9 ຂໍ້ທີ່ຕ້ອງລະວັງໃນການສົ່ງ Email ສະໝັກວຽກ

timer

remove_red_eye 0 views


cvConnect.la - 9 ຂໍ້ທີ່ຕ້ອງລະວັງໃນການສົ່ງ Email ສະໝັກວຽກ

       

          ການສົ່ງຈົດໝາຍ (Email) ເພື່ອສະໝັກງານເປັນອີກວິທີໜຶ່ງທີ່ສະດວກສະບາຍ ແລະ ປັດຈຸບັນບໍລິສັດ ຫຼື ອົງກອນຕ່າງໆ ກໍມີການນໍາໃຊ້ຮູບແບບນີ້ຫຼາຍຂຶ້ນ ເພື່ອປະຢັດເວລາທັງຜູ້ທີ່ມາຍື່ນໃບສະໝັກງານ Resume, CV ຕ່າງໆ ແລະ HR ອີກດ້ວຍ, ແຕ່ເຖິງຈະສະດວກປານໃດກໍຕາມຍັງມີສິ່ງທີ່ຄວນລະວັງກ່ອນທີ່ຈະສົ່ງ Email ນັ້ນໄປເພາະຖ້າສົ່ງໄປແບບບໍ່ຖືກວິທີກໍຈະເຮັດໃຫ້ພາດໂອກາດໃນເຮັດວຽກໄດ້.

 

          1. ຫ້າມ Walk-in

          ເຫດຜົນທີ່ຕ້ອງຄັດຈ້ອນຈົດໝາຍສະໝັກວຽກທາງ E-mail ເພື່ອເປັນການສະດວກ ແລະ ວ່ອງໄວ, ບໍ່ແນະນໍາໃຫ້ມີການ Walk-in ຫຼື ການຍ່າງເຂົ້າໄປສະໝັກດ້ວຍຕົນເອງແບບບໍ່ໄດ້ນັດລ່ວງໜ້າ ເນື່ອງຈາກຈະເປັນການລົບກວນເວລາໃນການເຮັດວຽກຂອງພະນັກງານ ເພາະເຂົາເຈົ້າອາດຈະບໍ່ສົນໃຈເລີຍ ແລະ ແນ່ນອນວ່າເຈົ້າອາດຈະເສຍເວລາພ້ອມ, ການທີ່ບໍລິສັດເອີ້ນເຈົ້າເຂົ້າໄປສໍາພາດເພາະ E-mail ທີ່ສົ່ງໄປມັນໝາຍຄວາມວ່າເຈົ້າມີໂອກາດທີ່ຈະໄດ້ວຽກນີ້ 30% ແລ້ວ ແຕ່ຖ້າຫາກເຈົ້າເລືອກ Walk-in ໝາຍຄວາມວ່າເຈົ້າກໍາລັງເລີ່ມຕົ້ນທີ່ 0%.

 

          2. ຫົວຂໍ້ E-mail ຕ້ອງຊັດເຈນ

          ຖ້າຫາກວ່າເຈົ້າກໍາລັງສະໝັກວຽກໃນຕໍາແໜ່ງໃດກໍຕາມ ບໍ່ຄວນຂຽນຫົວຂໍ້ E-mail ວ່າ “ມີຈຸດປະສົງຢາກສະໝັກງານ” ເທົ່ານັ້ນ ແຕ່ຄວນລະບຸຕໍາແໜ່ງທີ່ຕ້ອງການເຂົ້າໄປພ້ອມ “ມີຈຸດປະສົງຢາກສະໝັກງານຕໍາແໜ່ງ Marketingຫຼື ຕໍາແໜ່ງອື່ນໆເປັນຕົ້ນ. ເພື່ອໃຫ້ HR ເຮັດວຽກໄດ້ງ່າຍຂຶ້ນ ຫົວຂໍ້ຂອງຈົດໝາຍຄວນຂຽນບໍ່ໃຫ້ກາຍ 70 ຕົວອັກສອນ ຫຼື ເຮັດໃຫ້ພາຍໃນ 70 ຕົວອັກສອນນັ້ນມີຄວາມສໍາຄັນທີ່ສຸດ.

