10 ທັກສະທີ່ບໍລິສັດຕ້ອງການຈາກນັກສຶກສາຈົບໃໝ່

timer

remove_red_eye 0 views


cvConnect.la - 10 ທັກສະທີ່ບໍລິສັດຕ້ອງການຈາກນັກສຶກສາຈົບໃໝ່

          ເມື່ອຮຽນຈົບແລ້ວ ແລະ ກ້າວເຂົ້າສູ່ໄວຂອງການເຮັດວຽກຢ່າງເຕັມຕົວ ຖືໄດ້ວ່າເປັນອີກໜຶ່ງຂັ້ນທີ່ຍາກທຽບເທົ່າກັບເວລາທີ່ເຮົາຮຽນແລ້ວຈະຕ້ອງສອບເສັງ ນອກຈາກວ່າຈະຕ້ອງມີຄວາມຕັ້ງໃຈ ແລະ ສະແດງໃຫ້ຜູ້ຈ້າງເຫັນເຖິງຄວາມສາມາດແລ້ວ ຈະຕ້ອງຮູ້ຕື່ມອີກວ່າ ບໍລິສັດຕ້ອງການຫຍັງແດ່ຈາກເຮົາ ແລະ ນີ້ແມ່ນ 10 ທັກສະທີ່ບໍລິສັດຕ້ອງການຈາກນັກສຶກສາຈົບໃໝ່.

 

1. ຕ້ອງມີຄວາມຮູ້ຄວາມເຂົ້າໃຈໂລກທຸລະກິດ

          ເປັນຄົນທີ່ມີຄວາມຮູ້ດ້ານການຄ້າ (Commercial awareness) ຫຼື ມີຄວາມເຂົ້າໃຈໃນໂລກທຸລະກິດ ໂດຍຈະຕ້ອງມີຄວາມຮູ້ກ່ຽວກັບວຽກທີ່ເຮົາສະໝັກ, ເຂົ້າໃຈພາບລວມ ຮູ້ເຖິງກຸ່ມເປົ້າໝາຍ, ວິທີການດໍາເນີນງານ ຫຼື ການແຂ່ງຂັນໃນຕະຫຼາດວ່າທຸລະກິດຂອງເຮົານັ້ນມີຄູ່ແຂ່ງແມ່ນໃຜແດ່.

 

2. ຄວາມສາມາດໃນການສື່ສານ

          ຕ້ອງມີຄວາມສາມາດໃນການສື່ສານ (Communication) ທີ່ດີ ເຊິ່ງຕ້ອງຄວບຄູ່ໃນເລື່ອງຂອງການເວົ້າ, ການຂຽນ, ການຟັງ ແລະ ວິທີການຖ່າຍທອດອອກມາໃຫ້ຜູ້ອື່ນໄດ້ເຂົ້າໃຈຢ່າງຖືກຕ້ອງ ລວມໄປເຖິງການຮັບຟັງຄວາມຄິດເຫັນຈາກຄົນອື່ນອີກດ້ວຍ.

 

3. ເຮັດວຽກເປັນທີມໄດ້

          ສາມາດເຮັດວຽກເປັນທີມໄດ້ (Teamwork) , ເຮົາຕ້ອງຮູ້ຈັກສະເໜີແນະນໍາ ພ້ອມກັບການຮັບຟັງຄວາມຄິດເຫັນຂອງຄົນໃນທີມໄດ້ ຕ້ອງມີການບໍລິຫານຈັດການເຮັດວຽກທີ່ດີ ຮັບຜິດຊອບວຽກງານໃຫ້ບັນລຸເປົ້າໝາຍໄປພ້ອມໆກັນ ເພື່ອໃຫ້ໄດ້ງານທີ່ດີທີ່ສຸດອອກມາ.

 

4. ຮູ້ຈັກວິທີການເຈລະຈາຕໍ່ລອງ

          ການເຈລະຈາຕໍ່ລອງ ແລະ ການຊັກຈູງ (Negotiation and persuasion) ແມ່ນຕ້ອງຮູ້ຈັກວິທີການປະນີປະນອມ ແລະ ເຂົ້າໃຈໃນສິ່ງທີ່ຜູ້ອື່ນຕ້ອງການ ຫຼື ເຮັດໃຫ້ຜູ້ອື່ນຍິນຍອມຮັບໃນທາງອອກຂອງການເຮັດວຽກທີ່ມີຢູ່ໄດ້.

