Resume / CV ພາສາອັງກິດຂຽນແນວໃດ?

timer

remove_red_eye 0 views


cvConnect.la - Resume / CV ພາສາອັງກິດຂຽນແນວໃດ?

 

          ມາເຈາະເລິກເຖິງເຕັກນິກການຂຽນ Resume / CV ພາສາອັງກິດ ເຊິ່ງການຂຽນ Resume / CV ໃຫ້ດີເປັນສິ່ງທີ່ຍາກແຕ່ກໍບໍ່ແມ່ນວ່າທຸກຄົນຈະຂຽນບໍ່ໄດ້ ສິ່ງທີ່ສໍາຄັນຄື ຕ້ອງຂຽນສິ່ງທີ່ເປັນຕົວເຮົາເອງທີ່ສຸດ, ເນື້ອຄວາມສັ້ນກະທັດຮັດ ແລະ ໄດ້ໃຈຄວາມ ສ່ວນຮູບແບບຂອງ Resume / CV ບໍ່ມີໃຜສາມາດຮູ້ໄດ້ວ່າຂຽນແບບໃດຈຶ່ງດີທີ່ສຸດ ແຕ່ຄວນຂຽນໃຫ້ອ່ານງ່າຍສະບາຍຕາ ພຽງເທົ່ານີ້ກໍຖືໄດ້ວ່າ ເປັນ Resume / CV ທີ່ດີແລ້ວ.

          ການຂຽນ Resume / CV ທົ່ວໄປມີຫຼັກການຂຽນຄືກັບການຂຽນ Online Resume / CV ແຕ່ການຂຽນ Online Resume ຈະມີຄວາມພິເສດກວ່າ ເພາະສາມາດໃສ່ລິ້ງ (Link) ເພື່ອຈະສະແດງໃຫ້ເຫັນຄວາມສາມາດພິເສດ ຫຼື ຜົນງານຂອງເຮົາໃຫ້ຜູ້ວ່າຈ້າງໄດ້ເຫັນວິດີໂອ Resume ເພື່ອແນະນໍາ ຫຼື ນໍາສະເໜີປະຫວັດຫຍໍ້ຂອງເຮົາໄດ້ເຊັ່ນກັນ ເຊິ່ງຖ້າຜູ້ວ່າຈ້າງໄດ້ເຫັນວິດີໂອ Resume ກໍຈະສາມາດເຫັນບຸກຄະລິກກະພາບຂອງເຮົາກ່ອນຖືກເອີ້ນເຂົ້າໄປສໍາພາດ. ຄວາມພິເສດຂອງ Online Resume / CV ເປັນສິ່ງທີ່ເພີ່ມຂຶ້ນມາເພື່ອໃຫ້ເພື່ອໃຫ້ Resume / CV ຂອງເຮົາໜ້າສົນໃຈ ແລະ ເພີ່ມໂອກາດໃນການເອີ້ນເຂົ້າໄປສໍາພາດວຽກໃຫ້ກັບເຮົາອີກດ້ວຍ. ໃນບົດຄວາມນີ້ຈະແບ່ງ Resume / CV ອອກເປັນ 6 ສ່ວນຫຼັກຄື:

 

1. ຫົວຂໍ້ເລື່ອງ ແລະ ຈຸດມຸ່ງໝາຍຂອງວຽກ (Heading & Career Objective )

          ສ່ວນເທິງຂອງໜ້າເຈ້ຍ Heading ຕ້ອງລະບຸຊື່, ທີ່ຢູ່, ເບີໂທລະສັບ ແລະ ອີເມວທີ່ສາມາດຕິດຕໍ່ໂດຍກົງໄດ້, ຢ່າລືມກວດສອບເບີໂທ ແລະ ອີເມວກ່ອນຈະສົ່ງ Resume / CV ສະໝັກວຽກອີກຄັ້ງເພາະເປັນສ່ວນທີ່ສໍາຄັນ ແລະ ບໍ່ຄວນທີ່ຈະຂຽນຜິດ ເນື່ອງຈາກຖ້າບໍລິສັດສົນໃຈແລ້ວຢາກເອີ້ນໄປສໍາພາດແຕ່ບໍ່ສາມາດຕິດຕໍ່ໄດ້ Resume / CV ຂອງເຮົາກໍຈະບໍ່ມີຄວາມໝາຍບໍ່ຕ່າງຫຍັງກັບເຈ້ຍແຜ່ນໜຶ່ງ.

