ທັກສະທີ່ຈໍາເປັນສໍາລັບນັກການຕະຫຼາດ ແລະ ປະຊາສໍາພັນຍຸກໃໝ່

timer

remove_red_eye 0 views


cvConnect.la - ທັກສະທີ່ຈໍາເປັນສໍາລັບນັກການຕະຫຼາດ ແລະ ປະຊາສໍາພັນຍຸກໃໝ່

         ນັກການຕະຫຼາດ ແລະ ປະຊາສໍາພັນ ຖືເປັນບຸກຄົນສໍາຄັນໃນທຸກໆອົງກອນ ດ້ວຍໜ້າທີ່ເປັນສື່ກາງໃນການສື່ສານຂໍ້ມູນຂອງອົງກອນ ສ້າງການຮັບຮູ້ ຄວາມເຂົ້າໃຈກ່ຽວກັບຕົວສິນຄ້າ ແລະ ພາບລັກທີ່ດີໄປຍັງບຸກຄົນພາຍນອກທີ່ເປັນທັງກຸ່ມເປົ້າໝາຍ ບໍ່ວ່າຈະເປັນລູກຄ້າ ຫຼື ສື່ສານມວນຊົນ.

          ເນື່ອງຈາກເທັກໂນໂລຊີທີ່ປ່ຽນໄປເຮັດໃຫ້ວິທີເຮັດການຕະຫຼາດ ແລະ ປະຊາສໍາພັນ ຈະບໍ່ແມ່ນສະເພາະແຕ່ການຂຽນພາບຂ່າວປະຊາສໍາພັນ ຫຼື ການຈ່າຍເງິນເພື່ອຊື້ສື່ໂຄສະນາແບບເກົ່າໆ ແລະ ສິ່ງເຫຼົ່ານີ້ຄືທັກສະຄວາມຮູ້ທີ່ນັກການຕະຫຼາດ ແລະ ປະຊາສໍາພັນຍຸກໃໝ່ຄວນມີ.

 

1. ຮູ້ຈັກກັບສື່ໃໝ່ ແລະ ໃຊ້ໃຫ້ເປັນ

          ໃນອະດີດນັກການຕະຫຼາດ ແລະ ປະຊາສໍາພັນນິຍົມໃຊ້ສື່ສິ່ງພິມ, ສື່ວິທະຍຸ ແລະ ໂທລະທັດເປັນສື່ກາງເຜີຍແຜ່ຂໍ້ມູນໄປຍັງກຸ່ມເປົ້າໝາຍ ແຕ່ໃນປັດຈຸບັນການສື່ສານດັ່ງກ່າວຖືກແຜ່ຂະຫຍາຍໄປສູ່ໂລກອິນເຕີເນັດ ເຊັ່ນວ່າ Website, Facebook, YouTube, Instagram... ເຊິ່ງຈາກການສໍາຫຼວດພົບວ່າ 2 ອັນດັບສື່ອິນເຕີເນັດທີ່ຖືກໃຊ້ຫຼາຍທີ່ສຸດແມ່ນ Facebook 33% ແລະ YouTube 17%. ດັ່ງນັ້ນ, ຖ້າຫາກຕ້ອງການທີ່ຈະເຮັດວຽກກ່ຽວກັບສາຍນີ້ ຕ້ອງທໍາຄວາມຮູ້ຈັກ ແລະ ປັບຄວາມເຂົ້າໃຈກັບເຄື່ອງມືຕ່າງໆນັ້ນໃຫ້ກົງກັບສິ່ງທີ່ຕ້ອງການນໍາສະເໜີ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍໃຫ້ຫຼາຍທີ່ສຸດນັ້ນ ຄວນເຮັດແນວໃດ

 

2. ຮູ້ຈັກຄິດ ແລະ ວິເຄາະ

          ຂະບວນການຄິດວິເຄາະນີ້ ມີຄວາມຈໍາເປັນຢ່າງຍິ່ງໃນການວາງແຜນກົນລະຍຸດເຮັດການຕະຫຼາດ ແລະ ປະຊາສໍາພັນໃຫ້ກັບອົງກອນ ເປັນຕົ້ນວ່າ ໃນອີກເຄິ່ງປີ ຫຼື ອີກປີໜຶ່ງງົບປະມານໜຶ່ງຈະເຮັດຫຍັງ ເມື່ອໃດ ແລະ ແນວໃດ ໃຫ້ສອດຄ່ອງກັບວັດຖຸປະສົງທີ່ອົງກອນຕ້ອງການ ບໍ່ວ່າຈະເປັນການຈັດການກ່ຽວກັບໂຄງການ ການເລືອກໃຊ້ສື່ ການເລືອກໃຊ້ຜູ້ບໍລິຫານທີ່ຈະນໍາມາໃຫ້ຂໍ້ມູນ (Spoke person) ການເລືອກໃຫ້ຂໍ້ມູນທີ່ຈະນໍາມາໃຊ້ເຜີຍແຜ່ ທັງຂໍ້ມູນພາຍໃນອົງກອນ ຫຼື ອາດເລືອກໃຊ້ຂໍ້ມູນທີ່ເປັນ Third Party ເພື່ອໃຫ້ຂໍ້ມູນທີ່ຈະສະເໜີມີນໍ້າໜັກຫຼາຍຂຶ້ນ.

