ຢາກຖືກເອີ້ນສໍາພາດວຽກໄວໆ ເຮັດແນວໃດ?

timer

remove_red_eye 0 views


cvConnect.la - ຢາກຖືກເອີ້ນສໍາພາດວຽກໄວໆ ເຮັດແນວໃດ?

          ເມື່ອເຖິງເວລາທີ່ຕ້ອງຊອກຫາວຽກ ສິ່ງທີ່ຄົນກໍາລັງຊອກວຽກ ລໍຖ້າກໍຄື ຖ້າໃຫ້ HR ໂທມາເພື່ອເອີ້ນສໍາພາດວຽກ ແລ້ວແມ່ນຫຍັງເປັນສິ່ງທີ່ດຶງດູດໃຫ້ HR ໂທມານັດສໍາພາດ?

          ເພື່ອໃຫ້ນັກສຶກສາທີ່ຫາກໍ່ຈົບໃໝ່ ແລະ ຜູ້ທີ່ກໍາລັງຊອກວຽກນໍາໄປໃຊ້ເພື່ອໃຫ້ຖືກເອີ້ນໄປສໍາພາດວຽກແບບບໍ່ຕ້ອງລໍຖ້າດົນ CVconnect ມີຄໍາຕອບວ່າຄວນເຮັດແນວໃດ.

 

*ທັກສະ ຫຼື ຄຸນສົມບັດແບບໃດທີ່ບໍລິສັດນັ້ນຕ້ອງການ ຢ່າລືມຂຽນລົງໃນ Resume

          ໂດຍທົ່ວໄປ HR ຈະໃຊ້ເວລາບໍ່ດົນຕໍ່ການອ່ານ ຫຼື ພິຈາລະນາ Resume ໜຶ່ງສະບັບ ເພາະໃນ 1 ມື້ອາດຈະມີ Resume ເຂົ້າມາຢ່າງຫຼວງຫຼາຍ ເຮັດໃຫ້ບໍ່ສາມາດເບິ່ງລະອຽດໄດ້ໝົດທຸກສະບັບ ແຕ່ກໍຂຶ້ນກັບວ່າເປັນສິ່ງທີ່ໜ້າສົນໃຈ ແລະ ໜ້າດຶງດູດປານໃດ ຈຶ່ງຈະເຮັດໃຫ້ HR ນັ້ນອ່ານ Resume ຢ່າງຕັ້ງໃຈ ແລະ ລະອຽດ. ດັ່ງນັ້ນ, ຜູ້ທີ່ຈະສະໝັກວຽກຈຶ່ງຈໍາເປັນຕ້ອງຂຽນ Resume ໃຫ້ໜ້າສົນໃຈສໍາລັບ HR ເພື່ອເພີ່ມໂອກາດໃນການເຮັດວຽກຫຼາຍຂຶ້ນ.

 

*ທັກສະທີ່ຫົວໜ້າຢາກໄດ້ຈາກຜູ້ສະໝັກ

          ນອກຈາກເກດ ຫຼື ໃບຄະແນນແລ້ວຍັງມີທັກສະຕ່າງໆ ທີ່ໄດ້ຮັບຈາກການເຮັດກິດຈະກໍາ ຫຼື ເຮັດວຽກພິເສດ ໄປຈົນເຖິງການເຮັດອາຊີບເສີມ ຖ້າຫາກມີທັກສະເຫຼົ່ານີ້ຄວນຂຽນລົງໃນ RESUME

 

1. ທັກສະການເຮັດວຽກເປັນທີມ

          ໃນປັດຈຸບັນນີ້ ການເຮັດວຽກອາຊີບຕ່າງໆກໍລ້ວນແລ້ວແຕ່ຕ້ອງໄດ້ເຮັດວຽກເປັນທີມງານ ບໍ່ສາມາດເຮັດວຽກຄົນດຽວໄດ້ ເມື່ອເຂົ້າໄປເຮັດວຽກໃນບໍລິສັດກໍຕ້ອງມີຫົວໜ້າທີມ ມີເພື່ອນຮ່ວມທີມ ດັ່ງນັ້ນ, ທັກສະນີ້ຈຶ່ງເປັນທັກສະທີ່ສໍາຄັນອັນດັບຕົ້ນໆ ຖ້າເຈົ້າເຄີຍເຮັດກິດຈະກໍາອາສາ ຫຼື ການເຝິກງານຕ່າງໆ ຈະຊ່ວຍໃຫ້ມີທັກສະທາງດ້ານນີ້.

 

2. ທັກສະການເປັນຜູ້ນໍາ

          ເມື່ອເຂົ້າໄປເຮັດວຽກ ເຖິງແມ່ນວ່າເຈົ້າຈະບໍ່ໄດ້ເຂົ້າໄປເປັນຫົວໜ້າທີມເລີຍກໍຕາມ ທັກສະນີ້ກໍຍັງເປັນທັກສະທີ່ຕ້ອງການສໍາລັບທຸກອົງກອນ

 

3. ທັກສະການສື່ສານ

          ທັກສະການສື່ສານບໍ່ສະເພາະແຕ່ການເວົ້າຈາ ແລະ ການນໍາສະເໜີງານພຽງຢ່າງດຽວ ແຕ່ຍັງລວມໄປເຖິງການເປັນຜູ້ຟັງທີ່ດີ, ຮັບຟັງ ແລະ ເຂົ້າໃຈຜູ້ອື່ນ ການສື່ສານທີ່ດີຈະຊ່ວຍໃຫ້ການສໍາພາດວຽກຜ່ານໄປດ້ວຍດີ.