          ສ່ວນຈຸດມຸ່ງໝາຍຂອງວຽກ Career Objecting ຄືການລະບຸເປົ້າໝາຍຂອງການສະໝັກວຽກໃນຕໍາແໜ່ງທີ່ເຮົາຕ້ອງການສະໝັກ ແລະ ຄວນລະບຸໃຫ້ຊັດເຈນ ອາດຈະມີການລະບຸເງິນເດືອນທີ່ຕ້ອງການນໍາກໍໄດ້.

          ການລະບຸຈຸດມຸ່ງໝາຍໃນການເຮັດວຽກທີ່ຊັດເຈນ ແລະ ສອດຄ່ອງກັບຕໍາແໜ່ງທີ່ສະໝັກເຊັ່ນ ຕັ້ງເປົ້າໝາຍໄລຍະສັ້ນວ່າຈະເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສໍາເລັດໄດ້ແນວໃດ? ຫຼື ການຕັ້ງເປົ້າໝາຍໄລຍະຍາວໃນຊ່ວງໄລຍະເວລາ 3-5 ປີໃນເສັ້ນທາງອາຊີບວ່າຈະໄປໃນທິດທາງໃດ ເຊິ່ງການຕັ້ງເປົ້າໝາຍໃນສາຍອາຊີບໃຫ້ຊັດເຈນເປັນການສ້າງຄວາມໜ້າເຊື່ອຖື ແລະ ສ້າງແຮງຈູງໃຈທີ່ສໍາຄັນໃຫ້ແກ່ອົງກອນໃນການເລືອກຮັບຜູ້ສະໝັກຄົນດັ່ງກ່າວເຂົ້າເຮັດວຽກເພື່ອສ້າງຜົນງານ ແລະ ຂັບເຄື່ອນອົງກອນໄດ້ຕໍ່ໄປ.

 

 2. ຂໍ້ມູນສ່ວນຕົວ  (Personal Information)

          ຂໍ້ມູນສ່ວນຕົວ  (Personal Information) ຖືເປັນສ່ວນສໍາຄັນສ່ວນໜຶ່ງໃນ Resume / CV ປະກອບໄປດ້ວຍຮູບພາບ, ເບີໂທລະສັບ, ອີເມວ, ປະຫວັດການສຶກສາ, ສໍາລັບຮູບຖ່າຍຄວນເປັນຮູບທີ່ເຫັນໃບໜ້າຊັດເຈນ ແລະ ແຕ່ງກາຍສຸພາບຮຽບຮ້ອຍ ເນື່ອງຈາກຮູບຖ່າຍຈະເປັນສິ່ງທໍາອິດທີ່ HR ເຫັນຈາກ Resume / CV ຂອງຜູ້ສະໝັກ, ນອກຈາກນີ້ ຄວນກວດສອບຂໍ້ມູນທີ່ສາມາດຕິດຕໍ່ໄດ້ທັງເບີໂທ ແລະ ອີເມວທີ່ຕ້ອງເບິ່ງເປັນທາງການເຊັ່ນ ຊື່.ນາມສະກຸນ@xxx.com

          ສ່ວນຂໍ້ມູນທີ່ກ່ຽວກັບສັນຊາດ, ສາສະໜາ, ນໍ້າໜັກ, ສ່ວນສູງ ແລະ ກິດຈະກໍາຕ່າງໆທີ່ສົນໃຈໃນນອກໂມງລາດຊະການ ບາງຄົນອາດຈະເລືອກທີ່ຈະບໍ່ໃສ່ຂໍ້ມູນດັ່ງກ່າວ ຖ້າຕ້ອງການໃຫ້ Resume / CV ເບິ່ງເປັນຄືມືອາຊີບ ແລະ ຖ້າຂໍ້ມູນເຫຼົ່ານັ້ນບໍ່ໄດ້ມີສ່ວນກ່ຽວຂ້ອງກັບວຽກງານ ດັ່ງນັ້ນ, ໃນສ່ວນນີ້ ຈະໃສ່ພຽງແຕ່ ທີ່ຢູ່, ເບີໂທ, ອີເມວ ແລະ ກິດຈະກໍາຕ່າງໆທີ່ສົນໃຈໃນນອກໂມງລາຊະການ ແຕ່ຖ້າກ່ຽວຂ້ອງກັບວຽກງານກໍຈໍາເປັນຕ້ອງໃສ່.

