ບົດສໍາພາດ: ທ່ານ ວິສະນຸພອນ ແສງພົມເພັດ ເຈົ້າຂອງຮ້ານ LOKO Clothing

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ວິສະນຸພອນ ແສງພົມເພັດ ເຈົ້າຂອງຮ້ານ LOKO Clothing

 

          Loko Clothing ​ຮ້ານເສື້ອຜ້າທີ່ເປັນແບຣນຂອງຄົນລາວໃສ່ໃຈຄຸນນະພາບ, ມີເອກະລັກ ແລະ ຄວາມແຕກຕ່າງທີ່ບໍ່ຄືໃຜ.

          ມື້ນີ້ທີມງານຊີວີຄອນເນັກ ໄດ້ມີໂອກາດໄປສໍາພາດເຈົ້າຂອງຮ້ານ LOKO Clothing ທີ່ຢາກໃຫ້ແບຣນເສື້ອຜ້າຂອງຄົນລາວເປັນທີ່ຮູ້ຈັກໃນທົ່ວໂລກ ແລະ ມາເບິ່ງຄວາມເປັນມາຂອງທຸລະກິດເສື້ອຜ້ານີ້ກັນເລີຍ.

 

1. ຈຸດເລີ່ມຕົ້ນໃນການເປີດຮ້ານນີ້ຂຶ້ນມາ? ເປີດໄດ້ດົນປານໃດແລ້ວ?

          ຈຸດເລີ່ມຕົ້ນໃນການເປີດຮ້ານແມ່ນ ຂ້າພະເຈົ້າເປັນຄົນທີ່ມັກໃນການແຕ່ງຕົວ (ແຟຊັ່ນ), ໄປຊອກຊື້ເຄື່ອງນຸ່ງຂອງແທ້ຢູ່ລາວບໍ່ມີ, ຢູ່ໄທກໍຊອກຍາກ ເຖິງຈະມີແຕ່ກໍບໍ່ມີຫຼາຍ ໃນຊ່ວງປີ 2005 – 2006 ເລີ່ມມັກແຕ່ງຕົວຫຼາຍຂຶ້ນ ເຊິ່ງມີພີ່ນ້ອງຢູ່ຕ່າງປະເທດອາເມລິກາເບື້ອງຕົ້ນກໍບອກເພິ່ນຊື້ເສື້ອຜ້າຢູ່ພຸ້ນແລ້ວຝາກມາໃຫ້ ແລ້ວຈາກນັ້ນກໍມີຄົນມາຖາມວ່າຊື້ຢູ່ໃສ? ເອົາມາແຕ່ໃສ? ເລີຍສັ່ງມາໃສ່ນໍາ ແລະ ກໍຂາຍພ້ອມໃຫ້ໝູ່ ຫຼື ຄົນຮູ້ຈັກທົ່ວໄປ ຈົນມາເຖິງປີ 2010 – 2012 ເປັນຊ່ວງທີ່ເຂົ້າວິທະຍາໄລ ກໍມີຄວາມຄິດວ່າຖ້າເຮົາບໍ່ຢາກຮຽນຕໍ່ແມ່ນຈະເຮັດຫຍັງດີ ຈະເປີດຮ້ານເສື້ອຜ້າດີບໍ່? ຖ້າບໍ່ໄດ້ຂາຍເຮົາກໍເອົາມາໃສ່ເອງເພາະໂດຍສ່ວນຕົວກໍມັກຢູ່ແລ້ວ ແລະ ເຮົາກໍເປັນສິລະປິນຮິບ-ຮັອບ, ນັກຮ້ອງແຣັບເປີ້ວົງ ຈີ - ບຣັດສ ຜົນງານເພງ “ທ້າວບຸນຕັນ” ເຊິ່ງຮິບ-ຮັອບ ແລະ ແຟຊັ່ນແມ່ນຈະໄປນໍາກັນຢູ່ແລ້ວ ແລະ ຊ່ວງນັ້ນເອງເຮົາຈະສັ່ງໝວກ, ເສື້ອຜ້າ, ເກີບຕ່າງໆ ມາໃສ່ ແລະ ຂາຍໄປນໍາ ແລ້ວມີໄອເດຍວ່າຢາກເປີດຮ້ານຂາຍ.

