9 ສັນຍານດີທີ່ບອກວ່າຈະໄດ້ວຽກເຮັດແລ້ວ

timer

remove_red_eye 0 views


cvConnect.la - 9 ສັນຍານດີທີ່ບອກວ່າຈະໄດ້ວຽກເຮັດແລ້ວ

 

          ຫຼາຍຄົນເຄີຍເປັນແມ່ນບໍ່ ວ່າເຮົາຈະໄດ້ເຮັດວຽກນີ້ ຫຼື ບໍ່ ເພາະທຸກຢ່າງດີໄປໝົດຕັ້ງແຕ່ຂັ້ນຕອນການຍື່ນໃບສະໝັກງານໄປຈົນເຖິງຂັ້ນຕອນການສໍາພາດກໍຕອບໄດ້ດີ ແລະ ຮູ້ສຶກໃນໃຈວ່າບໍລິສັດນັ້ນຕ້ອງເລືອກເຮົາ ການທີ່ຕ້ອງມານັ່ງຄິດ ແລະ ຄາດເດົາວ່າຈະໄດ້ ຫຼື ບໍ່ໄດ້ນັ້ນ ບາງຄັ້ງກໍເຮັດໃຫ້ເຮົາມີຄວາມກັງວົນໃຈ, ຕື່ນເຕັ້ນ, ມີຄວາມຫວັງ ຖືເປັນສີສັນໜຶ່ງໃນການຊອກວຽກ. ແຕ່ຖ້າເຈົ້າສາມາດຈັບສັນຍານໄດ້ ຈະເຫັນວ່າມີສັນຍານດີໆທີ່ບອກໄດ້ວ່າ ໃຫ້ກຽມພ້ອມທີ່ຈະເລີ່ມວຽກໃໝ່ໄດ້ເລີຍ. ມື້ນີ້ ຊີວີຄອນເນັກ ຈະມາບອກ 9 ສັນຍານທີ່ດີດັ່ງກ່າວວ່າມີຫຍັງແດ່.

 

          1. ມີການຂໍຂໍ້ມູນຂອງບຸກຄົນອ້າງອີງທີ່ສາມາດຮັບຮອງຄວາມສາມາດຂອງເຈົ້າໄດ້ ບາງຄັ້ງການທີ່ເຈົ້າພົບເຫດການແບບນີ້ຈະເຮັດໃຫ້ຄິດວ່າ ບໍລິສັດບໍ່ເຊື່ອໃຈໃນຜົນງານຂອງເຈົ້າຫຼືແນວໃດ ຖ້າເປັນແບບນັ້ນບໍລິສັດຈະຊອກຫາຂໍ້ມູນແບບລັບໆໂດຍບໍ່ໃຫ້ເຈົ້າຮູ້ແນ່ນອນ ແຕ່ກົງກັນຂ້າມຖ້າເກີດເຫດການດັ່ງກ່າວສະແດງວ່າ ບໍລິສັດມີຄວາມສົນໃຈໃນຕົວຂອງເຈົ້າ ຈຶ່ງຢາກຮູ້ວ່າມີຄຸນສົມບັດຫຍັງອີກແນ່ທີ່ໜ້າສົນໃຈໂດຍການຫາຈາກຄົນທີ່ສາມາດໃຫ້ຂໍ້ມູນແກ່ເຂົາເຈົ້າໄດ້.

 

          2. ແນະນໍາເຈົ້າໃຫ້ຮູ້ຈັກກັບທີມງານ ຖືເປັນອີກໜຶ່ງສັນຍານທີ່ດີ ເພາະນັ້ນອາດຈະເປັນວິທີທົດສອບວ່າເຈົ້າສາມາດເຂົ້າກັບພະນັກງານເຫຼົ່ານັ້ນໄດ້ ຫຼື ບໍ່.

 

          3. ບໍລິສັດອາດຈະຖາມວ່າ ໄລຍະເວລາໃນການກຽມພ້ອມສໍາລັບການເລີ່ມຕົ້ນວຽກໃໝ່ ເຊັ່ນ ວຽກທີ່ຍັງຄົງຄ້າງກັບບໍລິສັດເກົ່າຈະສໍາເລັດແລ້ວ ຫຼື ຍັງ ແລະ ຕອນໃດ  ຫຼື ຍັງມີວຽກອັນໃດທີ່ຕ້ອງເຮັດຕໍ່ເນື່ອງອີກບໍ່ ແລະ ຈະສາມາດເຂົ້າມາຮ່ວມການເຮັດວຽກກັບທີມໄດ້ເມື່ອໃດ.

 

          4. ມີການໂອ້ລົມຖາມເຖິງເລື່ອງເງິນເດືອນ ເຊັ່ນ ການຖາມເຖິງເງິນເດືອນປັດຈຸບັນຂອງເຈົ້າ ແລະ ເງິນເດືອນໃໝ່ທີ່ເຈົ້າຄາດຫວັງ.