          ຕົວຢ່າງ:

PERSONAL INFORMATION 

Residential Address : Thongkhankham village, Chanthabouly district, Vientiane capital, Lao PDR

Mobile : 020 5678 9xxx

Email : info@fischerandpartners.com

Date of Birth : 15 May 1990

Nationality : Lao

Age : 28

Marital Status : Single

Interest and Activities : Volunteer at local Rescue Mission, Participant in various running events, Enjoy jogging, tennis, reading

 

3. ທັກສະຄວາມສາມາດ (Skills)

          ທັກສະຄວາມສາມາດເປັນຫົວຂໍ້ທີ່ຄວນຂຽນລົງໃນ Resume / CV ເພື່ອເພີ່ມໂອກາດໃນການເຂົ້າສໍາພາດວຽກ ເພາະຊ່ວຍໃຫ້ Resume / CV ຂອງຜູ້ສະໝັກໜ້າສົນໃຈ ແລະ ໄດ້ປຽບຄູ່ແຂ່ງ ເນື່ອງຈາກໃນປັດຈຸບັນ, ບໍລິສັດເລືອກເບິ່ງປະສົບການໃນການເຮັດວຽກ ແລະ ທັກສະຄວາມສາມາດເປັນຫຼັກ. ດັ່ງນັ້ນ, ຖ້າຜູ້ໃດມີຄວາມສາມາດແບບໃດກໍຄວນຂຽນໃສ່ໃຫ້ຄົບຖ້ວນ ໂດຍສະເພາະທັກສະທີ່ຈໍາເປັນໃນຕໍາແໜ່ງທີ່ສະໝັກ ຈະຊ່ວຍເພີ່ມໂອກາດໃຫ້ໄດ້ວຽກຫຼາຍຂຶ້ນ ເປັນຕົ້ນ ທັກສະດ້ານພາສາ, ລວມໄປເຖິງທັກສະດ້ານຄອມພິວເຕີ ແລະ ເທັກໂນໂລຊີອື່ນໆທີ່ຈໍາເປັນ ແລະ ສາມາດນໍາໄປໃຊ້ໃນການເຮັດວຽກໄດ້. ທັກສະຄວາມສາມາດແບ່ງອອກເປັນ Hard Skill ແລະ Soft Skill

          Hard Skill  ຫຼື Qualification ແມ່ນທັກສະທີ່ຈໍາເປັນໃນການເຮັດວຽກໃນແຕ່ລະສາຍອາຊີບ ເຊັ່ນ ຖ້າເປັນນັກບັນຊີ ຕ້ອງຮູ້ກ່ຽວກັບການບັນທຶກບັນຊີ, ການກວດສອບບັນຊີ ແລະພາສີຕ່າງໆ ແຕ່ຖ້າເປັນວິສະວະກອນ ຕ້ອງຮູ້ກ່ຽວກັບໂຄງສ້າງ ແລະ ຫຼັກການຄໍານວນ ຫຼື ທັກສະຕ່າງໆທີ່ຮຽນມາຈາກມະຫາວິທະຍາໄລ (ອາດເບິ່ງໄດ້ຈາກວິຊາຫຼັກທີ່ເຮົາຮຽນໃນມະຫາວິທະຍາໄລ).

          ສ່ວນ Soft Skill ມີຂອບເຂດທີ່ກວ້າງກວ່າ ໂດຍເປັນທັກສະທີ່ສາມາດໃຊ້ໄດ້ກັບທຸກສາຍອາຊີບ ເປັນລັກສະນະສ່ວນບຸກຄົນທີ່ສໍາພັນກັບຄວາມສະຫຼາດທາງອາລົມຂອງຕົນເອງ, ການເຈລະຈາຕໍ່ລອງ, ການຄິດໃນແງ່ກົນລະຍຸດ, ການສ້າງທີມງານ ເຊິ່ງແຕກຕ່າງຈາກ Hard Skills ທີ່ສໍາພັນກັບຄວາມສະຫຼາດທາງປັນຍາ (Intelligence Quotient).

