ບົດສໍາພາດ: ທ່ານ ຈັນທະວົງ ພາມີສິດ ຜູ້ບໍລິຫານ ຮ້ານຄໍາພູວົງ

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ຈັນທະວົງ ພາມີສິດ ຜູ້ບໍລິຫານ ຮ້ານຄໍາພູວົງ

 

          ຖ້າເວົ້າເຖິງເຄື່ອງປະດັບທີ່ເປັນຄໍາ  ທຸກຄົນກໍຄົງຈະຮູ້ຈັກດີກັບ "ຮ້ານຄໍາພູວົງ" ທີ່ມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກກັນຫຼາຍ. ມື້ນີ້ທີມງານຊີວີຄອນເນັກໄດ້ມີໂອກາດໄປສໍາພາດໜຶ່ງໃນຜູ້ບໍລິຫານຂອງຮ້ານຄໍາພູວົງ ທ່ານ ຈັນທະວົງ ພາມີສິດ ທີ່ຈະມາໃຫ້ທັດສະນະ ແລະ ມຸມມອງໃນການເຮັດທຸລະກິດແນວໃດໃຫ້ປະສົບຜົນສໍາເລັດ ມາອ່ານບົດສໍາພາດພ້ອມກັນເລີຍ.

 

 

1. ຄວາມເປັນມາຈຸດເລີ່ມຕົ້ນ ຮ້ານຂາຍຄໍາພູວົງ ? ປັດຈຸບັນເປີດມາໄດ້ດົນປານໃດແລ້ວ?

  • ຮ້ານຄໍາພູວົງ ແມ່ນຊື່ ພໍ່ ປະທານພູວົງ ເປັນຜູ້ລິເລີ່ມຂາຍຄໍາມາໄດ້ 36 ປີແລ້ວ ເຊິ່ງໄດ້ຜັນຂະຫຍາຍຈາກທຸລະກິດຄອບຄົວ. ຈຸດປ່ຽນຂອງຮ້ານຄໍາພູວົງ ແມ່ນມີແນວທາງມາແຕ່ດົນແລ້ວ ແລະ ສິ່ງທີ່ເຮັດໃຫ້ເຮົາໂດດເດັ່ນຄື ຄຸນນະພາບ, ຄວາມໃສ່ໃຈຕໍ່ລູກຄ້າ,ຄວາມທີ່ຕ້ອງການການປ່ຽນແປງ, ຕ້ອງການໃຫ້ກຸ່ມບໍລິໂພກໄດ້ສິນຄ້າທີ່ດີທີ່ສຸດຈາກພວກເຮົາ, ພວກເຮົາມີການປ່ຽນແປງຢ່າງສະໝໍ່າສະເໝີ, ຄ່ອຍໆມີການປ່ຽນແປງຂອງອົງກອນທາງດ້ານສະພາບແວດລ້ອມ, ຍຶດຖືຄຸນນະພາບ ຈຶ່ງສາມາດຂະຫຍາຍທຸລະກິດໄດ້ໄວ, ເພາະສະນັ້ນເຮົາຕ້ອງການພັດທະນາອົງກອນຢູ່ຕະຫຼອດ.

 

 

2. ມີວິທີການວາງແຜນກົນລະຍຸດແນວໃດທີ່ເຮັດໃຫ້ຮ້ານຄໍາພູວົງປະສົບຜົນສໍາເລັດ ແລະ ເປັນຮູ້ຈັກແກ່ຜູ້ຄົນຢ່າງຫຼວງຫຼາຍ?