          ຈົນຮອດປີ 2013 ແມ່ນເປີດຮ້ານແຕ່ຍັງບໍ່ເປັນທາງການ ພຽງແຕ່ສັ່ງເຄື່ອງຢູ່ຕ່າງປະເທດແລ້ວເອົາມາຂາຍເປັນການຂາຍອອນລາຍແນ່ ແລະ ມີໜ້າຮ້ານພ້ອມ ເພື່ອສະດວກໃນການເລືອກເບິ່ງ ແລະ ຊື້ຕາມທີ່ມັກໄດ້ ເຊິ່ງຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ເປັນສາຂາທໍາອິດເລີຍ ເມື່ອຂາຍໄປໄດ້ໄລຍະເວລາ 5-6 ເດືອນ ທີ່ເຮົານໍາເຄື່ອງຂອງແທ້ຈາກຕ່າງປະເທດມາຂາຍ ເນື່ອງຈາກເປັນສິນຄ້າຂອງເຂົາເຈົ້າ ແລະ ຕົ້ນທຶນກໍມີລາຄາສູງ, ເຮັດໃຫ້ລູກຄ້າບາງຄົນກໍເຂົ້າເຖິງບໍ່ໄດ້ ມີແຕ່ຈໍາພວກທີ່ມັກແທ້ໆຈຶ່ງຈະຊື້ ກໍເລີຍຄິດວ່າຄວນຈະສ້າງແບຣນເສື້ອຜ້າຂຶ້ນມາເອງ ເຊິ່ງມີແຟນເພງທີ່ຕິດຕາມ, ໝູ່ຄູ່ຕ່າງໆທີ່ມັກໃນການແຕ່ງຕົວລັກສະນະແບບນີ້ ກໍເລີຍສ້າງຂຶ້ນມາໃສ່ຊື່ວ່າ “ໂລໂກ້ (LOKO)” ໃນພາສາສະເປນທີ່ແປວ່າ “ບ້າ (Crazy)” ເຊິ່ງໝາຍຄວາມວ່າໄວໜຸ່ມຍັງນ້ອຍທີ່ກໍາລັງຢາກຄິດຢາກລອງ, ໄຟແຮງຕ່າງໆ ແລະ ອີກສ່ວນໜຶ່ງກໍແມ່ນຊື່ຫຼິ້ນຂອງຂ້າພະເຈົ້າເອງ.

 

 

2. ກຸ່ມລູກຄ້າແມ່ນປະເພດໃດ? ແມ່ນຫຍັງທີ່ເປັນຈຸດເດັ່ນຂອງຮ້ານ? ຊ່ອງທາງໃນການໂປໂໝດຮ້ານມີຫຍັງແດ່?