          ສາເຫດທີ່ຕ້ອງໃສ່ຫົວຂໍ້ມີຄວາມສໍາຄັນຫຼາຍ ເພາະມັນບອກເຖິງຄວາມຮອບຄອບ ແລະ ຄວາມຄິດທີ່ລະອຽດຂອງເຈົ້າ ສາມາດຊ່ວຍໃຫ້ HR ຄັດເອົາເອກະສານ ແລະ ສົ່ງຕໍ່ໄດ້ສະດວກ ໂດຍທີ່ບໍ່ຕ້ອງກົດເຂົ້າໄປອ່ານ ແລະ ມີເປີເຊັນສູງທີ່ຈະຖືກເອີ້ນໄປສໍາພາດກໍໄດ້.

 

          3. ຊື່ຂອງ E-mail ຂອງເຈົ້າທີ່ຈະສົ່ງໄປ ຄວນກວດສອບໃຫ້ດີ

          ຊື່ E-mail ທີ່ແປກ ຫຼື ບໍ່ສຸພາບ ແລະ ບໍ່ເໝາະສົມ ຄວນຫຼີກລ່ຽງ ເນື່ອງຈາກເຈົ້າກໍາລັງສົ່ງຈົດໝາຍທີ່ເປັນທາງການຢູ່ ເພາະຖ້າ HR ປາກົດເຫັນຊື່ທີ່ບໍ່ສຸພາບ, ບໍ່ເໝາະສົມ ບາງບໍລິສັດຈະເລືອກຄັດອອກ ແຕ່ໃນບາງບໍລິສັດທີ່ບໍ່ຄິດຫຼາຍກັບເລື່ອງພວກນີ້ ແຕ່ເຂົາອາດຈະເອົາເຈົ້າໄປຈົ່ມຂວັນຕາມຫຼັງກໍເປັນໄດ້ ແລະ ອີກຢ່າງໜຶ່ງຊື່ຂອງ E-mail ສາມາດໃຊ້ຄົ້ນຫາປະຫວັດຂອງເຈົ້າໃນໂລກອິນເຕີເນັດໄດ້ ແນະນໍາໃຫ້ສະໝັກ E-mail ໃໝ່, ຕັ້ງຊື່ຜູ້ສົ່ງ ແລະ ຊື່ E-mail ທີ່ສຸພາບຈະດີກວ່າ.

 

          4. ຂຽນແນະນໍາຕົນເອງ

          ຂຽນກ່ຽວກັບຕົນເອງ, ຄວາມຕັ້ງໃຈ ແລະ ເຫດຜົນທີ່ເລືອກສະໝັກວຽກຢູ່ບ່ອນນີ້ໃນສ່ວນເນື້ອໃນ (body) ຂອງ (Email) ແບບງ່າຍໆ ເພື່ອເປັນການແນະນໍາຕົນເອງບາງສ່ວນ ເພາະພຽງແຕ່ Resume ອາດຈະບໍ່ພຽງພໍທີ່ຈະເຮັດໃຫ້ເຫັນຕົວຕົນຂອງເຈົ້າ, ເຈົ້າອາດຈະຄິດວ່າພຽງແຕ່ Resume ຫຼື CV ກໍພຽງພໍແລ້ວ ແຕ່ຄວາມເປັນຈິງແມ່ນຍັງບໍ່ພໍ ເພາະບາງຄົນອ່ານແຕ່ Resume ແລ້ວຍັງຮູ້ສຶກສອງໃຈທີ່ຈະເອີ້ນສໍາພາດ ຫຼື ບໍ່ເອີ້ນ ແຕ່ຖ້າມີການຂຽນແນະນໍາຕົນເອງພໍປະມານ ກໍຈະມີສ່ວນເຮັດໃຫ້ຖືກເອີ້ນມາສໍາພາດເປັນໄດ້.

