ບົດສໍາພາດ: ທ່ານ ອຸໄທ ໄຊອຸດົມ C.T.O ແລະ ເປັນຜູ້ຮ່ວມກໍ່ຕັ້ງ ບໍລິສັດ ລາວໄອທີພັດທະນາ ຈໍາກັດ ຫຼື Lao IT Dev Co., Ltd

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ອຸໄທ ໄຊອຸດົມ  C.T.O  ແລະ ເປັນຜູ້ຮ່ວມກໍ່ຕັ້ງ ບໍລິສັດ ລາວໄອທີພັດທະນາ ຈໍາກັດ ຫຼື Lao IT Dev Co., Ltd

 

          ບໍລິສັດ ລາວໄອທີພັດທະນາ ຈໍາກັດ ຫຼື Lao IT Dev Co., Ltd ຈາກບໍລິສັດທີ່ເຮັດກ່ຽວກັບວາລະສານໃຫ້ຄວາມຮູ້ເລື່ອງໄອທີ ຫັນມາເປັນບໍລິສັດທີ່ໃຫ້ການບໍລິການທາງດ້ານໄອທີຄົບວົງຈອນ ຈົນໄດ້ຮັບຫຼາກຫຼາຍລາງວັນລະດັບອາຊຽນເປັນເຄື່ອງກາລັນຕີເພື່ອມາພັດທະນາຜະລິດຕະພັນທີ່ມີປະສິດທິພາບ ແລະ ຄຸນນະພາບສູງ ດ້ວຍວິໄສທັດທີ່ວ່າ “Our development, for your development”

          ມື້ນີ້ທີມງານ ຊີີວີຄອນເນັກໄດ້ມີໂອກາດມາສໍາພາດ ໜຶ່ງໃນຜູ້ກໍ່ຕັ້ງ ບໍລິສັດ ລາວໄອທີພັດທະນາ ຈໍາກັດ ຫຼື Lao IT Dev Co., Ltd ທີ່ຈະມາໃຫ້ທັດສະນະຄະຕິ, ຄວາມເປັນມາຂອງບໍລິສັດດັ່ງກ່າວ ກ່ອນທີ່ຈະປະສົບຜົນສໍາເລັດໃນປັດຈຸບັນ.

 

 

1. ຄວາມເປັນມາຂອງ Lao IT dev ? ຈຸດປະສົງໃນການເປີດບໍລິສັດດັັ່ງກ່າວ? ເປີດມາໄດ້ດົນປານໃດແລ້ວ?

          ຈຸດເລີ່ມຕົ້ນຂອງບໍລິສັດພວກເຮົາ ແມ່ນເລີ່ມມາຈາກການເຮັດເວັບໄຊໜຶ່ງທີ່ມີຊື່ວ່າ www.laozaa.com ເຊິ່ງຜູ້ຮ່ວມກໍ່ຕັ້ງບໍລິສັດ ມີ 4 ຄົນນີ້ແມ່ນບໍ່ເຄີຍຮູ້ຈັກກັນມາກ່ອນ ແຕ່ມາຮູ້ຈັກກັນຜ່ານເວັບໄຊ ແລະ ເວັບໄຊດັ່ງກ່າວແມ່ນກ່ຽວກັບການຖາມຕອບກ່ຽວກັບເລື່ອງໄອທີ ແລະ ຕໍ່ມາພວກເຮົາມີຄວາມຄິດວ່າຖ້ານໍາເອົາຄວາມຮູ້ກ່ຽວກັບເລື່ອງໄອທີແລ້ວນໍາມາເຮັດເປັນປຶ້ມ ກໍຈະເປັນການເປີດໂອກາດໃຫ້ຄົນທີ່ຍັງບໍ່ຮູ້ອິນເຕີເນັດ ສາມາດອ່ານໄດ້ ຈຶ່ງຢາກເຮັດບໍລິສັດກ່ຽວກັບການພິມວາລະສານຂຶ້ນມາຊື່ວ່າ “ອີຄອນເນີ້ (ECORNER)” ແລະ ໄດ້ຈົດທະບຽນບໍລິສັດໂດຍໃສ່ຊື່ວ່າ “ບໍລິສັດ ລາວໄອທີ ພັດທະນາ ຈໍາກັດ”

