6 ວິທີປຸກພະລັງໃນຕອນເຊົ້າສໍາລັບຄົນເຮັດວຽກ

timer

remove_red_eye 0 views


cvConnect.la - 6 ວິທີປຸກພະລັງໃນຕອນເຊົ້າສໍາລັບຄົນເຮັດວຽກ

               ການປຸກຕົວເອງໃຫ້ລຸກອອກຈາກຕຽງນອນ ອາດຈະເປັນເລື່ອງຍາກຂອງໃຜຫຼາຍຄົນ ເຖິງແມ່ນວ່າຈະລຸກອອກຈາກຕຽງມາໄດ້ ແຕ່ເຮົາຍັງມີຄວາມຮູ້ສຶກຢາກນອນ, ຮູ້ສຶກເມື່ອຍ ແລະ ບໍ່ກະຕືລືລົ້ນໃນການເລີ່ມຕົ້ນມື້ໃໝ່ດ້ວຍຄວາມຮູ້ສຶກທີ່ສົດຊື່ນ, ມັນຈະສົ່ງຜົນບໍ່ດີແນ່ນອນຕໍ່ການເຮັດວຽກຕະຫຼອດມື້.

               CVconnect ມີຄໍາແນະນໍາທີ່ຈະຊ່ວຍໃຫ້ຄົນເຮັດວຽກແບບເຮົາສາມາດເລີ່ມຕົ້ນເຮັດວຽກໃນຕອນເຊົ້າໄດ້ຢ່າງສົດຊື່ນຕະຫຼອດມື້ຢ່າງມີປະສິດທິພາບ.

1. ເປີດໄຟໃຫ້ສະຫວ່າງ

      ໃນປົກກະຕິຮ່າງກາຍຂອງເຮົາມີໂມງປຸກໂດຍທໍາມະຊາດ ມັນຈະປັບປ່ຽນໄດ້ຕາມປະລິມານຂອງແສງສະຫວ່າງ. ດັ່ງນັ້ນ, ຄວນເປີດໄຟໃນຫ້ອງນອນຫຼັງຈາກຕື່ນນອນ ເພາະການໄດ້ຮັບແສງສະຫວ່າງສາມາດຊ່ວຍໃຫ້ຮ່າງກາຍຂອງເຮົາຄິດວ່າເປັນເວລາທີ່ຈະຕ້ອງຕື່ນນອນ ແລະ ລຸກຂຶ້ນຈາກຕຽງ.

 

2. ອອກກໍາລັງກາຍ

      ການອອກກໍາລັງກາຍຍາມເຊົ້າເປັນກິດຈະກໍາທີ່ດີໃນການເລີ່ມຕົ້ນຂອງເຊົ້າມື້ໃໝ່ ແລະ ເປັນປະໂຫຍດຫຼາຍ, ການອອກກໍາລັງກາຍຈະເຮັດໃຫ້ເຮົາສົດຊື່ນ ແລະ ຜ່ອນຄາຍອາການຢາກນອນໃຫ້ໝົດໄປ ເພາະຫົວໃຈຈະຖືກກະຕຸ້ນ ເຮັດໃຫ້ສະໝອງປອດໂປ່ງ ແລະ ມີຄວາມກະຕືລືລົ້ນໃນການເລີ່ມຕົ້ນທີ່ຈະເຮັດວຽກໄດ້ໃນທຸກໆເຊົ້າ.

 

 3. ກິນອາຫານເຊົ້າ

      ອາຫານເຊົ້າມີຄວາມສໍາຄັນຫຼາຍ ເປັນການເສີມສ້າງພະລັງງານຫຼັງຈາກການນອນຫຼັບມາຕະຫຼອດຄືນ, ຖ້າຫາກວ່າເຮົາບໍ່ກິນອາຫານເຊົ້າເລີຍ ຈະເຮັດໃຫ້ລະບົບການເຜົາຜານສູນເສຍຄວາມສົມດຸນ, ນອກຈາກວ່າເຮົາຈະບໍ່ໄດ້ຮັບພະລັງງານແລ້ວ ຍັງເຮັດໃຫ້ເຮົານໍ້າໜັກເພີ່ມຂຶ້ນງ່າຍນໍາອີກ, ນອກນັ້ນ ຍັງສົ່ງຜົນເຮັດໃຫ້ນໍ້າຕານໃນເລືອດຕໍ່າ ເຊິ່ງບໍ່ເປັນຜົນດີຕໍ່ຮ່າງກາຍຢ່າງແນ່ນອນ.

