10 ອັນດັບລົດໄຟແລ່ນໄວທີ່ສຸດໃນໂລກ ປີ 2018

timer

remove_red_eye 0 views


cvConnect.la - 10 ອັນດັບລົດໄຟແລ່ນໄວທີ່ສຸດໃນໂລກ ປີ 2018

 

          ລົດໄຟທີ່ແລ່ນໄວທີ່ສຸດໃນໂລກປີ 2018 CvConnect ໄດ້ຮວບໂຮມເອົາ 10 ອັນດັບຂອງລົດໄຟທີ່ແລ່ນໄວທີ່ສຸດໃນໂລກ ທີ່ທ່ານຈະຕ້ອງຕື່ນຕົກໃຈໄປກັບຄວາມໄວທີ່ແລ່ນໄວທຽບເທົ່າຍົນເລີຍກໍວ່າໄດ້.

 

10. ລົດໄຟ THSR 700T,  186.4 ໄມຕໍ່ຊົ່ວໂມງ (ໄຕ້ຫວັນ)

                    THSR 700T ເປັນລົດໄຟທີ່ມີຄວາມໄວສູງສຸດທີ່ 186.4 ໄມຕໍ່ຊົ່ວໂມງ ເລີ່ມໃຫ້ບໍລິການເມື່ອວັນທີ 5 ມັງກອນ 2007 ສາມາດຫຼຸດເວລາລະຫວ່າງການເດີນທາງໃຫ້ສັ້ນລົງຈາກ 4 ຊົ່ວໂມງເຄິ່ງ ໃຫ້ຫຼຸດລົງເຫຼືອພຽງ 90 ນາທີ, ຖືກສ້າງຂຶ້ນມາໃນປະເທດຍີ່ປຸ່ນຈາກ 3 ບໍລິສັດຫຼັກຄື Kawasaki Heavy Industries, Nippon Sharyo ແລະ Hitachi ສາມາດເລັ່ງອັດຕາຄວາມໄວຕັ້ງແຕ່ 0-186.4 ໄມຕໍ່ຊົ່ວໂມງພາຍໃນເວລາພຽງ 15 ນາທີເທົ່ານັ້ນ ມີຫ້ອງໂດຍສານຊັ້ນທຸລະກິດ 66 ບ່ອນນັ່ງ ແລະ ບ່ອນນັ່ງມາດຕະຖານ 923 ບ່ອນນັ່ງ.

 

 

9. ລົດໄຟ ETR 500 Frecciarossa 186.4 ໄມຕໍ່ຊົ່ວໂມງ (ອິຕາລີ)

          ETR 500 Frecciarossa ເປັນລົດໄຟທີ່ມີຄວາມໄວທີ່ສຸດໃນອິຕາລີທີ່ດໍາເນີນການໂດຍ ບໍລິສັດ Trenitalia ໃຫ້ຄວາມໄວສູງສຸດ 186.4 ໄມຕໍ່ຊົ່ວໂມງ ໃຫ້ບໍລິການລະຫວ່າງເສັ້ນທາງ Milan – Rome – Naples 72 ຖ້ຽວຕໍ່ມື້, ສາມາດເດີນທາງຈາກ ໂຣມ ໄປ ມິລານ ພາຍໃນເວລາ 2 ຊົ່ວໂມງ 40 ນາທີ ມີ 4 ຫ້ອງໂດຍສານລະດັບດີທີ່ສຸດ, ຊັ້ນທຸລະກິດ ແລະ ຊັ້ນຜູ້ບໍລິຫານ ມີບໍລິການອິນເຕີເນັດແບບໄຮ້ສາຍ (Wi-Fi) ຟຣີ.

 

 

 

8. ລົດໄຟ SNCF TGV Duplex, 198.8 ໄມຕໍ່ຊົ່ວໂມງ (ຝຣັ່ງ)

          ເປັນລົດໄຟທີ່ໃຫ້ບໍລິການຄວາມໄວສູງທີ່ສຸດໃນປະເທດຝຣັ່ງ ດ້ວຍຄວາມໄວ 198.8 ໄມຕໍ່ຊົ່ວໂມງ ເລີ່ມໃຫ້ບໍລິການໃນເດືອນທັນວາປີ  2011 ລົດໄຟດັ່ງກ່າວເຮັດມາຈາກອາລູມີນ້ຽມຄຸນນະພາບສູງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສາມາດນໍາກັບມາໃຊ້ໃໝ່ໄດ້ 90% ມີ 2 ແບບຫຼັກສໍາລັບຜູ້ໂດຍສານຄື ແບບມາດຕະຖານ ແລະ ແບບຊັ້ນໜຶ່ງ ມີຕັ່ງນັ່ງສະດວກສະບາຍ ແລະ ມີໄຟສ່ວນຕົວສໍາລັບອ່ານໜັງສື, ມີບໍລິການຟຣີສໍາລັບ Wi-Fi , ໜັງສືພິມ ແລະ ວາລະສານ.

