ວິທີນໍາສະເໜີຕົນເອງເພື່ອຕອບໂຈດໃນການສໍາພາດວຽກ

timer

remove_red_eye 0 views


cvConnect.la - ວິທີນໍາສະເໜີຕົນເອງເພື່ອຕອບໂຈດໃນການສໍາພາດວຽກ

 

           ຖ້າປຽບການສໍາພາດວຽກເປັນການສະເໜີຂາຍສິນຄ້າຢ່າງໜຶ່ງ ການຂາຍທີ່ດີແມ່ນຕ້ອງບໍ່ກົດດັນຜູ້ຊື້ເກີນໄປ ຈົນຜູ້ຊື້ຕ້ອງຍອມຊື້ສິນຄ້າໃນທີ່ສຸດ ແຕ່ຕ້ອງພະຍາຍາມທໍາຄວາມເຂົ້າໃຈກັບຄວາມຕ້ອງການຂອງຜູ້ຊື້ ແລະ ອະທິບາຍໃຫ້ເຫັນເຖິງຄຸນສົມບັດສິນຄ້າເພື່ອຕອບໂຈດກັບຄວາມຕ້ອງການ ເຊິ່ງການສໍາພາດວຽກກໍເຊັ່ນກັນ ຈະຕ້ອງເຂົ້າໃຈກັບຄວາມຕ້ອງການຂອງຜູ້ປະກອບການ ວ່າພວກເຂົາຕ້ອງການຄົນເຮັດວຽກແນວໃດ ຕ້ອງການໃຫ້ໄປຊ່ວຍພັດທະນາອົງກອນແນວໃດ ດັ່ງນັ້ນ, ຈຶ່ງຕ້ອງນໍາສະເໜີຄຸນສົມບັດຂອງຕົນເອງໃຫ້ຕອບໂຈດກັບຄວາມຕ້ອງການຂອງອົງກອນ ຖ້າບໍ່ໄດ້ກຽມຕົວມາເປັນຢ່າງດີ ຈະບໍ່ສາມາດເຮັດໃຫ້ຜູ້ສໍາພາດເຫັນເຖິງຄຸນສົມບັດ ແລະ ຂໍ້ດີທີ່ເຈົ້າມີໄດ້ ເຊິ່ງໝາຍຄວາມວ່າເຈົ້າບໍ່ສາມາດຈູງໃຈໃຫ້ພວກເຂົາຊື້ສິນຄ້າທີ່ເຈົ້ານໍາສະເໜີໄດ້.

 

           ຜູ້ສະໝັກວຽກຈໍານວນຫຼາຍບໍ່ໄດ້ກຽມຕົວສໍາລັບການນໍາສະເໜີຕົນເອງຫຼາຍສົມຄວນ ເຖິງແມ່ນວ່າການຂຽນ CV ຈະເບິ່ງໜ້າສົນໃຈ ແລະ ເຖິງວ່າໃນມື້ສໍາພາດວຽກຈະແຕ່ງຕົວດູດີໜ້າປະທັບໃຈ ແຕ່ບໍ່ສາມາດຊ່ວຍໃຫ້ຜູ້ສໍາພາດວຽກໃຫ້ເຊື່ອວ່າເຈົ້າຄືຄົນທີ່ເໝາະສົມກັບຕໍາແໜ່ງນັ້ນຫຼາຍທີ່ສຸດແລ້ວກໍຕາມ ແຕ່ກໍບໍ່ສາມາດເປີດການຂາຍໄດ້.

          ຂໍ້ມູນກ່ຽວກັບຕົນເອງທີ່ຕ້ອງກຽມໄດ້ແກ່ ປະຫວັດການເຮັດວຽກເຕັມເວລາ ແລະ ລ່ວງເວລາ ແລະ ວຽກທີ່ເຮັດໃນຊ່ວງພັກແລ້ງ, ປະຫວັດການຮັບລາງວັນຕ່າງໆ, ຄວາມສາມາດທາງດ້ານພາສາ ແລະ ຄວາມສາມາດໃນການໃຊ້ຄອມພິວເຕີ.