 

          5. ລະວັງການພິມຜິດ

          ໂດຍສະເພາະວຽກທີ່ກ່ຽວກັບການຂຽນ ຖ້າເຈົ້າສົ່ງ Email ທີ່ຂຽນຜິດໄປ ຮັບຮອງໄດ້ວ່າເຈົ້າຈະບໍ່ຜ່ານການຄັດເລືອກແນ່ນອນ ເພາະມັນຄືວຽກຂອງເຈົ້າ ບໍ່ສະເພາະແຕ່ວຽກທີ່ກ່ຽວກັບການຂຽນເທົ່ານັ້ນໃນຕໍາແໜ່ງອື່ນໆຖ້າຫາກເຈົ້າພິມຜິດແດ່ບໍ່ຜິດແດ່ແລ້ວສົ່ງໄປ ເຈົ້າຈະກາຍເປັນຄົນບໍ່ຮອບຄອບ, ບໍ່ໃສ່ໃຈກັບສິ່ງທີ່ເຈົ້າຕ້ອງເຮັດໃຫ້ດີໃນສາຍຕາ HR ທັນທີ ແລະ ເປັນອີກປັດໄຈໜຶ່ງທີ່ຈະຖືກເບິ່ງຂ້າມເພື່ອເລືອກເຂົ້າມາເຮັດວຽກນໍາພວກເຂົາ.

 

          6. ເອກະສານຕ່າງໆ ທີ່ຈໍາເປັນຫ້າມພາດ

          ນອກຈາກເອກະສານທີ່ທາງ HR ປະກາດໄວ້ແລ້ວ ຄວນພິຈາລະນາຕື່ມວ່າຕ້ອງສົ່ງເອກະສານຫຍັງແດ່ເພີ່ມເຕີມ ເຊັ່ນ Transcript ຖ້າຫາກເຈົ້າເຮັດມາ 3-5 ປີແລ້ວ ບໍ່ຈໍາເປັນຕ້ອງແນບຟາຍໄປກໍໄດ້ ເຖິງແມ່ນວ່າເຈົ້າຈະຫາບໍ່ເຫັນແລ້ວກໍຕາມ ເພາະຖ້າວ່າມີບໍລິສັດບໍ່ໄດ້ສົນໃຈປານໃດ ແຕ່ສົນໃຈໃນສິ່ງທີ່ເຈົ້າເຮັດໃຫ້ບໍລິສັດເກົ່າຫຼາຍກວ່າ.

 

          7. ຮູບຖ່າຍ ສໍາຄັນ ແລະ ຕ້ອງມີ

          ຮູບຖ່າຍຄວນມີຕິດໃສ່ Resume ຂອງເຈົ້າ ເວລາທີ່ HR ພິຈາລະນາ Resume ທີ່ຂາດຮູບຖ່າຍໄປຄ້າຍຄືກັບມາພິຈາລະນາ Resume ຫຼື CV ທີ່ຍັງຂຽນບໍ່ສົມບູນ, ປັດຈຸບັນເທັກໂນໂລຊີໄດ້ຂະຫຍາຍຢ່າງກ້າວກະໂດດ ຮູບຖ່າຍທີ່ຈະເອົາມາຕິດໃສ່ Resume ຫຼື CV ແມ່ນສາມາດເຮັດໄດ້ຢ່າງງ່າຍດາຍ, ຖ້າສົມມຸດວ່າການຫາຮູບມາຕິດໃສ່ເປັນເລື່ອງທີ່ຍາກສໍາລັບເຈົ້າ ທາງບໍລິສັດກໍລໍາບາກໃຈທີ່ຈະເລືອກ ແລະ ຖ້າວ່າເຈົ້າບໍ່ໝັ້ນໃຈທີ່ຈະໃຊ້ໜ້າຕາຂອງຕົນເອງປະກອບໃສ່ເອກະສານ ຈະເຮັດໃຫ້ HR ເບິ່ງວ່າເຈົ້າເປັນຄົນທີ່ປິດຕົນເອງເກີນໄປ.

