ເປັນຫຍັງເຮົາຕ້ອງເປີດປະເທດຮັບການລົງທຶນ?

timer

remove_red_eye 0 views


cvConnect.la - ເປັນຫຍັງເຮົາຕ້ອງເປີດປະເທດຮັບການລົງທຶນ?

ໃນຊ່ວງທີ່ຜ່ານມາຂ້ອຍໄດ້ຊື້ປື້ມມາອ່ານຫຼາຍຫົວເພື່ອເພີ່ມພູນຄວາມຮູ້ຂອງໂຕເອງໃນເລື່ອງປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມ

ສາເຫດປະເທດລາວເຮົາທີ່ສາມາດພັດທະນາເສດຖະກິດໃຫ້ເຕີບໂຕຢ່າງວ່ອງໄວ ເຖິງວ່າຈະຍັງຄົງເປັນປະເທດທີ່ຍັງບໍ່ພັດທະນາ ແຕ່ກໍ່ຖືວ່າຢູ່ໃນເກນທີ່ດີຕາມລຳດັບ ທີ່ເຮົາພັດທະນາມັນເລີ່ມໃນຊ່ວງປະມານປີ 2000 ທີ່ລັດຖະບານເລີ່ມນຳໃຊ້ແຜນປະຕິຮູບເສດຖະກິດໂດຍນຳເອົາລັດວິສາຫະກິດຕ່າງໆອອກມາໃຫ້ເອກກະຊົນຖືຮຸ້ນ ເຊັ່ນ ໃຫ້ບໍລິສັດຂອງທັກສິນເຂົ້າມາຖືຮຸ້ນຂອງລາວໂທລະຄົມເພື່ອນຳເອົາບຸກຄະລາກອນ ແລະ ເທັກໂນໂລຢີເຂົ້າມາພັດທະນາ ຈົນລາວໂທລະຄົມມີລາຍໄດ້ເຕີບໂຕຢ່າງກ້າວກະໂດດ, ຍັງມີອີກຫຼາຍບໍລິສັດໂທລະຄົມທີ່ລັດຖະບານໄດ້ໃຫ້ເອກກະຊົນເຂົ້າມາພັດທະນາ ແລະ ແຂ່ງຂັນ

ແລະ ມີຂ່າວວ່າຕອນນີ້ບໍລິສັດ ETL ກຳລັງຈະໃຫ້ນັກລົງທຶນຈີນເຂົ້າມາຖືຮຸ້ນເພື່ອຜິກຟື້ນໃຫ້ ETL ກັບມາມີກຳໄລຫຼັງຈາກທີ່ຂາດທຶນ ຈາກການບໍ່ສາມາດແຂ່ງຂັນກັບເຈົ້າອື່ນໄດ້

ທີ່ຜ່ານມາແຜນການພັດທະນາເສດຖະກິດຂອງລັດຖະບານລາວພະຍາຍາມຫຼຸດບົດບາດຂອງລັດໃນການເຂົ້າຄວບຄຸມລັດວິສາຫະກິດ ແລ້ວເປີດໃຫ້ເອກກະຊົນ, ນັກລົງທຶນຈາກຕ່າງປະເທດເຂົ້າມາແຂ່ງຂັນ ບໍ່ວ່າຈະເປັນການເປີດເຂດເສດຖະກິດພິເສດຂຶ້ນໃນຫຼາຍແຫ່ງ, ການແກ້ກົດໝາຍໃຫ້ຕ່າງປະເທດສາມາດເຊົ່າດິນໄດ້ດົນຂຶ້ນ ເພື່ອໃຫ້ເຂົາເຂົ້າມາພັດທະນາປະເທດໃຫ້ເກີດການຈ້າງງານ, ໃຫ້ເມັດເງິນສະພັດໃນປະເທດ

ບໍລິສັດເບຍລາວທີ່ເປັນຂອງລັດຖະບານກໍ່ໃຫ້ Carlberg ເຂົ້າມາຖືຮຸ້ນເຖິງ 49% ເພື່ອໃຫ້ເຂົານຳເອົາຂະບວນການຜະລິດຕ່າງໆເຂົ້າມາສ້າງຜະລິດຕະພັນ ຈົນເຮົາໄດ້ເຫັນເບຍຢີ່ຫໍ້ຂອງຄົນລາວ ທີ່ຊື່ ເບຍລາວ ແຖມຍັງສາມາດສົ່ງອອກຂາຍຕ່າງປະເທດໄດ້ອີກ ລອງຄິດເບິ່ງວ່າຖ້າເຮົາເຮັດເອງໝົດ ເຮົາຈະສາມາດເຮັດໄດ້ບໍ່?

ປີ 2011 ທະນາຄານການຄ້າຕ່າງປະເທດລາວ ແລະ ບໍລິສັດ ຜະລິດໄຟຟ້າລາວ EDL-GEN ໄດ້ຂາຍຮຸ້ນໃຫ້ນັກລົງທຶນໃນປະເທດ ແລະ ຕ່າງປະເທດເພື່ອລະດົມທຶນເຂົ້າຕະຫຼາດຫຼັກຊັບ ເພື່ອປະຕິຮູບໃຫ້ລັດວິສາຫະກິດເຫຼົ່ານີ້ມີຄວາມໂປ່ງໃສ ແລະ ສາກົນຂຶ້ນ ຈະເຫັນວ່າໃນທະນາຄານການຄ້າມີບອດບໍລິຫານເປັນຄົນຕ່າງປະເທດນຳ