  • ກຸ່ມລຸກຄ້າມີທັງຊາຍ ແລະ ຍິງ ອາຍຸຕັ້ງແຕ່ 11 ປີຂຶ້ນໄປຈົນເຖິງ 45 ປີ ເພາະແຟຊັ່ນແບບນີ້ແມ່ນບໍ່ຈໍາກັດເພດ, ໄວ,​ ບໍ່ວ່າໃຜ ຖ້າມັກແບບນີ້ກໍສາມາດຊື້ໄດ້ເລີຍ ແລະ ກຸ່ມລູກຄ້າກໍມີທັງຄົນລາວ ແລະ ຕ່າງປະເທດເຊັ່ນ ຫວຽດນາມ, ໄທ, ຈີນ, ອັອສເຕເລຍ, ອາເມລິກາ...ທີ່ສັ່ງຊື້ຜ່ານ Facebook ແລະ Instagram ແລະ ຮັບຈັດສົ່ງພ້ອມ.
  • ຈຸດເດັ່ນຂອງຮ້ານເຮົາແມ່ນ ມີຄວາມເປັນເອກະລັກເປັນຂອງຕົນເອງ ເປັນຕົ້ນໃນການອອກແບບເສື້ອຜ້າຂອງເຮົາຈະອອກເປັນແບບທາງອາເມລິກາ, ມີຄວາມແຕກຕ່າງຈາກບ້ານເຮົາ ແຕ່ເຮົາກໍບໍ່ຢ້ານເພາະເຮົາມີຈຸດຢືນເປັນຂອງຕົນເອງ ເຮັດໃຫ້ລູກຄ້າສ່ວນຫຼາຍພໍໃຈ. ສໍາລັບລາຄາເລີ່ມຕົ້ນແມ່ນ 155,000 ກີບຂຶ້ນໄປ ເຊິ່ງເຮົາຕັ້ງໃຈເຮັດແທ້ໆ ໂດຍເນັ້ນຄຸນນະພາບ, ເນື້ອຜ້າຕ່າງໆ ຄວາມເປັນເອກະລັກ, ມີສະຕາຍ ເຊິ່ງຂ້າພະເຈົ້າເປັນຄົນເລືອກເອງ ແລະ ອອກແບບເອງທັງໝົດໂດຍຈະມີທີມງານຊ່ວຍກັນ, ການອອກແບບແມ່ນຈະອອກໃໝ່ທຸກໆ 3 ເດືອນ ຈະບໍ່ຄືກັນ ແລະ ຂາຍໝົດແລ້ວແມ່ນໝົດເລີຍຈະບໍ່ເຮັດເພີ່ມອີກ ເຊັ່ນ ການເລືອກເນື້ອຜ້າໃນຊ່ວງຍາມຮ້ອນ ກໍຈະໃຊ້ຜ້າບາງລົງໜ້ອຍໜຶ່ງ ເພື່ອໃຫ້ນຸ້ມເຢັນສະບາຍ ເພາະອາກາດບ້ານເຮົາແມ່ນບໍ່ໜາວຫຼາຍ ແລະ ຊ່ວງຍາມໜາວຈະໃຫ້ຜ້າໜາຂຶ້ນມາໜ້ອຍໜຶ່ງ ເພື່ອໃສ່ຍາມຮ້ອນກໍໄດ້ ແລະ ຍາມໜາວກໍໄດ້ ປະເພດເຄື່ອງນຸ່ງຈະຜະລິດຕັ້ງແຕ່ ເສື້ອຍືດ, ໂສ້ງ, ໝວກ, ກະເປົາ, ເສື້ອກ້າມ, ເສື້ອກັນໜາວ, ໂສ້ງຂາສັ້ນ, ຂາຍາວ ເປັນຕົ້ນ ແລະ ປັດຈຸບັນກໍາລັງຈະຜະລິດເກີບ ແລະ ຊຸດຊັ້ນໃນຂອງຜູ້ຊາຍທີ່ເປັນສິນຄ້າຂອງຄົນລາວໃນໄວໆນີ້.
  • ຊ່ອງທາງໃນການໂປຣໂໝດຮ້ານແມ່ນ Facebook ແລະ Instagram ເປັນຫຼັກ ສໍາລັບໂປຣໂມຊັ່ນເຮົາຈະມັກຈັດຂຶ້ນໃນຊ່ວງວັນຄົບຮອບຂອງຮ້ານ, ຊ່ວງທ້າຍປີ ກໍຈະເຮັດເຊວເຄື່ອງອອກ ຫຼື ຫຼຸດລາຄາລົງອີກຕື່ມ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດຂາຍເສື້ອຜ້າ ແລະ ວິທີແກ້ໄຂບັນຫາດັ່ງກ່າວ?

