ງົບປະມານທະຫານອາເມລິກາສູງກວ່າ ຈີນ, ລັດເຊຍ ແລະ ມະຫາອຳນາດລວມກັນ

timer

remove_red_eye 0 views


cvConnect.la - ງົບປະມານທະຫານອາເມລິກາສູງກວ່າ ຈີນ, ລັດເຊຍ ແລະ ມະຫາອຳນາດລວມກັນ

ເນື່ອງຈາກເກີດເຫດການທີ່ໂດນໍທຣັມປະທານາທິບໍດີແຫ່ງສະຫະລັດອາເມລິກາໄດ້ສັ່ງຍິງຂີບປະນາວຸດເຂົ້າໃສ່ສະໜາມບິນຂອງປະເທດຊີເຣຍ ເຖິງ 53 ລູກ ເພື່ອຕອບໂຕ້ທີ່ຊີເລຍຖິ້ມລະເບີດເຄມີໃສ່ປະຊາຊົນໃນປະເທດໂຕເອງ, ພ້ອມກັບໄດ້ເຄື່ອນເຮືອຂົນຍົນທີ່ໃຫຍ່ທີ່ສຸດໃນກອງທັບເຮືອທີ່ຊື່ວ່າ U.S Carl Vinson (ຊື່ປະທານາທິບໍດີເກົ່າຂອງອາເມລິກາ) ໄດ້ຄາບສະໝຸດເກົາຫຼີ ເພື່ອຄົມຄູ່ເກົາຫຼີເໜືອ 

ມື້ນີ້ຂ້ອຍເລີຍນຳເອົາງົບປະມານທະຫານຂອງອາເມລິກາ ແລະ ແສນຍານະຸພາບຂອງກອງທັບອາເມລິກາມາໃຫ້ເບິ່ງ ແລະ ປຽບທຽບກັນ ຈະເຫັນວ່າໃນດ້ານກອງທັບບົກນັ້ນອາເມລິກາອາດຈະຍັງບໍ່ເທົ່າຈີນ ແຕ່ກອງທັບເຮືອ ແລະ ກອງທັບອາກາດຄົນລະເລື່ອງກັນເລີຍ ຍົນຮົບຂອງອາເມລິການັ້ນຫຼາຍກວ່າປະເທດມະຫາອຳນາດລວມກັນອີກ 

ງົບປະມານທະຫານໃນປີ 2017 ນີ້ໂດນໍທຣັມເພິ່ມຂຶ້ນມາອີກ 10% ເຊິ່ງສູງເປັນປະຫວັດສາດ ເຊິ່ງໃນຮູບລຸ່ມນີ້ແມ່ນແຕ່ປີ 2014 ກໍ່ຍັງຫຼາຍກວ່າທຸກປະເທດມະຫາອຳນາດໃນໂລກລວມກັນອີກ 

ຈະເຫັນວ່າ ICBM ຫຼື ຂີບປະນາວຸດຂ້າມທະວີບຂອງອາເມລິກາມີເຖິງ 450 ລູກ, ຄິດຫຼິ້ນໆວ່າຖ້າໃຜໄປຍິງໃສ່ອາເມລິກາກ່ອນ ແລ້ວອາເມລິກາຍິງກັບນີ້ ປະເທດຄົງຈະຫາຍໄປຈາກແຜນທີ່ໂລກເລີຍ

ທີ່ນ່າສົນໃຈຄືປະເທດ Saudi Aribia ມີງົບປະມານທະຫານເຖິງ 80 ພັນລ້ານໂດລາ ສູງກວ່າລັດເຊຍ ແລະ ອັງກິດອີກ, ເຫັນວ່າປະເທດເພິ່ນງຽບໆທີ່ຈິງງົບປະມານກໍ່ບໍ່ທຳມະດາຄືກັນ

 

 

BBC: http://www.bbc.com/news/world-asia-china-34125418

Pantip: https://pantip.com/topic/34139661

ເອກກະສິດ ສິລິຈັກ

13-4-2017

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now