ແຕ່ດ້ວຍຄວາມບໍ່ເຂົ້າໃຈຂອງຄົນລາວຫຼາຍຄົນ ທີ່ມັກຈະໂຈມຕີວ່າການເຮັດແບບນີ້ເປັນການຂາຍຊາດ ໃຫ້ຄົນຈີນ, ຄົນຫວຽດເຂົ້າມາຍຶດປະເທດ ເຊິ່ງເປັນການຄິດທີ່ບໍ່ອີງຕາມເຫດຜົນ ແລະ ຄວາມເປັນຈິງຈັກໜ້ອຍເລີຍ

ການເປີດປະເທດນັ້ນແຫຼະ ແຮງເປີດເທົ່າໃດມັນແຮງຈະຊ່ວຍຄົນລາວໃຫ້ທີຊີວິດການເປັນຢູ່ທີ່ດີຂຶ້ນ ບໍ່ເຊື່ອລອງເບິ່ງປະເທດພະມ້າ ທີ່ທະຫານເຮັດການປະຕິວັດ ແລະ ປິດປະເທດບໍ່ໃຫ້ຄ້າຂາຍກັບຕ່າງປະເທດຈົນປະເທດພະມ້າຫຼ້າຫຼັງ ຕາມປະເທດອື່ນບໍ່ທັນ ເຕັມໄປດ້ວຍການຄ້າຂາຍສິ່ງຜິດກົດໝ່າຍ ຍ້ອນຕອນນັ້ນນາຍພົນທະຫານພະມ້າຄິດວ່າ ຕ້ອງການຮັກສາຄວາມເປັນພະມ້າໄວ້ ບໍ່ຢາກໃຫ້ທຶນນິຍົມເຂົ້າມາກືນກິນ ແຕ່ໂຕຜູ້ນຳໃນປະເທດເອງພັດໂກງກິນບ້ານເມືອງຈົນປະຊາຊົນໃນປະເທດທຸກຍາກກັນໝົດ ສຸດທ້າຍກໍຕ້ອງຍອມເປີດປະເທດເພື່ອໃຫ້ນັກລົງທຶນເຂົ້າໄປພັດທະນາ

ຄືຄົນມັກຄິດວ່າ ຖ້າໃຫ້ຕ່າງປະເທດເຊົ່າດິນເຮົາໝົດ ແລ້ວຄົນລາວຈະໄປຢູ່ໃສ? ແຕ່ພັດບໍ່ຄິດວ່າເຂົານັ້ນຢາກຈະມາເຊົ່າດິນເຮົາບໍ່? ເຊົ່າດິນແລ້ວສິເອົາໄປເຮັດຫຍັງ? ໃນໂລກນີ້ມີດິນບໍ່ອຶດບໍ່ຍາກ ທຸກປະເທດເຂົາມີແຕ່ຊວນຄົນໄປລົງທຶນ ໄປເຊົ່າດິນປະເທດໂຕເອງ ແລ້ວນັກລົງທຶນເຂົາມີເຫດຜົນຫຍັງຈະມາເຊົ່າດິນຖິ້ມໄວ້ ແລ້ວບໍ່ເຮັດຫຍັງ ແນ່ນອນເຂົາເພື່ອນຳເອົາໄປພັດທະນາໃຫ້ເກີດກຳໄລ ຖ້າມັນບໍ່ມີກຳໄລເຂົາບໍ່ເຮັດດອກ ເຊິ່ງການພັດທະນານັ້ນມັນກໍ່ຕ້ອງດີຕໍ່ຄົນລາວເອງ ແບບທີ່ເຂົາມາເຮັດ Vientiane Center, World Trade Center, ສ້າງຄອນໂດຂຶ້ນຕາມຕົວເມືອງ ແບບທີ່ປະເທດຫວຽດນາມໃຫ້ຊຳປະທານທີ່ດິນຟຣີເຖິງ 30 ປີໃຫ້ບໍລິສັດ SAMSUNG, APPLE ເພື່ອມາສ້າງໂຮງງານຈ້າງຄົນຫວຽດເປັນແສນຄົນເຮັດວຽກ

ສິ່ງທີ່ຫຼາຍຄົນກັງວົນໃນປະເທດເຮົາຄື ຈະຄິດວ່າຄົນຕ່າງປະເທດຈະເຂົ້າມາຍາດວຽກເຮົາ ແຕ່ຂ້ອຍພັດເບິ່ງວ່າ ຄົນຕ່າງປະເທດນັ້ນແຫຼະຈະນຳເອົາຄວາມຮູ້ ມາສອນຄົນລາວໃຫ້ເກັ່ງຂຶ້ນ, ການໃຫ້ເຂົາມາປະເທດເຮົາຫຼາຍນັ້ນແຫຼະມັນຈະສອນໃຫ້ທຸລະກິດ ແລະ ຄົນລາວຕ້ອງພັດທະນາໂຕເອງໃຫ້ມີຄວາມສາມາດ ບໍ່ແມ່ນເຮົາຈະຄິດວ່າບໍ່ໃຫ້ເຂົາເຂົ້າມາ ແລ້ວໂຕເອງກະເປັນແບບນີ້ ຢູ່ແບບນີ້ບໍ່​ພັດທະນາໄປຕະຫຼອດ

ການເປີດຮັບນັ້ນດີກວ່າການປິດ ແຕ່ມັນກໍ່ຕ້ອງຄ່ອຍເປັນຄ່ອຍໄປ ໃຫ້ຄົນໃນປະເທດໄດ້ປັບຕົວ ແລະ ພັດທະນາໃຫ້ທັນການເຂົ້າມາຂອງທຶນ

ເອກກະສິດ ສິລິຈັກ 
29.1.2017

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now