ບໍລິສັດ 7 ປະເພດທີ່ບໍ່ຄວນຮ່ວມງານນໍາ

timer

remove_red_eye 0 views


cvConnect.la - ບໍລິສັດ 7 ປະເພດທີ່ບໍ່ຄວນຮ່ວມງານນໍາ

          ຖ້າຫາກວ່າເຈົ້າກໍາລັງຫວ່າງງານແລ້ວຍັງຫາວຽກເຮັດບໍ່ໄດ້ ຫຼື ມີວຽກເຮັດຢູ່ແລ້ວແຕ່ເລີ່ມຮູ້ສຶກເບື່ອວຽກທີ່ກໍາລັງເຮັດຢູ່, ຄວນຕັດສິນໃຈເລືອກບໍລິສັດທີ່ກໍາລັງຈະຮ່ວມງານນໍາໃຫ້ດີ ເພາະວ່າການຊອກວຽກບໍ່ໄດ້ມີພຽງແຕ່ປັດໄຈໃນເລື່ອງຂອງເງິນ ແລະ ໜ້າທີ່ການງານເທົ່ານັ້ນ ແຕ່ຍັງມີເລື່ອງທີ່ຕ້ອງຄິດກ່ຽວກັບ “ບໍລິສັດ” ທີ່ເຮົາຈະໄປເຮັດວຽກນໍາອີກດ້ວຍ ແຕ່ກ່ອນຈະຍື່ນໃບສະໝັກ ຫຼື ຕອບຕົກລົງຮ່ວມງານກັບບໍລິສັດໃດ ເຖິງແມ່ນວ່າເງິນເດືອນຈະຫຼາຍກວ່າວຽກທີ່ເຈົ້າກໍາລັງເຮັດຢູ່ ຫຼື ຕໍາແໜ່ງວຽກທີ່ໜ້າສົນໃຈກໍຕາມ. ເຊິ່ງມື້ນີ້ຈະມາແນະນໍາວິທີສັງເກດ ບໍລິສັດ 7 ປະເພດທີ່ບໍ່ຄວນຮ່ວມງານນໍາ:

 

 

1. ບໍລິສັດທີ່ມີແຕ່ຄົນລາອອກຕະຫຼອດ

          *ວິທີສັງເກດ: ມີການລົງປະກາດຮັບສະໝັກງານຕໍາແໜ່ງທີ່ສໍາຄັນໆ ຕາມເວັບໄຊຕ່າງໆຕະຫຼອດ ຫຼື ບໍລິສັດທີ່ເຂົ້າໄປເຮັດວຽກໃນອາທິດທໍາອິດແລ້ວຈະໄດ້ຍິນພະນັກງານທີ່ເຮັດວຽກຢູ່ນັ້ນເວົ້າວ່າ ຢາກຈະລາອອກ ເຖິງຈະເວົ້າຫຼິ້ນ ຫຼື ເວົ້າແທ້ກໍຕາມ.

          *ຜົນເສຍ: ປົກກະຕິແລ້ວບໍລິສັດທີ່ດີບໍ່ຄວນມີການເປີດຮັບສະໝັກພະນັກງານຕໍາແໜ່ງຜູ້ຈັດການ ຫຼື ຜູ້ບໍລິຫານລະດັບສູງໃນທຸກໆ 6 ເດືອນ ຖ້າພົບເຫັນບໍລິສັດໃດທີ່ມີພຶດຕິກໍາດັ່ງກ່າວ ສະແດງວ່າບໍລິສັດກໍາລັງຕົກຢູ່ໃນສະຖານະການທີ່ບໍ່ຄ່ອຍດີ ອາດເປັນໄປໄດ້ 3 ສາເຫດຄື: ຜູ້ບໍລິຫານບໍ່ມີຄວາມເປັນຜູ້ນໍາທີ່ດີ, ມີວັດທະນະທໍາອົງກອນທີ່ບໍ່ສາມາດດຶງດູດຄົນດີໆໃຫ້ຢູ່ຕໍ່ໄດ້ ຫຼື ເປັນໄປໄດ້ວ່າຜູ້ບໍລິຫານລະດັບສູງມີເປົ້າໝາຍສັ້ນໆເທົ່າກັບໄລຍະເວລາທີ່ຢູ່ນໍາບໍລິສັດ.