          ສໍາລັບອຸປະສັກແມ່ນມີຫຼາຍ ບໍ່ໄດ້ເປັນຄືດັ່ງທີ່ເຫັນເຊັ່ນ ບາງຄົນຈະຄິດວ່າຮ້ານນີ້ເປີດມາເປັນ 3 ສາຂາແລ້ວຄືຈະງ່າຍ ເພາະມີແຕ່ພິມເສື້ອອອກມາແລ້ວຂາຍ ແຕ່ຄວາມຈິງແມ່ນມີຫຼາຍກວ່ານັ້ນ ເປັນຕົ້ນ ໂຮງງານທີ່ຜະລິດອອກມາໃຫ້ບາງຄັ້ງກໍບໍ່ໄດ້ມາດຕະຖານ, ບໍ່ຖືກໃຈ, ການເຈລະຈາຕົກລົງ, ຄວາມຜິດພາດຕ່າງໆ ແລະ ຍັງມີຫຼາຍໆສິ່ງທີ່ເຮົາຕ້ອງພົບ ແລະ ຜ່ານມັນມາ ເພາະແຕ່ລະສິນຄ້າທີ່ຈະຜະລິດອອກມາແມ່ນເຮົາຕ້ອງໄດ້ໃຊ້ຄວາມຄິດອອກແບບຕາມຂັ້ນຕອນ, ຮູບແບບຂອງແຕ່ລະປະເພດ, ຈະຫັນປ່ຽນໄປຕາມຍຸກສະໄໝບໍ່ ຫຼື ຈະຍັງຢູ່ກັບຈຸດຢືນຂອງເຮົາ ແລະ ເຮັດແນວໃດໃຫ້ສິນຄ້າທີ່ຜະລິດອອກມາໃຫ້ຖືກໃຈກຸ່ມລູກຄ້າ ເຊິ່ງຈະຕ້ອງໄດ້ໃຊ້ເວລາ, ເປັນສິ່ງທີ່ຍາກຫຼາຍ ແລະ ມີການປ່ຽນແປງຢູ່ຕະຫຼອດຈົນກວ່າຈະເຮັດໃຫ້ອອກມາດີທີ່ສຸດ.

          ແລະ ອີກໜຶ່ງອຸປະສັກຄື ປະຊາກອນຂອງລາວມີໜ້ອຍຫຼາຍ ໃນແຕ່ລະຄັ້ງທີ່ຜະລິດເຄື່ອງອອກມາກໍບໍ່ຄຸ້ມ ເພາະຖ້າຜະລິດອອກມາຫຼາຍກໍຢ້ານເຄື່ອງບໍ່ໝົດ ເປັນສິ່ງທີ່ຍາກຫຼາຍ ຖ້າເຮົາຜະລິດບໍ່ຫຼາຍຕົ້ນທຶນກໍຈະສູງ ຕ້ອງແມ່ນຄົນທີ່ມັກແທ້ໆ ສ່ວນຫຼາຍກໍເປັນໄວໜຸ່ມທີ່ມາຊື້ນໍາເຮົາ.

 

 

4. ທ່ານຄິດວ່າຮ້ານຂາຍເສື້ອຜ້ານີ້ປະສົບຜົນສໍາເລັດແລ້ວຫຼືຍັງ?

          ຂ້າພະເຈົ້າຄິດວ່າ ຮ້ານເສື້ອຜ້າ LOKO Clothing  ແມ່ນປະສົບຜົນສໍາເລັດແລ້ວຢູ່ໃນລະດັບໜຶ່ງ ແຕ່ກໍຍັງບໍ່ເຖິງຈຸດທີ່ຕັ້ງໄວ້ເທື່ອ ເຊິ່ງປັດຈຸບັນຮ້ານຂອງເຮົາມີຢູ່ 3 ສາຂາແລ້ວຄື ສາຂາໂພນພະເນົາ ທີ່ຈະຄົບຮອບ 5 ປີແລ້ວ, ສ່ວນສາຂາທີ 2 ແມ່ນຢູ່ວຽງຈັນເຊັນເຕີ ແລະ ສາຂາທີ 3 ແມ່ນຢູ່ World Trade Center.

 

 

5. ການວາງແຜນໃນອະນາຄົດແມ່ນແນວໃດ?

