ຕໍາແໜ່ງດີ ຫຼື ເງິນເດືອນສູງ ຄວນເລືອກແບບໃດ?

timer

remove_red_eye 0 views


cvConnect.la - ຕໍາແໜ່ງດີ ຫຼື ເງິນເດືອນສູງ ຄວນເລືອກແບບໃດ?

          ສໍາລັບນັກສຶກສາຈົບໃໝ່ທີ່ຊອກວຽກເຮັດໄດ້ຄືສິ່ງທີ່ດີ ແລະ ການທີ່ໄດ້ເຮັດວຽກແລ້ວໄດ້ຮັບເງິນເດືອນເພື່ອລ້ຽງຕົນເອງໄດ້ຄືສິ່ງທີ່ດີທີ່ສຸດ ແຕ່ສໍາລັບຄົນທີ່ເຮັດວຽກມີປະສົບການແລ້ວ ແລະ ກໍາລັງຊອກຫາຄວາມກ້າວໜ້າໃນຊີວິດ ກໍຕ້ອງເຄີຍຜ່ານ ຫຼື ກໍາລັງປະສົບກັບສະຖານະການທີ່ຕໍາແໜ່ງໜ້າທີ່ວຽກງານຄວາມຮັບຜິດຊອບ ແລະ ຄ່າຕອບແທນທີ່ຜິກພັນກັນ ກໍຄືຕໍາແໜ່ງວຽກທີ່ບໍ່ສູງແຕ່ຢູ່ໃນອົງກອນທີ່ສາມາດໃຫ້ຄ່າຕອບແທນ ແລະ ເງິນເດືອນດີ ຫຼື ໃນທາງກົງກັນຂ້າມກໍຄື ຕໍາແໜ່ງວຽກຄືຢູ່ໃນລະດັບຫົວໜ້າ ຫຼື ຜູ້ຈັດການແຕ່ເປັນອົງກອນທີ່ໃຫ້ເງິນເດືອນບໍ່ສູງ.

 

          ເຫດການລັກສະນະນີ້ເປັນສິ່ງທ້າທາຍຄົນທີ່ຊອກເຮັດວຽກຫຼາຍພໍສົມຄວນ ຖ້າເປັນຄົນທີ່ຄິດວ່າຕ້ອງຂະຫຍາຍຄວາມກ້າວໜ້າຂອງໜ້າທີ່ວຽກງານ ແລະ ການວາງແຜນສູ່ການຈັດການເງິນເພື່ອອະນາຄົດອີກນັ້ນ ບາງຄັ້ງກໍເປັນການຄິດບໍ່ຕົກແຕກເຊັ່ນກັນ ຜູ້ຂຽນເອງກໍເຫັນໃຈຜູ້ທີ່ຊອກວຽກທຸກຄົນທີ່ກໍາລັງຢູ່ໃນຊ່ວງແຫ່ງການຕັດສິນໃຈ ຈຶ່ງຂໍນໍາເອົາຫຼັກການພິຈາລະນາທີ່ໜ້າຈະໃຊ້ເປັນແນວທາງໃຫ້ເລືອກໄດ້ວ່າ ລະຫວ່າງເງິນເດືອນກັບຕໍາແໜ່ງ ເຈົ້າຈະເລືອກຫຍັງ?

 

          ອັນດັບທໍາອິດ ຫຼັກການເຫດຜົນທີ່ງ່າຍທີ່ສຸດຈະນໍາຄໍາຕອບມາ ບາງຄົນສາມາດຕັດສິນໃຈໄດ້ງ່າຍໆຈາກການຈັດລໍາດັບຄວາມສໍາຄັນໃນຊີວິດຂອງເຈົ້າໄດ້ຊັດເຈນ ຖ້າຫາກເຈົ້າພິຈາລະນາແລ້ວເຫັນວ່າໃນຕອນນີ້ຕ້ອງການທີ່ຈະເກັບເງິນເພື່ອສ້າງເນື້ອສ້າງຕົວ ແລະ ມີແຜນໃນການສ້າງຄວາມກ້າວໜ້າໃນຊີວິດເປັນຊ່ວງເວລາ ເຊັ່ນ ຕັ້ງເປົ້າໝາຍວ່າຈະຂຶ້ນສູ່ຕໍາແໜ່ງຜູ້ຈັດການໃຫ້ໄດ້ໃນອີກ 5 ປີ ເຈົ້າສາມາດເລືອກວຽກທີ່ໃຫ້ເງິນຄ່າຕອບແທນສູງກວ່າໄດ້ ແລະ ໃນໄລຍະເວລາທີ່ກໍານົດໄວ້ນັ້ນເຈົ້າສາມາດເກັບກ່ຽວເອົາປະສົບການທີ່ຈະຂຶ້ນສູ່ຕໍາແໜ່ງທີ່ສູງຂຶ້ນໄດ້ເຊັ່ນ ຄົນໃນຊ່ວງອາຍຸ 28 – 32 ປີ ຈະຄິດແບບນີ້ໄດ້.