         * ສິ່ງທີຄວນຄິດ: ບໍລິສັດທີ່ມີແຕ່ຄົນລາອອກ ຈະບໍ່ເຮັດຕາມຂໍ້ຕົກລົງທີ່ເຄີຍບອກໄວ້ 

 

 

2. ບໍລິສັດທີ່ມີວັດທະນະທໍາອົງກອນຂັດແຍ່ງກັນເອງ

          *ວິທີສັງເກດ: ມີຄົນວົງໃນ ຫຼື ໝູ່ເພື່ອນຕໍ່ໆກັນມາທີ່ເຮັດວຽກຢູ່ໃນນັ້ນເວົ້າໃຫ້ຟັງເຖິງບັນຍາກາດການເຮັດວຽກ ຫຼື ມີຄົນສະແດງຄວາມຄິດເຫັນໃນທາງທີ່ບໍ່ດີຢູ່ເລື້ອຍໆ.

          *ຜົນເສຍ: ບໍລິສັດແບບນີ້ອາດບໍ່ແມ່ນເຫດຜົນທີ່ເຮັດໃຫ້ເຈົ້າເລືອກທີ່ຈະບໍ່ສົ່ງໃບສະໝັກຕັ້ງແຕ່ທໍາອິດ ແຕ່ຮັບຮອງໄດ້ວ່າມັນຈະສົ່ງຜົນກະທົບຕໍ່ການເຮັດວຽກໃນໄລຍະຍາວແນ່ນອນ ບໍ່ວ່າຈະເປັນປະສິດທິພາບໃນການເຮັດວຽກ ໄປຈົນເຖິງດ້ານການເງິນຂອງບໍລິສັດ.

ສິ່ງທີຄວນເຮັດ : ຖ້າສາມາດຫຼີກລ້ຽງໄດ້ກໍຄວນຫຼີກ ພະຍາຍາມຢ່າຕົກລົງເຮັດສັນຍາກັບບໍລິສັດແບບນີ້ ເພາະຈະເຮັດໃຫ້ມີບັນຫາໃນໄລຍະຍາວກໍເປັນໄດ້.

 

 

3. ບໍລິສັດທີ່ງາມແຕ່ເປືອກນອກ

          *ສັງເກດ: ພາບບັນຍາກາດການເຮັດວຽກທີ່ດີເລີດ, ຫ້ອງການທີ່ຫຼູຫຼາ ແລະ ການໂຄສະນາທີ່ບໍ່ມີໃຜສາມາດທຽບໄດ້ ແຕ່ພໍເຂົ້າໄປເຮັດວຽກຕົວຈິງກາຍເປັນຄົນລະແບບ ມີແຕ່ຫ້ອງການຂອງຫົວໜ້າເທົ່ານັ້ນທີ່ສາມາດເອີ້ນວ່າຫ້ອງການໄດ້ ສ່ວນບ່ອນອື່ນຢ່າເອີ້ນວ່າຫ້ອງການ ນອກຈາກໄຟຟ້າທີ່ບໍ່ສະຫວ່າງ ແລະ ຄອມພິວເຕີທີ່ເປັນລຸ້ນລ້າສະໄໝແລ້ວ ລວມໄປເຖິງບ່ອນພັກຜ່ອນຂອງພະນັກງານເກືອບບໍ່ມີເລີຍ.

          *ຜົນເສຍ: ເບິ່ງງ່າຍໆຄ້າຍຄືກັບວ່າເຈົ້າເຂົ້າເວັບໄຊເພື່ອຈອງໂຮງແຮມທີ່ເຈົ້າຍັງບໍ່ມີໂອກາດໄດ້ເຫັນຕົວຈິງ ເຊິ່ງໃນຮູບແມ່ນຫຼູຫຼາສວຍງາມ ແຕ່ພໍມາເບິ່ງຕົວຈິງແລ້ວຕ່າງກັນປານຟ້າກັບດິນ ແຕ່ທີ່ໜ້າກັງວົນໃຈຄືໂຮງແຮມທີ່ເລືອກ ຈະຢູ່ພຽງແຕ່ 2-3 ຄືນ ແຕ່ບໍລິສັດແບບນັ້ນເຈົ້າຕ້ອງຢູ່ຢ່າງໜ້ອຍ 40 ຊົ່ວໂມງຕໍ່ອາທິດ ແລະ ຕ້ອງເປັນແບບນີ້ຕໍ່ໄປຢ່າງຕໍ່າອີກເຄິ່ງປີ.

