COVER LETTER ຂຽນເປັນພາສາອັງກິດໃຫ້ເດັ່ນແນວໃດ?

timer

remove_red_eye 0 views


cvConnect.la - COVER LETTER ຂຽນເປັນພາສາອັງກິດໃຫ້ເດັ່ນແນວໃດ?

 

          ຖ້າຫາກວ່າຕ້ອງການສະໝັກວຽກແລ້ວຕ້ອງມີ Cover Letter ບົດຄວາມນີ້ຈະພາໄປເບິ່ງວ່າ ການຂຽນ Cover Letter ພາສາອັງກິດ ບາງຄົນອາດຈະຮູ້ຢູ່ແລ້ວ ແລະ ຕ້ອງການກວດຄືນເບິ່ງວ່າຕົນເອງນັ້ນຂຽນຖືກຕ້ອງຫຼືບໍ່ ມາເບິ່ງນໍາກັນເລີຍ. Cover Letter ແມ່ນຫຍັງ? Cover Letter ຄືຈົດໝາຍທີ່ເຮົາຂຽນສົ່ງຕອນສະໝັກວຽກໃຫ້ກັບບໍລິສັດໂດຍມີ Resume ແລະ CV ແນບຟາຍໄປນໍາ ອາດບໍ່ແມ່ນທຸກບໍລິສັດທີ່ຈໍາເປັນຕ້ອງມີ Cover Letter ແຕ່ວ່າຖ້າມີກໍສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການສະໝັກວຽກກັບບໍລິສັດນັ້ນ ແລະ ຍັງເປັນການເປີດໂອກາດໃຫ້ເຮົາສາມາດເວົ້າໃນສິ່ງທີ່ Resume ຫຼື ປະຫວັດສ່ວນຕົວທີ່ເຮົາຍັງບໍ່ໄດ້ເວົ້າອີກດ້ວຍ.

          Cover Letter ທີ່ເຮົາສົ່ງໃຫ້ກັບບໍລິສັດເພື່ອສະໝັກວຽກຕາມປະກາດສະໝັກງານທົ່ວໄປ ຫຼື ເອີ້ນອີກຢ່າງໜຶ່ງວ່າ Application Later ຈົດໝາຍສະໝັກວຽກນັ້ນເອງ
 

          * ສິ່ງທີ່ຕ້ອງຄໍານຶງເມື່ອຂຽນ Cover Letter

- ກະຊັບ, ກົງປະເດັນ, ບໍ່ຍືດເຍື້ອ, ອ່ານງ່າຍ

- ບໍ່ຍາວຈົນເກີນໄປ

- ຂຽນວ່າເປັນຫຍັງເຮົາຄືເໝາະສົມກັບຕໍາແໜ່ງນີ້ໃນບໍລິສັດນັ້ນ ຢ່າເລົ່າແຕ່ເລື່ອງຂອງຕົນເອງຫຼາຍເກີນໄປ

          * ໃນ Cover Letter ຕ້ອງມີຫຍັງແນ່?

- ເຮົາມາສະໝັກໃນຕໍາແໜ່ງຫຍັງ?

- ຮູ້ໄດ້ມາຈາກໃສ

- ເປັນຫຍັງຈຶ່ງຄິດວ່າເໝາະສົມກັບຕໍາແໜ່ງນີ້

- ຄວາມສາມາດເຮົາເໝາະສົມກັບບໍລິສັດແນວໃດ, ເປັນຫຍັງຈຶ່ງຢາກເຮັວຽກຢູ່ບ່ອນນີ້ (ສະແດງໃຫ້ເຫັນວ່າເຮົາມີການຊອກຮູ້ເລື່ອງ, ປະເພດ ແລະ ເປົ້າໝາຍບໍລິສັດ ແລະ ຄວາມສາມາດທີ່ກົງກັບ job description ໃນການປະກາດສະໝັກວຽກ.

 

          ຕົວຢ່າງ

ເພື່ອໃຫ້ເຫັນວ່າມີການໃຊ້ງານແທ້ ແຕ່ກໍຂຶ້ນຢູ່ກັບລາຍລະອຽດວຽກ ແລະ ການຕັດສິນໃຈຂອງເຮົາ, ຄວນຂຽນດ້ວຍຕົນເອງເພາະຄົນທີ່ຈະເຮັດວຽກກໍຄືເຮົານັ້ນເອງ.