          ເມື່ອກຽມຂໍ້ມູນກ່ຽວກັບຕົນເອງພ້ອມແລ້ວ ສິ່ງຕໍ່ໄປທີ່ຜູ້ສໍາພາດວຽກຕ້ອງການຮູ້ກໍຄື ທັດສະນະຄະຕິຂອງເຈົ້າ ໂດຍຈະຕ້ອງກຽມຕົວສໍາລັບການຕອບຄໍາຖາມຕໍ່ໄປນີ້ດ້ວຍ.

 

1. ຄວາມສໍາເລັດໃດທີ່ເຈົ້າພູມໃຈຫຼາຍທີ່ສຸດ ຍ້ອນຫຍັງ?

2. ເຄີຍເຮັດສິ່ງຜິດພາດຫຼືບໍ່ ເກີດຫຍັງຂຶ້ນແນ່ ແລະ ເຈົ້າໄດ້ຮຽນຮູ້ຫຍັງແນ່ຈາກບົດຮຽນໃນຄັ້ງນັ້ນ

3. ເຈົ້າມີປະຕິກິລິຍາຕໍ່ຜູ້ມີອໍານາດເໜືອກວ່າເຈົ້າແນວໃດ ລວມໄປເຖິງຫົວໜ້າ,​ ຄູອາຈານ ແລະ ພໍ່ແມ່ຂອງເຈົ້າ.

4. ກິລາທີ່ເຈົ້າມັກແມ່ນຫຍັງ ເປັນຫຍັງເຈົ້າຄືມັກກິລາປະເພດນັ້ນ ຄໍາຕອບຂອງເຈົ້າຈະສະທ້ອນຄວາມເປັນຕົວເອງອອກມາວ່າເຈົ້າເປັນຄົນທີ່ມັກເອົາຊະນະ ຫຼື ເປັນຄົນທີ່ຍອມແພ້ສິ່ງໃດງ່າຍໆເຈົ້າເປັນຜູ້ແພ້ທີ່ດີ ຫຼື ເປັນຜູ້ຊະນະທີ່ບໍ່ໄດ້ເລື່ອງ

5. ​ໝູ່ເພື່ອນຂອງເຈົ້າເປັນຄົນແນວໃດ ເຈົ້າມີໝູ່ສະເພາະຜູ້ທີ່ນິໄສຄ້າຍຄືກັບເຈົ້າຫຼືວ່າ ຄຸນມີໝູ່ຫຼາຍໆແບບ ມີຫຍັງແນ່ທີ່ສາມາດບັ່ນທອນຄວາມສໍາພັນຂອງເຈົ້າກັບໝູ່ ຫຼື ສິ່ງທີ່ຈະເຮັດໄດ້ເຈົ້າເຊົາຫຼິ້ນກັບໝູ່ໄດ້.

 

          ຄໍາຕອບຂອງຄໍາຖາມເຫຼົ່ານີ້ຈະສາມາດບົ່ງບອກຄວາມເປັນຕົວເຈົ້າໄດ້ຢ່າງດີ ຖ້າເຈົ້າຮູ້ຈັກຕົນເອງຫຼາຍເທົ່າໃດ ຈະສາມາດນໍາສະເໜີຈຸດເດັ່ນທີ່ກົງກັບຄວາມຕ້ອງການຂອງຜູ້ສໍາພາດໄດ້ຫຼາຍຂຶ້ນເທົ່ານັ້ນ ດັ່ງນັ້ນ, ຕ້ອງທໍາຄວາມຮູ້ຈັກຕົນເອງໃຫ້ຫຼາຍຂຶ້ນ ແລ້ວກຽມຄໍາຕອບສໍາລັບຄໍາຖາມທີ່ຕອບຍາກເອົາໄວ້ໃຫ້ພ້ອມ ລອງຄິດເຖິງຄໍາຕອບແລ້ວເບິ່ງກັບໄປວ່າ ຖ້າເຈົ້າເປັນຜູ້ສໍາພາດຈະຮູ້ສຶກແນວໃດກັບຄໍາຕອບນັ້ນ ພວກເຂົາຈະເບິ່ງເຈົ້າເປັນຄົນແບບໃດ ແມ່ນຄົນທີ່ເຂົາເຈົ້າຕ້ອງການຫຼືບໍ່ ເພື່ອທີ່ເຈົ້າຈະສາມາດນໍາສະເໜີຕົນເອງໄດ້ຖືກໃຈນາຍຈ້າງໃຫ້ຫຼາຍທີ່ສຸດນັ້ນເອງ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now