5 ບັນຫານັກສຶກສາຈົບໃໝ່ຕ້ອງພົບເມື່ອເລີ່ມເຮັດວຽກ

timer

remove_red_eye 0 views


cvConnect.la - 5 ບັນຫານັກສຶກສາຈົບໃໝ່ຕ້ອງພົບເມື່ອເລີ່ມເຮັດວຽກ

 

          ບັນຫາອຸປະສັກສໍາລັບການເລີ່ມເຮັດວຽກຄັ້ງທໍາອິດນັ້ນ ເປັນສິ່ງທີ່ນັກສຶກສາຈົບໃໝ່ມັກຈະກັງວົນ ແນ່ນອນວ່າແມ່ນໃຜກໍເປັນເຊັ່ນດຽວກັບຜູ້ຂຽນເອງ ທີ່ມີຄວາມຮູ້ສຶກຕື່ນເຕັ້ນ, ບໍ່ໝັ້ນໃຈ. ເມື່ອຊີວິດໄດ້ກ້າວເຂົ້າໃນໄວເຮັດວຽກ ມາເບິ່ງກັນວ່າບັນຫາທີ່ມັກພົບຫຼາຍທີ່ສຸດ ກ່ອນທີ່ຈະກ້າວເຂົ້າມາເຮັດວຽກຢ່າງເຕັມໂຕ.

 

1. ຂາດການກຽມຕົວກ່ອນລົງສະໜາມ

          ບາງຄັ້ງຍັງບໍ່ຊິນເຄີຍຕໍ່ການເລີ່ມຕົ້ນທີ່ຈະເປັນຜູ້ໃຫຍ່ຫຼາຍຂຶ້ນ ຍັງມີຊີວິດທີ່ຕິດຫຼິ້ນ, ກິນ, ທ່ຽວຄືກັບເດັກນ້ອຍຢູ່, ຂາດຄວາມຮັບຜິດຊອບ ເມື່ອກ້າວເຂົ້າສູ່ການເຮັດວຽກຢ່າງແທ້ຈິງ ເຈົ້າກໍຕ້ອງມີຄວາມຮັບຜິດຊອບໃຫ້ສູງຂຶ້ນ ສະແດງຄວາມສາມາດໃຫ້ຫົວໜ້າໄດ້ເຫັນຢ່າງເຕັມທີ່ ແລະ ມີຄວາມຜິດພາດໃຫ້ໜ້ອຍທີ່ສຸດ.

 

2. ວຽກທີ່ໄດ້ຮັບ ຍັງບໍ່ຖະໜັດມື

          ອາດເປັນຍ້ອນຮຽນຈົບມາໃໝ່ໆ ການທີ່ໄດ້ລົງມືປະຕິບັດຈຶ່ງເຮັດໃຫ້ເຈົ້າຮູ້ສຶກຕື່ນເຕັ້ນໄດ້ ເພາະໃນຫ້ອງຮຽນນັ້ນບໍ່ໄດ້ມີສອນ ເຊິ່ງອາດຈະຮູ້ສຶກວ່າມັນຍາກໃນຊ່ວງທໍາອິດ ແລະ ຢ້ານບໍ່ຖືກໃຈກັບຫົວໜ້າ ແຕ່ທຸກສິ່ງທຸກຢ່າງຕ້ອງຮຽນຮູ້ ເມື່ອເລີ່ມເຮັດໄປໄດ້ໄລຍະໜຶ່ງ ເຈົ້າກໍຈະເກີດຄວາມເຄີຍຊິນເຄີຍ ຕໍ່ໄປກໍຈະເຮັດໄດ້ຢ່າງສະບາຍ.