Dear (ຊື່),

- ກ່າວເຖິງຊື່ຜູ້ທີ່ເຮົາຕ້ອງການສະໝັກວຽກ ຫຼື ອາດຈະຂຽນ HR Department ຂອງບໍລິສັດນັ້ນໆ

          ຫຍໍ້ໜ້າ 1

- ໃຫ້ລະບຸວ່າເຮົາຈະສະໝັກຕໍາແໜ່ງຫຍັງ, ເຫັນການຮັບສະໝັກມາຈາກໃສ ແລະ ໃຫ້ບອກໄປວ່າເຮົາມີຟາຍ Resume ຫຼື Cv ແນບມາໃນເມວພ້ອມ

          ຫຍໍ້ໜ້າ 2

- ບອກທັກສະທີ່ກ່ຽວຂ້ອງ ຄຸນສົມບັດ ຄວາມສໍາເລັດຂອງເຮົາທີ່ກົງກັບ job description ໃນການປະກາດສະໝັກງານ ແລະ ເຫດຜົນທີ່ເຮົາເໝາະສົມກັບຕໍາແໜ່ງນີ້.

          ຫຍໍ້ໜ້າ 3

- ບອກວ່າເປັນຫຍັງຈຶ່ງສົນໃຈບໍລິສັດນີ້ ສະແດງໃຫ້ເຫັນຄວາມຕັ້ງໃຈຂອງເຮົາວ່າຕັ້ງໃຈທີ່ຈະສະໝັກກັບບໍລິສັດນີ້ບໍ່ໄດ້ສະໝັກໄປຫຼາຍບ່ອນ ແລະ ບາງຄົນຈະສົ່ງໃຫ້ບໍລິສັດໜຶ່ງແຕ່ໄປຂຽນຊື່ອີກບໍລິສັດໜຶ່ງກໍເປັນໄດ້, ສະນັ້ນ, ຕ້ອງລະວັງໃຫ້ດີ

          ຫຍໍ້ໜ້າ 4

- ສະຫຼຸບດ້ວຍຖ້ອຍຄໍາທີ່ສະແດງຄວາມກະຕືລືລົ້ນ ແລະ ຄວາມສົນໃຈຂອງເຮົາຕໍ່ວຽກນັ້ນ

ຄໍາລົງທ້າຍຈົດໝາຍ ເຊັ່ນ

(Yours Sincerely, Best Regards,

ຊື່ຂອງເຮົາ

ຊ່ອງທາງໃນການຕິດຕໍ່ ເຊັ່ນ ເບີໂທລະສັບ ຫຼື ອີເມວ)

 

           ຕົວຢ່າງທີ່ນໍາໃຊ້:

Dear Mr Smith,

ຮຽນ ທ່ານສະມິດ

I am writing this with regards to [content writer] position advertised on [website]. I am very interested in the position. I’m attaching my resume and my portfolio with this mail to guarantee you that my qualification meets the company’s expectation.

ຂ້າພະເຈົ້າ ຂຽນຈົດໝາຍນີ້ທີ່ມີຕໍາແໜ່ງ (ນັກຂຽນ) ໂຄສະນາຢູ່ໃນ (ເວັບໄຊ) ເຊິ່ງຂ້າພະເຈົ້າໄດ້ແນບ  CV ມາດ້ວຍໃນຈົດໝາຍສະບັບນີ້ເພື່ອຮັບຮອງວ່າຂ້າພະເຈົ້າມີຄຸນສົມບັດຕາມທີ່ບໍລິສັດຕ້ອງການ.

          *ຫຍໍ້ໜ້າທີ 2 ຖ້າບໍ່ມີປະສົບການ

My degree course has prepared me well for this position. During my [dissertation/project], I was required to do a lot of independent research, which required self-motivation, and the ability to organize and work on a long term project. In particular, [module] has helped prepare me by [talk about skills gained].

