ສິ່ງໃດທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດຂອງປະເທດລາວ?

timer

remove_red_eye 0 views


cvConnect.la - ສິ່ງໃດທີ່ເປັນອຸປະສັກຕໍ່ການພັດທະນາເສດຖະກິດຂອງປະເທດລາວ?

ປີທີ່ຜ່ານມາບໍລິສັດ Apple ຜູ້ຜະລິດໂທລະສັບ ແລະ ຄອມພິວເຕີ້ຍັກໃຫຍ່ຈາກອາເມລິກາໄດ້ຕັດສິນໃຈສ້າງສູນວິໄຈ ແລະ ພັດທະນາໃນເມືອງໂຮ່ຈິມິນ, ປະເທດຫວຽດນາມ ໂດຍທຸ່ມເງິນເຖິງ 1,000 ລ້ານໂດລາ ເຊິ່ງຈະເປັນການລົງທຶນທີ່ໃຫຍ່ທີ່ສຸດຂອງບໍລິສັດ Apple ໃນປະເທດຄອມມູນິດແຫ່ງນີ້

ໃນຂະນະທີ່ກ່ອນໜ້ານີ້ບໍລິສັດ Samsung ຂອງເກົາຫຼີໄຕ້ ສະເໜີຈະເພີ່ມການລົງທຶນເປັນມູນຄ່າເຖິງ 20,000 ລ້ານໂດລາໃນປີ 2017 ນີ້ຖ້າຫາກກິດຈະການທີ່ຊຳຊຸງລົງທຶນໄປກ່ອນໜ້ານີ້ດຳເນີນໄປຢ່າງດີ ປັດຈຸບັນ Samsung ກາຍເປັນບໍລິສັດທີ່ລົງທຶນສູງທີ່ສຸດໃນຫວຽດນາມໄປແລ້ວ ເພາະໄດ້ສ້າງໂຄງສ້າງພຶື້ນຖານໃຫ້ກັບຫວຽດນາມຢ່າງຫຼວງຫຼາຍບໍ່ວ່າຈະເປັນ ໂຮງງານໄຟຟ້າພະລັງງານຄວາມຮ້ອນ 1,200 ເມກະວັດໃນແຂວງຫ່າດິງ ພາກກາງຂອງຫວຽດ, ພ້ອມກັບກຳລັງສະເໜີຈະສ້າງສະໜາມບິນລອງແຖ່ງ ໃນແຂວງດົງໜ່າຍ ແລະ ຍັງສະແດງຄວາມສົນໃຈທີ່ຈະເຂົາ້ໄປລົງທຶນໃນຫວຽດເທວ ບໍລິສັດຍັກໃຫຍ່ດ້ານໂທລະຄົມໃນຫວຽດ

ທະນາຄານໂລກ (World Bank) ແລະ ອົງກອນເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ພັດທະນາ (OECD) ໄດ້ປະເມີນວ່າເສດຖະກິດຂອງປະເທດຫວຽດນາມຈະເຕີບໂຕສູງທີ່ສຸດໃນໂລກແຕ່ນີ້ຮອດປີ 2030 ຄືຈະເຕີບໂຕສະເລ່ຍ 6-8%

ເຈົ້າຄິດວ່າສາເຫດຫຍັງທີ່ເຮັດໃຫ້ປະເທດຫວຽດນາມດຶງດູດການລົງທຶນຈົນເຮັດໃຫ້ເສດຖະກິດເຕີບໂຕໄດ້ແຮງຂະໜາດນີ້?

ເພາະບຸກຄະລາກອນ ຫຼື ຄົນຫວຽດນາມມີຄວາມຮູ້ຄວາມສາມາດສູງຫຼາຍ ເຊິ່ງຖ້າເຈາະໄປອີກເຫດຜົນທີ່ຄົນຫວຽດເກັ່ງນັ້ນກໍ່ຍ້ອນ ລະບົບການສຶກສາຂອງເຂົາດີນັ້ນເອງ

ປີ 2015 ຄະແນນການປະເມີນການສຶກສາ PISA ເຊິ່ງໄດ້ຈັດເອົານັກສຶກສາຈາກ 70 ປະເທດທົ່ວໂລກມາສອບເສັງເພື່ອປະເມີນການສຶກສາຂອງແຕ່ລະປະເທດ ຜົນປາກົດວ່າປະເທດສິງກະໂປໄດ້ອັນດັບ 1 ເກືອບທຸກວິຊາ ແຕ່ທີ່ນ່າສົນໃຈຄື ປະເທດຫວຽດນາມທີ່ຈັດວ່າຍັງເປັນປະເທດກຳລັງພັດທະນາ ໄດ້ຄະແນນສູງກວ່າປະເທດອື່ນໆທີ່ເສດຖະກິດດີກວ່າ ເຊັ່ນ ໄທ, ອິນໂດເນເຊຍ ເວົ້າງ່າຍໆກໍ່ຄື ຫວຽດນາມເງິນບໍ່ຫຼາຍ ແຕ່ການສຶກສາດີກວ່າປະເທດທີ່ມີງົບປະມານທີ່ສູງກວ່າ