 

3. ບໍ່ມີພະລັງໃຈ

          ຖ້າຫາກວ່າເຈົ້າຕ້ອງພົບກັບວຽກທີ່ຍາກທີ່ຈະຮັບມື ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ເຈົ້າຮູ້ສຶກໝົດກໍາລັງໃຈແນ່ນອນ ເມື່ອເຈົ້າບໍ່ມີພະລັງໃນການເຮັດວຽກ ເຈົ້າກໍຈະຮູ້ສຶກວ່າບໍ່ສາມາດເຮັດວຽກນີ້ໄດ້ແນ່ນອນ ຢ່າປ່ອຍໃຫ້ຄວາມຮູ້ສຶກເຫຼົ່ານີ້ມາບັ່ນທອນຈິດໃຈຕົນເອງ, ຕ້ອງລຸກຂຶ້ນມາສູ້, ບອກກັບຕົນເອງວ່າຕ້ອງເຮັດ ແລະ ຜ່ານມັນໄປໃຫ້ໄດ້, ຂໍພຽງມີຄວາມໝັ້ນໃຈ ແລະ ຢ່າລືມວ່າເຈົ້າຍັງມີຫົວໜ້າທີ່ໃຫ້ຄໍາປຶກສາເຈົ້າໄດ້ຢູ່ສະເໝີ.

 

4. ລະບົບທີມງານບໍ່ລົງຕົວ

          ຂຶ້ນຊື່ຄໍາວ່າ “ທີມ” ກໍຕ້ອງປະກອບໄປດ້ວຍບຸກຄະລາກອນຫຼາຍຄົນ ແນ່ນອນວ່າການເຮັດວຽກຂອງແຕ່ລະຄົນນັ້ນຕ້ອງແຕກຕ່າງກັນອອກໄປຫຼາຍໆຮູບແບບ ບາງຄົນເຮັດວຽກໄວ, ບາງຄົນເຮັດວຽກຊ້າ, ອາດຈະມີເລື່ອງຂອງຈັງຫວະໃນການເຮັດວຽກບໍ່ເປັນເລື່ອງທີ່ແປກ,​ ທາງທີ່ດີຄວນປຶກສາຫັນໜ້າລົມກັນ ເຖິງຮູບແບບການເຮັດວຽກຂອງແຕ່ລະຄົນເພື່ອໃຫ້ເຂົ້າໃຈໄປໃນທິດທາງຂອງກັນ ໂອກາດຄວາມສໍາເລັດໃນທີມກໍຈະມີຫຼາຍຂຶ້ນ.

 

5. ຂາດສາຍສໍາພັນ

          ການເຂົ້າເປັນພະນັກງານໃໝ່ ຕ້ອງຮູ້ຈັກອ່ອນນ້ອມຖ່ອມຕົນ ຮູ້ຈັກແນະນໍາຕົນເອງ ເພື່ອສ້າງຄວາມສໍາພັນອັນດີ ແລະ ຮູ້ສຶກຜູກມິດ ກໍຈະເຮັດໃຫ້ມີເພື່ອນຮ່ວມງານໄດ້ໄວຂຶ້ນ, ຖ້າຫາກເຈົ້າຍັງເປັນຄົນເວົ້າໜ້ອຍ, ບໍ່ກ້າທີ່ຈະເປີດການສົນທະນາ ອາດຈະເຮັດໃຫ້ຄົນອື່ນເບິ່ງເຈົ້າເປັນຄົນທີ່ມີໂລກສ່ວນຕົວສູງ, ຂາດມະນຸດສໍາພັນ ເຊິ່ງຈະເຮັດໃຫ້ເກີດບັນຫາດ້ານສະພາບແວດລ້ອມໃນການເຮັດວຽກຕາມມາພາຍຫຼັງຢ່າງແນ່ນອນ.

 

          5 ບັນຫາທີ່ກ່າວມານີ້ເປັນພຽງບັນຫາເລັກນ້ອຍເທົ່ານັ້ນ ທີ່ເຈົ້າຈະຕ້ອງພົບ ສະນັ້ນ, ຕ້ອງກຽວຕົວໃຫ້ພ້ອມກັບການເລີ່ມຕົ້ນໃນການໃຊ້ຊີວິດຂອງຄົນເຮັດວຽກ, ກ້າວໄປສູ່ຄວາມເປັນຜູ້ໃຫຍ່ຢ່າງເຕັມຕົວ Cvconnect ຂໍເປັນກໍາລັງໃຈໃຫ້ທຸກຄົນ.

 

 

ທີ່ມາJOBBKK.COM

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now