          ປັດຈຸບັນບໍລິສັດແມ່ນກ້າວເຂົ້າສູ່ປີທີ 8 ແລ້ວ ເຊິ່ງບໍລິສັດແມ່ນເຮັດກ່ຽວກັບ ການພັດທະນາລະບົບຕ່າງໆໃຫ້ກົງກັບຄວາມຕ້ອງການຂອງລູກຄ້າ; ຈຸດປະສົງແມ່ນຢາກພັດທະນາສັງຄົມ, ໃຫ້ປະຊາຊົນມີຄວາມຮູ້ທາງດ້ານໄອທີ ແລະ ເມື່ອເປີດມາໄດ້ 1 ປີ ຜົນຕອບຮັບແມ່ນບໍ່ດີເທົ່າທີ່ຄວນ ຈົນມາເຖິງທ້າຍປີ 2011 ກໍເລີຍຫັນເປັນວາລາສານດິຈີຕອລ ເຮັດການບໍລິການທາງດ້ານໄອທີຢ່າງເຕັມຮູບແບບ ເປັນຕົ້ນ ການຂຽນໂປແກຼມ, ສ້າງເວັບໄຊ, ດາຕາເບດ, ແອັບພິເຄຊັ່ນ,​ ລະບົບຕ່າງໆ ຕາມທີ່ລູກຄ້າຕ້ອງການ.

          ໃນເລື່ອງການບໍລິການທາງດ້ານໄອທີຄົບວົງຈອນ ເປັນຕົ້ນ ການພັດທະນາຊັອບແວ (Software) ຈະມີການພັດທະນາເວັບໄຊ, ຖານຂໍ້ມູນ, ແອັພເຄຊັ່ນເຖິງມືຖື, ໂປແກຼມຄອມພິວເຕີທົ່ວໄປ, ການກວດສອບຄວາມປອດໄພ ແລະ ລະບົບເຄືອຂ່າຍຕ່າງໆ, ການບໍລິການໃຫ້ຄໍາປຶກສາດ້ານໄອທີ ແລະ ໃນສ່ວນຂອງ ຮາດແວ (Hardware) ເຮົາກໍຈະມີທີມງານທີ່ສຶກສາຄົ້ນຄວ້າກ່ຽວກັບການເຮັດ IOT ໃນການເຮັດອຸປະກອນ Smart home, Smart farm ແລະ ລະບົບ Automation  ທີ່ເປັນລະບົບອັດຕະໂນມັດ, ລະບົບເຊັນເຊີ້ຕ່າງໆ ໃນການດູແລສວນຜັກ ເຊັ່ນ ການຕິດຕັ້ງເວລາຫົດນໍ້າ, ປັບຄວາມອຸນຫະພູມຄວາມຊຸ່ມຄວາມເຢັນແບບອັດຕະໂນມັດ, ນອກນັ້ນຍັງມີ ການຈັດງານໄອທີ, ບໍລິການເຝິກອົບຮົມ, ບໍລິການຜະລິດສື່ວິດີໂອອີກດ້ວຍ.

 

 

2. ແມ່ນຫຍັງທີ່ເປັນຈຸດເດັັ່ນຂອງ Lao IT dev? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

          ກຸ່ມລູກຄ້າມີທຸກຮູບແບບ ແຕ່ສ່ວນໃຫຍ່ຈະແມ່ນອົງກອນມີທັງພາກລັດ ແລະ ເອກະຊົນ, ບັນດາກະຊວງ ແລະ ທະນາຄານຕ່າງໆ.

