ຄ່ານິຍົມທີ່ບໍ່ດີໃນການເຮັດວຽກ

timer

remove_red_eye 0 views


cvConnect.la - ຄ່ານິຍົມທີ່ບໍ່ດີໃນການເຮັດວຽກ

 

           ພຶດຕິກໍາທີ່ບໍ່ຄວນເຮັດ ຫຼື ຄ່ານິຍົມທີ່ບໍ່ດີໃນການເຮັດວຽກຄື ໄພຮ້າຍຕໍ່ການຈະເລີນກ້າວໜ້າຂອງອົງກອນ ຖ້າຫາກອົງກອນໃດທີ່ບຸກຄົນພາຍໃນສ່ວນໃຫຍ່ປະພຶດ ຫຼື ປະຕິບັດກັນເປັນປະຈໍາ ແລ້ວບໍ່ໄດ້ດໍາເນີນການແກ້ໄຂໂດຍການສ້າງຄ່ານິຍົມໃໝ່ທີ່ດີ ເພື່ອປ່ຽນແປງວັດທະນະທໍາໃນອົງກອນ ອາດຈະສົ່ງຜົນໃຫ້ອົງກອນນັ້ນປະສົບບັນຫາເລື່ອງການແຂ່ງຂັນໄດ້ ເຊັ່ນ ບຸກຄົນສ່ວນໃຫຍ່ຈະບໍ່ກ້າທີ່ຈະເລີ່ມຄິດ ຫຼື ສ້າງສັນສິ່ງໃໝ່ໆ ເຊິ່ງຄວາມຄິດນ້ອຍໆ ອາດຈະນໍາໄປສູ່ການປ່ຽນແປງທີ່ຍິ່ງໃຫຍ່ໄດ້ ຫຼື ບັນຍາກາດການເຮັດວຽກຈະເປັນລັກສະນະການແບ່ງພັກແບ່ງຝ່າຍສູງມີແນວໂນ້ມທີ່ເກີດຄວາມຂັດແຍ່ງຢູ່ຕະຫຼອດເວລາ ສົ່ງຜົນໃຫ້ບຸກຄະລາກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄວາມມຸ່ງໝັ້ນສູງຢູ່ນັ້ນເຮັດວຽກບໍ່ໄດ້ດົນແລ້ວກໍລາອອກໄປ ສໍາລັບຕົວຢ່າງຄ່ານິຍົມທີ່ບໍ່ດີໃນການເຮັດວຽກຂອງອົງກອນຊັ້ນນໍາແຫ່ງໜຶ່ງທີ່ໃຊ້ຢູ່ພາຍໃນ ແລະ ມີການເປີດເຜີຍຄື ຫຼັກ 6 B ( Ble – Bee – Bai – Boa – Block – Blame) ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:

 

Ble : ດູຖູກກັນ, ທັບຖົມກັນ, ສົບປະໝາດກັນ ຄົນອື່ນບໍ່ດີເທົ່າຕົນເອງ ເປັນຕົ້ນ

Bee : ສ້າງຄວາມກົດດັນ, ບີບຮັດ, ຈີ້ເອົາ ເຮັດໃຫ້ເກີດມີຄວາມຄຽດ, ສັບສົນ, ກະວົນກະວາຍ

Bai :​ ເປັນຄົນງຽບ, ເຮັດຄືຄົນໂງ່, ເຮັດຄືເປັນຄົນມິດໆງຽບໆ ( ອາດຈະຢ້ານວຽກເຂົ້າ ຫຼື ບໍ່ເອົາວຽກ ) ບໍ່ຕັດສິນໃຈຫຍັງຈັກຢ່າງ ແລະ ເຮັດເປັນຄົນຄືບໍ່ມີຕົວຕົນ

Boa : ໂຍນ ຫຼື ຖິ້ມວຽກໄປໃຫ້ຄົນອື່ນ, ໂຍນຄວາມຜິດ, ໂທດແຕ່ຄົນອື່ນ...

Block : ກີດກັນຄວາມຄິດຂອງຄົນອື່ນ, ທໍາລາຍຈິນຕະນາການ, ຢ້ານໄປໝົດທຸກຢ່າງ, ຫ້າມໄປໃນທຸກເລື່ອງ, ບໍ່ກ້າສ່ຽງ...

Blame: ມີການຕໍາໜິ, ຮ້າຍດ່າ,​ ທໍາລາຍກໍາລັງໃຈ, ຟ້າວຟັ່ງໃນການຕັດສິນຄົນອື່ນ, ໂທດຄົນອື່ນ ບໍ່ກວດສອບໃຫ້ຄົບຂະບວນການກ່ອນ.

 

 

 

ທີ່ມາ: http://www.bejame.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now