ທັກສະກ້າວສູ່ການເປັນຜູ້ບໍລິຫານ

timer

remove_red_eye 0 views


cvConnect.la - ທັກສະກ້າວສູ່ການເປັນຜູ້ບໍລິຫານ

         

          ຖ້າຫາກເຈົ້າເປັນຄົນໜຶ່ງທີ່ຕ້ອງການຈະເລື່ອນຕໍາແໜ່ງໄປເປັນຜູ້ບໍລິຫານ ຫຼື ຫົວໜ້າພະແນກ ສິ່ງໜຶ່ງທີ່ຕ້ອງມີກໍຄືທັກສະຜູ້ການບໍລິຫານ ເຊິ່ງສາມາດເຝິກໄດ້ເຖິງແມ່ນວ່າເຈົ້າບໍ່ໄດ້ເປັນຜູ້ບໍລິຫານກໍຕາມ ການບໍລິຫານ (Management) ເປັນໜຶ່ງໃນທັກສະທີ່ສໍາຄັນໃນການຂັບເຄື່ອນອົງກອນ ເພາະບົດບາດ ແລະ ໜ້າທີ່ຂອງຜູ້ບໍລິຫານ ມີສ່ວນສໍາຄັນຕໍ່ການເຮັດວຽກຂອງທຸກຄົນໃນອົງກອນ ແລະ ເປັນຜູ້ວາງແຜນກົນລະຍຸດຕ່າງໆ ໂດຍຈະຕ້ອງເປັນຜູ້ທີ່ເຂົ້າໃຈໃນເລື່ອງການບໍລິຫານອົງກອນທຸລະກິດ ການເງິນພື້ນຖານ ການສື່ສານ, ເທັກໂນໂລຊີໃໝ່ໆ ລວມໄປເຖິງກົດເກນທີ່ກ່ຽວກັບການເຮັດວຽກ ແລະ ການຄ້າ ເພື່ອນໍາຄວາມຕ່າງໆເຫຼົ່ານີ້ມາບູລະນາການເປັນທິດທາງການເຮັດວຽກຂອງພະນັກງານຫຼາຍໆພະແນກໃຫ້ສາມາດຮ່ວມງານກັນໄດ້ ມາເບິ່ງກັນວ່າຖ້າຫາກຕ້ອງການເປັນຜູ້ບໍລິຫານຈະຕ້ອງພັດທະນາຫຍັງແດ່?

 

  • ການບໍລິຫານກັບການເປັນຜູ້ນໍາ

          ເມື່ອເວົ້າເຖິງທັກສະການບໍລິຫານຈະມາພ້ອມກັບທັກສະຄວາມເປັນຜູ້ນໍາ ເພາະທັງ 2 ທັກສະນີ້ມີສ່ວນຄ້າຍຄືກັນຢູ່ນັ້ນຄື ຈະຕ້ອງມີທັກສະການແກ້ບັນຫາ, ການຕັດສິນໃຈທີ່ເດັດຂາດ, ການວາງແຜນ, ການບໍລິຫານເວລາ ແລະ ການສື່ສານທີ່ຊັດເຈນຜູ້ບໍລິຫານທີ່ດີ ມັກຈະເປັນຜູ້ນໍາທີ່ດີດ້ວຍແຕ່ທັງ 2 ທັກສະນີ້ກໍຍັງເປັນສິ່ງທີ່ແຍກອອກຈາກກັນ.

          ຖ້າຫາກເວົ້າເຖິງຄວາມແຕກຕ່າງລະຫວ່າງການບໍລິຫານ ແລະ ການເປັນຜູ້ນໍາແລ້ວ ການບໍລິຫານເປັນເລື່ອງຂອງການເຮັດວຽກໃນບໍລິສັດ ຫຼື ອົງກອນ ເຊິ່ງຈະຕ້ອງຮັບໜ້າທີ່ຄວບຄຸມປະສິດທິພາບການເຮັດວຽກ ໜ້າທີ່ສໍາຄັນຂອງຜູ້ບໍລິຫານກໍຕ້ອງເຮັດໃຫ້ໝັ້ນໃຈວ່າພະແນກຕ່າງໆ ສາມາດຮ່ວມງານກັນໄດ້ເປັນຢ່າງດີ ແລະ ບໍລິສັດກໍາລັງເດີນໜ້າໄປຕາມແຜນ ທີ່ວາງເອົາໄວ້ໃນຂະນະທີ່ການເປັນຜູ້ນໍາເປັນເລື່ອງການເຮັດວຽກຮ່ວມກັບຄົນອື່ນ ການກະຈາຍວຽກ ແລະ ແຮງຈູງໃຈໃນການເຮັດວຽກໃຫ້ແກ່ຜູ້ອື່ນ.

