5 ຄໍາຖາມທີ່ຕ້ອງພົບເມື່ອສໍາພາດວຽກເປັນພາສາອັງກິດ

timer

remove_red_eye 0 views


cvConnect.la - 5 ຄໍາຖາມທີ່ຕ້ອງພົບເມື່ອສໍາພາດວຽກເປັນພາສາອັງກິດ

         

          ໃນໄລຍະນີ້ເຫັນວ່າສ່ວນຫຼາຍຜູ້ຄົນຈະມັກປ່ຽນວຽກຫຼາຍຂຶ້ນ ແນ່ນອນວ່າຕັ້ງແຕ່ປະເທດເຮົາໄດ້ເຂົ້າເປັນ AEC ເອີ້ນໄດ້ວ່າບໍລິສັດ, ຮ້ານຄ້າ ຫຼື ກິດຈະການແຕ່ລະບ່ອນກໍມັກຈະສໍາພາດວຽກເປັນພາສາອັງກິດສ່ວນຫຼາຍ, ຖ້າໃຜຮູ້ສຶກກັງວົນ ຫຼື ບໍ່ໝັ້ນໃຈກັບການສໍາພາດເປັນພາສາອັງກິດ ບົດຄວາມນີ້ຈະເປັນຕົວຊ່ວຍທີ່ດີໃນການກຽມພ້ອມກັບການສໍາພາດວຽກເປັນພາສາອັງກິດໄດ້ຢ່າງສະບາຍໃຈ ມາເບິ່ງກັນເລີຍວ່າ 5 ຄໍາຖາມທີ່ສໍາພາດເປັນພາສາອັງກິດມີຫຍັງແດ່ ແລະ ຄວນຕອບແນວໃດ ?

 

1. Tell me about yourself? ເລົ່າເລື່ອງຂອງເຈົ້າໃຫ້ຟັງແດ່?

          ຄໍາແນະນໍາ : ຄໍາຖາມນີ້ເປີດໂອກາດໃຫ້ເວົ້າເລື່ອງຂອງຕົນເອງ ແຕ່ຄວນເວົ້າຢ່າງມີລະດັບ ອາດຈະເວົ້າເຖິງສິ່ງທີ່ເຮັດໃນກິດຈະກໍາຍາມຫວ່າງທີ່ຊ່ວຍສະທ້ອນໃນແງ່ມຸມທີ່ດີ ເຊັ່ນ “I enjoy going to a marathon running program” ຂ້ອຍມັກແລ່ນມາລາທອນ, ຖ້າເຈົ້າຕອບລັກສະນະນີ້ຈະເຮັດໃຫ້ເຈົ້າເບິ່ງເປັນຄົນທີ່ມີຄວາມມຸ່ງໝັ້ນ, ອົດທົນ, ມັກຄວາມທ້າທາຍ ແລະ ຮັກສຸຂະພາບ. ຫຼື ຈະບອກວ່າ “In my freetime, I like to go to a volunteering event” ໃນເວລາຫວ່າງ ຂ້ອຍມັກໄປເຮັດກິດຈະກໍາເປັນອາສາສະໝັກ. ການຕອບລັກສະນະນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຈິດໃຈດີ, ມັກຊ່ວຍເຫຼືອຜູ້ອື່ນ ແລະ ປະສານງານກັບຜູ້ອື່ນໄດ້ດີລະດັບໜຶ່ງ.

ຖ້າຫາກເຈົ້າເວົ້າເຖິງມຸມກິດຈະກໍາຍາມຫວ່າງໄປແລ້ວ ອາດຈະກັບມາເວົ້າເລື່ອງວຽກ ໂດຍໃຊ້ປະໂຫຍກທີ່ວ່າ:

“In addition to those interests and passions” ໃນສ່ວນທີ່ນອກຈາກກິດຈະກໍາຍາມຫວ່າງ ແລະ ຄວາມສົນໃຈຂອງຂ້ອຍແລ້ວ

“My professional life is a huge part of who I am” ການເຮັດວຽກແມ່ນພາກສ່ວນສໍາຄັນທີ່ເຮັດໃຫ້ຂ້ອຍເປັນຕົນເອງໄດ້ໃນທຸກວັນນີ້.

