ບົດສໍາພາດ : ທ່ານ ຄໍາມີ ດວງສະຫວັນ ເຈົ້າຂອງຮ້ານອາຫານ Retro

timer

remove_red_eye 0 views


cvConnect.la - ບົດສໍາພາດ : ທ່ານ ຄໍາມີ ດວງສະຫວັນ ເຈົ້າຂອງຮ້ານອາຫານ Retro

          "ກ່ອນທີ່ເຮົາຈະເຮັດທຸລະກິດ ຖ້າເຮົາຄິດວ່າເຮັດໄດ້ ແມ່ນເຮົາຊະນະໄປແລ້ວ 50% ແລະອີກ 50% ພຽງແຕ່ລົງມືທໍາເທົ່ານັ້ນ ບໍ່ມີສິ່ງໃດທີ່ເຮົາເຮັດບໍ່ໄດ້ຖ້າຍັງບໍ່ໄດ້ເຮັດ".  ນີ້ແມ່ນຄວາມຄິດເຫັນບາງສ່ວນຈາກເຈົ້າຂອງຮ້ານ Retro ທີ່ໄດ້ໃຫ້ສໍາພາດກັບທີມງານ ຊີວີຄອນເນັກ ໃນການເຮັດທຸລະກິດຮ້ານອາຫານກ່ອນທີ່ຈະປະສົບຜົນສໍາເລັດ ເຫັນໄດ້ຈາກລູກຄ້າທີ່ມາໃຊ້ບໍລິການບໍ່ຕໍ່າກວ່າ 100 – 200 ຄົນ/ມື້.

 

          

1. ຈຸດເດັ່ນທີ່ສາມາດດຶງດູດລູກຄ້າມາໃຊ້ບໍລິການຮ້ານຂອງທ່ານ? ແຮງບັນດານໃຈໃນຕົກແຕ່ງຮ້ານອາຫານ?

          ຈຸດເດັ່ນຫຼັກໆແມ່ນ ໄອເດຍໃນການຕົກແຕ່ງຮ້ານໃນສະຕາຍອັງກິດ ແລະ ຣັອກປະສົມກັນ, ລວມໄປເຖິງບັນຍາກາດພາຍໃນຮ້ານ, ປະເພດອາຫານເຊິ່ງເຮົາຈະເນັ້ນທັງ ອາຫານລາວ, ໄທ ແລະ ຍູໂຣບ ນອກຈາກນີ້, ຍັງມີ ບາ ທີ່ໄວ້ບໍລິການເຄື່ອງດື່ມ ແລະ ຍັງມີການຫຼິ້ນດົນຕີສົດອີກດ້ວຍ ສິ່ງເຫຼົ່ານີ້ກໍເປັນສ່ວນໜຶ່ງທີ່ສາມາດດຶງດູດລູກຄ້າໄດ້ຫຼາຍສົມຄວນ.

          ສໍາລັບກຸ່ມລູກຄ້າແມ່ນລະດັບກາງຂຶ້ນໄປຈົນເທິງລະດັບສູງ ຊ່ວງອາຍຸແມ່ນໄວໜຸ່ມຈົນເຖິງໄວເຮັດວຽກເປັນສ່ວນໃຫຍ່ ແລະ ຜົນຕອບຮັບຈາກລູກຄ້າແມ່ນໄດ້ດີພໍສົມຄວນ ຈາກລູກຄ້າຄົນລາວທີ່ຢູ່ໃນນະຄອນຫຼວງວຽງຈັນ ຫຼື ຈາກຕ່າງແຂວງກໍມາໃຊ້ບໍລິການຮ້ານເຮົາ ເບິ່ງຈາກຍອດໃນການເຊັກອິນແມ່ນຫຼາຍພໍສົມຄວນ ສະເລ່ຍປະມານ 100 – 200 ຄົນຕໍ່ມື້.

 

 

2. ເປັນຫຍັງທ່ານຈຶ່ງຕັດສິນໃຈ ເລືອກເຮັດທຸລະກິດຮ້ານອາຫານ? ເປີດມາໄດ້ດົນປານໃດແລ້ວ?