 

  • ທັກສະການວາງແຜນໃຫ້ເປັນພາບທີ່ຊັດເຈນ

ຜູ້ບໍລິຫານມີໄດ້ຫຼາຍລະດັບ ເຊິ່ງຈະບໍ່ໄດ້ຢູ່ໃນລະດັບສູງ ອາດຈະບໍ່ກ່ຽວຂ້ອງກັບການວາງແຜນກົນລະຍຸດຂອງຕົນເອງໂດຍກົງ ແຕ່ກໍຈໍາເປັນຕ້ອງມີທັກສະການວາງແຜນ ເພາະຈະຕ້ອງເປັນຜູ້ທີ່ກໍານົດວັດຖຸປະສົງຂອງການເຮັດວຽກນັ້ນໃຫ້ສໍາເລັດໄປດ້ວຍດີ. ການຈະວາງແຜນໃຫ້ອອກມາດີໄດ້ຈະຕ້ອງເຂົ້າໃຈວ່າຕອນນີ້ມີຊັບພະຍາກອນໃດທີ່ສາມາດໃຊ້ໄດ້ແດ່ບໍ່ວ່າຈະເປັນຄົນ ສິ່ງຂອງເວລາທີ່ຈະຕ້ອງເຮັດວຽກໃຫ້ບັນລຸເພື່ອຈະໄດ້ວາງແຜນໄດ້ວ່າການກະຈາຍການເຮັດວຽກເປັນຈັກສ່ວນ ແລະ ໃຫ້ໃຜຮັບຜິດຊອບໃນສ່ວນໃດແນ່.

 

  • ທັກສະການຈັດລະບົບໃຫ້ງານລື່ນໄຫຼຕາມແຜນ

          ການຈັດລະບົບນັ້ນເປັນສ່ວນໜຶ່ງຂອງການວາງແຜນແຕ່ເປັນພາບທີ່ໃຫຍ່ຂຶ້ນມາ ໃນຂະນະທີ່ແຜນການອາດຈະເປັນລະດັບກຸ່ມນ້ອຍໆ ແຕ່ລະບົບເປັນໂຄງສ້າງການເຮັດວຽກຕັ້ງແຕ່ເລີ່ມຕົ້ນຈົນວຽກສໍາເລັດ ການຈັດການໃຫ້ເປັນລະບົບຈຶ່ງໝາຍເຖິງສ້າງໂຄງສ້າງ ຫຼື ການສະໜັບສະໜູນແຜນການໃຫ້ສໍາເລັດ ເຊິ່ງຈະຕ້ອງວາງແຜນການທໍາງານຈະອອກມາເປັນຮູບແບບໃດ ເມື່ອສໍາເລັດແລ້ວຈະຕ້ອງສົ່ງວຽກຕໍ່ໃຫ້ໃຜ ແລະ ຈະຕ້ອງກວດຄືນໃຫ້ສໍາເລັດພາຍໃນມື້ໃດ ຈາກນັ້ນຈະວັດຜົນອອກມາແນວໃດເພື່ອຈະໄດ້ນໍາຜົນຮັບໄປປັບປຸງຕໍ່ໄປ.

 

  • ການປະສານງານໃຫ້ທຸກຝ່າຍເປັນໜຶ່ງດຽວກັນ

          ຜູ້ບໍລິຫານຈະຕ້ອງຮູ້ວ່າຕອນນີ້ກໍາລັງເກີດຫຍັງຂຶ້ນ ລວມໄປເຖິງຕໍ່ໄປຈະເກີດຫຍັງຂຶ້ນ ແລະ ຄາດເດົາໄດ້ວ່າຖ້າຫາກສິ່ງເຫຼົ່ານັ້ນເກີດຂຶ້ນແລ້ວຈະຕ້ອງຈັດການແນວໃດ, ໃຜຈະເປັນຜູ້ຈັດການໃຫ້ ຖ້າຫາກມີຄົນໃນທີມທີ່ບໍ່ເຂົ້າໃຈພາບລວມ ບໍ່ເຂົ້າໃຈຈະຕ້ອງເຮັດວຽກອອກມາໃນຮູບແບບໃດ ຫຼື ຕ້ອງການຄວາມຊ່ວຍເຫຼືອອື່ນໆ ຜູ້ບໍລິຫານຈະຕ້ອງຮູ້ ແລະ ແກ້ໄຂສະຖານະການໃຫ້ໄວທີ່ສຸດ ການປະສານງານຈຶ່ງເປັນການເຮັດໃຫ້ລະບົບ ແລະ ແຜນງານເປັນອັນໜຶ່ງອັນດຽວກັນ.

 

  • ຄວບຄຸມດູແລທຸກຂັ້ນຕອນບໍ່ມີບັນຫາ

          ການຄວບຄຸມດູແລກໍຄືການຕິດຕາມວ່າວຽກຕ່າງໆນັ້ນເປັນໄປຕາມທີ່ວາງແຜນໄວ້ຫຼືບໍ່ ແລະ ຖ້າຫາກມີສິ່ງໃດບໍ່ຖືກຕ້ອງຕາມທີ່ວາງແຜນເອົາໄວ້ ກໍຕ້ອງໄດ້ຮັບການແກ້ໄຂ ເຊິ່ງລວມການເຮັດວຽກຕັ້ງແຕ່ການທົບທວນແຜນທຸລະກິດວ່າວຽກທີ່ເຮັດອອກມາຈະຖືກຕ້ອງຕາມທີ່ວາງແຜນໄວ້ຫຼືບໍ່ ແລະ ຕ້ອງຄວບຄຸມບໍ່ໃຫ້ເງິນທີ່ຕ້ອງໃຊ້ເກີນກວ່າງົບປະມານທີ່ວາງເອົາໄວ້ອີກດ້ວຍ.

 

 

ທີ່ມາ:​ www.workventure.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now