ຫຼັກສູດທີ່ຂ້າພະເຈົ້າ ຮຽນມາໄດ້ກຽມພ້ອມໃຫ້ຂ້າພະເຈົ້າພ້ອມກັບການເຮັດວຽກໃນຕໍາແໜ່ງນີ້ ຈາກການຂຽນບົດໂຄງການຈົບຊັ້ນ, ບົດລາຍງານວິໄຈຕ່າງໆ ເຊິ່ງຂ້າພະເຈົ້າໄດ້ມີໂອກາດເຮັດດ້ວຍຕົນເອງ ເຊິ່ງຕ້ອງໃຊ້ແຮງຜັກດັນຕົນເອງ ແລະ ຄວາມສາມາດໃນການຈັດການ ແລະ ເຮັດວຽກໃນແຜນໄລຍະຍາວ, ນອກຈາກນີ້ໃນວິຊາ (ຊື່ວິຊາ) ຍັງກຽມພ້ອມທາງດ້ານ (ທັກສະທີ່ໄດ້ຈາກລາຍວິຊານັ້ນ) ອີກດ້ວຍ.

          *ຫຍໍ້ໜ້າທີ 2 ຖ້າມີປະສົບການເຮັດວຽກໃຫ້ຂຽນຕື່ມດັ່ງນີ້

In addition, I have worked at [company], as [role]. This role required [discuss skills]. In particular, [highlight one example of a specific event/project/incident that required certain skills and what you did].

ນອກຈາກນີ້ ຂ້າພະເຈົ້າຍັງເຄີຍເຮັດວຽກທີ່ (ຊື່ບໍລິສັດ) ໃນຖານະ (ຕໍາແໜ່ງ) ທີ່ຕ້ອງໃຊ້ (ທັກສະຕ່າງໆ) ໃນການເຮັດວຽກຂ້ອນຂ້າງສູງ (ຍົກຕົວຢ່າງວຽກງານ ຫຼື ເຫດການຕ່າງໆທີ່ໄດ້ໃຊ້ທັກສະທີ່ທາງບໍລິສັດຕ້ອງການ ແລະ ອະທິບາຍການຈັດການຂອງເຮົາ.

I’m attracted to this role, because [reasons] and I hope that I can demonstrate to you that I would be a good fit for this company, with my proven skills, commitment to the role, and enthusiasm to learn.

ຂ້າພະເຈົ້າມີຄວາມສົນໃຈໃນຕໍາແໜ່ງນີ້ເນື່ອງຈາກ (ລະບຸເຫດຜົນ) ແລະ ຫວັງວ່າ ຂ້າພະເຈົ້າຈະໄດ້ສະແດງໃຫ້ທ່ານເຫັນວ່າ ຂ້າພະເຈົ້າມີຄວາມເໝາະສົມກັບບໍລິສັດນີ້ ດ້ວຍທັກສະທີ່ມີຄວາມມຸ່ງໝັ້ນຕໍ່ບົດບາດ ແລະ ຄວາມກະຕືລືລົ້ນທີ່ຈະຮຽນຮູ້

 (*ຖ້າບໍລິສັດໃຫ້ໄລ່ເງິນເດືອນທີ່ຄາດຫວັງໄວ້ກໍໃສ່ໄວ້ບ່ອນນີ້ເລີຍ ຖ້າບໍລິສັດບໍ່ຢາກໄດ້ກໍບໍ່ຈໍາເປັນ My expected salary is [xxx])

I am available to start [when]. Please do get in touch if you have any questions,
ຂ້າພະເຈົ້າ ສາມາດເລີ່ມວຽກໄດ້ຕັ້ງແຕ່ (ວັນທີ) ກະລຸນາຕິດຕໍ່ມາໄດ້ທັນທີຫາກມີຄໍາຖາມປະການໃດ
Yours sincerely,

ດ້ວຍຄວາມເຄົາລົບນັບຖືຢ່າງສູງ

Miss [name] / Mr. [name]

email@email.com

 

          *ສະຫຼຸບ

ກໍເຫັນແລ້ວວ່າ Cover Letter ແມ່ນຫຍັງ ແລະ ຂຽນແນວໃດ, ພະຍາຍາມຂຽນໃຫ້ຄົນທີ່ອ່ານໝັ້ນໃຈວ່າເຮົາມີຄວາມສາມາດແບນັ້ນແທ້ ຄົນທີ່ອ່ານກໍຕ້ອງການຫາຄົນມາເຮັດວຽກນັ້ນ ແລະ ຕ້ອງການ best candidate. ດັ່ງນັ້ນ ຈະຕ້ອງສະແດງໃຫ້ເຫັນຄວາມສາມາດ ເລົ່າປະສົບການຂອງຕົນເອງໃຫ້ກະທັດຮັດ ແລະ ໜ້າສົນໃຈທີ່ສຸດ.

 

ທີ່ມາ: www.hotcourses.in.th

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now