ຕົວຢ່າງ:

QUALIFICATION

  • General accounting transaction and entering data to accounting system
  • Issue withholding tax certificate
  • prepare and record AR,AP payment 
  •  handle all VAT and TAX calculation 
  • issue Invoice, Debit note, Credit note
  • Good command of Written and Spoken English

Skill

  • Having analytical skills, leadership, highly responsible and results oriented. 
  • Ability to work under pressure conditions
  • Typing skills: Lao, 45 words per minute | English, 50 words per minute

 

4. ຂໍ້ມູນທາງດ້ານການສຶກສາ

          ຂຽນວິທິການສຶກສາທີ່ເຮົາໄດ້ຮັບມາ ແລະ ການເຝິກອົບຮົມຕ່າງໆ ຫຼື ກິດຈະກໍານອກຫູັກສູດທີ່ເຄີຍເຂົ້າຮ່ວມ ຖ້າຈະໃຫ້ດີຕ້ອງກ່ຽວຂ້ອງກັບຕໍາແໜ່ງທີ່ສະໝັກນໍາ ສໍາລົບຄົນທີ່ບໍ່ເຄີຍມີປະສົບການເຮັດວຽກມາກ່ອນ ສາມາດໃຊ້ປະສົບການໃນຂະນະຮຽນໄດ້ເຊັ່ນ ອາສາສະໝັກຕ່າງໆ ກໍຂຽນວ່າ ໄດ້ຮັບເລືອກໃຫ້ເປັນອາສາສະໝັກຂອງໂຄງການພັດທະນາຊົນນະບົດ ມີໜ້າທີ່ກະກຽມເອກະສານ ລວມເຖິງບັນຊີລາຍຮັບລາຍຈ່າຍທັງໝົດຂອງໂຄງການພັດທະນາ. ສໍາລັບທີ່ມີປະສົບການການເຮັດວຽກມາແລ້ວກໍສາມາດໃສ່ຂໍ້ມູນກ່ຽວກັບສິ່ງທີ່ເຄີຍເຮັດມາໄດ້ເລີຍ (ຢ່າລືມໃສ່ລິ້ງ ຫຼື ເວັບໄຊຂອງບ່ອນເຮັດວຽກເກົ່າລົງໄປໃນ Resume / CV Online  ເພື່ອໃຫ້ HR ສາມາດກວດສອບໄດ້ຢ່າງສະດວກ ການຂຽນຂໍ້ມູນທາງການສຶກສາ (Education) ໃຫ້ລຽງຈາກວຸດທິການສຶກສາສູງສຸດໄປສູ່ວຸດທິການສຶກສາຕໍ່າສຸດ ແຕ່ບໍ່ຄວນຕໍ່າເກີນລະດັບມັດທະຍົມ ແລະ ຖ້າຂຽນຢູ່ໃນແຖວດຽວກັນ ໃຫ້ຂຽນຮຽງລໍາດັບຈາກ ຊ່ວງເວລາທີ່ຮຽນ ລະດັບການສຶກສາ ແລະ ຊື່ສະຖາບັນການສຶກສາ.

          ຕົວຢ່າງ:

EDUCATION HISTORY

2013 – 2016                 Masters in  Accounting,University of ABC,  Vientiane Lao PDR

2007 –  2012                 Bachelor of Science – Accounting, University of ABC, Vientiane Lao PDR.

2001 – 2007                High School Certificate equivalent, AAA High School, Vientiane Lao PDR.

          ຂໍ້ສັງເກດ:

- ຂຽນຊື່ລະດັບການສຶກສາຂຶ້ນຕົ້ນດ້ວຍໂຕພິມໃຫຍ່ສະເໝີ

- ຊື່ສະຖາບັນການສຶກສາໃຫ້ໃສ່ແຂວງທີ່ສະຖາບັນນັ້ນຕັ້ງຢູ່ ຍົກເວັ້ນຊື່ສະຖາບັນທີ່ໃຊ້ຊື່ແຂວງເປັນຊື່ສະຖາບັນເຊັ່ນ Savannakhet University , Champasak University

- ເຮົາສາມາດເພີ່ມຫົວຂໍ້ການເຝິກອົບຮົມທີ່ກ່ຍວຂ້ອງກັບວຽກເຂົ້າໄປໃນຫົວຂໍ້ນີ້ ຫຼື ເພີ່ມຫົວຂໍ້ການເຝິກອົບຮົມຂຶ້ນມາ ເຊິ່ງຈະເພີ່ມໂອກາດໃຫ້ເຮົາໄດ້ວຽກອີກດ້ວຍ ວິທີຂຽນກໍເຊັ່ນດຽວກັບການສຶກສາ ຫຼື ປະສົບການເຮັດວຽກຄື ໃຫ້ຂຽນລຽງລໍາດັບ ວັນເດືອນປີທີ່ອົບຮົມ ແລະ ສະຖາບັນທີ່ຈັດການອົບຮົມ.