          ຕໍ່ມາຮູບຖ່າຍຂອງເຈົ້າຄວນສະແດງໃຫ້ເຫັນຕົວຕົນຂອງວຽກທີ່ເຈົ້າຢາກເຮັດ ເຊັ່ນ ເປັນນັກຂຽນ, ຊ່າງກ້ອງ, ຫຼື ຄົນທີ່ເຮັດວຽກດ້ານສິລະປະ ຮູບຖ່າຍຂອງເຈົ້າສະແດງເຖິງການຮູບແບບສິ່ງທີ່ເຈົ້າມັກເຮັດທີ່ດີໃນດ້ານສິລະປະ ແຕ່ບໍ່ຄວນເຂົ້າເຖິງຍາກຈົນເກີນໄປ, ຄວາມພໍດີຄືສິ່ງທີ່ກໍາລັງຊອກຫາຈາກຮູບຖ່າຍ ສໍາລັບວຽກທີ່ກ່ຽວຂ້ອງກັບຄວາມເຂັ້ມງວດ, ກົດລະບຽບ ເຊັ່ນ HR Engineer ຮູບຖ່າຍຂອງເຈົ້າຄວນເປັນຮູບທີ່ໃສ່ເຄື່ອງສຸພາບ, ໜ້າເຊື່ອຖື ແຕ່ສ່ວນຫຼາຍຄົນລາວມັກໃຊ້ຮູບຖ່າຍຕິດບັດທີ່ໃສ່ເຄື່ອງສຸພາບ ໃຊ້ສະໝັັກວຽກກັບທຸກອາຊີບ ເພື່ອສະແດງໃຫ້ເຫັນເຖິງຄວາມໜ້າເຊື່ອຖື,  ສຸພາບ ແລະ ມີລັກສະນະເປັນທາງການອີກດ້ວຍ.

          ບໍ່ຄວນໃຊ້ຮູບຖ່າຍທີ່ຖ່າຍດ້ວຍຕົນເອງ (Selfie) ທີ່ມີການຍື່ນມືໄປຂ້າງໜ້າດ້ວຍເຫດຜົນໃດກໍຕາມ ເພາະນອກຈາກຈະເບິ່ງບໍ່ເປັນທາງການແລ້ວ  ຍັງເບິ່ງບໍ່ເໝາະສົມກັບການສະໝັກວຽກອີກດ້ວຍ ແລະ ອາດຈະເຮັດໃຫ້ HR ຕີຄວາມໝາຍຕ່າງໆໄປໃນທາງດ້ານລົບກໍເປັນໄດ້.

 

          8. Portfolio ຜົນງານຂອງເຈົ້າ

          ສໍາລັບຂໍ້ມູນຜົນງານ Portfolio ຢາກແນະນໍາໃຫ້ຕິດຂັດຜົນງານທີ່ເດັ່ນໆ ທີ່ເຈົ້າຄິດວ່າຢາກສະແດງໃຫ້ HR ເຫັນ ແຕ່ບໍ່ຄວນແນບຟາຍໄປທຸກຜົນງານທີ່ມີເພື່ອໃຫ້ HR ຄັດເລືອກ ແລະ ບໍ່ຄັດເລືອກຜົນງານເອງແຕ່ 2-3 ຜົນງານ ແຕ່ຕ້ອງຄິດວ່າຖ້າຫາກເຈົ້າເປັນຜູ້ຄັດເລືອກ ເຂົາເຈົ້າຈະຕັດສິນວ່າ ຜົນງານໃດທີ່ດຶງດູດໃຫ້ HR ສົນໃຈໃນໂຕເຈົ້າ ແລະ ຕ້ອງການເບິ່ງວ່າມີຈັກຜົນງານທີ່ HR ຕ້ອງເບິ່ງ.

