ເລືອກພະນັກງານຢ່າງມີປະສິດທິພາບດ້ວຍຫຼັກ 7C

timer

remove_red_eye 0 views


cvConnect.la - ເລືອກພະນັກງານຢ່າງມີປະສິດທິພາບດ້ວຍຫຼັກ 7C

          “ທີ່ບໍລິສັດຂອງຂ້າພະເຈົ້າເຕີບໃຫຍ່ມາໄດ້ຂະໜາດນີ້ກໍ່ຍ້ອນມີພະນັກງານດີໆ ແລະ ເກັ່ງໆ ຊ່ວຍກັນ” ນັ້ນແມ່ນຄໍາເວົ້າຂອງປະທານບໍລິສັດແຫ່ງໜຶ່ງ ທີ່ຕອບຄໍາຖາມຢ່າງກົງໄປກົງມາເມື່ອມີຄົນຖາມເຖິງເຄັດລັບທີ່ເຮັດໃຫ້ບໍລິສັດຂອງລາວເອງມີຄວາມເຕີບໃຫຍ່ຢ່າງກ້າວກະໂດດ ໃນຂະນະທີ່ຫາກໍ່ເປີດບໍລິສັດຂອງຕົນເອງມາໄດ້ບໍ່ພໍເທົ່າໃດປີ.

          ບໍ່ມີເຈົ້າຂອງບໍລິສັດຜູ້ໃດທີ່ສາມາດສ້າງທຸລະກິດໃຫ້ເຕີບໃຫຍ່ ແລະ ປະສົບຄວາມສໍາເລັດໄດ້ດ້ວຍຕົວເອງພຽງຄົນດຽວ, ບໍລິສັດທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກ ຈະຕ້ອງມີພະນັກງານທີ່ມີຄວາມສາມາດຄຽງຄູ່ກັບບໍລິສັດຢູ່ສະເໝີ. ດັ່ງນັ້ນ, ການຄັດເລືອກບຸກຄະລາກອນທີ່ມີຄຸນນະພາບເໝາະສົມກັບອົງກອນໃດໜຶ່ງຈຶ່ງເປັນເລື່ອງທີ່ທຸກອົງກອນໃຫ້ຄວາມສໍາຄັນ,​ ແລະ ໃນມື້ນີ້ CVCONNECT ຈຶ່ງນໍາເອົາຫຼັກ 7C ມາແນະນໍາເພື່ອເປັນແນວທາງໃນການເລືອກພະນັກງານແນວໃດໃຫ້ມີປະສິດທິພາບທີ່ສຸດ.

 

1. Competent

     ສິ່ງສໍາຄັນທີ່ຕ້ອງເບ່ິງຄື ຈະຕ້ອງເປັນຄົນທີ່ມີທັກສະ, ຄວາມສາມາດ, ປະສົບການ ແລະ ການສຶກສາທີ່ຈໍາເປັນສໍາລັບການທີ່ຈະເຮັດໃຫ້ວຽກງານອອກມາປະສົບຜົນສໍາເລັດ.

 

2. Capable

     ສິ່ງຕໍ່ມາຕ້ອງມີຄວາມສາມາດໃນການເຮັດວຽກບໍ່ສະເພາະແຕ່ວຽກງ່າຍໆ ແຕ່ຕ້ອງສາມາດເຮັດວຽກທີ່ໃຊ້ຄວາມພະຍາຍາມ ແລະ ຄວາມຄິດສ້າງສັນ ລວມໄປເຖິງຕ້ອງເປັນຄົນທີ່ມີຄຸນນະພາບທີ່ຈະພັດທະນາທັກສະຄວາມສາມາດຕ່າງໆ ແລະ ພ້ອມທີ່ຈະຮັບຜິດຊອບວຽກງານຫຼາຍຂຶ້ນ.

 

3. Compatible

     ການເຮັດວຽກຮ່ວມກັນກັບຄົນອື່ນເປັນເລື່ອງທີ່ສໍາຄັນ ດັ່ງນັ້ນ, ຈຶ່ງຕ້ອງສັງເກດເບິ່ງວ່າຄົນຜູ້ນັ້ນສາມາດເຂົ້າກັບເພື່ອນຮ່ວມງານຄົນອື່ນໄດ້ບໍ່ ຫຼື ເຂົ້າກັບຫົວໜ້າໄດ້ດີຫຼືບໍ່? ແລະ ຖ້າເປັນວຽກທີ່ຕ້ອງກ່ຽວຂ້ອງກັບລູກຄ້າໂດຍກົງ ນອກຈາກເພື່ອນຮ່ວມງານແລ້ວກໍ່ຄວນຈະຕ້ອງພິຈາລະນາວ່າຈະສາມາດເຂົ້າກັບລູກຄ້າ ຫຼື partner ຂອງເຈົ້າໄດ້ຫຼືບໍ່.