  • ກ່ອນຈະປະສົບຜົນສໍາເລັດມາໄດ້ຂະໜາດນີ້ ສິ່ງຕົ້ນຕໍຂອງພວກເຮົາທີ່ເຮັດ ແລະ ຍຶດຖືມາຕະຫຼອດ ກໍຄື “ການໃຫ້ກ່ອນໄດ້ຮັບ” ເຊັ່ນ: ການເຮັດບຸນ, ເປັນຈິດອາສາສະໝັກຕ່າງໆ,​ ການແລກປ່ຽນມຸມມອງຄວາມຮູ້ເລື່ອງດີໆຂອງຜູ້ທີ່ມີປະສົບການໃນການເຮັດທຸລະກິດຈາກທີ່ເຄີຍໄດ້ຟັງມາ ເພື່ອໄປເຜີຍແຜ່ໃຫ້ແກ່ຜູ້ທີ່ຕ້ອງການທີ່ ຢາກຈະໄດ້ຄໍາເເນະນໍາ.
  • ນອກຈາກນີ້ພວກເຮົາກໍມີທຸລະກິດອື່ນໆອີກເຊັ່ນ: ທຸລະກິດທ່ອງທ່ຽວ, ອະສັງຫາລິມະຊັບ, ອະພາດເມັ້ນ, ຮ້ານອາຫານ, ຮ້ານກາເຟ, ສະຖາບັນເງິນກູ້ຈຸລະພາກ ແລະ ທຸລະກິດອື່ນໆທີ່ເປັນຍ່ອຍໆ.
  • ກົນລະຍຸດທີ່ເຮັດໃຫ້ເຮົາປະສົບຜົນສໍາເລັດຢູ່ຍຸກມື້ນີ້ໄດ້ ແລະ ເຫດຜົນທີ່ເຮົາສາມາດຂະຫຍາຍສາຂາໄດ້ເປັນທີ່ຮູ້ຈັກຢ່າງຫຼວງຫຼາຍກໍຄື: ເຮົາມີຖານລູກຄ້າທີ່ພ້ອມຈະສະໜັບສະໜູນ, ພ້ອມທີ່ຈະອຸດໜູນເຮົາທີ່ມີຄວາມຕ້ອງການໂດຍທີ່ເຮົາເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ສືບເນື່ອງມາຈາກນະໂຍບາຍທີ່ເຮົາໄດ້ວາງໄວ້ ແລະ ກົນລະຍົດຂອງເຮົາໂດຍໃຫ້ລູກຄ້າມາກ່ອນ ແລະ ເຮັດໃຫ້ລູກຄ້າພໍໃຈທີ່ສຸດທີ່ໄດ້ຮັບ ນັ້ນຄືກົນລະຍຸດຫຼັກໆຂອງພວກເຮົາແມ່ນການໃຫ້ຫຼາຍກວ່າການໄດ້.

 

 

3. ມຸມມອງ ແລະ ທັກສະໃນການເຮັດທຸລະກິດປະເພດນີ້? ປະຈຸບັນມີຈັກສາຂາແລ້ວ?

  • ສໍາລັບມຸມມອງທີ່ເຮັດໃຫ້ພວກເຮົາປະສົບຜົນສໍາເລັດຂ້າພະເຈົ້າຄິດວ່າແມ່ນ ຄວາມຊື່ສັດ, ຄວາມໃສ່ໃຈລູກຄ້າ, ການເຫັນລູກຄ້າມາກ່ອນ, ໂດຍເອົາ 3 ສິ່ງທີ່ກ່າວມາລວມເຂົ້າກັນ ເຊິ່ງເຮົາບໍ່ໄດ້ເບິ່ງເຫັນພຽງຜົນປະໂຫຍດຂອງເຮົາຢ່າງດຽວ ແຕ່ເຮົາຄວນເບິ່ງຜົນປະໂຫຍດຂອງລູກຄ້າທີ່ລູກຄ້າໄດ້ຮັບວ່ານະໂຍບາຍຂອງເຮົາສາມາດເຮັດໃຫ້ລູກຄ້າດີໃຈ ຫຼື ພໍໃຈກັບສິນຄ້າເຮົາໄດ້ຫຼາຍໜ້ອຍປານໃດ, ບາງຄັ້ງການເຮັດທຸລະກິດຂອງເຮົາເຖິງມັນຈະບໍ່ໄດ້ກໍາໄລທີ່ເປັນພຽງໂຕເລກ ແຕ່ສິ່ງທີ່ກໍາໄລມັນຄືຄວາມພໍໃຈຂອງລູກຄ້າເປັນພື້ນຖານ ສິ່ງເຫຼົ່ານັ້ນຖືວ່າເຮົາໄດ້ກໍາໄລແລ້ວ.

