10 ອາຊີບ ທີ່ຕະຫຼາດແຮງງານໂລກຕ້ອງການຫຼາຍທີ່ສຸດ

timer

remove_red_eye 0 views


cvConnect.la - 10 ອາຊີບ ທີ່ຕະຫຼາດແຮງງານໂລກຕ້ອງການຫຼາຍທີ່ສຸດ

          ປັດຈຸບັນ ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດມີການແຂ່ງຂັນສູງ ເນື່ອງຈໍານວນປະຊາກອນທີ່ເພີ່ມຂຶ້ນ ແລະ ອີກຫຼາຍປັດໄຈ, ນີ້ແມ່ນ 10 ອາຊີບທີ່ຕ້ອງການຫຼາຍໃນຕະຫຼາດແຮງງານໂລກເຊິ່ງອັບເດດໃນປີ 2018 ມີອາຊີບດັ່ງນີ້.

 

1. ວິສະວະກອນໂຍທາ

         

          ອາຊີບວິສະວະກອນໂຍທາ ໃນຕະຫຼາດແຮງງານໂລກມີຄວາມຕ້ອງການຫຼາຍເຖິງ 16 ປະເທດຈາກທົ່ວໂລກ ເປັນຕົ້ນ ຊິລີ (Chile) , ແມັກຊີໂກ (Mexico), ຕຸລາກີ (Turkey) ...

 

2. ຜູ້ຈັດການຝ່າຍວິສະວະກອນ

         

          ອາຊີບຜູ້ຈັດການຝ່າຍວິສະວະກອນ ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 9 ປະເທດຈາກທົ່ວໂລກ ເຊັ່ນ ອົດສະຕາລີ (Australia), ສະວິດເຊີແລນ (Switzerland) , ອັງກິດ (England)...

 

3. ນັກບັນຊີ

          ອາຊີບນັກບັນຊີໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 11 ປະເທດຈາກທົ່ວໂລກ ເຊັ່ນ ຟິນແລນ (Finland), ໄອແລນ (Ireland), ເກົາຫຼີໃຕ້ (South Korea)...

 

4. ນັກວິເຄາະຂໍ້ມູນດ້ານ IT

          ອາຊີບ ນັກວິເຄາະຂໍ້ມູນດ້ານ IT ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 9 ປະເທດຈາກທົ່ວໂລກ ເຊັ່ນ ບຣາຊິວ (Brazil), ເນເທີແລນ (Netherland), ສະຫະລັດອາເມລິກາ (United States of America)...

 

5. ວິສະວະກອນໄຟຟ້າ

          ອາຊີບ ວິສະວະກອນໄຟຟ້າ ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 16 ປະເທດຈາກທົ່ວໂລກ ເຊັ່ນ ແຄນນາດາ (Canada), ເຢຍລະມັນ (Germany), ນິວຊີແລນ (New Zealand)...

 

6. ໝໍ, ແພດ

          ອາຊີບ ໝໍ, ແພດ ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 16 ປະເທດຈາກທົ່ວໂລກ ເປັນຕົ້ນ ແຄນນາດາ (Canada), ອິດສະລາເອວ (Israel), ຍີ່ປຸ່ນ (Japan)...

 

7. ພະຍາບານ

          ອາຊີບພະຍາບານໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 18 ປະເທດຈາກທົ່ວໂລກ ເປັນຕົ້ນ ອົດສະຕາລີ (Australia), ນິວຊີແລນ (New Zealand), ຣັດເຊຍ (Russia)...

 

8. ວິສະວະກອນເຄື່ອງກົນຈັກ

          ອາຊີບ ວິສະວະກອນເຄື່ອງກົນຈັກ ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 19 ປະເທດຈາກທົ່ວໂລກ ເຊັ່ນ ກີຊ (Greece), ສະເປນ (Spain), ສະຫະລັດອາເມລິກາ (United States of America)...

 

9. ວິສະວະກອນເອເລັກໂທນິກ (Electrical Engineer)

          ອາຊີບ ວິສະວະກອນ ເອເລັກໂທນິກ ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 19 ປະເທດຈາກທົ່ວໂລກ ເຊັ່ນ ບຣາຊິວ (Brazil), ຝຣັ່ງ (French), ສະໂລວາເກຍ (Slovakia)...

 

10. ນັກພັດທະນາຊອບແວ (Software)

          ອາຊີບ ນັກພັດທະນາຊອບແວ (Software) ໃນຕະຫຼາດແຮງງານມີຄວາມຕ້ອງການຫຼາຍໃນ 24 ປະເທດຈາກທົ່ວໂລກ ເຊັ່ນ ຍີ່ປຸ່ນ (Japan), ອັງກິດ (England), ອາເມລິກາ (United States of America)...

 

 

 

ທີ່ມາ: careeraddict.com, pexels.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now