7 ລັກສະນະດີທີ່ຄົນເຮັດວຽກມີໂອກາດໄດ້ເລື່ອນຕໍາແໜ່ງ

timer

remove_red_eye 0 views


cvConnect.la - 7 ລັກສະນະດີທີ່ຄົນເຮັດວຽກມີໂອກາດໄດ້ເລື່ອນຕໍາແໜ່ງ

          ດັ່ງທີ່ທີ່ເຮົາຮູ້ກັນດີແລ້ວວ່າ ການໄດ້ເລື່ອນຕໍາແໜ່ງນັ້ນ ນອກຈາກເຮົາຈະຕ້ອງເປັນຄົນທີ່ມີຄວາມສາມາດ ມີທັກສະໃນການເຮັດວຽກທີ່ດີແລ້ວ ການຮູ້ຈັກເຮັດວຽກເປັນທີມກໍເປັນອີກເຫດຜົນໜຶ່ງທີ່ສໍາຄັນໃນການເລື່ອນຕໍາ      ແໜ່ງວຽກນັ້ນອີກດ້ວຍ ດັ່ງນັ້ນ, ເຮົາຈຶ່ງຈໍາເປັນທີ່ຈະຕ້ອງພິສູດຕົນເອງໃຫ້ຫົວໜ້າໄດ້ເຫັນເຖິງເປົ້າໝາຍທີ່ເຮົາຕ້ອງການ ແລະ ມີຄວາມມຸ່ງໝັ້ນໃນໜ້າທີ່ວຽກງານເຮັດໃຫ້ສໍາເລັດລຸລ່ວງໄປໄດ້ດ້ວຍດີ ເພື່ອເຮັດໃຫ້ເກີດຜົນປະໂຫຍກກັບອົງກອນຫຼາຍທີ່ສຸດ ແລະ ນີ້ແມ່ນ 7 ທັກສະຂອງມະນຸດເງິນເດືອນທີ່ຈະຊ່ວຍໃຫ້ເຮົາໄດ້ເລື່ອນຕໍາແໜ່ງໄດ້ ຈະມີຫຍັງແດ່ມາເບິ່ງນໍາກັນເລີຍ.

 

1. ຕັ້ງເປົ້າໝາຍໃນການເຮັດວຽກ

          ກ່ອນເລີ່ມຕົ້ນໃນການເຮັດວຽກໃຫ້ເຮົາລອງເຂົ້າໄປໂອ້ລົມກັບຫົວໜ້າເສຍກ່ອນເພື່ອປຶກສາຫາລືກ່ຽວກັບເປົ້າໝາຍຂອງອາຊີບນີ້ວ່າເຮົາໄດ້ມີການວາງແຜນຫຍັງແດ່ ໂດຍຈະວາງແຜນວ່າໃນອີກ 6 ເດືອນ ຫຼື ອີກ 1 ປີຂ້າງໜ້າອາຊີບທີ່ເຮົາເຮັດຢູ່ນັ້ນ ໄດ້ມີການດໍາເນີນໄປຕາມແຜນທີ່ເຮົາຕັ້ງໃຈໄວ້ຫຼືບໍ່?

          ເຊິ່ງໃນການເຮັດວຽກ ແລະ ປະສົບຜົນສໍາເລັດໃນເປົ້າໝາຍທີ່ວາງໄວ້ ນອກຈາກເຮົາຈະຕ້ອງມີທັກສະຄວາມສາມາດທີ່ພ້ອມແລ້ວນັ້ນ ຫົວໜ້າກໍເປັນອີກໜຶ່ງຄົນສໍາຄັນທີ່ຈະເຮັດໃຫ້ເຮົາບັນລຸເປົ້າໝາຍໄດ້ຄືກັນ ດັ່ງນັ້ນ, ເຈົ້ານາຍທີ່ດີຄວນທີ່ຈະໃຫ້ໂອກາດໃນການເຮັດວຽກກັບເຮົາ ພ້ອມທັງສະໜັບສະໜູນໃຫ້ເຮົາໄດ້ມີຄວາມກ້າວໜ້າໃນໜ້າທີ່ວຽກງານຕາມເປົ້າໝາຍ.

 

2. ຮູ້ຈັກການເຮັດວຽກເປັນທີມ

           ໃຫ້ຈື່ເອົາໄວ້ເລີຍວ່າ ຫົວໜ້າສ່ວນໃຫຍ່ຈະບໍ່ພໍໃຈປານໃດຖ້າເຈົ້າໃຫ້ຄວາມສົນໃຈກັບຄໍາວ່າ “ຂ້ອຍ” ຫຼາຍກວ່າຄໍາວ່າ “ເຮົາ” ເຊິ່ງຫົວໜ້າຕ້ອງການຄົນທີ່ສາມາດສ້າງເຮັດວຽກເປັນທີມຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ ເພື່ອເຮັດໃຫ້ວຽກອອກມາດີ ແລະ ເປັນປະໂຫຍດຕໍ່ອົງກອນຫຼາຍທີ່ສຸດ.