          ກ່ອນທີ່ຈະຕັດສິນໃຈເຮັດທຸລະກິດຮ້ານອາຫານ ເນື່ອງຈາກວ່າ ສັງຄົມເຮົາໃນປັດຈຸບັນມີການພົບປະສ້າງສັນກັນກັບໝູ່ຄູ່ນໍາກັນ ຫຼື ບັນດານັກທຸລະກິດຕ່າງໆຫຼາຍຂຶ້ນ ເຮັດໃຫ້ເຮົາມີແຮງບັນດານໃຈເກີດຂຶ້ນໃນການເຮັດທຸລະກິດຮ້ານອາຫານນີ້ ເຊິ່ງສ່ວນຕົວຂ້າພະເຈົ້າເອງກໍມີຄວາມມັກສະເພາະໃນການພົບປະສ້າງສັນ, ຊຸມແຊວ, ການລ້ຽງສະຫຼອງກັບໝູ່ຄູ່ໃນເວລາເລີກວຽກ ຫຼື ກັບບັນດານັກທຸລະກິດຢູ່ຕະຫຼອດ ປັດຈຸບັນເປີດມາໄດ້ 2 ປີແລ້ວ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນໃນສັງຄົມ.

 

 

3. ເປັນຮ້ານອາຫານປະເພດໃດ?

          ຮ້ານອາຫານ Retro ເປັນຮ້ານອາຫານກິນດື່ມ ມີທັງອາຫານລາວ, ໄທ ຍູໂຣບ, ບາສໍາລັບເຄື່ອງດື່ມ ແລະ ດົນຕີສົດໄວ້ບໍລິການ, ສ່ວນຮູບແບບຂອງຮ້ານຈະເປັນສະຕາຍອອກຕ່າງປະເທດ ກໍຄື ມີການປະສົມສະຕາຍອັງກິດໜ້ອຍໜຶ່ງ ເຊິ່ງຊື່ຮ້ານອາຫານ Retro ມີຄວາມໝາຍຍ້ອນຍຸກ ເປັນຄວາມມັກສ່ວນຕົວຂອງຂ້າພະເຈົ້າໃນການຕົກແຕ່ງຮ້ານສະຕາຍອັງກິດຍ້ອນຍຸກແບບນີ້ ແລະ ເຫັນບ້ານເກົ່າຊົງລາວກໍເລີຍເອົາມາປະສົມເຂົ້າກັນ.

          ສ່ວນຮ້ານຂອງເຮົາແມ່ນ ຮັບຈັດງານລ້ຽງ, ງານສັງສັນ, ງານວັນເກີດຕ່າງໆ ຫຼື ຈະມານັ່ງຜ່ອນຄາຍ, ນັດພົບປະໝູ່ຄູ່, ນັດລົມທຸລະກິດ ຫຼື ຟັງເພງຜ່ອນຄາຍສະບາຍໆ ກໍໄດ້ເຊັ່ນກັນ.

 

 

4. ມີຊ່ອງທາງໃດແດ່ໃນການໂປຣໂໝດຮ້ານ?

  • ຊ່ອງທາງໃນການໂປຣໂໝດຮ້ານແມ່ນຊ່ອງທາງດຽວຄື ທາງ Facebook Fanpage ເຊິ່ງຈະມີການໂພສອັບເດດກິດຈະກໍາ ຫຼື ການຍິງໂຄສະນາຕ່າງໆ
  • ຕໍ່ມາກໍຈະເປັນການບອກປາກຕໍ່ປາກ ເພາະສ່ວນຫຼາຍລູກຄ້າທີ່ມາແມ່ນຈາກການເຊັກອິນຂອງລູກຄ້າຜູ້ໜຶ່ງ ແລ້ວລູກຄ້າໃໝ່ເຫັນກໍຢາກມາລອງໃຊ້ບໍລິການ
  • ນອກຈາກນັ້ນ, ຮ້ານເຮົາກໍໄດ້ເປັນສະປັອນເຊີໃຫ້ແກ່ງານຕ່າງໆ ສ່ວນນີ້ກໍຖືໄດ້ວ່າເປັນການໂປຣໂໝດຮ້ານເຮົາໄປໃນຕົວ

 

 

5. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດຮ້ານອາຫານ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ອຸປະສັກໃນການເຮັດຮ້ານອາຫານນີ້ ໃນການເປີດຮ້ານໃໝ່ກໍຄື ການວາງລະບົບຕ່າງໆຍັງບໍ່ທັນລົງຕົວ ດ້ວຍຄວາມທີ່ຍັງບໍ່ທັນມີປະສົບການແຕ່ເຮົາກໍສາມາດຜ່ານມາໄດ້ ເນື່ອງເຮົາຮຽນຮູ້ ແລະ ແກ້ໄຂໄປພ້ອມໆກັນ ແລ້ວເຮົານໍາໄປສຶກສາໃນຂໍ້ຫຍຸ້ງຍາກຕ່າງໆ ໂດຍການຫາຂໍ້ມູນຈາກຫຼາຍໆພາກສ່ວນມາສົມທຽບ ແລະ ດັດແກ້ຕາມສະພາບເສດຖະກິດຂອງບ້ານເຮົາ ເຊິ່ງບັນຫາດັ່ງກ່າວແມ່ນບໍ່ໄດ້ຖືວ່າເປັນບັນຫາໃຫຍ່ ເຊິ່ງປັດຈຸບັນເຮົາສາມາດຈັດການ ແລະ ຄວບຄຸມກັບລະບົບຕ່າງໆໄດ້ສົມບູນແລ້ວ

          ຕໍ່ມາກໍເປັນເລື່ອງຂອງຄູ່ແຂ່ງທີ່ຕ້ອງມີຢູ່ແລ້ວ ເຊິ່ງເຮົາບໍ່ຖືວ່າເປັນບັນຫາໃຫຍ່ ເພາະພວກເຮົາມີຊ່ອງທາງໃນການຂາຍ, ເຮັດຜະລິດຕະພັນໃຫ້ຫຼາກຫຼາຍ, ມີໂປຣໂມຊັ່ນຕະຫຼອດເວລາເພື່ອໃຫ້ຈູງໃຈລູກຄ້າໄວ້. ນອກຈາກນັ້ນ, ຂໍ້ເສຍຂອງຮ້ານເຮົາບ່ອນຈອດລົດແມ່ນຂ້ອນຂ້າງຍາກໜ້ອຍໜຶ່ງ ສາມາດຈອດແຄມທາງໄດ້ແຕ່ກໍບໍ່ເຕັມທີ່.

 

 

6. ທ່ານຄິດວ່າຮ້ານອາຫານປະສົບຜົນສໍາເລັດແລ້ວຫຼືຍັງ?

          ນັບຕັ້ງແຕ່ເປີດຮ້ານມາ ຂ້າພະເຈົ້າຄິດວ່າຮ້ານຂອງເຮົາແມ່ນປະສົບຜົນສໍາເລັດແລ້ວ ມາເຖິງຈຸດນີ້ໄດ້ແມ່ນ ທຸລະກິດເຮົານັ້ນໄປໄດ້ເລື້ອຍໆ ເຖິງຈະມີຄູ່ແຂ່ງ ຫຼື ຫຼາຍຮ້ານຕ່າງໆທີ່ເປີດຂຶ້ນມາໃໝ່ໃນປັດຈຸບັນກໍສາມາດດຶງລູກຄ້າໄປໄດ້ ແຕ່ລູກຄ້າຂອງເຮົາທີ່ຫາຍໄປ ກໍບໍ່ໄດ້ຫາຍໄປທັງໝົດ ເພາະເຮົາຍັງມີຈຸດຢືນ, ເອກະລັກຂອງຮ້ານເຮົາຢູ່ ແລະ ຄວາມແຕກຕ່າງຈາກຮ້ານອື່ນ ເປັນຕົ້ນການບໍລິການແມ່ນດີພໍສົມຄວນ ເພາະພວກເຮົາໄດ້ປັບປຸງຕັ້ງແຕ່ຈຸດເລີ່ມຕົ້ນມາໃຫ້ແໜ້ນໜາ ແລະ ພະນັກງານສ່ວນຫຼາຍກໍເປັນພະນັກງານເກົ່າທີ່ຕັ້ງໃຈເຮັດວຽກນໍາກັນມາຕັ້ງແຕ່ເປີດຮ້ານ ແລະ ສອນພວກເຂົາມາດີສົມຄວນ.