          ຈຸດເດັ່ນຂອງພວກເຮົາກໍຄືບໍລິສັດແມ່ນ ການຊ່ວຍເຫຼືອສັງຄົມ; ຄົນສ່ວນຫຼາຍຈະຮູ້ຈັກໃນນາມທີ່ພວກເຮົາຊ່ວຍເຫຼືອສັງຄົມ ກໍຄືການໃຫ້ຄວາມຮູ້, ການຈັດກິດຈະກໍາ, ການເຝິກອົບຮົມຕ່າງໆກ່ຽວກັບເລື່ອງໄອທີຕະຫຼອດ, ການນໍາໃຊ້ຫ້ອງປະຊຸມເພື່ອຈັດກິດຈະກໍາພວກເຮົາກໍໃຫ້ບໍລິການໂດຍບໍ່ໄດ້ເສຍຄ່າ; ສ່ວນການບໍລິການແມ່ນ ການບໍລິການທີ່ດີທັງກ່ອນ ແລະ ຫຼັງຂອງການໃຊ້ບໍລິການນໍາພວກເຮົາ; ສໍາລັບສິນຄ້າທີ່ເຮົາໃຫ້ບໍລິການເປັນຕົ້ນ ເວັບໄຊເຕັກໂນໂລຊີຕ່າງໆ ຄື ການເຮັດເວັບໄຊ, ລະບົບເອກະສານຂອງພາກລັດ ປັດຈຸບັນແມ່ນ 5 ກະຊວງທີ່ໄດ້ດໍາເນີນການ ແຕ່ຍັງບໍ່ທັນໄດ້ອອກໄປເຜີຍແຜ່ສູ່ສັງຄົມແຕ່ພວກເຮົາເນັ້ນໃສ່ແມ່ນກຸ່ມພາກລັດ ແລະ ໃນຕໍ່ໜ້າບໍລິສັດພວກເຮົາກໍມີແຜນທີ່ຈະຜັນເອົາລະບົບດັ່ງກ່າວເພື່ອໃຫ້ບໍລິການກັບທາງເອກກະຊົນເຊັ່ນດຽວກັນ ເຊິ່ງການໃຊ້ລະບົບເອກະສານນີ້ຈະຊ່ວຍສາມາດຕອບໂຈດໃນການຈັດການຈໍລະຈອນເອກະສານຕ່າງໆໄດ້ດີຂຶ້ນ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍໍ້ໃນການເຮັດທຸລະກິດປະເພດນີ້ ແລະ ມີວິທີແກ້ໄຂບັນຫາດັັ່ງກ່າວແນວໃດ?

          ບັນຫາທີ່ເຮົາມັກພົບເລື້ອຍໆແມ່ນເລື່ອງບຸກຄະລາກອນທີ່ເຮັດວຽກໄດ້ບໍ່ພໍເທົ່າໃດກໍໄປຊອກວຽກໃໝ່, ບຸກຄະລາກອນທີ່ບໍ່ໄດ້ຄຸນນະພາບ ເຊິ່ງພວກເຮົາກໍໄດ້ມີການຄັດເລືອກພະນັກງານທີ່ຮັດກຸມຂຶ້ນ ແລະ ໄດ້ຈັດລະບົບທີ່ປັບຕາມພຶດຕິກໍາຂອງພະນັກງານໃຫ້ຫຼາຍຂຶ້ນ.

          ຕໍ່ມາແມ່ນທາງດ້ານການຕະຫຼາດ ຄືຕະຫຼາດໄອທີຂອງບ້ານເຮົາຍັງບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ ເພາະຍັງບາງຄົນທີ່ຄິດວ່າໂປແກຼມຕ່າງໆນັ້ນຍັງບໍ່ສໍາຄັນ ເພາະໃນການພັດທະນາຊັອບແວເປັນສິ່ງທີ່ຈັບຕ້ອງບໍ່ໄດ້ ຈຶ່ງບໍ່ເຫັນເຖິງຄວາມສໍາຄັນດັ່ງກ່າວ

          ນອກຈາກນັ້ນ, ຍັງມີການປະສານງານກັບລູກຄ້າເປັນສິ່ງໜຶ່ງທີ່ຫຍຸ້ງຍາກພໍສົມຄວນທີ່ຕ້ອງໄດ້ປະສານງານກັບຫຼາຍພາກສ່ວນ, ຫຼາຍຂັ້ນຕອນຈຶ່ງຈະສໍາເລັດໄດ້.