“I'd like to talk a bit about some of the strengths which I would bring to this job" ຂ້ອຍຂໍອະນຸຍາດເວົ້າເຖິງຈຸດແຂງທີ່ຂ້ອຍສາມາດນໍາມາໃຊ້ໃນຕໍາແໜ່ງນີ້

 ເລີ່ມຈາກຈຸດນີ້ເຈົ້າສາມາດກ່າວເຖິງຈຸດແຂງ ແລະ ປະສົບການການເຮັດວຽກທີ່ຜ່ານມາໄດ້ເລີຍ

          ຂໍ້ຄວນລະວັງ: ຢ່າເວົ້າຫຼາຍເກີນໄປ, ຄວນເວົ້າໃຫ້ສັ້ນກະທັດຮັດ, ໄດ້ໃຈຄວາມ ແລະ ບໍ່ຕ້ອງເລົ່າເຖິງເລື່ອງສ່ວນຕົວ, ຄອບຄົວ ຫຼື ສິ່ງທີ່ບໍ່ເປັນຈຸດເດັ່ນ ແລະ ຢ່າເວົ້າເຖິງຂໍ້ດີເປັນສິບໆຂໍ້ ໃຫ້ເລືອກຂໍ້ທີ່ເດັ່ນໆມາເວົ້າຈະດີກວ່າ ຄວນຫຼີກລ່ຽງການເວົ້າເລື່ອງສາສະໜາ ແລະ ການເມືອງເພື່ອບໍ່ໃຫ້ເບິ່ງເປັນຄົນທີ່ມັກຕັດສິນ (A judgmental person)

 

 

 2. Why should we hire you? ເປັນຫຍັງເຮົາຕ້ອງຈ້າງເຈົ້າ?

          ຄໍາແນະນໍາ: ເຈົ້າອາດຈະພົບຄໍາຖາມ “Why should we hire you?” ເປັນຫຍັງເຮົາຕ້ອງຈ້າງເຈົ້າ? ຫຼື “What makes you the best fit for this position?” ແມ່ນຫຍັງທີ່ເຮັດໃຫ້ເຈົ້າຄິດວ່າເໝາະກັບຕໍາແໜ່ງນີ້. ຄໍາຕອບທີ່ຄວນຕອບຄືການ “ຂາຍຕົນເອງ” ໃຫ້ກັບຜູ້ສໍາພາດ.

ໃຫ້ຈື່ໄວ້ວ່າບໍລິສັດຈ້າງຄົນ ເພື່ອມາແກ້ບັນຫາ ແລະ ເຈົ້າຄືຜູ້ທີ່ຈະມາແກ້ບັນຫານັ້ນ. ວິທີທີ່ຈະຕອບຄໍາຖາມນັ້ນໄດ້ດີທີ່ສຸດ ແມ່ນການເຂົ້າໃຈລາຍລະອຽດຂອງຕໍາແໜ່ງທີ່ສະໝັກ ແລະ ທັກສະທີ່ຈໍາເປັນສໍາລັບວຽກນີ້ ລວມໄປເຖິງເປົ້າໝາຍ ຫຼື ວິໄສທັດຂອງບໍລິສັດ ກ່ອນທີ່ຈະນໍາສະເໜີເອກະລັກ ຫຼື ຈຸດເດັ່ນຂອງຕົນເອງທີ່ເຮັດໃຫ້ເຈົ້າເດັ່ນກວ່າຜູ້ສະໝັກຄົນອື່ນ ແລະ ອະທິບາຍວ່າເຈົ້າຈະສາມາດ “ເອົາຊະນະ” ຫຼື “ແກ້ໄຂບັນຫາ” ທີ່ບໍລິສັດມີໄດ້ແນວໃດ

          “I have ……... ability to be an asset to your company.”ຂ້ອຍມີຄຸນສົມບັດ ທີ່ຈະສ້າງຄຸນຄ່າໃຫ້ກັບບໍລິສັດຂອງທ່ານ