          ການວາງແຜນໃນອະນາຄົດແມ່ນຢາກໃຫ້ສິ້ນຄ້າຂອງຄົນລາວ ຫຼື ເສື້ອຜ້າທີ່ຂ້າພະເຈົ້າກໍາລັງເຮັດຢູ່ນີ້ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນບໍ່ສະເພາະແຕ່ພາຍໃນປະເທດ ແຕ່ລວມໄປເຖິງຕ່າງປະເທດ ແລະ ທົ່ວໂລກ, ຢາກໃຫ້ແບຣນເສື້ອຜ້າຂອງເຮົາທີ່ມື້ໜຶ່ງໄດ້ໄປສະແດງຢູ່ງານແຟຊັ່ນລະດັບໂລກ (International fashion) ທີ່ຈັດຢູ່ປາຣີສ ແລະ ນີ້ກໍເປັນຄວາມຝັນ ແລະ ຄວາມຫວັງທີ່ຢາກໃຫ້ຄົນຮູ້ຈັກທົ່ວໂລກ ເຊິ່ງພວກເຮົາກໍກໍາລັງພະຍາຍາມສ້າງເວັບໄຊຄົບຮອບ 5 ປີຂອງຮ້ານທີ່ຈະປ່ອຍອອກໄວໆນີ້ ເພື່ອໃຫ້ຄົນທີ່ຢູ່ຕ່າງປະເທດເປັນຕົ້ນ ອາເມລິກາ, ອັງກິດ, ແຄນນາດາ ສາມາດຊື້ຜ່ານເວັບໄຊນີ້ໄດ້ ແລະ ພວກເຮົາກໍສາມາດຈັດສົ່ງໃຫ້ໄດ້.

 

 

6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດທຸລະກິດຮ້ານເສື້ອຜ້າ ? ແລະ ເຊີນຊວນລູກຄ້າໃຫ້ມາໃຊ້ບໍລິການເຮົາ?

  • ຂ້າພະເຈົ້າຂໍຝາກວ່າ ຖ້າທ່ານໃດທີ່ຢາກຈະເຮັດທຸລະກິດຂາຍເສື້ອຜ້າທີ່ເປັນແບຣນຂອງຕົນເອງນີ້ຕ້ອງມີຄວາມແປກໃໝ່, ສ້າງສັນ, ມີຄວາມເປັນເອກະລັກ, ຄວາມກ້າທີ່ຈະລົງມືເຮັດ ເຊິ່ງຄົນຈະມັກ ຫຼື ບໍ່ມັກນັ້ນຖ້າເຮົາບໍ່ລອງເຮັດແລ້ວເຮົາກໍຈະບໍ່ມີທາງຮູ້ໄດ້.
  • ສໍາລັບກຸ່ມລູກຄ້າແມ່ນຢາກໃຫ້ສະໜັບສະໜູນແບຣນເສື້ອຜ້າຂອງຄົນລາວເຮົາຊ່ວຍກັນ ເພາະຍັງບໍ່ມີທັນມີແບຣນຂອງຄົນລາວທີ່ໄປສູ່ລະດັບສາກົນເທື່ອ ເພາະຖ້າຢາກໄປສູ້ກັບລະດັບຕ່າງປະເທດໄດ້ເຮົາຕ້ອງສະໜັບສະໜູນຄົນລາວນໍາກັນກ່ອນ.

 

 

ຂໍຂອບໃຈ ທ່ານ ວິສະນຸພອນ ແສງພົມເພັດ (ໂລໂກ້) ເຈົ້າຂອງຮ້ານເສື້ອຜ້າ LOKO Clothing

ຮ້ານເສື້ອຜ້າ LOKO Clothing  ເປີດທຸກວັນຈັນ - ວັນອາທິດ ເວລາ 12:00 – 21: 00 (ຮັບຈັດສົ່ງທົ່ວປະເທດ)

ສອບຖາມຕິດຕໍ່: 020 7772- 2797

Tags: #ໂພນພະເນົາ #ສາຂາ #ເຈົ້າຂອງຮ້ານ #Crazy #LOKO Clothing #ວິສະນຸພອນ ແສງພົມເພັດ #ແບຣນເສື້ອຜ້າຂອງຄົນລາວ #ວຽງຈັນເຊັນເຕີ #ທຸລະກິດເສື້ອຜ້າ #World Trade Center #ແຟຊັ່ນ #International fashion #ສິລະປິນຮິບ-ຮັອບ #ຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ #ແຣັບເປີ້ວົງ ຈີ - ບຣັດສ #ພາຍໃນປະເທດ #ເພງທ້າວບຸນຕັນ #ທົ່ວໂລກ #ໂລໂກ້ (LOKO)

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now