ທັກສະຕອນຮຽນ ຊ່ວຍຄົນຈົບໃໝ່ຫາວຽກໄດ້

timer

remove_red_eye 0 views


cvConnect.la - ທັກສະຕອນຮຽນ ຊ່ວຍຄົນຈົບໃໝ່ຫາວຽກໄດ້

 

          ນັກສຶກສາທີ່ກໍາລັງຈະເປັນບັນດິດໃໝ່ ແລະ ຈະກ້າວເຂົ້າສູ່ການເຮັດວຽກຢ່າງເຕັມໂຕໃນໄລຍະເວລາອັນໃກ້ໆນີ້ ບໍ່ຈໍາເປັນຕ້ອງລໍຖ້າໃກ້ຮຽນຈົບແລ້ວຈຶ່ງຊອກວຽກ, ສົ່ງໃບສະໝັກວຽກໄປແລ້ວ ກວ່າຈະຖືກເອີ້ນສໍາພາດ ແລະ ບາງຄັ້ງຈະຕ້ອງມີການສໍາພາດຮອບສອງກໍເປັນໄດ້, ຕໍ່ມາກໍຕ້ອງໄດ້ຖ້າຟັງຜົນສໍາພາດ ລວມແລ້ວໃຊ້ເວລາເກືອບເດືອນ ຫຼື ກາຍນັ້ນກໍເປັນໄດ້ ດັ່ງນັ້ນ, ຖ້າຫາກເຈົ້າໝັ້ນໃຈວ່າຈະຈົບໃນປີນີ້ແນ່ນອນໃຫ້ເລີ່ມເບິ່ງຫາວຽກທີ່ສົນໃຈ, ເລີ່ມຂຽນ Resume ແລະ ເລີ່ມສົ່ງໃບສະໝັກວຽກໄດ້ແລ້ວ ເພື່ອເວລາໄວ້ວ່າຫຼັງຈາກທີ່ຈົບມາຈະໄດ້ມີວຽກທີ່ຮັບຮອງທັນທີ ບໍ່ຕ້ອງເສຍເວລາລໍຖ້າດົນ ແລະ ຍັງໄດ້ເງິນເດືອນກ້ອນທໍາອິດໃຫ້ພໍ່ແມ່ໄດ້ພູມໃຈກ່ອນໃຜອີກດ້ວຍ.

          ແຕ່ສໍາລັບຫຼາຍຄົນ ທີ່ກັງວົນໃຈເພາະຫາກໍຮຽນຈົບມາແລ້ວຍັງບໍ່ມີປະສົບການໃນການເຮັດວຽກ ແລ້ວຈະນໍາສະເໜີຕົນເອງແນວໃດໃຫ້ໜ້າສົນໃຈ ຂໍບອກເລີຍວ່າເປັນສິ່ງທີ່ງ່າຍຫຼາຍ ນັ້ນກໍຄືການນໍາເອົາປະສົບການທີ່ນັກສຶກສາຈົບໃໝ່ໄດ້ມາຈາກການສຶກສາໃນຫ້ອງຮຽນ ຫຼື ການເຮັດກິດຈະກໍາຕ່າງໆໃນມະຫາວິທະຍາໄລທີ່ຜ່ານມາ ແລ້ວນໍາມາເປັນຈຸດເດັ່ນໃນການຊອກວຽກເຊັ່ນ

 

1. ເຮັດວຽກພາຍໃຕ້ຄວາມກົດດັນໄດ້ ແລະ ສໍາເລັດໃນເວລາທີ່ກໍານົດ

          ຄວາມສາມາດໃນການເຮັດວຽກທີ່ໄດ້ມອບໝາຍໃຫ້ສໍາເລັດ, ທັນເວລາ ຄືທັກສະການເຮັດວຽກສໍາຄັນທີ່ຕ້ອງມີ ເພາະໃນໂລກຂອງການເຮັດວຽກຈະຕ້ອງພົບກັບຄວາມກົດດັນຈາກຫຼາຍທິດທາງ ແລະ ມັກມີການກໍານົດສົ່ງວຽກໃນໄລຍະເວລາທີ່ສັ້ນຫຼາຍ ເຊິ່ງຫາກເຈົ້າເຮັດໄດ້ມາກ່ອນໃນອະນາຄົດກໍຈະເຮັດໄດ້ດີເຊັ່ນກັນ.