          *ສິ່ງທີ່ຄວນເຮັດ: ຫາອ່ານລີວິວບໍລິສັດໃຫ້ດີກ່ອນຕັດສິນໃຈເຂົ້າເຮັດວຽກໃນທີ່ໃດທີ່ໜຶ່ງແຕ່ທາງທີ່ດີແມ່ນຖາມຄົນຮູ້ຈັກທີ່ເຮັດວຽກຢູ່ບ່ອນນັ້ນກ່ອນ (ຖ້າມີ).

 

 

4. ບໍລິສັດທີ່ເນັ້ນລົມວຽກແຕ່ບໍ່ເນັ້ນເຮັດວຽກ

          *ສັງເກດ:​ ໃນແຕ່ລະມື້ຜູ້ບໍລິຫານມີແຕ່ເອີ້ນປະຊຸມ ແຕ່ບໍ່ມອບວຽກ ຫຼື ບໍ່ຕັດສິນໃຈຫຍັງເລີຍ

          *ຜົນເສຍ: ລອງຄິດພາບເບິ່ງວ່າເຈົ້າຕ້ອງເຮັດວຽກໃນບໍລິສັດທີ່ມີຜູ້ບໍລິຫານລະດັບສູງເຖິງ 3 ຄົນ ນັ່ງປະຊຸມລະດົມຄວາມຄິດກັນເອງຢູ່ໃນຫ້ອງປະຊຸມໝົດມື້ ແຕ່ເມື່ອຮອດແລງມາກໍພາກັນແຍກຍ້າຍກັບບ້ານ ໂດຍທີ່ເຈົ້າຍັງບໍ່ຮູ້ເລີຍວ່າຕ້ອງເຮັດຫຍັງແດ່ ຫຼື ຮ້າຍແຮງໄປກວ່ານັ້ນພວກເຂົາຈະກັບມາທວງວຽກກັບເຈົ້າ ໃນຂະນະທີ່ຍັງບໍ່ໄດ້ບອກໃຫ້ເຈົ້າເຮັດຫຍັງເລີຍໃນມື້ນັ້ນ.

          *ສິ່ງທີ່ຄວນເຮັດ: ລອງຖາມຕົນເອງດ້ວຍຄໍາຖາມເຫຼົ່ານີ້ ເຊັ່ນ ມີສະເພາະແຕ່ຄົນໃນເທົ່ານັ້ນບໍ່ທີ່ຈະຖືກສະໜັບສະໜູນ ຫຼື ບໍລິສັດກໍາລັງຫາຄົນນອກເຂົ້າໄປເຮັດວຽກຕໍາແໜ່ງໃຫຍ່ຫຼືບໍ່ ຫຼື ເປັນຫຍັງບໍລິສັດນັ້ນມີຜູ້ບໍລິຫານລະດັບໃຫຍ່ເປັນ 10 ຄົນ ໃນຂະນະທີ່ມີພະນັກງານທັງໝົດພຽງແຕ່ 100 ຄົນ; ຖ້າເຈົ້າເກີດຄໍາຖາມໃນຂະນະທີ່ອ່ານເບິ່ງລາຍລະອຽດຂອງບໍລິສັດນັ້ນ ສະແດງວ່າເປັນສັນຍານທີ່ບອກວ່າບໍລິສັດນັ້ນ ເປັນບໍລິສັດທີ່ເນັ້ນລົມວຽກ ແຕ່ບໍ່ເນັ້ນເຮັດວຽກ ຖ້າຫາກເຈົ້າເລືອກໄດ້ກໍຢ່າເຂົ້າໄປເຮັດວຽກກັບບໍລິສັດແບບນັ້ນເລີຍ.

 

 

5. ບໍລິສັດທີ່ບໍ່ຈິງໃຈກັບພະນັກງານ

          *ສັງເກດ: ບໍລິສັດທີ່ເຈົ້າເຮັດວຽກຢູ່ບໍ່ມີການຕັ້ງເປົ້າໝາຍທີ່ຊັດເຈນ ຫຼື ບໍ່ມີການຂຽນຫຍັງທີ່ເປັນລາຍລັກອັກສອນ ບໍ່ວ່າຈະເປັນໜ້າທີ່ຄວາມຮັບຜິດຊອບຢ່າງຊັດເຈນ ໄປຈົນເຖິງເປົ້າໝາຍໄລຍະຍາວຂອງບໍລິສັດ ຫຼື ອາດຈະເຫັນແຕ່ຫົວໜ້າຂອງເຈົ້າພຽງແຕ່ເວົ້າໄປເລື້ອຍໆໂດຍບໍ່ມີຈຸດໝາຍ