          “Your company provides many services that I have had experience with. I believe that my familiarity with the industry would make me a good fit for this position.”  ອົງກອນຂອງເຈົ້າມີການໃຫ້ບໍລິການ ຫຼື ສິນຄ້າ ໃນຫຼາຍຮູບແບບທີ່ເຄີຍມີປະສົບການການເຮັດວຽກມາກ່ອນ ເຊື່ອວ່າຄວາມຄຸ້ນເຄີຍທີ່ຂ້ອຍມີກັບທຸລະກິດແບບນີ້ ຈະເຮັດໃຫ້ຂ້ອຍເໝາະສົມກັບຕໍາແໜ່ງດັ່ງກ່າວ.

ຫຼືອາດຈະເວົ້າເຖິງບັນຫາ (Pain Point / Problem) ທີ່ບໍລິສັດກໍາລັງມີຢູ່ເຊັ່ນ

“You have explained that you are looking for a sales executive who is able to effectively manage over a dozen employees.”ຈາກທີ່ເຈົ້າໄດ້ອະທິບາຍວ່າ ເຈົ້າກໍາລັງຊອກຫາພະນັກງານຂາຍທີ່ສາມາດບໍລິຫານລູກທີມຫຼາຍຄົນໄດ້ (ບໍລິສັດມີບັນຫາໃນການຫາຄົນມາບໍລິຫານຝ່າຍຂາຍ)

“In my 15 years of experience as a sales manager, I have developed strong motivational and team-building skills.” ຈາກປະສົບການຂອງຂ້ອຍທີ່ເປັນຜູ້ຈັດການມາ 15 ປີ ຂ້ອຍໄດ້ຮຽນຮູ້ທັກສະການສ້າງທີມ ແລະ ສ້າງແຮງຈູງໃຈເປັນຢ່າງດີ.

ແລະ ອາດຈະກ່າວເພີ່ມເຕີມເຖິງໃບປະກາດສະນີຍະບັດ ຫຼື ລາງວັນທີ່ໄດ້ຮັບເຊັ່ນ “I was awarded manager-of-the-year for my new managment strategies. If hired, I will bring my leadership abilities and strategies for achieving profit gains to this position.” ຂ້າພະເຈົ້າໄດ້ຮັບລາງວັນຜູ້ຈັດການແຫ່ງປີ ສໍາລັບກົນລະຍຸດການບໍລິຫານງານຮູບແບບໃໝ່ ຖ້າບໍລິສັດທ່ານເລືອກຂ້າພະເຈົ້າຈະນໍາທັກສະຄວາມເປັນຜູ້ນໍາ ແລະ ກົນລະຍຸດໃນການສ້າງກໍາໄລມາສູ່ບໍລິສັດນີ້ເອງ.

          ຂໍ້ຄວນລະວັງ: ຖ້າເຈົ້າຖືກຖາມກັບວ່າວ່າ “Why shouldn't we hire you?" ເປັນຫຍັງເຮົາຈຶ່ງບໍ່ຄວນຈ້າງເຈົ້າ, ເຈົ້າບໍ່ຄວນຕອບແບບຫຼິ້ນໆວ່າ “ຖ້າບໍ່ຢາກໄດ້ຄົນເກັ່ງ ບໍ່ຈໍາເປັນຕ້ອງຈ້າງກໍໄດ້” ແຕ່ໃຫ້ເຈົ້າບອກເຖິງຄຸນສົມບັດກາງໆ ທີ່ບໍ່ຮ້າຍແຮງເກີນໄປ ເຊັ່ນ ຖ້າຂ້າພະເຈົ້າເປັນຄົນບໍ່ມັກປາກ ກໍອາດຈະບໍ່ເໝາະກັບບໍລິສັດທີ່ມີແຕ່ຄວາມມ່ວນຊື່ນກໍເປັນໄດ້” ເນື່ອງຈາກຄຸນສົມບັດນີ້ ບໍ່ໄດ້ເປັນຄຸນລັກສະນະ (Trait) ທີ່ສ້າງຄວາມເສຍຫາຍໃຫ້ກັບບໍລິສັດແຕ່ຢ່າງໃດ