 

5. ປະສົບການເຮັດວຽກ (Working Experience)

          ໃນສ່ວນນີ້ຈະຄ້າຍກັບຂໍ້ມູນການສຶກສາ ໂດຍເລີ່ມຈາກຊື່ສະຖານທີ່ປະກອບການ, ຕໍາແໜ່ງວຽກ, ແຂວງ, ປະເທດ (ຖ້າເຮັດວຽກຢູ່ຕ່າງປະເທດມາກ່ອນ) ວັນເດືອນປີທີ່ເລີ່ມເຮັດວຽກ, ໄລຍະເວລາທີ່ເລີ່ມເຮັດວຽກນັ້ນ ແລະ ຄວນໃສ່ຂອບເຂດໜ້າທີ່ທີ່ເນົາໄດ້ເຮັດວຽກໃນຂະນະນັ້ນຢູ່ນໍາ ຫຼື ອາດຈະຈັດຮູບແບບໃຫ້ແຕກຕ່າງແຕ່ອ່ານແລ້ວສະບາຍຕາເຂົ້າໃຈງ່າຍ ນອກຈາກນັ້ນຖ້າເຄີຍຜ່ານງານມາຫຼາຍບ່ອນໃຫ້ຂຽນວຽກທີ່ເຮັດປັດຈຸບັນກ່ອນ ແລ້ວລຽງໄປຈົນເຖິງຕໍາແໜ່ງວຽກທໍາອິດ ແລະ ການອົບຮົມທີ່ເຄີຍເຂົ້າຮ່ວມ ສ່ວນນັກສຶກສາທີ່ຈົບໃໝ່ຄວນລະບຸປະສົບການພິເສດເພື່ອຊ່ວຍໃຫ້ Resume / CV ໜ້າສົນໃຈຂຶ້ນບໍ່ວ່າຈະເປັນການເຂົ້າຮ່ວມເປັນອາສາສະໝັກ, ການເຝິກງານ ຕະຫຼອດຈົນການເຮັດວຽກລ່ວງເວລາ ປະສົບການພິເສດເຫຼົ່ານີ້ຈະເປັນປັດໄຈສະໜັບສະໜູນວ່າຜູ້ສະໝັກເປັນບຸກຄົນທີ່ມີຄວາມສາມາດຮອບດ້ານ ແລະ ມີຄວາມຮັບຜິດຊອບ.

          ຕົວຢ່າງ:

WORK EXPEREINCE

* ABCD Company, Vientiane capital Lao PDR  (2016 – April 2018)

Accounting Assistant

  • Performed accounts payable functions for construction expenses.
  • Managed vendor accounts, generating weekly on demand cheques.
  • Managed financial departments with responsibility for Budgets, Forecasting, Payroll, Accounts Payable and Receivable.
  • Created budgets and forecasts for the management group.
  • Ensured compliance with accounting deadlines.
  • Prepared company accounts and tax returns for audit.
  • Coordinated monthly payroll functions for 200+ employees.
  • Liased with bankers, insurers and solicitors regarding financial transactions.

* EFGH company, Vientiane Capital , Lao PDR  ( 2015 – Dec 2016 )

Administrative Assistant

  • Performed general office duties and administrative tasks.
  • Prepared weekly confidential sales reports for presentation to management.
  • Managed the internal and external mail functions.
  • Provided telephone support.
  • Scheduled client appointments and maintained up-to-date confidential client files.

 

6. ບຸກຄົນທ່ີ່ສາມາດອ້າງອີງໄດ້ (References)