          *ຜົນເສຍ: ໃນໂລກປັດຈຸບັນທີ່ທຸກຄົນຖາມຫາຄວາມຈິງໃຈເຊື່ອຖືໄດ້ຈາກທຸກອົງກອນ ບໍລິສັດຕ່າງໆຈຶ່ງພະຍາຍາມດ້ວຍການນໍາສະເໜີໃຫ້ເຫັນວັດທະນະທໍາອົງກອນ ເຊັ່ນ ການເປີດເຜີຍສະຫວັດດີການ ຫຼື ໂບນັດຕ່າງໆ ຈົນເບິ່ງເປັນຄ້າຍຄືຄໍາໝັ້ນສັນຍາທີ່ບໍລິສັດພະຍາຍາມສ້າງມາແຂ່ງກັນເອງ. ຖ້າ HR ຫຼື ຫົວໜ້າມາບອກເຈົ້າວ່າຈະຂຶ້ນເງິນເດືອນໃຫ້ຊ່ວງທ້າຍປີ ແຕ່ເມື່ອຮອດພັດບອກວ່າໃຫ້ເລື່ອນໄປເປັນກາງປີໜ້າ ນັ້ນສະແດງໃຫ້ເຫັນວ່າບໍລິສັດນັ້ນບໍ່ມີຄວາມຈິງໃຈກັບເຈົ້າ.

          *ສິ່ງທີ່ຄວນຄິດ: ວາງແຜນຫາວຽກໃໝ່ ແລະ ກຽມພ້ອມທີ່ຈະລາອອກ ເພາະມັນບໍ່ມີເຫດຜົນໃດເລີຍທີ່ຈະເຮັດໃຫ້ເຈົ້າເຮັດວຽກຢູ່ກັບບໍລິສັດທີ່ສັນຍາປາກເປົ່າ ແລະ ບໍ່ຈິງໃຈກັບເຈົ້າ ຖ້າຢູ່ຕໍ່ໄປຄວາມສໍາເລັດ ຫຼື ເປົ້າໝາຍທີ່ຕັ້ງໄວ້ກໍຍິ່ງຫ່າງໄກອອກໄປ.

 

 

6. ບໍລິສັດບອນໄຊ (ບໍລິສັດທີບໍ່ມີການເຕີບໃຫ້ຂະຫຍາຍຕົວ)

          *ສັງເກດ: ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ໄດ້ຮຽນຮູ້ຫຍັງເພີ່ມເຕີມເລີຍຈາກວຽກທີ່ເຮັດຢູ່ທຸກມື້ ແຕ່ບໍ່ມີການປະເມີນຜົນການເຮັດວຽກ ຫຼື ເຈົ້າອາດຈະຖືກສັ່ງໃຫ້ເຮັດວຽກ ນອກຈາກຄວາມຮັບຜິດຊອບຕະຫຼອດເວລາ.

          *ຜົນເສຍ: ເຈົ້າອາດຈະຄິດວ່າພໍໃຈກັບເງິນເດືອນແລ້ວ ໜ້າທີ່ທີ່ເຈົ້າໄດ້ຮັບມອບໝາຍກໍສົມເຫດສົມຜົນ ແຕ່ເມື່ອມາຄິດວິເຄາະແລ້ວເຫັນວ່າ ຖ້າເຮົາຍັງເຮັດວຽກແບບນີ້ໄປເລື້ອຍໆ ແຕ່ເຈົ້າບໍ່ໄດ້ຮຽນຮູ້ຍັງເພີ່ມເລີຍ ຊໍ້າພັດຮູ້ສຶກວ່າຄວາມຮູ້ຂອງຕົນເອງເລີ່ມຫຼຸດໜ້ອຍລົງ ຖ້າວ່າຢາກຂໍໄປຮຽນຕໍ່ເພື່ອເສີມສ້າງຄວາມຮູ້ນັ້ນບໍ່ມີທາງເປັນໄປໄດ້ເລີຍ ເພາະບໍລິສັດຈໍາພວກນີ້ເໝາະສົມຫຼາຍກັບຄົນທີ່ບໍ່ຢາກຮຽນຮູ້ຫຍັງຕື່ມອີກແລ້ວ ພຽງພໍແລ້ວກັບສິ່ງທີ່ເປັນຢູ່ໃນປັດຈຸບັນ ບໍ່ມີເປົ້າໝາຍໃນອະນາຄົດ ແລະ ບໍ່ຢາກປະສົບຜົນສໍາເລັດຫຼາຍກວ່ານີ້ແລ້ວ.