 

 

3. What are your salary expectations? ເຈົ້າຄາດຫວັງເງິນເດືອນເທົ່າໃດ?

          ຄໍາແນະນໍາ: ຜູ້ສະໝັກຄວນສຶກສາຫາຄວາມຮູ້ວ່າສາຍອາຊີບຂອງເຈົ້າໂດຍສະເລ່ຍແລ້ວ ໄດ້ເງິນເດືອນປະມານເທົ່າໃດ ເຊິ່ງຕົວເລກເຫຼົ່ານັ້ນຈະຊ່ວຍໃຫ້ປະເມີນຕົນເອງໄດ້ວ່າຄວນເອີ້ນເງິນເດືອນເທົ່າໃດ ແຕ່ສິ່ງສໍາຄັນຄື “ຢ່າຍອມຮັບເງິນເດືອນທີ່ຕໍ່າກວ່າທີ່ຕັ້ງໃຈໄວ້ ຍົກເວັ້ນວ່າທາງບໍລິສັດອາດຈະຊົດເຊີຍເປັນຜົນປະໂຫຍດອື່ນໆ “ເຊິ່ງກໍຕ້ອງຄິດທົບທວນເອົາເອງວ່າສາມາດຮັບໄດ້ກັບເງິນເດືອນເທົ່ານັ້ນຫຼືບໍ່? 

ເລື່ອງເງິນເດືອນເປັນເລື່ອງທີ່ສາມາດຕໍ່ລອງໄດ້ ເພື່ອຄວາມເປັນທໍາໃຫ້ແກ່ຕົນເອງ ເຊິ່ງສາມາດບອກກັບຜູ້ສໍາພາດໄດ້ດ້ວຍປະໂຫຍກຕົວຢ່າງເຫຼົ່ານີ້ “I understand that positions similar to this one pay in the range of 4,000,000 to 8000000 kip. With my experience, I would like to receive something in the range of 6,000,000 to 7,000,000 kip.” ຂ້າພະເຈົ້າເຂົ້າໃຈວ່າຕໍາແໜ່ງງານແບບນີ້ຈະຈ່າຍທີ່ປະມານ 4,000,000 ຫາ 8000000 kip ແຕ່ດ້ວຍປະສົບການຂອງຂ້າພະເຈົ້າຕ້ອງການຄ່າຕອບແທນຢູ່ທີ່ 6,000,000 ຫາ 7,000,000 kip

 ຫຼື “I would like to be compensated fairly for my experience” ຂ້າພະເຈົ້າຕ້ອງການຮັບຄ່າຈ້າງທີ່ຍຸດຕິທໍາສໍາລັບປະສົບການຂອງຕົນເອງ

ຫຼື “The research I've done indicates that positions like this one pay 4,000,000 to 8000000 kip and something in that range would be acceptable to me as a starting salary” ຈາກທີ່ຂ້າພະເຈົ້າສຶກສາຂໍ້ມູນມາ ຕໍາແໜ່ງນີ້ໜ້າຈະຈ່າຍທີ່ປະມານ 4,000,000 ຫາ 8000000 kip”. ດັ່ງນັ້ນ, ຖ້າຂ້າພະເຈົ້າໄດ້ຮັບເງິນເດືອນໃນຊ່ວງດັ່ງກ່າວເປັນເງິນເດືອນເລີ່ມຕົ້ນ ຄິດວ່າຈໍານວນທີ່ຂ້າພະເຈົ້າສະເໜີແມ່ນຢູ່ໃນເກນທີ່ເໝາະສົມໄດ້ຮັບ.

ແລະ “My salary requirements are flexible, but I do have significant experience in the field that I believe adds value to my candidacy” ສໍາລັບເງິນເດືອນສາມາດເຈລະຈາໄດ້ ແຕ່ຂ້າພະເຈົ້າມີປະສົບການໃນສາຍອາຊີບນີ້ມາຢ່າງດີ ເຊື່ອວ່າຈຸດນີ້ສາມາດນໍາມາຄິດເປັນເງິນເດືອນໄດ້.