 

4. ຟັງເພງ ຫຼື ຟັງໜັງສືທີ່ເປັນສຽງ

      ການຟັງເພງ ຫຼື ຟັງໜັງສືທີ່ເປັນສຽງ ໃນຕອນເຊົ້າຈະຊ່ວຍໃຫ້ເຮົາຮູ້ສຶກຕື່ນຕົວ, ສາມາດຟັງໃນລະຫວ່າງການເດີນທາງໄປເຮັດວຽກ ເຊິ່ງດີກວ່າການປ່ອຍໃຫ້ສະໝອງຫວ່າງ ແລະ ຮູ້ສຶກເຫງົານອນຕະຫຼອດເວລາ, ຄວນເພີ່ມລະດັບສຽງ ແລະ ເພີ່ມຈັງຫວະໃຫ້ໄວຂຶ້ນ ຈະຊ່ວຍໃຫ້ເຮົາມີຄວາມພ້ອມຫຼາຍຂຶ້ນ.

 

 5. ເລືອກເຮັດວຽກທີ່ຕ້ອງການຄວາມກະຕືລືລົ້ນ

      ເລີ່ມຕົ້ນດ້ວຍການເຮັດວຽກທີ່ຊ່ວຍກະຕຸ້ນ ຫຼື ສ້າງຄວາມກະຕືລືລົ້ນໃຫ້ແກ່ຕົວເອງ ເປັນຕົ້ນ ວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນ, ການຂຽນ, ການອອກແບບຕ່າງໆ ເຊິ່ງຈະຊ່ວຍໃຫ້ສະໝອງມີການກະຕຸ້ນເຮັດໃຫ້ຮູ້ສຶກຢາກເຮັດວຽກຫຼາຍຂຶ້ນ ແຕ່ຫາກເຈົ້າເລີ່ມຕົ້ນດ້ວຍການເຮັດວຽກໄປເລື້ອຍໆ ເຊັ່ນ ນັ່ງອ່ານເອກະສານເລື້ອຍໆ ຈະເຮັດໃຫ້ເຈົ້າເບື່ອໜ່າຍ ແລະ ເພີ່ມອາການຢາກນອນໃຫ້ຫຼາຍຂຶ້ນນໍາອີກ.

 

6. ຈັດຕາຕະລາງເວລານອນ

      ສຸດທ້າຍນີ້ ວິທີແກ້ບັນຫາທີ່ຖືກຕ້ອງທີ່ສຸດສໍາລັບການຕໍ່ສູ້ກັບອາການຢາກນອນ ແລະ ຄວາມຮູ້ສຶກບໍ່ມີພະລັງໃນຕອນເຊົ້ານັ້ນແມ່ນ ການພັກຜ່ອນໃຫ້ຫຼາຍຂຶ້ນໃນຕອນກາງຄືນ. ດັ່ງນັ້ນ, ຄວນຈັດຕາຕະລາງເວລານອນ ແລະ ພະຍາຍາມເຮັດໃຫ້ໄດ້ໃນທຸກໆມື້, ເພາະການອົດນອນຕະຫຼອດອາທິດໃນມື້ເຮັດວຽກນັ້ນ ແລ້ວຈຶ່ງໄປທົດແທນໃນມື້ທີ່ພັກວຽກເປັນວິທີການທີ່ບໍ່ຄວນເຮັດທີ່ສຸດ ເນື່ອງຈາກວ່າ ປົກກະຕິແລ້ວຄົນເຮົາຄວນໄດ້ນອນພັກຜ່ອນ 6-8 ຊົ່ວໂມງຕໍ່ຄືນ.

 

 

 

ທີ່ມາ: jobthai.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now