 

5. ຕ້ອງມີທັກສະໃນການແກ້ບັນຫາ

          ທັກສະນີ້ເປັນອີກໜຶ່ງທັກສະທີ່ບໍລິສັດຕ້ອງການກໍຄື ທັກສະໃນການແກ້ໄຂບັນຫາ (Problem solving) ເຊິ່ງເຮົາຈະຕ້ອງເຂົ້າໃຈເຖິງບັນຫາໃນມຸມມອງຕ່າງໆ ມີຄວາມສາມາດໃນການໃຊ້ເຫດຜົນການວິເຄາະບັນຫາ ແລະ ຫາທາງອອກທີ່ດີທີ່ສຸດໃນການແກ້ໄຂບັນຫານັ້ນໆໃຫ້ຈົບລົງດ້ວຍດີ.

 

6. ຄວາມເປັນຜູ້ນໍາ

          ມີຄວາມເປັນຜູ້ນໍາ (Leadership) ສໍາລັບຕໍາແໜ່ງທີ່ຢູ່ໃນລະດັບຫົວໜ້ານີ້ ນັກສຶກສາທີ່ຈົບໃໝ່ອາດຈະຍັງບໍ່ສາມາດສະໝັກໄດ້ໂດຍກົງ ແຕ່ເຖິງຢ່າງໃດກໍຕາມການເຮັດວຽກຈໍາເປັນຕ້ອງສະແດງໃຫ້ເຫັນຄຸນສົມບັດຄວາມເປັນຜູ້ນໍາອອກມາ ເຊິ່ງອາດຈະເປັນການສ້າງແຮງບັນດານໃຈໃນການເຮັດວຽກໃຫ້ກັບທີມ ຫຼື ເຮັດໃຫ້ເພື່ອນຮ່ວມງານເຫັນເຖິງວຽກງານຂອງເຮົາມີຂໍ້ດີຫຍັງແນ່.

 

7. ຮູ້ຈັກການຈັດລໍາດັບຄວາມສໍາຄັນ

          ທັກສະໃນການຈັດລໍາດັບຄວາມສໍາຄັນວ່າວຽກໃດກ່ອນເຮັດກ່ອນ ແລະ ວຽກໃດຄວນເຮັດຕາມຫຼັງ (Organisation) ເປັນອີກໜຶ່ງສິ່ງທີ່ມີຄວາມສໍາຄັນຫຼາຍ ເພາະສະແດງໃຫ້ເຫັນວ່າເຮົາສາມາດຈັດລໍາດັບການເຮັດວຽກໃຫ້ສໍາເລັດໄປຕາມແຜນທີ່ວາງໄວ້ຢ່າງມີປະສິດທິພາບ ແລະ ທັນເວລາ.

 

8. ຕ້ອງມີແຮງຈູງໃຈໃນການເຮັດວຽກ

          ຕ້ອງມີແຮງຂູງໃຈ, ຄວາມພາກພຽນ ແລະ ກໍາລັງໃຈໃນການເຮັດວຽກ (Perseverance and motivation) ເບິ່ງໂລກໃນແງ່ດີວ່າວຽກທີ່ເຮົາເຮັດຢູ່ນັ້ນຕ້ອງມີອຸປະສັກເກີດຂຶ້ນໄດ້ສະເໝີ ແລະ ເມື່ອເກີດມີບັນຫາເຂົ້າມາແລ້ວ ໃນຖານະທີ່ເຮົາເປັນຜູ້ຮັບຜິດຊອບຕ້ອງຫາທາງແກ້ໄຂໃຫ້ສໍາເລັດຕາມແຜນໃຫ້ໄດ້.

 

9. ເຮັດວຽກພາຍໃຕ້ຄວາມກົດດັນໄດ້

          ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ (Ability to work under pressure) ການເຮັດວຽກພາຍໃຕ້ຄວາມກົດດັນເປັນອີກໜຶ່ງຄຸນສົມບັດທີ່ຜູ້ຈ້າງຕ້ອງການຈາກຜູ້ສະໝັກ ວ່າຈະຮັບມືຢ່າງໃດເມື່ອພົບກັບຄວາມກົດດັນຈາກການເຮັດວຽກ ແລະ ຈະມີວິທີການໃດທີ່ສາມາດແກ້ໄຂສະຖານະການທີ່ກໍາລັງພົບບັນຫາໃຫ້ຜ່ານພົ້ນໄປໄດ້.

 

10. ຄວາມໝັ້ນໃຈ

          ຄວາມໝັ້ນໃຈ (Confidence) ເປັນສິ່ງທີ່ເຮົາຕ້ອງສະແດງອອກມາໃຫ້ເຫັນຕັ້ງແຕ່ມື້ທີ່ຖືກເອີ້ນໄປສໍາພາດວຽກ ແຕ່ກໍບໍ່ຄວນສະແດງອອກຫຼາຍຈົນເກີນໄປ ເພາະຈາກຄວາມມັກອາດຈະກາຍເປັນບໍ່ມັກ ຫຼື ເບິ່ງເປັນຄົນທີ່ຄວາມໝັ້ນໃຈຈົນເກີນໄປ.

 

 

 

ທີ່ມາ campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now