          (Resume) ພາສາອັງກິດທີ່ເຮົາຂຽນຈະມີຄວາມໜ້າເຊື່ອຖືສູງ ຖ້າເຮົາມີຊື່ ແລະ ຂໍ້ມູນການຕິດຕໍ່ຂອງບຸກຄົນທີ່ບໍລິສັດສາມາດສອບຖາມກ່ຽວກັບຕົວເຮົາໄດ້ປະມານ 2-3 ຄົນ (ບໍ່ຄວນເຮັດວຽກບ່ອນດຽວກັນ ແລະ ຕ້ອງບໍ່ແມ່ນຍາດຕິພີ່ນ້ອງຂອງເຮົາ. ດັ່ງນັ້ນ, ບຸກຄົນທີ່ສາມາດອ້າງອີງໄດ້ (References) ຄວນເປັນຫົວໜ້າເກົ່າ ຫຼື ຖ້າຫາກຍັງບໍ່ມີປະສົບການເຮັດວຽກເລີຍ ກໍຄວນເປັນບຸກຄົນທີ່ເຊື່ອຖືໄດ້ໃນວົງການທຸລະກິດເຊັ່ນ ຕ້ງເປັນບຸກຄົນທີ່ມີວຽກໝັ້ນຄົງ ຫຼື ມີຊື່ສຽງ ອາດຈະເປັນພະນັກງານລັດຖະກອນ, ຫົວໜ້າໜ່ວຍງານ, ອາຈານ ຫຼື ເຈົ້າຂອງກິດຈະການ ເຊິ່ງບຸກຄົນເຫຼົ່ານີ້ຈະຕ້ອງຮູ້ຈັກ ແລະ ເຄີຍເຫັນການເຮັດວຽກຂອງເຮົາເປັນຢ່າງດີ ການຂຽນໃຫ້ລຽງຈາກຊື່-ນາມສະກຸນ (ຖ້າເປັນອາຈານທີ່ມີຕໍາແໜ່ງຄວນໃສ່ຄໍານໍາໜ້ານໍາເຊັ່ນ ສາດສະດາຈານ (ສຈ) Prof, ຮອງສາດສະດາຈານ (ຮສ) Assoc.Prof,  ຕໍາແໜ່ງຊື່ ສະຖານປະກອບການ ແລະ ໝາຍເລກໂທລະສັບ.

          ຕົວຢ່າງ

REFERENCES

Mr. xxxxx xxxxxx, Director, AEC Enlist Co.Ltd., Lao PDR Tel. 020 987x xxxx

ເຖິງຢ່າງໃດກໍຕາມ  resume ທີ່ເຮົາສົ່ງໄປຍັງບໍ່ຈໍາເປັນຕ້ອງອ້າງອີງ reference ກໍໄດ້ແຕ່ໃຫ້ຂຽນວ່າ “References will be sent on request.” ໝາຍຄວາມວ່າ ເອກະສານອ້າງອີງຕະສົ່ງໃຫ້ກໍລະນີທາງບໍລິສັດຮ້ອງຂໍມາ.

 


     

          ຖ້າຫາກວ່າຮູ້ຫຼັກການຂຽນ resume ແລ້ວເຫັນພາບລວມແລ້ວວ່າມີ 6 ຫົວຂໍ້ໃຫຍ່ໆເປັນລັກສະນະທີ່ຍົກໃຫ້ເຫັນ ກໍເຮັດໃຫ້ການຂຽນ resume ງ່າຍຂຶ້ນ ແຕ່ການຂຽນ resume ພາສາອັງກິດບໍ່ມີຮູບແບບທີ່ຕາຍຕົວ ແຕ່ຄວນປະກອບດ້ວຍສ່ວນສໍາຄັນທີ່ກ່າວມາ ແລະ ອາດຂຽນອອກມາໃນຮູບແບບຕາຕະລາງ ຫຼື ເພີ່ມຂໍ້ມູນທີ່ຄິດວ່າຈະເປັນປະໂຫຍດໃຫ້ແກ່ຕົນເອງໄດ້ ນອກຈາກນັ້ນ, ຮູບແບບຂອງ resume ຍັງຂຶ້ນຢູ່ກັບຕໍາແໜ່ງທີ່ເຮົາສະໝັກ ເຊິ່ງປັດຈຸບັນ resume ມີຮູບແບບທີ່ຫຼາກຫຼາຍຂຶ້ນ ຫຼື ເອີ້ນວ່າ creative resume ແຕ່ຢ່າງໃດກໍຕາມ ບໍ່ວ່າຮູບແບບຂອງ resume ຈະເປັນແບບໃດ ກໍຕ້ອງຄໍານຶງຫຼັກສໍາຄັນຄື ຈຸດເດັ່ນ, ຄວາມຖືກຕ້ອງ ແລະ ຄວາມລຽບງ່າຍ ຂໍ້ມູນທີ່ບໍ່ຈໍາເປັນຕໍ່ວຽກທີ່ສະໝັກກໍບໍ່ຄວນໃສ່ລົງໄປ.

 

 

ທີ່ມາ: fischerandpartners.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now