 

 

 

7. ລົດໄຟ  Alstom Euroduplex, 198.8 ໄມຕໍ່ຊົ່ວໂມງ (ຝຮັ່ງ)

          ລົດໄຟ Euroduplex ເປັນລົດໄຟຄວາມໄວສູງສຸດ 198.8 ໄມຕໍ່ຊົ່ວໂມງ ເລີ່ມໃຫ້ບໍລິການໃນເດືອນທັນວາ 2011 ລົດໄຟຄັນນີ້ສາມາດຂົນສົ່ງຜູ້ໂດຍສານໄດ້ເທື່ອລະ 1020 ຄົນ ອອກແບບໂດຍບໍລິສັດ Euroduplex ເປັນລົດໄຟທີ່ມີນໍ້າໜັກເບົາກວ່າທຸກລຸ້ນກ່ອນໜ້ານີ້ ໃຊ້ພະລັງງານເຊື້ອໄຟຕໍ່າ ມີໜ້າຈໍສະແດງຂໍ້ມູນການເດີນທາງແບບ real time.

 

 

 

6. ລົດໄຟ E5 Series Shinkansen Hayabusa, 198.8 ໄມຕໍ່ຊົ່ວໂມງ, (ຍີ່ປຸ່ນ)

http://cvconnect.la/images/uploads/_31-10-2018_8095575380140957E5 Series Shinkansen Hayabusa66.jpg

          ເປັນລົດໄຟຄວາມໄວສູງທີ່ໄວທີ່ສຸດໃນປະເທດຍີ່ປຸ່ນ ເລີ່ມໃຫ້ບໍລິການເມື່ອວັນທີ 5 ມີນາ 2011 ມີຄວາມໄວສູງສຸດ 198.8 ໄມຕໍ່ຊົ່ວໂມງ. ລົດໄຟ E5 Series Shinkansen Hayabusa ແລ່ນຈາກສະຖານີ Shin-Aomory ໄປໂຕກຽວ ໄລຍະທາງ 444.28 ໄມ ພາຍໃນເວລາພຽງ 2 ຊົ່ວໂມງ 56 ນາທີ. ຫົວດ້ານໜ້າຂອງລົດໄຟ E5 Series ຍາວ 15 ແມັດ ເປັນການອອກແບບເພື່ອຊ່ວຍລົດສຽງ ແລະ ການສັ່ນສະເທືອນ ໃນຂະນະທີ່ລົດໄຟເດີນທາງຜ່ານອຸໂມງ, ມີບ່ອນນັ່ງ 3 ຊັ້ນຄື ແບບມາດຕະຖານ 658 ບ່ອນນັ່ງ, ແບບປະຢັດ 55 ບ່ອນນັ່ງ ແລະ ແບບ First Class 18 ບ່ອນນັ່ງ.

 

 

 

5. ລົດໄຟ Talgo 350; 217.4 ໄມຕໍ່ຊົ່ວໂມງ, (ສະເປນ)

          ລົດໄຟຄວາມໄວສູງ Talgo 350 ແລ່ນດ້ວຍຄວາມໄວສູງສຸດ 217.4 ໄມຕໍ່ຊົ່ວໂມງ ໃຫ້ບໍລິການເສັ້ນທາງລະຫວ່າງ ເມືອງມາດຣິດກັບເມືອງບາເຊ່ໂລນ່າ ລົດໄຟຄັນນີ້ເປັນທີ່ຮູ້ຈັກກັນໃນຊື່ “Pato” ເຊິ່ງຕັ້ງຕາມຊື່ຂອງນົກເປັດທີ່ມີດັງຄ້າຍຄືຫົວລົດໄຟ ເປັນການອອກແບບເພື່ອການຮັບແຮງກົດດັນເພື່ອບໍ່ໃຫ້ສັ່ນສະເທືອນໃນເວລາທີ່ແລ່ນ, ສໍາລັບບ່ອນນັ່ງແບ່ງອອກເປັນ 2 ແບບຄື ແບບມາດຕະຖານ ແລະ ແບບ First class ມີທັງໝົດ 350 ບ່ອນນັ່ງ, ເປັນຕັ່ງທີ່ນັ່ງສະບາຍພ້ອມບ່ອນວາງຂາ, ມີວິດີໂອ, ໂທລະພາບ ແລະ ເຄື່ອງສຽງໃຫ້ບໍລິການແຕ່ລະບ່ອນນັ່ງ.

 

 

 

4. ລົດໄຟ Siemens Velaro E / AVS 103 ; 217.4 ໄມຕໍ່ຊົ່ວໂມງ, (ສະເປນ) 

          ແລ່ນໃຫ້ບໍລິການລະຫວ່າງເສັ້ນທາງເມືອງ ບາເຊ່ໂລນ່າ ແລະ ເມືອງ ມາດຣິດ ໄລຍະເວລາ 2 ຊົ່ວໂມງ 30 ນາທີ ດ້ວຍຄວາມໄວສູງສຸດ 217.4 ໄມຕໍ່ຊົ່ວໂມງ, ເລີ່ມໃຫ້ບໍລິການໃນເດືອນ ມິຖຸນາ 2007 ມີບ່ອນນັ່ງທັງໝົດ 404 ບ່ອນນັ່ງ.