 

 4. Commitment

     ພິຈາລະນາເຖິງໄລຍະເວລາໃນການເຮັດວຽກຂອງລາວ ວ່າຕັ້ງໃຈທີ່ຈະເຮັດວຽກໃນໄລຍະຍາວຫຼືບໍ່ ຢ່າລືມເບິ່ງປະຫວັດການເຮັດວຽກໃນບໍລິສັດຕ່າງໆທີ່ຜ່ານມາຂອງລາວອີກດ້ວຍ ເພາະສິ່ງເຫຼົ່ານີ້ສາມາດບອກເຈົ້າໄດ້ວ່າ ຜູ້ນັ້ນເປັນຄົນທີ່ມັກຈະເຮັດວຽກຢູ່ບ່ອນໃດບ່ອນໜຶ່ງເປັນເວລາດົນ ຫຼື ເປັນຄົນທີ່ມັກຈະເບິ່ງຫາສິ່ງທີ່ໃໝ່ໆທີ່ດີກວ່າສະເໝີ.

 

5. Character

     ຕ້ອງສັງເກດເບິ່ງວ່າລາວເປັນຄົນແບບໃດມີຄ່ານິຍົມທີ່ໄປໃນທິດທາງດຽວກັນກັບເຈົ້າຫຼືບໍ່? ເປັນຄົນທີ່ຊື່ສັດ, ເວົ້າແຕ່ຄວາມຈິງ ຫຼື ວ່າເປັນຄົນທີ່ຮັກສາສັນຍາ ສາມາດເຮັດວຽກເປັນທີມ ຫຼື ເຂົ້າກັບເຈົ້າໄດ້ບໍ່?

 

6. Culture 

     ໃນແຕ່ລະບໍລິສັດກໍຈະມີວັດທະນະທໍາຂອງອົງກອນ ຫຼື ແນວທາງປະຕິບັດ ແລະ ວິທີການສື່ສານທີ່ແຕກຕ່າງກັນ ເຊິ່ງຈະຂຶ້ນຢູ່ກັບຄຸນຄ່າຂອງອົງກອນ, ກົດລະບຽບ, ມາດຕະຖານ, ຄວາມຄາດຫວັງ ຫຼື ຂະບວນການເຮັດວຽກ ໂດຍສິ່ງເຫຼົ່ານີ້ລ້ວນມີອິດທິພົນຕໍ່ພຶດຕິກໍາຂອງຄົນໃນບໍລິສັດ ພະນັກງານທີ່ບໍ່ສາມາດສະທ້ອນໃຫ້ເຫັນເຖິງວັດທະນະທໍາຂອງບໍລິສັດໄດ້ ອາດຈະເຮັດໃຫ້ເກີດບັນຫາ ຫຼື ຄວາມຫຍຸ້ງຍາກອື່ນໆຕາມມາ.

 

7. Compensation

     ສໍາລັບລາຍໄດ້ຫຼືຄ່າຕອບແທນຕ່າງໆ ເປັນເລື່ອງທີ່ຄົນເຮັດວຽກຈໍານວນຫຼາຍໃຫ້ຄວາມສໍາຄັນເປັນຢ່າງຍິ່ງ ດັ່ງນັ້ນ, ເຈົ້າເອງຕ້ອງໝັ້ນໃຈວ່າຄົນທີ່ເຈົ້າຈະຮັບເຂົ້າມາເຮັດວຽກນັ້ນພໍໃຈກັບຄ່າຕອບແທນຕ່າງໆ ທີ່ບໍລິສັດສາມາດໃຫ້ໄດ້ຫຼືບໍ່ ເພາະຖ້າຫາກລາວບໍ່ພໍໃຈກໍອາດຈະເຮັດໃຫ້ລາວເຮັດວຽກຢ່າງບໍ່ເຕັມທີ່ ແລະ ສົ່ງຜົນຕໍ່ການເຮັດວຽກໄດ້.

 

 

ທີ່ມາ: JobThai.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now