ປະສົບການໃນມະຫາວິທະຍາໄລທີ່ຄວນຂຽນລົງໃນ RESUME

timer

remove_red_eye 0 views


cvConnect.la - ປະສົບການໃນມະຫາວິທະຍາໄລທີ່ຄວນຂຽນລົງໃນ RESUME

          ນັກສຶກສາທີ່ຈົບໃໝ່ມັກຈະມີບັນຫາໃນການຂຽນ RESUME ເພື່ອທີ່ຈະສະໝັກວຽກເປັນຄັ້ງທໍາອິດໃນຊີວິດ ເນື່ອງຈາກບໍ່ຮູ້ວ່າຕ້ອງຂຽນຂໍ້ມູນຫຍັງແນ່ລົງໄປ ສິ່ງທີ່ບໍລິສັດຢາກຮູ້ເພື່ອພິຈາລະນານັ້ນກໍຄືປະສົບການຕ່າງໆທີ່ເຈົ້າມີສອດຄ່ອງກັບຄຸນສົມບັດທີ່ບໍລິສັດຕ້ອງການໃນຕໍາແໜ່ງນັ້ນຫຼາຍໜ້ອຍປານໃດ.

          ແລ້ວປະສົບການແບບໃດທີ່ຄວນໃສ່ໃນ RESUME ບໍລິສັດຢາກຮູ້ບໍ່ວ່າ ເຈົ້າໄດ້ເຂົ້າຮ່ວມກຸ່ມຫຍັງແດ່ໃນໂຮງຮຽນ ຫຼື ເຄີຍເຮັດກິດຈະກໍາທັງໃນ ແລະ ນອກຄະນະ ມາເບິ່ງກັນວ່າສິ່ງທີ່ເຈົ້າເຄີຍເຮັດໃນສະຖາບັນການສຶກສາຈະຊ່ວຍໃຫ້ເຈົ້າໄດ້ວຽກຫຼືບໍ່

  • ຄວາມກ່ຽວຂ້ອງກັບວຽກທີ່ສະໝັກ

          ເຈົ້າຈະນໍາສະເໜີຕົນເອງແນວໃດຂຶ້ນກັບວ່າ ວຽກທີ່ເຈົ້າສະໝັກຕ້ອງການຄົນທີ່ມີຄຸນສົມບັດແນວໃດ ແລະ ກິດຈະກໍາທີ່ເຈົ້າເຮັດນັ້ນ ສະທ້ອນຄຸນສົມບັດຂອງຄົນຫາວຽກທີ່ບໍລິສັດຕ້ອງການໄດ້ຫຼືບໍ່ ເຊັ່ນ ຖ້າຫາກເຈົ້າສະໝັກວຽກກ່ຽວກັບບັນຊີການເງິນ ເຈົ້າອາດຈະບອກວ່າເຄີຍຮັບຜິດຊອບຄວບຄຸມຄ່າໃຊ້ຈ່າຍໃນການເຮັດກິດຈະກໍາຂອງຄະນະ ຫຼື ຖ້າຫາກເຈົ້າສະໝັກວຽກ ກ່ຽວກັບການບໍລິການລູກຄ້າ ອາດຈະບອກວ່າ ເຈົ້າເຄີຍຮັບໜ້າທີ່ຕ້ອນຮັບນັກຮຽນທີ່ມາເບິ່ງວຽກ ແລະ ແນະນໍາການເລືອກຄະນະຮຽນໃນມະຫາວິທະຍາໄລເປັນຕົ້ນ.

  • ຄວາມເປັນຜູ້ນໍາ

          ຖ້າຫາກກິດຈະກໍາທີ່ເຈົ້າໄດ້ເຂົ້າຮ່ວມໃນຕອນຮຽນ ເຮັດໃຫ້ເຈົ້າໄດ້ໃຊ້ທັກສະຄວາມເປັນຜູ້ນໍາແລ້ວ ຢ່າລືມທີ່ຈະຂຽນລົງໄປໃນ RESUME ການມີປະສົບການໃນເລື່ອງການບໍລິຫານຈັດການທີມງານມີປະໂຫຍດຫຼາຍໃນການເຮັດວຽກ ແລະ ຈຸດນີ້ເປັນສ່ວນໜຶ່ງທີ່ຈະເຮັດໃຫ້ເຈົ້າມີໂອກາດຫຼາຍກວ່າຜູ້ສະໝັກວຽກຄົນອື່ນໆ

  • ຕົວເລກສ້າງຈຸດເດັ່ນ

          ການນໍາສະເໜີຂໍ້ມູນເປັນຈໍານວນຕົວເລກຊ່ວຍໃຫ້ RESUME ຂອງເຈົ້າໜ້າສົນໃຈ ແລະ ດຶງດູດໄດ້ ໂດຍທີ່ເຈົ້າບໍ່ຈໍາເປັນຕ້ອງບອກລາຍລະອຽດກິດຈະກໍາທັງໝົດທີ່ເຈົ້າເຮັດ ແຕ່ເລືອກປະເດັນນໍາມາສະເໜີໃຫ້ໜ້າສົນໃຈແທນ ເຊັ່ນ ເຂົ້າຮ່ວມກິດຈະກໍາທັງໝົດ 6 ຄັ້ງໃນເວລາ 4 ປີ ສ້າງຫ້ອງຮຽນຕ່າງໆ ໃນຕ່າງແຂວງໄດ້ 2 ແຫ່ງ ເປັນຕົວແທນໃຫ້ຄະນະໃນການຈັດກິດຈະກໍາໂຕ້ວາທີ 3 ປີຊ້ອນເປັນຕົ້ນ.

  • ຜົນການຮຽນ

          ສ່ວນຫຼາຍນັກສຶກສາທີ່ຈົບໃໝ່ມັກຈະສົງໄສວ່າ ຄວນໃສ່ເກຣດສະເລ່ຍລົງໄປໃນ RESUME ຫຼືບໍ່ແນ່ນອນວ່າຄົນທີ່ໄດ້ເກຣດຕ້ອງຢາກຈະສະແດງໃຫ້ບໍລິສັດນັ້ນເຫັນຢູ່ແລ້ວ ສ່ວນຄົນທີ່ຜົນການຮຽນບໍ່ໄດ້ໂດດເດັ່ນອາດຄິດວ່າໃສ່ລົງໄປແລ້ວຈະກາຍເປັນຜົນເສຍ ຫຼື ບໍ່ ກໍຂຶ້ນຢູ່ກັບແຕ່ລະບໍລິສັດໃຫ້ຄວາມສໍາຄັນກັບຜົນການຮຽນປານໃດ ຖ້າບໍລິສັດພິຈາລະນາເກຣດສະເລ່ຍ ເຂົາເຈົ້າຈະລະບຸໄວ້ໃນການປະກາດງານຢ່າງຊັດເຈນ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now