          ເຊິ່ງບັນຫາຕ່າງໆທີ່ເກີດຂຶ້ນມາ ພວກເຮົາຈະບໍ່ເອີ້ນສິ່ງເຫຼົ່ານັ້ນວ່າ ອຸປະສັກ ແຕ່ພວກເຮົາຈະຖືວ່າສິ່ງເຫຼົ່ານີ້ແມ່ນຄວາມທ້າທາຍ ທີ່ເຮົາຈະຕ້ອງຜ່ານມັນໄປໃຫ້ໄດ້.

 

 

4. ທ່ານຄິດວ່າ Lao IT Dev Co., Ltd ປະສົບຜົນສໍາເລັດແລ້ວຫຼືຍັງ? ແລະ ມີຜົນຕອບຮັບແນວໃດ?

          ກ່ອນໜ້ານີ້ຂ້າພະເຈົ້າກໍເຄີຍໃຫ້ສໍາພາດກັບນັກຂຽນຄົນໜຶ່ງໃນຊ່ວງທີ່ເປີດບໍລິສັດໃໝ່ໆຂຶ້ນມາ ກ່ຽວກັບເປົ້າໝາຍໃນການສ້າງບໍລິສັດນີ້ແມ່ນ “ຂ້າພະເຈົ້າຈະພະຍາຍາມເຮັດໃຫ້ບໍລິສັດໄດ້ຮັບລາງວັນໃດໜຶ່ງ ຫຼື ຕິດ 1 ໃນ 5 ຂອງລາງວັນນັ້ນໆໃຫ້ໄດ້” ເຊິ່ງໃນປີຕໍ່ມາ ບໍລິສັດພວກເຮົາກໍສາມາດຍາດໄດ້ລາງວັນຊະນະເລີດໃນອາຊຽນຄື “Asean ICT Award 2012” ໃນສາຂາ “Digital Content” ແລະ ເຮົາກໍຍັງໄດ້ຮັບຄັດເລືອກເຂົ້າຮອບສຸດທ້າຍທີ່ເຮັດວຽກເພື່ອສັງຄົມ ໃນການປະກວດ“World Summit Award 2013” ໃນສາຂາ e-media & Journalism ແລະ ໃນງານດຽວກັນໃນປີ 2015 ກໍໄດ້ຮັບການຄັດເລືອກເຂົ້າຮອບສຸດທ້າຍອີກຄັ້ງໃນສາຂາ Health & Environment, ຕໍ່ມາກໍໄດ້ຮັບລາງວັນ “Lao Business Award” .

          ເຊິ່ງໃນຈຸດນີ້ ຂ້າພະເຈົ້າສາມາດເວົ້າໄດ້ວ່າ ບໍລິສັດແມ່ນປະສົບຜົນສໍາເລັດແລ້ວ ເນື່ອງຈາກສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າບໍລິສັດເຮົາມີຕົວຕົນຢູ່ໃນສັງຄົມ, ມີຄົນຮູ້ຈັກໃນນາມການເຮັດທຸລະກິດເພື່ອຊ່ວຍສັງຄົມ ເຊິ່ງບໍລິສັດສ່ວນໜຶ່ງແມ່ນສ້າງຂຶ້ນເພື່ອການສ້າງປະໂຫຍດໃຫ້ແກ່ສັງຄົມ ໂດຍໃຫ້ການສະໜັບສະໜູນສະຖານທີ່ເພື່ອໃຫ້ບັນດານັກສືກສາ ແລະ ຜູ້ຄົນທີ່ສົນໃຈໃນດ້ານໄອທີມາເຕົ້າໂຮມ, ທໍາຄວາມຮູ້ຈັກ ແລະ ແລກປ່ຽນຄວາມຮູ້ທາງດ້ານໄອທີໃຫ້ຫຼາຍຂຶ້ນ.

