5 ສັນຍານ!! ວຽກທີ່ເຮັດຢູ່ແມ່ນວຽກສໍາລັບເຈົ້າຫຼືບໍ່?

timer

remove_red_eye 0 views


cvConnect.la - 5 ສັນຍານ!! ວຽກທີ່ເຮັດຢູ່ແມ່ນວຽກສໍາລັບເຈົ້າຫຼືບໍ່?

          ເຊື່ອວ່າຫຼາຍໆຄົນອາດກໍາລັງພົບກັບບັນຫາໃນເລື່ອງການເຮັດວຽກຢູ່ແນ່ນອນ ເມື່ອໄດ້ເລີ່ມເຮັດວຽກມາໄດ້ໄລຍະໜຶ່ງແລ້ວກໍຕ້ອງຄິດວ່າເຮົາຈະໄປຕໍ່ກັບວຽກນີ້ດີ ຫຼື ບໍ່ ດັ່ງນັ້ນໃນບົດຄວາມນີ້ ຊີວີຄອນເນັກ 5 ສັນຍານທີ່ເຈົ້າເຮັດຢູ່ແມ່ນສໍາລັບເຈົ້າຫຼືບໍ່? ຖ້າພ້ອມແລ້ວມາເບິ່ງກັນເລີຍ.

 

1. ໄດ້ຮຽນຮູ້ທັກສະໃໝ່ໆ ທີ່ບໍ່ແມ່ນທັກສະທີ່ມີຢູ່

          ໃນປັດຈຸບັນເຮົາຈະສັງເກດເຫັນໄດ້ວ່ານັກສຶກສາທີ່ຈົບໃໝ່ ຫຼື ຄົນທີ່ກໍາລັງເບິ່ງຫາວຽກໃໝ່ຢູ່ນັ້ນ ໄດ້ມີການເລີ່ມທີ່ຈະຊອກຫາວຽກທີ່ສາມາດພັດທະນາຕົນເອງໄປພ້ອມໆກັບການເຮັດວຽກໃຫ້ບໍລິສັດກ້າວໜ້າໄປນໍາກັນ ເຊິ່ງສະແດງໃຫ້ເຫັນວ່າພວກເຂົາຕ້ອງການທັກສະການເຮັດວຽກຫຼາຍກວ່າຊື່ຕໍາແໜ່ງວຽກ ໂດຍທີ່ພວກເຂົາຈະເບິ່ງວ່າການເຮັດວຽກໃນບໍລິສັດ ຫຼື ອົງກອນທີ່ຊ່ວຍໃຫ້ພວກເຂົາສາມາດພັດທະນາຕົນເອງໄດ້ ເພາະນອກຈາກຈະເປັນການປູທາງຄວາມສໍາເລັດໃຫ້ບໍລິສັດແລ້ວ ຍັງເປັນການປູທາງໄປສູ່ຄວາມສໍາເລັດຂອງຕົນເອງອີກດ້ວຍ.

 

2. ມີເສັ້ນທາງການເຕີບໂຕທີ່ຊັດເຈນ

          ບໍ່ວ່າເຮົາເອງຈະເຮັດວຽກໃຫ້ບໍລິສັດຂະໜາດນ້ອຍ ຫຼື ໃຫຍ່ ເຊື່ອໄດ້ເລີຍວ່າທຸກຄົນກໍຕ້ອງການທີ່ຈະເລື່ອນຂັ້ນ ແລະ ເຕີບໂຕໃນໜ້າທີ່ການງານ ດັ່ງນັ້ນ, ກ່ອນທີ່ພວກເຂົາຈະເລືອກສະໝັກໃນບໍລິສັດ ຫຼື ອົງກອນນັ້ນໆ ພວກເຂົາຈະຕ້ອງໝັ້ນໃຈກ່ອນວ່າ ພວກເຂົາມີໂອກາດກ້າວໜ້າໃນເສັ້ນທາງອາຊີບນີ້ຢ່າງຊັດເຈນ.

 

3. ມີຄວາມສົມດຸນໃນການເຮັດວຽກ

          ກວດສອບໃຫ້ແນ່ໃຈວ່າຊີວິດການເຮັດວຽກຂອງເຮົາຈະບໍ່ລົບກວນຊີວິດສ່ວນຕົວຫຼາຍເກີນໄປ ເຖິງແມ່ນວ່າວຽກນັ້ນຈະເປັນວຽກທີ່ເຮົາມັກຫຼາຍກໍຕາມ ແລະ ຖ້າຫາກວ່າຕ້ອງພົບກັບວຽກທີ່ມີຄວາມສົມດຸນກັບເລື່ອງຂອງເວລາແລ້ວສະແດງວ່າ ວຽກນັ້ນເປັນວຽກທີ່ແມ່ນສໍາລັບເຈົ້າທີ່ສຸດ.

 

4. ໄດ້ຮັບແຮງບັນດານໃຈຈາກວຽກທີ່ເຮັດຫຼືບໍ່?

           ຫຼາຍໆຄົນອາດຈະຮູ້ສຶກວ່າຕົນເອງໄດ້ມາເຖິງຈຸດສູງສຸດຂອງການເຮັດວຽກແລ້ວ ເມື່ອເຮົາໃຊ້ທັກສະຂອງຕົນເອງເພື່ອຕອບແທນຜູ້ອື່ນໄດ້ ບໍ່ວ່າຈະເປັນວຽກອາສາສະໝັກ ຫຼື ການໃຫ້ຄໍາປຶກສາກໍຕາມ ໂດຍທີ່ໃຫ້ຄວາມສໍາເລັດສ່ວນໃຫຍ່ບໍ່ໄດ້ເກີດຈາກສິ່ງທີ່ເຮົາຄິດຢ່າງດຽວ ແຕ່ມັນອາດຈະເກີດຈາກແຮງບັນດານໃຈອ້ອມແອ້ມຕົວເຮົາກໍອາດເປັນໄດ້.

 

5. ໄດ້ຮັບຄໍາຍ້ອງຍໍຈາກວຽກທີ່ເຮັດ

          ການເຮັດວຽກນອກຈາກທີ່ທຸກຄົນຈະຫວັງໄດ້ພັດທະນາທັກສະຄວາມສາມາດ ໄດ້ເລື່ອນຂັ້ນແລ້ວ ອີກຢ່າງໜຶ່ງທີ່ທຸກຄົນຕ້ອງການຄື “ຄໍາຍ້ອງຍໍ” ຈາກວຽກທີ່ໄດ້ເຮັດນໍາ ເພາະມັນຈະເປັນການເພີ່ມແຮງຈູງໃຈໃນການເຮັດວຽກເຮັດໃຫ້ເຮົາມີແຮງທີ່ຈະຄິດວຽກໄອເດຍດີໆອອກມານັ້ນເອງ.

 

 

ທີ່ມາ campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now