ຜູ້ອຳນວຍການສູນ Laos SME Center ກັບມຸມມອງກັບພາກທຸລະກິດ ປີ 2019

timer

remove_red_eye 0 views


cvConnect.la - ຜູ້ອຳນວຍການສູນ Laos SME Center ກັບມຸມມອງກັບພາກທຸລະກິດ ປີ 2019

 

          ປີ 2018 ການດໍາເນີນທຸລະກິດຂອງຜູ້ປະກອບການຂະແໜງການຕ່າງໆ ຖືວ່າຍັງມີຄວາມທ້າທາຍບໍ່ໜ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກເສດຖະກິດໂລກ, ໄພທໍາມະຊາດພາຍໃນ ເຖິງວ່າລັດຖະບານຈະມີຫຼາຍມາດຕະການຕ່າງໆອອກມາເພື່ອກະຕຸ້ນເສດຖະກິດ ແຕ່ຂອດຈັດຕັ້ງປະຕິບັດຍັງບໍ່ທັນເອກະພາບ, ສ່ວນທ່າອ່ຽງການດໍາເນີນທຸລະກິດ ໃນປີ 2019 ຜູ້ປະກອບການມີຄວາມຫວັງຈະດີຂຶ້ນ ຖ້າຫາກບັນດາມາດຕະການຂອງພາກລັດຖືກຈັດຕັ້ງປະຕິບັດເປັນເອກະພາບກັນໃນລວງດຽວ.

 

          ຕໍ່ສະພາບດັ່ງກ່າວ ທ່ານ ນາງ ມະລິວັນ ວໍລະເດດ ຜູ້ອຳນວຍການສູນ Laos SME Center ໄດ້ກ່າວວ່າ: ຈາກການໂອ້ລົມແລກປ່ຽນຜູ້ປະກອບການ 250 ທ່ານ ກໍໄດ້ຂໍ້ມູນມາລະດັບໜຶ່ງກ່ຽວກັບເສດຖະກິດ ເຊິ່ງຈາກສະພາບປັດຈຸບັນພາວະເສດຖະກິດໂລກຊະລໍຕົວ ໂດຍສະເພາະໃນເອີຣົບ ແລະ ອາເມຣິກາ ກໍສົ່ງຜົນກະທົບເຖິງດ້ານເສດຖະກິດໃນລາວ ໂດຍສະເພາະດ້ານຕົວເລກຈຳນວນນັກທ່ອງທ່ຽວທີ່ຫຼຸດລົງ ເຊິ່ງເປັນທີ່ຮູ້ກັນດີແລ້ວວ່າລາຍຮັບຫຼັກສ່ວນໜຶ່ງຂອງ ສປປ ລາວ ກໍມາຈາກຂະແໜງການທ່ອງທ່ຽວ, ບວກກັບປະເທດຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງໃຫຍ່ ຈຶ່ງເຮັດໃຫ້ສະພາບເສດຖະກິດໂດຍລວມງຽບເຫງົາ ແຕ່ກໍໂຊກດີທີ່ເສດຖະກິດຂອງ ສປ ຈີນ ຍັງເຕີບໂຕກໍເລີຍເຮັດໃຫ້ພາບລວມຂອງເສດຖະກິດໃນລາວບໍ່ໄດ້ຊະລໍຕົວໄປຫຼາຍປານໃດ, ສ່ວນທ່າອ່ຽງເສດຖະກິດປີນີ້ ຖ້າເອີຣົບ ຍັງປະເຊີນກັບບັນຫາເສດຖະກິດທີ່ຊະລໍຕົວຢ່າງຕໍ່ເນື່ອງ ຫຼື ວ່າເສດຖະກິດຂອງອາເມຣິກາ ມີບັນຫາ ບວກກັບຜົນພວງທີ່ ສປປ ລາວ ຈະຕ້ອງໄດ້ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມໃນປີຜ່ານມາ ເສດຖະກິດຂອງປະເທດກໍຈະຍັງຂະຫຍາຍຕົວຊ້າຢູ່ ຫຼື ຄ້າຍກັບປີຜ່ານມາ.

 

 

ຂໍ້ມູນຈາກ: ຂ່າວເສດຖະກິດການຄ້າ

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now