 

 

5. ມີການວາງແຜນໃນອະນາຄົດແນວໃດ?

          ສໍາລັບການວາງແຜນໃນອະນາຄົດ ພວກເຮົາຈະດໍາເນີນຕໍ່ໃນສິ່ງທີ່ພວກເຮົາເຮັດມາ ແລະ ຈະປັບການບໍລິການ, ການບໍລິຫານງານຕ່າງໆໃຫ້ດີຂຶ້ນເລື້ອຍໆ ເຊິ່ງປັດຈຸບັນບໍລິສັດມີທີມງານທັງໝົດ 13 ຄົນ ແລະ ທີມງານນັກພັດທະນາ 5 ຄົນ ເຊິ່ງມາຕອນນີ້ພວກເຮົາສາມາດສໍາເລັດໂຄງການໄປໄດ້ຫຼາຍກວ່າ 50 ໂຄງການໃຫຍ່ແລ້ວ ແລະໃນປີ 2019 ນີ້ເຮົາຈະສຸມໃນນຳການຄົ້ນຄວ້າ ແລະ ນຳເອົາເຕັກໂນໂລຊີໃຫມ່ໆເພື່ອກຽມພ້ອມໄວ້ບໍລິການລູກຄ້າເຊັ່ນ: Ai, BigData, Blockchain, iot ພ້ອມນີ້ເຮົາຍັງມີແຜນການທີ່ຈະເປີດບໍລິການ Cyber Security .

 

 

6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ ?

          ໃນປັດຈຸບັນການດໍາເນີນທຸລະກິດຢູ່ລາວ ແມ່ນຂ້ອນຂ້າງຍາກບ່ອນວ່າ ບັນດານັກທຸລະກິດຂາດການຮ່ວມມືກັນ, ໃນການເຮັດທຸລະກິດແມ່ນສາມາດເຮັດທຸລະກິດແບບດຽວກັນໄດ້ ແຕ່ບໍ່ຈໍາເປັນຕ້ອງແຂ່ງຂັນກັນ ເຊິ່ງມຸມມອງຂອງທຸລະກິດຈະເປັນແບບທີ່ມີການແຂ່ງຂັນ ແຕ່ໃນທັດສະນະຄະຕິຂອງຂ້າພະເຈົ້າຄິດວ່າການເຮັດທຸລະກິດແມ່ນ ການເປີດຮັບໂອກາດ ແລະ ໃຫ້ໂອກາດ ໃນທຸກການຮ່ວມມື ເພື່ອໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

 

 

ຂໍຂອບໃຈ:​ ທ່ານ ອຸໄທ ໄຊອຸດົມ C.T.O  ແລະ ເປັນຜູ້ຮ່ວມກໍ່ຕັ້ງ ບໍລິສັດ ລາວໄອທີພັດທະນາ ຈໍາກັດ ຫຼື Lao IT Dev Co., Ltd

ຕິດຕໍ່ສອບຖາມ: 021 562905

ເວັບໄຊ:​ www.laoitdev.com

Tags: #ພິມວາລະສານ #Summit Award 2013 # Cyber Security #Automation #www.laozaa.com #Smart farm #Our development, for your development #ລາງວັນລະດັບອາຊຽນ #Smart home #ໄອທີຄົບວົງຈອນ #IOT #Hardware #Lao IT Dev Co., Ltd #ບໍລິສັດ ລາວໄອທີພັດທະນາ ຈໍາກັດ #Software #ພັດທະນາຊັອບແວ #ຜູ້ຮ່ວມກໍ່ຕັ້ງ #C.T.O #ECORNER #ອຸໄທ ໄຊອຸດົມ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now