂອງ Resume ໃຫ້ໜ້າອ່ານ, ບໍ່ຫຼາຍຈົນເກີນໄປ ໃຫ້ເນັ້ນແບບອ່ານງ່າຍ, ສະບາຍຕາ ຖ້າຫາກເປັນສາຍວຽກທີ່ກ່ຽວຂ້ອງກັບການໃຊ້ຄວາມຄິດສ້າງສັນ ສາມາດປະດິດແຕ່ງສີສັນລົງໄປໄດ້ເຕັມທີ່, ຮູບຖ່າຍບໍ່ຕ້ອງເປັນທາງການຈົນເກີນໄປ ແຕ່ບໍ່ແມ່ນວ່າເປັນຮູບທີ່ຖ່າຍເອງ (ເຊວຟີ້) ແບບນີ້ຈະເບິ່ງບໍ່ເໝາະສົມເລີຍ ແຕ່ຖ້າເປັນວຽກທີ່ຂ້ອນຂ້າງວິຊາການ ຫຼື ເຄິ່ງກາງທີ່ເປັນທາງການ ແນະນໍາໃຫ້ເປັນ Resume ແບບລຽບງ່າຍ, ຮູບຖ່າຍແບບເປັນທາງການໃສ່ເສື້ອສຸພາບເປັນຕົ້ນ.

 

3. ການຕອບຄໍາຖາມ

          ບໍ່ກຽມພ້ອມໃນການຫາຂໍ້ມູນໂດຍສະເພາະກ່ຽວກັບບໍລິສັດທີ່ຈະສະໝັກ ຫຼື ສາຍວຽກທີ່ຕົນເອງສະໝັກ ຈຸດນີ້ເປັນບ່ອນທີ່ສໍາຄັນເພາະຄົນສໍາພາດຈະເບິ່ງອອກວ່າ ຜູ້ສະໝັກມີຄວາມກຽມພ້ອມ, ກະຕືລືລົ້ນ ແລະ ມຸ່ງໝັ້ນຕັ້ງໃຈຫຼາຍປານໃດໃນການເຮັດວຽກ.

 

4. ການແຕ່ງຕົວ

          ການແຕ່ງຕົວທີ່ບໍ່ຖືກກາລະເທສະ, ນຸ່ງສັ້ນບໍ່ສຸພາບ ລວມໄປເຖິງການແຕ່ງໜ້າຂອງຜູ້ຍິງ ຄວນເລືອກໃຊ້ໂທນສີສຸພາບ ຫຼື ສີບົວອ່ອນໆ, ບໍ່ແມ່ນໂທນສີທີ່ແຮງຈົນເກີນໄປ ແບບນີ້ຈະເຮັດໃຫ້ຜູ້ທີ່ສໍາພາດອາດຈະຕົກໃຈ ແລະ ຕັດຄະແນນລົງໄດ້.

 

5.​ບໍ່ມີປະສົບການການເຮັດວຽກ

          ໃນຍຸກປັດຈຸບັນນີ້ມີຫຼາຍໆຄົນທີ່ເຮັດວຽກໄປນໍາຮຽນໄປພ້ອມ ຖ້າຫາກນ້ອງສາມາດແບ່ງເວລາຮຽນໃຫ້ໄດ້ ແລະ ຮັບວຽກຫາປະສົບການໄປນໍາ ກໍຄວນລົງສະໜາມຕົວຈິງຂອງການເຮັດວຽກໄປນໍາ ເພາະຢ່າງໃດຄົນທີ່ມີປະສົບການການເຮັດວຽກມາກ່ອນກໍຈະໄດ້ປຽບຄືເກົ່າ.

 

6.​ບໍ່ຕິດຕາມຜົນ

          ຫຼັງຈາກສົ່ງໃບສະໝັກໄປແລ້ວ ຄວນໂທໄປສອບຖາມຕິດຕາມຜົນ ເປັນຕົ້ນ ໂທໄປສອບຖາມກັບທາງຝ່າຍບຸກຄະລາກອນ ວ່າຊື່ຫຍັງສົ່ງໃບສະໝັກຕໍາແໜ່ງຫຍັງໄປ ມື້ໃດ ຖາມວ່າເຂົາເຈົ້າໄດ້ຮັບແລ້ວຫຼືຍັງ ເພາະບາງເທື່ອອີເມວທີ່ສົ່ງໄປອາດຈະຕົກເຮ່ຍໄປກໍໄດ້.

 

7. ບໍ່ກົງຕໍ່ເວລາ

          ບໍ່ມາຕາມເວລານັດ ແລະ ມີຂໍ້ອ້າງຕະຫູອດ ຄວນວາງແຜນການເດີນທາງເບິ່ງເສັ້ນທາງທີ່ຈະເດີນທາງໄປສໍາພາດ ແລະ ຄວນເພື່ອເວລາໄປຮອດກ່ອນເວລານັດຢ່າງໜ້ອຍ 15-20 ນາທີ

 

ທີ່ມາ campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now