 

          5. ການສະແດງອອກທາງໜ້າຕາ, ອາລົມຂອງຜູ້ສໍາພາດ ຖ້າຫາກເຂົາມີຄວາມພໍໃຈ ຈະສັງເກດໄດ້ຈາກທ່າທາງ, ບາງຄັ້ງກໍອາດຈະຍິ້ມຕາມມາລະຍາດ ແຕ່ຖ້າເກີດມີຄວາມສົນໃຈໃນຕົວເຈົ້າແທ້ໆ ການສະແດງກິລິຍາທ່າທາງຈະອອກມາທາງສາຍຕາ ແລະ ທ່າທີທີ່ສົນໃຈ ແລະ ຕັ້ງໃຈຈະຖາມເຈົ້າຫຼາຍຂຶ້ນ.

 

          6. ມີການເປີດໂອກາດໃຫ້ເຈົ້າຖາມກັບ ແລະ ຜູ້ສໍາພາດຍິນດີທີ່ຈະຕອບຄໍາຖາມ ສະແດງວ່າເຂົາເຈົ້າຕ້ອງການທີ່ຈະອະທິບາຍໃຫ້ຮູ້ຈັກອົງກອນ, ຢາກຈະສ້າງຄວາມຮູ້ສຶກຜ່ອນຄາຍ ແລະ ເລີ່ມສະແດງໃຫ້ເຫັນຄວາມມີນໍ້າໃຈ ຫຼື ເປັນມິດທີ່ດີບາງຢ່າງອອກມາ.

 

          7. ຈະຮູ້ສຶກໄດ້ວ່າເວລາທີ່ຖືກສໍາພາດວຽກແມ່ນໃຊ້ເວລາດົນ, ບໍ່ມີການຮວບຮັດຄັດຕອນໃນການສົນທະນາແຕ່ຢ່າງໃດ, ແຕ່ເຂົາເຈົ້າຈະພະຍາຍາມສ້າງຄວາມຮູ້ຈັກ ແລະ ແລກປ່ຽນຂໍ້ມູນ, ເວົ້າເຖິງອົງກອນ ຫຼື ບໍລິສັດ ແລະ ໜ້າວຽກຂອງເຈົ້າໃຫ້ຟັງຢ່າງລະອຽດ.

 

          8. ການສະແດງອອກທາງພາສາກາຍເຊັ່ນ ສົນໃຈທີ່ຈະຮັບຟັງ, ມີສ່ວນຮ່ວມໃນການໂອ້ລົມ, ຖາມຄໍາຖາມທີ່ລົງເລິກ, ມີສ່ວນຮ່ວມກັບໃນການຕໍ່ປະເດັນກັບເຈົ້າ, ມີການຕອບສະໜອງທາງສີໜ້າ, ຈົດບັນທຶກ ແລະ ບໍ່ແນມເບິ່ງໂມງຢູ່ຕະຫຼອດເວລາ.

 

          9. ບອກເລົ່າເຖິງວັດທະນະທໍາຂອງອົງກອນ ເລີ່ມມີການແລກປ່ຽນຂໍ້ມູນກັບເຈົ້າ ກ່ຽວກັບວັດທະນະທໍາ, ຮູບແບບການເຮັດວຽກໃນອົງກອນຂອງເຂົາ ທີ່ຍັງບໍ່ເປັນທາງການ ບໍ່ແມ່ນເວົ້າເຖິງຄ່ານິຍົມທີ່ເປັນຕົວອັກສອນຕິດຂ້າງຝາ ແຕ່ອາດຈະເວົ້າໄປໃນລັກສະນະເຊັ່ນ ຢູ່ບໍລິສັດນີ້ເຮັດວຽກແບບຕ້ອງເຄົາລົບຜູ້ໃຫຍ່ ເຈົ້າສາມາດຮັບໄດ້ບໍ່ ຫຼື ເວົ້າເຖິງກິດຈະກໍາທີ່ມັກເຮັດໃນບໍລິສັດວ່າເຈົ້າສົນໃຈຫຼືບໍ່ເປັນຕົ້ນ.

 

          ຖ້າຫາກຄົນທີ່ກໍາລັງຊອກວຽກຢູ່ສາມາດຈັບສັນຍານດີໆເຫຼົ່ານີ້ໄດ້ຢ່າງໜ້ອຍ 4 ຂໍ້ຂຶ້ນໄປ ໃຫ້ກຽມຕົວກຽມໃຈທີ່ຈະໄປເລີ່ມເຮັດວຽກໃໝ່ໄດ້ທັນທີ ແຕ່ຖ້າບໍ່ເປັນແບບນັ້ນກໍໃຫ້ຄິດວ່າສິ່ງເຫຼົ່ານີ້ເປັນປະສົບການທີ່ດີອີກໜຶ່ງຢ່າງໃນຊີວິດຂອງຄົນທີ່ກໍາລັງຊອກວຽກ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now