 

3. ມີຄວາມຄິດສ້າງສັນ

          ເນື່ອງຈາກວ່າເຄື່ອງມືທີ່ໃຊ້ໃນການສື່ສານມີຫຼາຍຂຶ້ນ ແລະ ວິທີການນໍາໃຊ້ທີ່ຫຼາກຫຼາຍຂຶ້ນ ດັ່ງນັ້ນ, ນັກການຕະຫຼາດ ແລະ ປະຊາສໍາພັນຍຸກໃໝ່ຄວນມີແນວຄິດສ້າງສັນໃນການນໍາສະເໜີຂໍ້ມູນຂ່າວສານຂອງຄົນໃນຮູບແບບຕ່າງໆ ລວມໄປເຖິງ Info Graphic ຫຼື ວິດີໂອຕ່າງໆທີ່ກໍາລັງເປັນທີ່ນິຍົມໃນປັດຈຸບັນ ໃຫ້ມີຄວາມໂດດເດັ່ນ, ເຂົ້າເຖິງກຸ່ມເປົ້າໝາຍ ເພື່ອສ້າງໃຫ້ເກີດການຈື່ຈໍາ ແລະ ບອກຕໍ່

 

4. ຂຽນໃຫ້ເປັນ ຂຽນໃຫ້ຮູ້ທາງ

          ນັກການຕະຫຼາດ ແລະ ປະຊາສໍາພັນທີ່ດີ ຕ້ອງໝັ່ນເຝິກຝົນທັກສະການຂຽນຢ່າງສະໝໍ່າສະເໝີ ນອກຈາກຈະສາມາດຂຽນຂ່າວ ແລະ ຫົວຂໍ້ລົງໃນສື່ສິງພິມແລ້ວ ຍັງຕ້ອງຮູ້ຈັກວິທີການຂຽນຕ່າງໆລົງໃນສື່ອອນລາຍອີກດ້ວຍ

          ຕົວຢ່າງ ຖ້າຫາກຕ້ອງສື່ສານໃນ Twitter ຕອ້ງຂຽນຂໍ້ຄວາມທີ່ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍ, ແຕ່ຖ້າຕ້ອງສື່ສານລົງໃນ Facebook ອາດຕ້ອງໃຊ້ Info Graphic ທີ່ໜ້າສົນໃຈປະກອບນໍາ.

 

5. ເຂົ້າໃຈນັກສື່ສານມວນຊົນ

          ການເຮັດວຽກດ້ານການປະຊາສໍາພັນ ຖ້າວ່າໄດ້ຮັບມອບໝາຍໃຫ້ການເຮັດວຽກຮ່ວມກັບສື່ມວນຊົນ ຕ້ອງຮູ້ຈັກ ແລະ ເຂົ້າໃຈສື່ນັ້ນເປັນຢ່າງດີ ແລະ ພະຍາຍາມກຽມຂໍ້ມູນທີ່ກົງກັບຄວາມຕ້ອງການຂອງສື່ນັ້ນໆ ເພື່ອເພີ່ມຄວາມໄວ ແລະ ຄວາມຊັດເຈນໃນການສະເໜີຂ່າວສານໃຫ້ກັບນັກຂ່າວ ແລະ ຖ້າວ່າເຈົ້າສາມາດສ້າງຄວາມສໍາພັນທີ່ດີໃຫ້ແກ່ສື່ມວນຊົນໄດ້ ເຈົ້າຈະໄດ້ຮັບການຕອບຮັບທີ່ດີກັບສື່ນັ້ນໆອີກດ້ວຍ.

          ຕົວຢ່າງ ຖ້າວ່າເຈົ້າຕ້ອງການສົ່ງຂ່າວປະຊາສໍາພັນໄປໃຫ້ສື່ມວນຊົນ (ກ) ນອກຈາກຂ່າວປະຊາສໍາພັນທົ່ວໄປແລ້ວ ອາດຈະຕ້ອງນໍາສະເໜີປະເດັນ ຫຼື ຂໍ້ມູນເພີ່ມເຕີມທີ່ຄິດວ່າສື່ (ກ) ຈະສົນໃຈໄປທາງຈົດໝາຍ ຫຼື ຖ້າວ່າເຈົ້າຕ້ອງການຈັດງານຖະແຫຼງຂ່າວທີ່ມີ Spoke person ເປັນຄົນຕ່າງປະເທດ ເຈົ້າກໍຕ້ອງກຽມຄົນແປພາສາໄວ້ອໍານວຍຄວາມສະດວກໃຫ້ແກ່ນັກຂ່າວນໍາອີກ.

 

6. ມີຄວາມອົດທົນສູງ

          ຄຸນສົມບັດພິເສດຢ່າງໜຶ່ງທີ່ໃນປຶ້ມຕໍາລາຮຽນບໍ່ເຄີຍບອກນັ້ນຄື ນັກການຕະຫຼາດ ແລະ ປະຊາສໍາພັນທີ່ດີຄວນມີຄວາມອົດທົນ ເພາະການເຮັດວຽກຕົວຈິງ ຈະຕ້ອງເຮັດທຸກຢ່າງດ້ວຍຕົນເອງ (Multi-function ແລະ  Multi-Tasking) ເຖິງຈະມີທີມງານທີ່ເຮັດວຽກນີ້ຫຼາຍກໍຕາມ ເລີ່ມຈາກການເຮັດວຽກ Back office ໄປຈົນເຖິງການສຶກສາເພື່ອກຽມຂໍ້ມູນຕ່າງໆ ໃຫ້ຜູ້ບໍລິຫານ ຫຼື ລູກຄ້າພໍໃຈ ການຕິດຕໍ່ປະສານງານກັບສື່ມວນຊົນ ແລະ ລູກຄ້າທີ່ມີຄວາມຕ້ອງການຫຼາກຫຼາຍ ລວມໄປເຖິງຄວາມອົດທົນທີ່ຕ້ອງຫອບເອກະສານເພື່ອເຜີຍແຜ່ ແລະ ເຄື່ອງມືທີ່ໃຊ້ໃນການສື່ສານທີ່ຫຼາຍສົມຄວນດ້ວຍຕົນເອງ.

 

 

ທີ່ມາ: campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now