          ຂໍ້ຄວນລະວັງ: ຫຼາຍບໍລິສັດທີ່ເຈົ້າໄປສໍາພາດມັກຈະກົດເງິນເດືອນທີ່ເຈົ້າເອີ້ນຢູ່ແລ້ວ ສະນັ້ນ, ຖ້າຫາກເຈົ້າຕ້ອງການຕົວເລກໃດໃຫ້ບວກເພີ່ມໄປ 15-20% ກ່ອນຈະເຈລະຈາຈະດີກວ່າ

 

 

 4. What is your greatest strength? ຈຸດແຂງທີ່ເດັ່ນທີ່ສຸດຂອງເຈົ້າແມ່ນຫຍັງ?

          ຄໍາແນະນໍາ : ກ່ອນສໍາພາດຄວນຈົດລາຍລະອຽດຂໍ້ດີ, ຈຸດແຂງ, ທັກສະ ແລະ ປະສົບການທີ່ເຈົ້າມີອອກມາກ່ອນ ແລະ ເລືອກມາປະມານ 3-4 ຢ່າງທີ່ເດັ່ນ ແລະ ກ່ຽວຂ້ອງກັບຕໍາແໜ່ງທີ່ເຈົ້າສະໝັກເທົ່ານັ້ນ ຢ່າເວົ້າໄປແບບບໍ່ມີຈຸດໝາຍ ຫຼື ຈຸດສົນໃຈ ເພາະມັນຈະຫຼຸດຄວາມໜ້າເຊື່ອຖືຂອງຂໍ້ດີທີ່ເຈົ້າເລົ່າໄປກ່ອນໜ້າ ແລະ ຄວນຍົກຕົວຢ່າງວ່າເຈົ້າໄດ້ໃຊ້ຂໍ້ດີເຫຼົ່ານັ້ນເຮັດຫຍັງແນ່ໃນອະດີດທີ່ຜ່ານມາ ເພາະຖ້າຜູ້ສໍາພາດຖາມວ່າ “ເຈົ້າຈະເອົາຂໍ້ດີເຫຼົ່ານັ້ນມາຊ່ວຍບໍລິສັດໄດ້ແນວໃດ” ເຈົ້າຈະໄດ້ຄິດອອກທັນທີ

ຕົວຢ່າງທີ່ເຈົ້າເອົາໄປໃຊ້ໄດ້

“I have extremely strong writing skills” ຂ້ອຍມີປະສົບການທາງດ້ານການຂຽນທີ່ດີຫຼາຍ

“Having worked as a copy editor for five years, I have a strong attention to detail when it comes to my writing” ຈາກການທີ່ຂ້ອຍໄດ້ເຮັດວຽກ copy editor ມາ 5 ປີ ຂ້ອຍໃຫ້ຄວາມໃສ່ໃຈກັບລາຍລະອຽດໃນງານຂຽນຫຼາຍສົມຄວນ

“I have also written for a variety of publications, so I know how to shape my writing style to fit the task and audience.” ຂ້າພະເຈົ້າຍັງໄດ້ຂຽນບົດໂຄສະນາມາຫຼາຍອັນ ດັັ່ງນັ້ນ, ຂ້າພະເຈົ້າຈຶ່ງຮູ້ວ່າຄວນຈະປັບປຸງຮູບແບບການຂຽນໃຫ້ເຂົ້າກັບຜູ້ອ່ານໄດ້ແນວໃດ?

“As a marketing assistant, I will be able to effectively write and edit press releases and update web content with accuracy and ease.” ໃນຖານະທີ່ເຄີຍເປັນຜູ້ຊ່ວຍຝ່າຍການຕະຫຼາດ ຂ້ອຍສາມາດຂຽນ ແລະ ແກ້ໄຂງານປະຊາສໍາພັນໄດ້ຢ່າງມີປະສິດທິພາບ ແລະ ອັບເດດເນື້ອຫາເທິງເວັບໄຊໃຫ້ຖືກຕ້ອງ ແລະ ຮຽບຮ້ອຍ.