 

 

4. ກ່ອນຈະມາເຖິງປັດຈຸບັນມີອຸປະສັກທີ່ເຮົາພົບພໍໍ້ໃນການເຮັດທຸລະກິດປະເພດນີ້ຫຼື ບໍ່? ຖ້າມີວິທີແກ້ໄຂບັນຫາດັັ່ງກ່າວແມ່ນແນວໃດ?

  • ກ່ອນຈະມາເຖິງຈຸດນີ້ໄດ້ຂ້າພະເຈົ້າຄິດວ່າ ການທີ່ຈະເຮັດທຸລະກິດມັນກໍຕ້ອງພົບກັບຄວາມຫຍູ້ງຍາກ ແລະ ລໍາບາກ ພ້ອມກັບບັນຫາອີກຫຼາກຫຼາຢ່າງ, ເພາະສະນັ້ນເຮົາຄວນເບິ່ງບັນຫາ ແລະ ຫາວິທີແກ້ໄຂແນວທາງ ເພື່ອໃຫ້ມີທາງອອກຢູ່ສະເໝີ, ບາງຄົນກໍຈະຄິດວ່າການທີ່ຈະເຮັດທຸລະກິດເຮັດຈັ່ງໃດໃຫ້ມັນປະສົບຜົນສໍາເລັດແຕ່ບໍ່ເຄີຍທີ່ຈະລອງເຮັດມັນເລີຍ, ແລ້ວເຮົາຈະຮູ້ໄດ້ແນວໃດ. ແຕ່ຂ້າພະເຈົ້າຄິດວ່າທຸລະກິດບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ໃຫຍ່, ຈະປະສົບຜົນສໍາເລັດ ຫຼື ບໍ່ປະສົບຜົນສໍາເລັດນັ້ນ ລ້ວນແລ້ວແຕ່ເຄີຍພົບພໍ້ບັນຫາມາໝົດ ຕ່າງແຕ່ວ່າເຮົາຄວນເບິ່ງໃນມຸມມອງໃດເພື່ອຫາທາງແກ້ໄຂ ແລະ ເບິ່ງໄປຂ້າງໜ້າ ເຖິງວ່າທຸລະກິດເຮົາມັນຈະບໍ່ໄດ້ຕາມທີ່ເຮົາວາງໄວ້ກໍຕາມ ແຕ່ຖ້າເຮົາເຫັນຂໍ້ຜິດພາດຂອງມັນໄດ້ໄວ ແລະ ຈຸດອ່ອນໄດ້ຫຼາຍສໍ່າໃດ ເຮົາກໍຈະສາມາດແກ້ໄຂ ແລະ ພັດທະນາມັນໄດ້ໄປຄຽງຄູ່ກັນ ເພື່ອຈະເຮັດໃຫ້ທຸລະກິດເຮົາກ້າວໜ້າເຕີບໃຫຍ່ໄປເລື້ອຍໆ, ພ້ອມທັງເຮັດໃຫ້ທຸລະກິດເຮົາມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງ.

 

 

5. ມີຫຍັງຝາກເຖິງແນວຄິດ ໃຫ້ແກ່ຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດປະເພດຕ່າງໆ ?