 

 

 

3. ລົດໄຟ AGV Italo, 223.6 ໄມຕໍ່ຊົ່ວໂມງ, (ອິຕາລີ)

 

          ລົດໄຟ AGV Italo ເປັນລົດໄຟທີ່ແລ່ນໄວສຸດໃນເອີຣົບ ດ້ວຍຄວາມໄວສູງສຸດທີ່ 223.6 ໄມຕໍ່ຊົ່ວໂມງ, ເປີດໃຫ້ບໍລິການໃນເດືອນ ເມສາ 2007 ເສັ້ນທາງໃຫ້ບໍລິການລະຫວ່າງເມືອງ ໂຣມ ແລະ ເມືອງ ເນປິວ ໄລຍະທາງ 140 ໄມ ພາຍໃນເວລາ 1 ຊົ່ວໂມງ, ລົດໄຟ AGV Italo ມີໂຄງສ້າງທີ່ເປັນມິດກັບສິ່ງແວດລ້ອມ ແລະ ສາມາດນໍາກັບໄປແລ້ວນໍາມາໃຊ້ໃໝ່ໄດ້ 98% ມີບ່ອນນັ່ງທັງໝົດ 3 ແບບ ທຸກແບບມີບ່ອນນັ່ງແບບປັບໄດ້, ໂທລະພາບລະບົບຖ່າຍທອດສົດ ແລະ ບໍລິການອິນເຕີເນັດແບບໄຮ້ສາຍ (Wi-Fi) ຟຣີ.

 

 

 

2. ລົດໄຟ Harmony CRH 380A, 236.12 ໄມຕໍ່ຊົ່ວໂມງ, (ຈີນ)

 

          ລົດໄຟ Harmony CRH 380A ເປັນລົດໄຟຄວາມໄວສູງເປັນອັນດັບສອງຂອງໂລກ ດ້ວຍຄວາມໄວສູງສຸດ 236.12 ໄມຕໍ່ຊົ່ວໂມງ, ໃຫ້ບໍລິການເປັນປະຈໍາລະຫວ່າງເສັ້ນທາງ Shangai – Nanjing ລົດໄຟຄວາມໄວສູງ CRH 380A ສ້າງມາຈາກອາລູມີນ້ຽມນໍ້າໜັກເບົາ ແລະ ຫົວລົດໄຟຄ້າຍຄືກັບຫົວຂອງປາ ເປັນການອອກແບບເພື່ອລົດແຮງອາກາດ ໃນຂະນະທີ່ແລ່ນ ແລະ ທີ່ໜ້າສົນໃຈຄື ລົດໄຟນີ້ປາສະຈາກການສັ່ນສະເທືອນໃນໄລຍະການເຄື່ອນໄຫວ, ບັນຈຸຜູ້ໂດຍສານໄດ້ 494 ຄົນ ມີສິ່ງອໍານວຍຄວາມສະດວກ ເຊັ່ນ ໂຄມໄຟສໍາລັບອ່ານໜັງສື, ປັກໄຟ, ໂທລະພາບ ແລະ ຍັງມີບໍລິການອາຫານ ແລະ ເຄື່ອງດື່ມໃຫ້ແກ່ຜູ້ໂດຍສານ.

 

 

 

1. ລົດໄຟ Shanghai Maglev, 267.8 ໄມຕໍ່ຊົ່ວໂມງ, (ຈີນ)

 

          ລົດໄຟ Shanghai Maglev ເປັນລົດໄຟທີ່ໄວທີ່ສຸດໃນໂລກ ດ້ວຍຄວາມໄວສູງສຸດ 267.8 ໄມຕໍ່ຊົ່ວໂມງ ເປັນການເຄື່ອນໄຫວດ້ວຍພະລັງງານແມ່ເຫຼັກໄຟຟ້າ, ບໍ່ມີລໍ້ ແຕ່ເປັນການລອຍຢູ່ເຖິງສະໜາມແມ່ເຫຼັກ ເລີ່ມໃຫ້ບໍລິການໃນວັນທີ 1 ມັງກອນ 2004 ໃຫ້ບໍລິການລະຫວ່າງເສັ້ນທາງ Long Yang ໄປຫາສະໜາມບິນນານາຊາດ Pudong ດ້ວຍເວລາພຽງ 7 ນາທີ 20 ວິນາທີ, ສາມາດບັນທຸກຜູ້ໂດຍສານໄດ້ທັງໝົດ 574 ຄົນ.

 

 

 

 

ທີ່ມາ: topfunstory.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now