“I am a skilled salesman with over ten years of experience.” ຂ້າພະເຈົ້າເປັນພະນັກງານຂາຍທີ່ມີທັກສະ ແລະ ປະສົບການການເຮັດວຽກມາຫຼາຍກວ່າ 10 ປີ.

“I have exceeded my sales goals every quarter and I've earned a bonus each year since I started with my current employer.” ຂ້າພະເຈົ້າສາມາດຂາຍໄດ້ເກີນເປົ້າໝາຍໃນທຸກໄຕມາດ ແລະ ໄດ້ໂບນັດທຸກປີຕັ້ງແຕ່ຂ້ອຍເຮັດວຽກຢູ່ບໍລິສັດເກົ່າມາ.

          ຂໍ້ຄວນລະວັງ: ໃນຊ່ວງນີ້ບໍ່ແມ່ນເວລາທີ່ຈະມາອາຍ ແລະ ຖ່ອມຕົນ ເພາະຕອນນີ້ເປັນເວລາທີ່ເຈົ້າຄວນເວົ້າ ແລະ ຄວນກຽມຕົວມາຢ່າງດີ ຢ່າລືມເຮັດໃຫ້ໝັ້ນໃຈວ່າຂໍ້ດີຂໍ້ໃດຂໍ້ໜຶ່ງຂອງເຈົ້າ ໄດ້ເຮັດໃຫ້ຜູ້ສໍາພາດປະທັບໃຈ.

 

 

5. What is your greatest weakness? ແມ່ນຫຍັງທີ່ເປັນຈຸດອ່ອນທີ່ສຸດຂອງເຈົ້າ?

          ຄໍາແນະນໍາ: ການຕອບຄໍາຖາມເລື່ອງຈຸດອ່ອນເປັນເລື່ອງຍາກ ເພາະເຈົ້າບໍ່ຄວນຕອບເລື່ອງທີ່ເປັນຈຸດອ່ອນຈົນເກີນເຫດ ຈະເຮັດໃຫ້ຜູ້ສໍາພາດຮູ້ສຶກວ່າເຈົ້າບໍ່ມີຄວາມສາມາດເຮັດວຽກນີ້ໄດ້ ສິ່ງທີ່ຄວນຕອບຄື ທັກສະບາງຢ່າງທີ່ບໍ່ມີຜົນກັບການເຮັດວຽກ ຫຼື ທັກສະທີ່ເຈົ້າກໍາລັງພັດທະນາຢູ່ ຫຼື ປ່ຽນຂໍ້ເສຍໃຫ້ເປັນຂໍ້ດີເລີຍກໍໄດ້ ອາດຈະຕອບດ້ວຍປະໂຫຍກເຫຼົ່ານີ້

“Being organized wasn't my strongest point, but I implemented a time management system that helped my organization skills.”ຄວາມເປັນລະບຽບອາດບໍ່ແມ່ນຈຸດແຂງ ແຕ່ຂ້າພະເຈົ້າກໍມີລະບົບຈັດການເວລາທີ່ຊ່ວຍໃຫ້ເຮັດວຽກເປັນລະບຽບຫຼາຍຂຶ້ນ.

“I like to make sure that my work is perfect, so I tend to perhaps spend a little too much time checking it. However, I've come to a good balance by setting up a system to ensure everything is done the first time correctly.”ຂ້າພະເຈົ້າໝັ້ນໃຈວ່າວຽກທີ່ເຮັດຕ້ອງອອກມາສົມບູນແບບ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງມັກໃຊ້ເວລາກວດຄືນລາຍລະອຽດວຽກຂ້ອນຂ້າງຫຼາຍ ເຖິງຢ່າງໃດກໍຕາມຂ້າພະເຈົ້າມີລະບົບການເຮັດວຽກ ທີ່ສາມາດໝັ້ນໃຈໄດ້ວ່າ ວຽກທີ່ເຮັດຢູ່ນັ້ນດໍາເນີນການຖືກຕ້ອງມາຕັ້ງແຕ່ຕອນທໍາອິດ.

 

 

 

 

ທີ່ມາ: www.globish.co.th

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now