          *ສິ່ງທີ່ຄວນຄິດ: ການເຮັດວຽກຢູ່ບໍລິສັດແບບນີ້ເປັນສັນຍານທີ່ເຕືອນວ່າເຈົ້າຕ້ອງລາອອກຈາກບ່ອນດັ່ງກ່າວ ແລ້ວໄປຊອກວຽກ ຫຼື ຫາສະໝັກວຽກໃນອີກ 12 ເດືອນ ຫຼື 18 ເດືອນຂ້າງໜ້າ ເພາະບໍລິສັດເຫຼົ່ານີ້ເປັນບໍລິສັດທີ່ບໍ່ແນ່ນອນຈະເປີດ ຫຼື ປິດຍາມໃດກໍໄດ້. ແລະ ຄໍາວ່າ “ບອນໄຊ” ໝາຍເຖິງຕົ້ນໄມ້ຊະນິດໜຶ່ງຈາກປະເທດຍີ່ປຸ່ນ ທີ່ຖືກຕັດ ແລະ ລ້ຽງໄວ້ເພື່ອບໍ່ໃຫ້ມີການຈະເລີນເຕີບໂຕໄປຫຼາຍກວ່ານີ້.

 

 

7. ບໍລິສັດທີ່ບໍ່ມີອະນາຄົດ

          *ສັງເກດ: ບໍລິສັດທີ່ບໍ່ມີການວາງແຜນຫຍັງເລີຍ ທັງໄລຍະສັ້ນ ຫຼື ໄລຍະຍາວ ເຖິງວ່າເຈົ້າຈະໄປຖາມຄົນທີ່ຢູ່ໃນບໍລິສັດກໍບໍ່ມີໃຜຮູ້ ໄປຈົນເຖິງຫົວໜ້າຂອງເຈົ້າເອງທີ່ບໍ່ສາມາດໃຫ້ຄໍາຕອບໄດ້.

          *ຜົນເສຍ: ບໍລິສັດດ່ັງກ່າວຄ້າຍຄືກັບເຮືອໄທທານິກ ທີ່ລ່ອງເຮືອໄປຕາມມະຫາສະໝຸດອັນກວ້າງໃຫຍ່ແລ້ວບໍ່ມີຈຸດໝາຍ (ອະນາຄົດ) ປຽບເໝືອນກັບບໍລິສັດທີ່ພ້ອມຈະຈົມລົງນໍ້າໄດ້ທຸກເວລາ. ໃນຕອນທີ່ເລີ່ມວຽກທໍາອິດເຈົ້າອາດຍັງບໍ່ຮູ້ສຶກຫຍັງ ອາດຈະເບິ່ງເປັນຄວາມທ້າທາຍ, ເປັນຄວາມປ່ຽນແປງໃນບໍລິສັດທີ່ເກີດຂຶ້ນຄືກັບຊີວິດທີ່ຕ້ອງໝຸນວຽນຢູ່ຕະຫຼອດເວລາ ແຕ່ເມື່ອໄດ້ເຮັດວຽກໄປແລ້ວຈະເຫັນວ່າ ທຸກຢ່າງທີ່ຄິດ ແລະ ເຮັດແບບມື້ຕໍ່ມື້ ບໍ່ມີການວາງແຜນໄວ້ກ່ອນແມ່ນໃຫ້ລະວັງຕົວໄວ້ ເພາະບາງເທື່ອອາດຈະມີສັນຍານບອກວ່າ “ເດືອນນີ້ຂໍບໍ່ຈ່າຍເງິນເດືອນໃຫ້” ແບບນີ້ກໍເປັນໄດ້.

          *ສິ່ງທີ່ຄວນຄິດ:​ ເຖິງແມ່ນວ່າພາບລັກຂອງບໍລິສັດຈະດີປານໃດ ຈາກທີ່ເຫັນຕາມສື່ໂຄສະນາຕ່າງໆ ແຕ່ຖ້າບໍລິສັດບໍ່ຮູ້ວ່າຕົນເອງກໍາລັງເຮັດຫຍັງຢູ່, ເຮັດໄປເພື່ອຫຍັງ ສະແດງວ່າບໍລິສັດດັ່ງກ່າວບໍ່ມີການວາງແຜນກົນລະຍຸດ ແລະ ສິ່ງທີ່ເຈົ້າສາມາດເຮັດໄດ້ຄື ຊ່ວຍບໍລິສັດວາງແຜນ ຫຼື ລາອອກໄປເຮັດວຽກບ່ອນອື່ນດີກວ່າ.

 

 

 

ທີ່ມາ: Workventure.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now