          ບໍ່ຄວນໃສ່ Zip ມາຢ່າງເດັດຂາດ ເປັນສິ່ງທີ່ບໍ່ສະດວກຫຼາຍ ຖ້າຫາກຜົນງານຂອງເຈົ້າບໍ່ສາມາດແນບຟາຍໄດ້ ໃຫ້ເຈົ້າໃຊ້ເວັບໄຊທີ່ຮວບຮວມຜົນງານໃຫ້ເປັນປະໂຫຍດເຊັ່ນ Google drive , Youtube ຫຼື ແມ່ນຫຍັງກໍຕາມທີ່ເຮັດໃຫ້ HR ສາມາດເບິ່ງຜົນງານຂອງເຈົ້າໄດ້ ແລະ ມີຄຸນນະພາບດີ.

 

          9. Resume ແລະ CV ທີ່ດີ

          ຕ້ອງຂຽນ Resume ຫຼື CV ໃຫ້ເຂົ້າໃຈງ່າຍ ແລະ ກົງກັບຕໍາແໜ່ງທີ່ເຈົ້າຢາກສະໝັກ ສໍາເລັດຮູບຕາມເວັບໄຊປະກາດວຽກ ຫຼື ປະກາດສະໝັກງານ ເຮັດມາເພື່ອຄວບຄຸມວຽກງານທຸກຮູບແບບໃນໂລກ ເຊິ່ງບາງຄັ້ງອາດຈະບໍ່ເຂົ້າກັບວຽກງານຂອງເຈົ້າເລີຍ ເຮັດໃຫ້ມີຂໍ້ມູນທີ່ບໍ່ໜ້າສົນໃຈຢູ່ໃນນັ້ນຫຼາຍ, ເສຍເວລາທີ່ຕ້ອງມານັ່ງອ່ານ ແລະ ຄັດເອົາຂໍ້ມູນທີ່ຕ້ອງການ.

          ສໍາລັບນັກສຶກສາຈົບໃໝ່ Resume ຫຼື CV ເຖິງຈະບໍ່ມີຂໍ້ມູນໃນການເຮັດວຽກຢ່າງຫຼວງຫຼາຍຄືກັບພະນັກງານຫ້ອງການທີ່ມີປະສົບການເຮັດວຽກມາກ່ອນ ແຕ່ສິ່ງທີ່ນັກສຶກສາຈົບໃໝ່ຄວນຂຽນລົງໄປຄືການເຂົ້າຮ່ວມກິດຈະກໍາ, ໜ້າທີ່ໃນມະຫາວິທະຍາໄລ ຫຼື ວິທະຍາໄລທຽບເທົ່າ, ສິ່ງທີ່ມັກເຮັດ ແລະ ຈຸດມຸ່ງໝາຍໃນອະນາຄົດ ສິ່ງເຫຼົ່ານີ້ຈະຊ່ວຍບອກໄດ້ວ່າເຈົ້າເປັນຄົນແບບໃດ, ສາມາດເຕີບໂຕໃນສາຍອາຊີບນີ້ໄດ້ຫຼືບໍ່ ແລະ ຈະຊ່ວຍໃຫ້ HR ຕັດສິນໃຈໄດ້ງ່າຍຂຶ້ນອີກດ້ວຍ.

 

          *ສິ່ງເຫຼົ່ານີ້ຄືການແນະນໍາຈາກຄົນທີ່ພິຈາລະນາຈົດໝາຍສະໝັກງານ ແຕ່ລະບໍລິສັດອາດຈະບໍ່ຄືກັນ, ມີຄວາມເຂັ້ມງວດຕ່າງກັນ ແຕ່ເຖິງຢ່າງໃດກໍຕາມການຂຽນຈົດໝາຍ ສະໝັກງານທີ່ເໝາະສົມຈະຊ່ວຍໃຫ້ໄດ້ເຮັດວຽກເປັນສ່ວນຫຼາຍ ເຊິ່ງໝາຍເຖິງ ໜ້າທີ່ການງານທີ່ດີ, ໂອກາດໃນການຈະເລີນກ້າວໜ້າ, ຄວາມໝັ້ນຄົງທາງດ້ານການເງິນ ແລະອື່ນໆ.

 

 

ທີ່ມາ: estopolis.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now