 

4. ທັກສະການຄິດວິເຄາະ

          ເມື່ອໄດ້ຮັບການມອບໝາຍວຽກຈາກຫົວໜ້າ ເຈົ້າຈະຄາດຫວັງວ່າສາມາດທໍາຄວາມເຂົ້າໃຈ ແລະ ຕໍ່ຍອດວຽກງານນັ້ນໄດ້ ດ້ວຍເຫດຜົນທີ່ວ່າບໍ່ມີໃຜຈະສາມາດສອນວຽກໄດ້ຕະຫຼອດເວລາ ດັ່ງນັ້ນ ທັກສະດັ່ງກ່າວຈຶ່ງມີຄວາມຈໍາເປັນເຊັ່ນກັນ.

 

 5. ທັກສະການແກ້ໄຂບັນຫາ

          ເມື່ອເກີດບັນຫາໃນການເຮັດວຽກຫຼາຍຂຶ້ນ ສິ່ງທໍາອິດທີ່ເຈົ້າຕ້ອງເຮັດຄືການແກ້ໄຂບັນຫາ ທັກສະດັ່ງກ່າວສ່ວນໜຶ່ງກໍໄດ້ມາຈາກການຮຽນເພາະຈະຕ້ອງໄດ້ແກ້ໂຈດ ແລະ ເຮັດວຽກຕ່າງໆ ແຕ່ທັກສະນີ້ຍັງໄດ້ມາຈາກກິດຈະກໍາຍາມຫວ່າງ ບໍ່ວ່າຈະເປັນການຫຼິ້ນເກມ ຫຼື ການອ່ານໜັງສືແນວສືບສວນທີ່ຊວນໃຫ້ຄິດພາບຕາມ.

 

*ເມື່ອມີທັກສະແລ້ວ ຢ່າລືມຈັດຮູບແບບຂອງ RESUME ໃຫ້ທັກສະມີຄວາມໂດດເດັ່ນ ແລະ ຊັດເຈນ

          RESUME ທີ່ດີນອກຈາກຈະມີການແນະນໍາຕົວແລ້ວ ກໍຄວນມີ “ສ່ວນຂອງທັກສະ” ທີ່ຊັດເຈນອີກດ້ວຍ ເພື່ອເປັນສ່ວນທີ່ເນັ້ນເຖິງທັກສະວ່າເຈົ້າສາມາດເຮັດວຽກໄດ້ ໂດຍສະເພາະ ວຽກງານບາງຕໍາແໜ່ງ ທັກສະສະເພາະແມ່ນມີຄວາມຈໍາເປັນຫຼາຍ ຈຶ່ງຕ້ອງເນັ້ນໃຫ້ຊັດເຈນ ຫຼື ອາດຈະໃສ່ສ່ວນຂອງປະສົບການລົງໄປຕື່ມ ເພື່ອສະແດງໃຫ້ເຫັນວ່າເຈົ້າໄດ້ຮັບທັກສະເຫຼົ່ານັ້ນມາໄດ້ແນວໃດ ຫຼື ເຈົ້າສາມາດໃຊ້ທັກສະເຫຼົ່ານັ້ນເຮັດຫຍັງແດ່

 

*ຊອກວຽກໃຫ້ກົງກັບທັກສະ

         ເຖິງແມ່ນວ່າເຈົ້າຈະມີທັກສະຄວາມສາມາດທີ່ຫຼາກຫຼາຍ ແຕ່ຖ້າເຈົ້າຍື່ນໃບສະໝັກງານທີ່ບໍ່ກົງກັບທັກສະ ກໍອາດຈະເຮັດໃຫ້ອົງກອນ ຫຼື ບໍລິສັດນັ້ນເຫັນວ່າບໍ່ມີຄຸນສົມບັດທີ່ກົງກັບຕໍາແໜ່ງນັ້ນ ແລະ ຖ້າເຈົ້າຍັງບໍ່ທັນມີທັກສະດ້ານນັ້ນ ແຕ່ຕ້ອງການເຮັດວຽກໃນຕໍາແໜ່ງນີ້ ກໍຄວນພັດທະນາທັກສະທີ່ບໍລິສັດຕ້ອງການໃຫ້ໄດ້.

 

          ວິທີການປະພຶດຕົວໃຫ້ຖືກເອີ້ນສໍາພາດນັ້ນບໍ່ໄດ້ຍາກຢ່າງທີ່ຄິດ ຂໍພຽງແຕ່ເຮັດຕາມຄໍາແນະນໍາທີ່ນໍາມາບອກ ແລະ ພັດທະນາທັກສະຂອງຕົນເອງໃຫ້ດີ ຈາກນັ້ນກໍກຽມພ້ອມຮັບນັດໝາຍທີ່ຈະໄປສໍາພາດວຽກນັ້ນໄດ້ເລີຍ.

 

 

ທີ່ມາ: Workventure.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now