ການວິໄຈຂອງທະນາຄານໂລກຕາມຂໍ້ມູນຂອງ PISA ພົບວ່າສາເຫດທີ່ການສຶກສາຂອງຄົນຫວຽດນາມດີກວ່າປະເທດທີ່ລຳ້ລວຍກວ່າຍ້ອນຄູອາຈານເຂົາມີຄວາມຕັ້ງໃຈໃນການສອນໜັງສືສູງຫຼາຍ ອັດຕາການຂາດສອນຂອງຄູອາຈານຫວຽດນາມນັ້ນຕຳ່ຫຼາຍ ເກືອບຈະບໍ່ມີໃຫ້ເຫັນເລີຍ

ອີກເຫດຜົນໜຶ່ງກໍ່ຄື ນັກສຶກສາຫວຽດນາມມີວັດທະນະທຳຄວາມດຸໝັ້ນເປັນພື້ນຖານຂອງຄົນຫວຽດນາມຢູ່ແລ້ວ ມີຄັ້ງໜຶ່ງທີ່ ບິວເກດ ມະຫາເສດຖີອັນດັບໜຶ່ງຂອງໂລກ ໄປບັນຍາຍໃນມະຫາໄລແຫ່ງໜຶ່ງໃນຫວຽດນາມ ໄດ້ບອກເຖິງຄວາມປະທັບໃຈຂອງນັກຮຽນຫວຽດນາມທີ່ຕັ້ງໃຈຟັງທຸກຢ່າງທີ່ລາວເວົ້າ ເມື່ອເວົ້າຈົບແລ້ວໃຫ້ຕັ້ງຄຳຖາມ ນັກສຶກສາຫວຽດຍາດກັນຖາມຈົນເວລາບໍ່ພໍ ແລະ ຄຳຖາມຂອງເຂົານັ້ນສ້າງຄວາມປະທັບໃຈໃຫ້ກັບບິວເກດຫຼາຍ ຈົນບິວເກດໄດ້ໃຫ້ບໍລິສັດ Microsoft ເຂົ້າໄປລົງທຶນໃນຫວຽດນາມ ດ້ວຍຄວາມເຊື່ອໝັ້ນໃນນັກສຶກສາຫວຽດນາມ

ລັດຖະບານຫວຽດນາມໃຫ້ຄວາມສຳຄັນກັບການສຶກສາສູງ ງົບປະມານທີ່ລົງໃສ່ການສຶກສານັ້ນສູງຫຼາຍເມື່ອທຽບກັບ GDP ເຖິງເມັດເງິນຈະບໍ່ສູງເພາະເສດຖະກິດຍັງນ້ອຍ ແຕ່ສະແດງໃຫ້ເຫັນຄວາມຕັ້ງໃຈຂອງລັດຖະບານໃນເລື່ອງນີ້

ການສຶກສາທີ່ດີຄືອາຈານຕ້ອງຮູ້ຈັກຕັ້ງຄຳຖາມກັບນັກຮຽນ ບໍ່ແມ່ນຈະບອກແຕ່ຄຳຕອບກັບນັກຮຽນຢ່າງດຽວ ການຖາມຈະເຮັດໃຫ້ເກີດການຄິດຫາຄຳຕອບ ເຊິ່ງເປັນການສອນໃຫ້ນັກຮຽນຮູ້ຈັກຄິດວິເຄາະຢ່າງເລິກເຊິ່ງເມື່ອເຮັດຢ່າງສະໝຳສະເໝີ

ການຖາມຄືການສອນຢ່າງໜຶ່ງ ຕົວຢ່າງ ຂ້ອຍຖາມເຈົ້າວ່າ ເປັນຫຍັງນ້ຳກ້ອນຈຶ່ງລະລາຍ? ຖ້າເຈົ້າຕອບບໍ່ໄດ້ ຂ້ອຍຕ້ອງຖາມຕໍ່ໄປອີກວ່າ ແລ້ວຖ້າເອົານຳ້ກ້ອນໄປຕັ້ງໃສ່ໄຟມັນຈະລະລາຍໄວຂຶ້ນບໍ່? ເມື່ອນີ້ເຈົ້າຈະຮູ້ແລ້ວວ່າຄວາມຮ້ອນໃຫ້ເຮັດໃຫ້ນຳ້ກ້ອນລະລາຍ ການຖາມໄລ່ຕ້ອນແບບນີ້ເປັນຂະບວນການສອນຢ່າງໜຶ່ງ

ແລ້ວຍ້ອນກັບມາຄຳຖາມທີ່ຂ້ອຍຕັ້ງກັບເຈົ້າວ່າ ເປັນຫຍັງເສດຖະກິດປະເທດລາວຍັງຄົງພັດທະນາຢ່າງຊັກຊ້າເມື່ອທຽບກັບປະເທດອື່ນນັ້ນ ເຈົ້າຄົງຈະຮູ້ຄຳຕອບໄປແລ້ວ

 

ເອກກະສິດ ສິລິຈັກ

19.2.2016

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now