 

2. ຈັດການວຽກງານຕ່າງໆຫຼາຍຢ່າງໃນເວລາດຽວກັນໄດ້

          ຕອນທີ່ກໍາລັງສຶກສາແລ້ວອາຈານພ້ອມໃຈກັນໃຫ້ວຽກບ້ານ, ວຽກກຸ່ມ, ວຽກດ່ຽວ ແລະ ຈະຕ້ອງກຽມພ້ອມໃນການກວດກາກາງພາກຮຽນອີກໃນອາທິດໜ້າ ແລະ ຍັງຕ້ອງໄດ້ເຮັດກິດຈະກໍາໄປພ້ອມ ເປັນຊ່ວງທີ່ວຸ້ນວາຍຫຼາຍສົມຄວນ ແລະ ເຈົ້າສາມາດຜ່ານຊ່ວງໄລຍະເວລານັ້ນມາໄດ້ແນວໃດ, ຄວາມສາມາດໃນການບໍລິຫານເວລາເຮັດວຽກຫຼາຍຢ່າງໃນເວລາດຽວກັນ ສິ່ງນີ້ເອງທີ່ຈະເຮັດໃຫ້ຜູ້ປະກອບການສົນໃຈໃນຕົວຂອງເຈົ້າ.

 

3. ຕັ້ງເປົ້າໝາຍ ແລະ ເຮັດໃຫ້ສໍາເລັດໃຫ້ໄດ້

          ເຈົ້າເຄີຍຕັ້ງເປົ້າໝາຍໄວ້ຫຼືບໍ່ວ່າຢາກໄດ້ເກຼດ A ວິຊາຫຍັງແດ່ໃນແຕ່ລະເທີມ, ຢາກໄດ້ຄະແນນສະເລ່ຍທີ່ສູງໆ ຫຼືໄດ້ກຽດນິຍົມອັນດັບໜຶ່ງ, ອັນດັບສອງ ເມື່ອເຈົ້າມີເປົ້າໝາຍ ແລ້ວໄດ້ເພີ່ມຄວາມພະຍາຍາມຫຼາຍຂຶ້ນ ເພື່ອໃຫ້ໄປເຖິງຈຸດໝາຍນັ້ນ ແລະ ເມື່ອເຈົ້າສາມາດເຮັດໄດ້ ຈະເຮັດໃຫ້ສາມາດນໍາມາໃຊ້ໃນການເຮັດວຽກ ເພື່ອໃຫ້ບັນລຸເປົ້າໝາຍໃນການເຮັດວຽກໄດ້ເຊັ່ນກັນ.

 

4. ປັບຕົວໄດ້ ເຂົ້າກັບຄົນງ່າຍ

          ເວລາທີ່ຕ້ອງເຮັດວຽກເປັນກຸ່ມ ເຮົາຈະພົບໝູ່ທີ່ມັກກິນແຮງຄົນອື່ນ ເປັນຕົວບັນຫາ ເຮັດໃຫ້ເກີດຄວາມຂັດແຍ່ງພາຍໃນກຸ່ມສະເໝີ ຄົນທີ່ມີລັກສະນະນີ້ບໍ່ເປັນທີ່ຕ້ອງການໃນສັງຄົມການເຮັດວຽກເຊັ່ນກັນ ຖ້າຫາກເຈົ້າເປັນຄົນປັບຕົວເກັ່ງ ສາມາດເຮັດວຽກເປັນທີມໄດ້ ນີ້ແມ່ນສິ່ງທີ່ເຈົ້າບໍ່ຄວນພາດທີ່ຈະນໍາສະເໜີ.

 

 

Jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now