 

3. ເຮັດໃຫ້ຕົນເອງມີຄວາມສໍາຄັນ

           ເຮົາຈະຕ້ອງເຮັດໃຫ້ຕົນເອງເປັນສະມາຊິກຂອງທີມທີ່ຄົນໃນທີມຕ້ອງການຫຼາຍທີ່ສຸດ ແລະ ໜຶ່ງໃນວິທີທີ່ດີທີ່ສຸດແມ່ນ ການເຮັດໃຫ້ຕົນເອງເປັນຄົນທີ່ມີຄວາມສາມາດສະເພາະຕົວທີ່ບໍ່ຄືກັບຄົນອື່ນພາຍໃນທີມ ເຊັ່ນ ການອອກແບບ, ຄວາມສາມາດໃນການຕໍ່ລອງກັບລູກຄ້າ ແລະອື່ນໆ ເຊິ່ງຄວາມສາມາດເຫຼົ່ານີ້ນອກຈາກຈະເປັນທີ່ຕ້ອງການຂອງທີມງານແລ້ວ ຍັງເປັນການສະແດງຄວາມເປັນຜູ້ນໍາຂອງຕົນເອງໃຫ້ຜູ້ອື່ນໄດ້ເຫັນອີກດ້ວຍ.

 

4. ຕ້ອງຮຽນຮູ້ຕະຫຼອດເວລາ

           ເຮົາຈະຕ້ອງສະແດງໃຫ້ຫົວໜ້າໄດ້ເຫັນວ່າ ເປັນຄົນທີ່ມັກຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ເປັນຄົນທີ່ມຸ່ງໝັ້ນຈະພັດທະນາຄວາມສາມາດຂອງຕົນເອງຢູ່ຕະຫຼອດເວລາ ເຊິ່ງການຮຽນຮູ້ສິ່ງໃໝ່ໆນີ້ ສາມາດຮຽນຮູ້ໄດ້ທັງພາຍໃນ ແລະ ພາຍນອກອົງກອນ ບໍ່ວ່າຈະເປັນການເຂົ້າອົບຮົມ, ງານສໍາມະນາຕ່າງໆ...

 

5. ຢ່າຢ້ານທີ່ຈະຕ້ອງຮັບຜິດຊອບ

           ສໍາລັບສິ່ງທໍາອິດຂອງການເປັນຜູ້ນໍາຄືຢ່າເອົາຕົນເອງໄປຫຍຸ້ງກ່ຽວກັບການເມືອງຂອງອົງກອນ ຫຼື ເຮັດພຶດຕິກໍາທີ່ບໍ່ດີເຊັ່ນ ມາຊ້າ, ສົ່ງວຽກບໍ່ທັນ ແລະ ອື່ນໆ ເພາະການເປັນຜູ້ນໍາທີ່ດີນັ້ນ ເຮົາຈະຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ.

 

6.ສ້າງສໍາພັນກັບຄົນທີ່ເໝາະສົມ

           ການສ້າງສໍາພັນກັບຄົນທັງພາຍໃນ ແລະ ພາຍນອກອົງກອນ ຈະຊ່ວຍໃຫ້ເຮົາໄດ້ຮັບການສະໜັບສະໜູນເປັນຢ່າງດີ ທັງໃນວຽກທີ່ເຮັດປັດຈຸບັນກັບວຽກໃນອະນາຄົດ ສົ່ງຜົນດີເຮັດໃຫ້ມີຄົນຊ່ວຍສະໜັບສະໜູນເຮົາທັງພາຍໃນ ແລະ ພາຍນອກຂອງອົງກອນ ນອກຈາກຈະເປັນການສ້າງສໍາພັນກັບຄົນໃນພະແນກດຽວກັນແລ້ວ, ການສ້າງຄວາມສໍາພັນກັບຄົນນອກພະແນກກໍເປັນສິ່ງທີ່ຊ່ວຍໃຫ້ເກີດຂະບວນການເຮັດວຽກທີ່ສະດວກ ແລະ ວ່ອງໄວຂຶ້ນອີກດ້ວຍ.

 

7. ເຂົ້າກິດຈະກໍາຂອງອົງກອນສະເໝີ

           ນອກຈາກທີ່ເຮົາຈະຕັ້ງໃຈເຮັດວຽກຂອງຕົນເອງໃຫ້ອອກມາດີແລ້ວນັ້ນ ການມີສ່ວນຮ່ວມໃນກິດຈະກໍາຕ່າງໆກໍມີສ່ວນສໍາຄັນເຊັ່ນກັນ ເພາະມັນຈະເປັນສິ່ງສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງຕົນເອງທີ່ມີຕໍ່ອົງກອນ.

 

 

ທີ່ມາ campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now