ການແຕ່ງຕົວໃຫ້ສະຫຼາດໃນມື້ເລີ່ມເຮັດວຽກໃໝ່

timer

remove_red_eye 0 views


cvConnect.la - ການແຕ່ງຕົວໃຫ້ສະຫຼາດໃນມື້ເລີ່ມເຮັດວຽກໃໝ່

            

         ຈົ່ງຈໍາໄວ້ວ່າສິ່ງທີ່ທ່ານໃສ່ເພື່ອເລີ່ມຕົ້ນວັນໃໝ່ເປັນຄັ້ງທໍາອິດ ຈະເປັນສິ່ງທີ່ສະແດງອອກ ແລະ ບອກເຖີງຕົວຕົນຂອງທ່ານ ເພາະມະນຸດເປັນສີ່ງທີ່ມີຊີວິດທີ່ໃຊ້ການມອງເຫັນ ເຮົາເບີ່ງເພຶ່ອລະວັງອັນຕະລາຍ ຫຼື ເບີ່ງວ່າຈະມີອັນຕະລາຍຕໍ່ພວກເຮົາຫຼືບໍ ໃນທາງດຽວກັນເຮົາປະເມີນຄົນອື່ນດ້ວຍຮູບລັກພາຍນອກເຊັນ: ເຄື່ອງນຸ່ງຫົ່ມ, ຊົງຜົມ ແລະ ໜ້າຕາ ສະນັ້ນການແຕ່ງຕົວຢ່າງສະຫຼາດໃນມື້ທໍາອິດຂອງການເຮັດວຽກໃຫມ່

            ດັ່ງນັນທ່ານສາມາດສ້າງຄວາມປະທັບໃຈທາງສາຍຕາໃຫ້ກັບຜູ້ອື່ນຕັ້ງແຕ່ມື້ເຮັດວຽກມື້ທຳອິດ ຖ້າເຮັດຕາມກົດລະບຽບເຫຼົ່ານີ້   

ຖ້າລະດຫບການແຕ່ງຕົວໄປເຮັດວຽກ ທີ່ເໝາະສົມສຳຫຼັບບໍລິສັດໃຫຍ່ຂອງທ່ານ ວັນທີ່ທ່ານສຳພາດງານ ທ່ານຄວນສັງເກດການແຕ່ງຕົວຂອງຄົນໃນບໍລິສັດ ຫຼື ຖ້າບໍລິສັດມີ facebook ລອງເຂົ້າໄປເບີ່ງການແຕ່ງຕົວຂອງພະນັກງານຕາມຮູບຕ່າງໆ ເພື່ອແນວທາງການແຕ່ງຕົວໃນມື້ເລີ່ມວຽກໃໝ່ມື້ທຳອິດຂອງທ່ານ

ໂດຍທົ່ວໄປ ທ່ານຄວນແຕ່ງຕົວໃຫ້ສຸພາບ ຫຼື ເປັນທາງການຫຼາຍກວ່າພະນັກງານປະຈຸບັນ. ການແຕ່ງຕົວທີ່ສຸພາບ ເປັນການສະແດງວ່າທ່ານຍອມຮັບມາດຕະຖານທາງສັງຄົມຂອງບໍລິສັດໃໝ່ ມັນອາດຈະເບິ່ງຄືວ່າເປັນເລື່ອງເລັກນ້ອຍ, ແຕ່ກໍ່ເປັນການສື່ສານທີ່ມີປະສິດທິພາບກັບບຸກຄົນທີ່ຍັງບໍ່ຮູ້ຈັກທ່ານເລີຍ.

            ຢ່າໃສ່ເຄື່ອງນຸ່ງໃໝ່ທີ່ໃສ່ແລ້ວເຮັດໃຫ້ອືດອັດ ມື້ເຮັດວຽກມື້ທຳອິດ ທ່ານບໍ່ຮູ້ດອກວ່າຈະພົບຫຍັງແດ່ ທ່ານອາດຈະຕ້ອງນັ່ງປະຊຸມໝົດມື້ ຫຼື ວຸ້ນກັບວຽກຫຼາຍ ໃຫ້ໃສ່ເຄືີ່ອງທີ່ໃສ່ແລ້ວໝັ້ນໃຈ ບໍ່ຄັບບໍ່ຫຼວມເກີນໄປ ເພາະທ່ານມີສີ່ງທີ່ສຳຄັນກວ່ານັ້ນທີ່ຈະຕ້ອງເຮັດ

ໃສ່ເຄື່ອງນຸ່ງທີ່ເຮັດໃຫ້ທ່ານຮູ້ສຶກດີ ຄົນເຮົາມີເສື້ອຜ້າທີ່ໝັ້ນໃຈເວລາໃສ່ ບໍ່ວ່າຈະເປັນຊຸດທີ່ທ່ານມັກ ຫຼື ເກີບຄູ່ໃຈ ຢ່າລືມໃສ່ສີ່ງທີ່ທ່ານໃສ່ແລ້ວສະບາຍຮູ້ສືກວ່າມັ້ນໃຈ ເພາະເຮັດວຽກມື້ທຳອິດ ອາດເຮັດໃຫ້ທ່ານປະມາດ, ຕື່ນເຕັ້ນ ດັ່ງນັ້ນການໃສ່ສີ່ງທີ່ທ່ານໝັ້ນໃຈຈະເຮັດໃຫ້ທ່ານຮູ້ສືກດີຂື້ນ

         ກວດເບິ່ງຕົວທ່ານເອງ, ເຊັ່ນແຂ້ວ, ຜົມ, ເລັບ. ການດູແລເລື່ອງນ້ອຍໆກໍ່ສາມາດສ້າງຄວາມປະທັບໃຈຄັ້ງທໍາອິດ. ຈື່ໄວ້ວ່າມື້ທໍາອິດທີ່ທ່ານພົບ ເພື່ອນຮ່ວມງານຍັງບໍ່ຮູ້ຈັກທ່ານ ພວກເຂົາຈະສັງເກດເບິ່ງສິ່ງເລັກໆນ້ອຍໆນີ້. ຢ່າລືມອົມເຂົ້າຫນົມກ່ອນທີ່ຈະໄປເຮັດວຽກ. (ຫຼີກເວັ້ນການກິນຍ້ຳມັນຝຣັ່ງ)

          ຫວີຜົມຂອງທ່ານ ແລະ ຈັດແຈງແບບທີ່ທ່ານບໍ່ຈໍາເປັນຕ້ອງວຸ່ນວາຍ ເຊັດມືໃຫ້ແຫ້ງ ແລະ ສະອາດໃນເວລາທີ່ຍ່າງເຂົ້າໄປໃນຫ້ອງ, ອອກຈາກຫ້ອງນີ້ຍ້ອນວ່າທ່ານອາດຈະຕ້ອງຈັບມືກັບຫມູ່ເພື່ອນໃຫມ່ໃນທາງທີ່ດີ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now