 

7. ໃນອະນາຄົດຕໍ່ໜ້າມີການວາງແຜນ ຫຼື ມີຄວາມຄາດຫວັງແນວໃດກັບຮ້ານອາຫານນີ້?

          ໃນປັດຈຸບັນ, ຂ້າພະເຈົ້າໄດ້ມີການຂະຫຍາຍສາຂາໄປບ່ອນອື່ນແລ້ວ ແຕ່ຈະໃສ່ເປັນຊື່ອື່ນ ຄືໄດ້ຂະຫຍາຍໄປວັງວຽງ ແຕ່ຈະເນັ້ນເປັນການທ່ອງທ່ຽວຫຼາຍກວ່າ ເຊິ່ງຮູບແບບຈະແຕກຕ່າງກັນ ແລະ ຈະເປີດໃຫ້ບໍລິການໄວໆນີ້ ຕໍ່ມາເປັນຮ້ານກາເຟ ທີ່ຢູ່ແຖວ ໂຮງຮຽນແພດສາດ ກໍຈະເປີດໃຫ້ບໍລິການແລ້ວເຊັ່ນກັນ ສ່ວນຮ້ານອາຫານນີ້ ມາເຖິງຈຸດນີ້ເຮົາກໍຕ້ອງໄດ້ຮັກສາໃຫ້ມັນຄົງຕົວທີ່ສຸດ.

 

 

8. ມີຫຍັງຝາກເຖິງຄົນທີ່ກໍາລັງເປີດຮ້ານອາຫານບໍ່?

          ກ່ອນທີ່ເຮົາຈະເຮັດທຸລະກິດ ຖ້າເຮົາຄິດວ່າເຮັດໄດ້ ແມ່ນເຮົາຊະນະໄປແລ້ວ 50% ແລະ 50% ພຽງແຕ່ລົງມືທໍາ ແລະ ບໍ່ມີສິ່ງໃດທີ່ເຮົາເຮັດບໍ່ໄດ້ຖ້າຍັງບໍ່ໄດ້ເຮັດ.

          ຖ້າຜູ້ໃດທີ່ກໍາລັງຈະເຮັດທຸລະກິດຮ້ານອາຫານ ຫຼື ທຸລະກິດອື່ນໆ ແມ່ນ ເຮົາຕ້ອງສຶກສາກຸ່ມເປົ້າໝາຍ, ການສ້າງເອກະລັກ, ສຶກສາຕະຫຼາດ, ກໍາລັງຊື້ເປັນແບບໃດ, ການຕົກແຕ່ງແມ່ນແນວໃດ, ສະຖານທີ່ຢູ່ໃສ, ຄົນຊົມໃຊ້ຈະສະດວກສະບາຍຫຼືບໍ່, ຈຸດເດັ່ນແມ່ນຫຍັງ, ຖ້າເຮົາມີການສຶກສາສິ່ງເຫຼົ່ານີ້ກ່ອນລົງມືເຮັດ ກໍຈະພົບອຸປະສັກໜ້ອຍລົງແນ່ນອນ​.

 

 

ຂໍຂອບໃຈ ທ່ານ ຄໍາມີ ດວງສະຫວັນ ເຈົ້າຂອງຮ້ານ Retro

ຮ້ານ Retro ເປີດທຸກມື້ ວັນຈັນ ຫາ ວັນທິດ 5 ໂມງແລງ – 12 ໂມງກາງຄືນ

ສອບຖາມຕິດຕໍ່ 020 55999916

ສະຖານທີ່ ບ້ານ ອູບມົງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ

Tags: #ພົບປະສ້າງສັນ #ແຮງບັນດານໃຈ #ຍອດການເຊັກອິນ #ດົນຕີສົດ #ເປັນສະປັອນເຊີໃຫ້ແກ່ງານຕ່າງໆ #ອາຫານລາວ,ໄທຍູໂຣບ #ບອກປາກຕໍ່ປາກ #ສະຕາຍອັງກິດ #ເຈົ້າຂອງຮ້ານ #ໂປຣໂໝດທາງ Facebook #Retro # ຊຸມແຊວ #ຄໍາມີ ດວງສະຫວັນ #Retro ມີຄວາມໝາຍຍ້ອນຍຸກ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now