timer
remove_red_eye 0 views
ນັກສຶກສາທີ່ຈົບໃໝ່ຫຼາຍຄົນຄາດຫວັງວ່າ ເງືອນເດືອນກ້ອນທໍາອິດວາງໄວ້ຂ້ອນຂ້າງສູງ ເຖິງຈະບໍ່ເຄີຍມີປະສົບການການເຮັດວຽກມາກ່ອນກໍຕາມ ຫຼາຍຄົນຄິດຫາວິທີເພີ່ມເງິນເດືອນດ້ວຍການປ່ຽນບ່ອນເຮັດວຽກຕະຫຼອດ ເຊິ່ງມັນເປັນຄ່ານິຍົມທີ່ຜິດ ນອກນັ້ນຍັງເຮັດໃຫ້ເຈົ້າຖືກເບິ່ງວ່າເປັນຄົນທີ່ບໍ່ອົດທົນກັບວຽກທີ່ເຮັດ ມື້ນີ້ ຊີວີຄອນເນັກ ຂໍສະເໜີວິທີງ່າຍໆ ທີ່ຈະຊ່ວຍໃຫ້ເຈົ້າເພີ່ມເງິນເດືອນໄດ້ໄວຂຶ້ນ ແລະ ເຕີບໂຕໃນໜ້າທີ່ໄດ້ໄວ.
ໂດຍປົກກະຕິແລ້ວການຈ່າຍເງິນເດືອນຂອງແຕ່ລະຕໍາແໜ່ງຈະຂຶ້ນຢູ່ກັບຖານເງິນເດືອນຂອງແຕ່ລະບໍລິສັດ ດັ່ງນັ້ນ, ຖ້າຫາກເຈົ້າຫາກໍຮຽນຈົບ ບໍ່ມີປະສົບການເຮັດວຽກມາກ່ອນແຕ່ຢາກໄດ້ເງິນເດືອນຫຼາຍ ເຈົ້າຕ້ອງມີຄວາມສາມາດໃນການໃຊ້ພາສາທີ 3 ນອກຈາກພາສາອັງກິດ ກໍອາດເປັນພາສາຈີນ, ຍີ່ປຸ່ນ, ເກົາຫຼີ ຫຼື ຝຣັ່ງ ເພາະໃນບໍລິສັດສ່ວນໃຫຍ່ຈະມີເງິນພິເສດຄ່າພາສາໃຫ້ແກ່ພະນັກງານປະມານ 2000 – 5000 ບາດ ເຊິ່ງຖ້າເຈົ້າຮູ້ພາສາຫຼາຍເທົ່າໃດເຈົ້າກໍຈະໄດ້ເງິນເດືອນສູງຂຶ້ນນໍາອີກດ້ວຍ.
ເຖິງຈະຍັງບໍ່ມີປະສົບການໃນການເຮັດວຽກ ຫຼື ມີຄວາມຮູ້ເລື່ອງຂອງການເຮັດວຽກໃນສາຍນັ້ນ ແຕ່ເຈົ້າສາມາດພັດທະນາຄວາມສາມາດຂອງຕົນເອງດ້ວຍການຫາຄວາມຮູ້ເພີ່ມເຕີມໃນສາຍອາຊີບທີ່ເຈົ້າເຮັດ ບໍ່ວ່າຈະເປັນການອ່ານໜັງສື, ການເຂົ້າຮ່ວມງານເຝິກອົບຮົມ, ການສໍາມະນາຈາກໜ່ວຍງານພາຍນອກ ລວມໄປເຖິງການຕິດຕາມຂ່າວສານບ້ານເມືອງໃນແວດວົງສາຍວຽກຂອງເຈົ້າ
ການທີ່ກ້າວຂຶ້ນເປັນຫົວໜ້າວຽກໄດ້ ເຈົ້າຕ້ອງມີຄວາມຮູ້ ແລະ ປະສົບການໃນວຽກງານທີ່ເຈົ້າເຮັດແບບຮອບດ້ານ ບໍ່ເລືອກວຽກ, ສາມາດເຮັດວຽກໄດ້ຫຼາຍຢ່າງ, ຫຼາຍໜ້າທີ່ ເຖິງແມ່ນວ່າຈະເປັນພຽງແຕ່ເອກະສານນ້ອຍໆກໍຕາມ ເພາະວຽກທຸກໜ້າທີ່ລ້ວນແຕ່ມີຄວາມສໍາຄັນກ່ຽວເນື່ອງກັນໝົດ.