ການເຮັດທຸລະກິດປ່ຽບຄືກັບການຫຼິ້ນກິລາ ຖ້າຢາກຫຼິ້ນກິລາເກັ່ງຕ້ອງຕັ້ງໃຈ ແລະ ເຝິກຝົນດ້ວຍຕົນເອງ ແລະ ພ້ອມທີ່ຈະມີບາດແຜ; ຖ້າເຈົ້າຕ້ອງການເປັນນັກທຸລະກິດທີ່ຕ້ອງພ້ອມຮັບເອົາຄວາມຜິດຫວັງ ແລະ ບໍ່ປະສົບຜົນສຳເລັດ ແລ້ວຍັງຢ້ານ ຫລື ບໍ່ສາມາດຮັບກັບຄວາມຈິງຂໍ້ນີ້ໄດ້ກໍຄ້າຍຄືກັບເດັກນ້ອຍທີ່ຫັດຂີ່ລົດຖີບໃໝ່ ຖ້າບໍ່ຢາກຖີບລົດລົ້ມ ກໍຈະບໍ່ສາມາດຂີ່ລົດຖີບເປັນ ເມື່ອລົ້ມແລ້ວກໍ່ລຸກຂື້ນມາໃຫມ່ ຮຽນຮູ້ຈາກຂໍ້ຜິດພາດ ແຕ່ເມື່ອໃດທີ່ເຈົ້າຂີ່ລົດຖີບເປັນຈະເຫັນໄດ້ວ່າລົດຖີບຄັນໃດເຈົ້າກໍຂີ່ເປັນໄດ້ ບໍ່ຕ່າງຫຍັງກັບການເຮັດທຸລະກິດຖ້າເຮັດເປັນ 1 ຢ່າງ ແລ້ວຢ່າງຕໍ່ໄປເຈົ້າກໍ່ເຮັດເປັນເຊັ່ນດຽວກັນ. ແຕ່ສິ່ງສໍາຄັນຄື:

  • ໃຫ້ຮູ້ຈັກໃຫ້ອະໄພໂຕເອງ: ຖ້າເຮົາຮູ້ຈັກໃຫ້ອະໄພໂຕເອງຈາກສິ່ງທີ່ເຮົາເຮັດຜິດພາດມາໄດ້ເຮົາກໍສາມາດທີ່ຈະເລີ່ມຕົ້ນໃໝ່ໄດ້ສະເໝີ.
  • ຮຽນຮູ້ຈາກສິ່ງທີ່ຜິດພາດ: ຖ້າເຮົາເຄີຍເຮັດສິ່ງທີ່ຜິດພາດແລ້ວເຮົາຄວນຈະບໍ່ເຮັດໃຫ້ມັນຊໍ້າຄືນເພາະວ່າຖ້າເຮົາຮຽນຮູ້ຈາກສິ່ງຜິດພາດແລ້ວເຮົາຈະຮູ້ວ່າເຮົາຄວນບໍ່ເຮັດໃຫ້ມັນຜິດພາດຄືເກົ່າ.
  • ຄວນຈະເຮັດໃນສິ່ງທີ່ເຮົາຖະໜັດ ແລະ ຕ້ອງຫາຜູ້ຊ່ວຍ: ເຮົາບໍ່ສາມາດເຮັດຜູ້ດຽວໄດ້ ແລະ ຕ້ອງມອງຫາຜູ້ຊ່ວຍທີ່ດີເພື່ອພັດທະນາທຸລະກິດ, ເຮົາບໍ່ສາມາດເຮັດທັງ 2 ຢ່າງໃນເວລາດຽວກັນໄດ້.

 

 

ຂໍຂອບໃຈ ທ່ານ ຈັນທະວົງ ພາມີສິດ ຜູ້ບໍລິຫານ ຮ້ານຄໍາພູວົງ

Tags: # ຈັນທະວົງ ພາມີສິດ #ທຸລະກິດທ່ອງທ່ຽວ #ຮ້ານຄໍາພູວົງ #ອະສັງຫາລິມະຊັບ #ຜູ້ບໍລິຫານ #ອະພາດເມັ້ນ #ປະທານພູວົງ #ຮ້ານອາຫານຮ້ານກາເຟ #ຄຸນນະພາບ #ສະຖາບັນເງິນກູ້ຈຸລະພາກ #ຄວາມໃສ່ໃຈຕໍ່ລູກຄ້າ #ການເຮັດບຸນເປັນຈິດອາສາສະໝັກ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now