 

          ໃນທາງກົງກັນຂ້າມ ຖ້າຫາກເຈົ້າຢູ່ໃນຊ່ວງອາຍຸທີ່ການມີຕໍາແໜ່ງວຽກສໍາຄັນຕໍ່ພາບລັກໃນອາຊີບແລ້ວ ເຊັ່ນ ອາຍຸ 40 ປີຂຶ້ນໄປ ການເລືອກວຽກໃນຕໍາແໜ່ງທີ່ສູງຈະດີກວ່າ ແລະ ຖ້າຫາກເຈົ້າບໍ່ມີຄວາມລໍາບາກໃນເລື່ອງເງິນ ກໍຍິ່ງຕ້ອງເລືອກຕໍາແໜ່ງ ແລະ ບໍ່ແມ່ນວ່າໃຫ້ເຈົ້າປະຕິເສດເງິນຄ່າຕອບແທນທີ່ຫຼາຍກວ່າ ແຕ່ຈະບອກໃຫ້ຮູ້ວ່າຕໍາແໜ່ງທີ່ສູງກວ່າສໍາລັບຄົນທີ່ອາຍຸ 40 ປີຂຶ້ນໄປຈະເປັນຫົນທາງສູ່ອະນາຄົດ ເພາະວ່າເຈົ້າສາມາດເກັບປະສົບການໃນຕໍາແໜ່ງນີ້ເພື່ອໃຫ້ຕົນເອງໄປສູ່ຕໍາແໜ່ງດຽວກັນ ຫຼື ສູງກວ່າໃນອົງກອນອື່ນອີກ ແລະ ການເຮັດວຽກໃນຕໍາແໜ່ງທີ່ມີອໍານາດຄວາມຮັບຜິດຊອບສູງຈະນໍາພາໃຫ້ເຈົ້າໄປສູ່ສັງຄົມ ເຊັ່ນ ໃນແວດວົງຂອງນັກບໍລິຫານ ຈະເປັນຈຸດທີ່ນໍາພາເຈົ້າໄປສູ່ຄວາມກ້າວໜ້າໃນໜ້າທີ່ການງານທີ່ດີຍິ່ງຂຶ້ນ ແລະ ການສ້າງລາຍໄດ້ທີ່ດີຂຶ້ນຢ່າງແນ່ນອນ.

 

          ເຫດຜົນໃນເລື່ອງຄວາມຈໍາເປັນ ແລະ ຊ່ວງອາຍຸອາດຈະບໍ່ສໍາຄັນສໍາລັບບາງຄົນເລີຍກໍໄດ້ ຖ້າຫາກເຈົ້າຮູ້ວ່າຕົນເອງມີແຮງຈູງໃຈເປັນຢ່າງອື່ນເຊັ່ນ ຄວາມທ້າທາຍ ຫຼື ຢາກຈະເຮັດສິ່ງໃດສິ່ງໜຶ່ງເພື່ອຕອບສະໜອງຄວາມຕັ້ງໃຈຂອງຕົນເອງ ຫຼື ເຮັດເພື່ອຜູ້ອື່ນ ໃນຈຸດນີ້ຊື່ຕໍາແໜ່ງ ຫຼື ເງິນເດືອນຈະບໍ່ສໍາຄັນເລີຍ ແຕ່ຈະພິຈາລະນາເລື່ອງວຽກງານຫຼາຍກວ່າວ່າ ຢາກເຮັດວຽກຫຍັງ, ເພື່ອຫຍັງ ສິ່ງເຫຼົ່ານີ້ຈະເປັນການນໍາຕົນເອງອອກມາຈາກກອບ ແລະ ໃຫ້ອິດສະຫຼະແກ່ຕົນເອງໄດ້ຊັດເຈນ.

 

 

ທີ່ມາ: heartotexasnews.com

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now