ຖ້າຫາກເຈົ້າເຮັດວຽກ ແລະ ມີປະສົບການດ້ານວຽກທີ່ເຈົ້າຮັບຜິດຊອບມາໄລຍະໜຶ່ງແລ້ວ ບໍລິສັດກໍາລັງພົບກັບບັນຫາ ຫຼື ຕ້ອງການຕົວຊ່ວຍ ເຈົ້າຄວນສະເໜີຕົນເອງ ຫຼື ສະເໜີໂປຣເຈັກໃໝ່ໆ ເພື່ອຈະໄດ້ຮ່ວມເປັນສ່ວນໜຶ່ງໃນການຊຸກຍູ້ອົງກອນໃຫ້ກ້າວໄປຂ້າງໜ້າ ຫຼື ຊ່ວຍແກ້ບັນຫາໃຫ້ກັບບໍລິສັດ ຖ້າຫາກເຈົ້າສາມາດເຮັດໄດ້ດີ ເຮັດໃຫ້ຜົນງານຂອງເຈົ້າອາດເຂົ້າຕາຜູ້ບໍລິຫານ ຍັງຈະເພີ່ມໂອກາດໃນການໄດ້ຮັບການໂປຣໂໝດວຽກໃຫ້ກັບເຈົ້າເອງອີກດ້ວຍ.
ບໍ່ມີໃຜທີ່ບໍ່ເຄີຍເຮັດວຽກຜິດພາດ ແຕ່ການເຮັດວຽກຜິດພາດນັ້ນຕ້ອງຮູ້ຈັກວິທີການຈັດການກັບບັນຫາ ປັບປຸງ ແລະ ພັດທະນາຕົນເອງ ບໍ່ພຽງແຕ່ການເຮັດຜິດພາດແລ້ວຈົມຢູ່ກັບບັນຫາຈົນສົ່ງຜົນກັບວຽກທີ່ເຮັດຢູ່ໃນປັດຈຸບັນ.
ຖ້າຫາກວ່າເຮັດວຽກມາໄດ້ໄລຍະໜຶ່ງແລ້ວ ແລະ ຮູ້ວ່າຕ້ອງການຈະກ້າວໜ້າໃນວຽກງານໃດ ເຈົ້າຄວນສຶກສາຕໍ່ລະດັບປະລິນຍາໂທໃນສາຂາທີ່ເຈົ້າຮຽນມາ ເພື່ອເປັນການເພີ່ມໂອກາດຄວາມກ້າວໜ້າໃນຕໍາແໜ່ງໜ້າທີ່ທີ່ເຈົ້າຮັບຜິດຊອບຢູ່ ຫຼື ໃຊ້ເປັນໃບເບີກທາງໃນກໍລະນີທີ່ເຈົ້າຕ້ອງການປ່ຽນວຽກ ເຂົ້າໄປເຮັດວຽກໃນບໍລິສັດໃຫຍ່ໆ ນອກຈາກນີ້ການຮຽນຕໍ່ໃນລະດັບປະລິນຍາໂທ ຍັງຈະຊ່ວຍເພີ່ມເຄືອຂ່າຍໃນການເຮັດວຽກທີ່ກົງກັບວຽກງານຂອງເຈົ້າອີກດ້ວຍ.
ທັງໝົດນີ້ເປັນວິທີທີ່ຈະຊ່ວຍໃຫ້ເຈົ້າມີໂອກາດເພີ່ມເງິນເດືອນໃນບໍລິສັດເກົ່າທີ່ເຈົ້າເຮັດຢູ່ ເຊິ່ງຖ້າຫາກເຈົ້າບໍ່ເຄີຍມີປະສົບການການເຮັດວຽກມາກ່ອນ ການທີ່ຈະສະສົມປະສົບການເຫຼົ່ານີ້ໄດ້ຕ້ອງໃຊ້ເວລາປະມານ 1-2 ປີ ຫຼື ຖ້າຫາກເຈົ້າຕ້ອງການປ່ຽນວຽກໃໝ່ເຈົ້າຕ້ອງນໍາປະສົບການ ຄວາມສາມາດທີ່ມີມາຂຽນໃສ່ Resume ໃໝ່, ອັບເດດຂໍ້ມູນໃຫ້ມີຄວາມໜ້າສົນໃຈ ເມື່ອເຖິງເວລານັ້ນເຈົ້າຈະສາມາດເອີ້ນເງິນເດືອນໄດ້ຕາມທີ່ຕ້ອງການ.
Jobsdb.com
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2024 cvConnect.la CVCONNECT Co., Ltd.