4 ເຫດຜົນ ທີ່ນັກສຶກສາຄວນຝຶກງານຈັກຄັ້ງກ່ອນເຮັດວຽກຕົວຈິງ

timer

remove_red_eye 0 views


cvConnect.la - 4 ເຫດຜົນ ທີ່ນັກສຶກສາຄວນຝຶກງານຈັກຄັ້ງກ່ອນເຮັດວຽກຕົວຈິງ

 

 

ການຝຶກງານຖືເປັນຈຸດເລີ່ມຕົ້ນແຫ່ງການເຮັດວຽກຂອງນັກສຶກສາທີ່ກຳລັງຮຽນຈົບຫຼາຍຄົນອາດຈະຝຶກເພື່ອສະສົມປະສົບການ ບາງຄົນອາດຝຶກເພື່ອປະຕິບັດຕາມຂໍ້ບັງຄັບໃນການຮຽນຈົບຂອງວິທະຍາໄລ ຊື່ງບໍ່ວ່າຈະມີຈຸດປະສົງໃນການຝຶກງານເພື່ອຫຍັງ ການຝຶກງານຈະເປັນຊ່ວງເວລາ ແລະ ປະສົບການທີ່ລ້ຳຄ່າເພື່ອນຳໄປປັບໃຊ້ໃນການເລີ່ມຕົ້ນການເຮັດວຽກຂອງເຮົາ

 

1. ຄວ້າໂອກາດ ແລະ ຄົ້ນຫາຕົວເອງ

ຊ່ວງເວລາໃນການຝຶກງານຖືເປັນຊ່ວງເວລາທີ່ດີສຳລລັບ ນັກສຶກສາທີ່ກຳລັງຫາໂອກາດການເຮັດວຽກໃນອານາຄົດ ແລະ ຕ້ອງການຮຽນຮູ້ສາຍວຽກຕ່າງໆ ເຮົາຈະໄດ້ທົດລອງເຮັດວຽກໃນສາຍວຽກທີ່ເຮົາສົນໃຈ ໄດ້ຮຽນຮູ້ວ່າ 1 ມື້ໃນ 1 ອາຊີບທີ່ເຮົາໄປຝຶກງານຕ້ອງເຮັດຫຍັງແດ່ ໜ້າທີ່ຮັບຜິດຊອບ ພາລະວວຽກຕ່າງໆທີ່ຕ້ອງເຮັດຄືຫຍັງ ນອກຈາກນີ້ແລ້ວເຮົາຍັງຈະໄດ້ຮຽນຮູ້ລັກສະນະວຽກຂອງບໍລິສັດເຮົາຝຶກງານ ວ່າບໍລິສັດທີ່ເຮົາກຳລັງຈະຝຶກງານນຳນັ້ນເຮັດທຸລະກິດຍຫຍັງ ມີວິວັດທະນະທຳອົງກອນແບບໃດມັນເປັນຮູບແບບວຽກທີ່ເຮົາຢາກເຮັດໃນອານາຄົດຫຼືບໍ່? ຖືເປັນໂອກາດທີ່ເຮົາຈະໄດ້ເລີ່ມຕົ້ນສາຍວຽກທີ່ເຮົາມັກ ແຕ່ຫາກບໍ່ແມ່ນ ກໍ່ເປັນໂອກາດທີ່ເຮົາສາມາດປ່ຽນແປງຕາມສາຍວຽກໄດ້ທັນກ່ອນທີ່ຈະເລີ່ມເຮັດວຽກຈິງ

 

2. ຮຽນຮູ້ຮູບແບບການເຮັດວຽກໃນຊີວິດຈິງ

 ການຝຶກງານຖືເປັນຈຸດເລີ່ມຕົ້ນຂອງການເຮັດວຽກໃນຊີວິດຈິງ ຫຼາຍຄົນອາດຈະເຄີຍເຮັດວຽກພິເສດ ເປັນພະນັກງານເສີບ ສອນພິເສດ ເຮັດວຽກພາດທາມ ຫຼືເຮັດຟຣີແລນປະເພດຕ່າງໆ ມາກ່ອນ ແຕ່ໂລກຂອງການເຮັດວຽກກັບອົງກອນໃນຊີວິດຈຶງ ມີຫຼາຍສິ່ງແຕກຕ່າງອອກໄປ ເຊັ່ນໜ້າທີ່ຮັບຜິດຊອບທີ່ຫຼາຍຂື້ນ ເຊິ່ງມາພ້ອມກັບຄວາມກົດດັນໃນການເຮັດວຽດທີ່ຫຼາຍກວ່າ ເພາະສະນັ້ນການຕໜມພ້ອມ ແລະ ຮຽນຮູ້ຮູບແບບການເຮັດວຽກຂອງອົງກອນແທ້ໆ ຍ່ອມເປັນຊໍ້ໄດ້ປຽບກວ່າຄົນອື້່ນໆ

 

3. ພັດທະນາທັກສະ ແລະ ຄວາມສາມາດ

ການຝຶກງານໃນຄວາມຄິດຂອງຫຼາຍຄົນທີ່ຍັງບໍ່ມີປະສົບການອາດເປັນພຽງແຕ່ການຖ່າຍເອກະສານ ຫຼື ເຮັດກະເຟ ແຕ່ປັດຈຸບັນ ນັກສຶກສາຝຶກງານໄດ້ເຂົ້າມີສ່ວນຮ່ວມກັບອົງກອນຫຼາຍກວ່າເກົ່າ ບໍລິສັດຍິນດີຮັບນັກສຶກສາເຂົ້າມາຝຶກງານໃຫ້ໄດ້ມີຄວາມຄິດນຳສະເໜີໄອເດຍໃໝ່ໆ ຮ່ວມສ້າງສັນສິ່ງຕ່າງໆ ແລະ ຮ່ວມເຮັດວຽກກັບອົງກອນແທ້ ຄືເປັນພະນັກງານປະຈຳຄົນໜຶ່ງຂອງອົງກອນ ເພາະສະນັ້ນຈື່ງຖືກໂອກາດທີ່ດີທີ່ເກັບກ່ຽວປະສົບການ ພັດທະນາທັກສະໃນດ້ານຕ່າງໆ ທີ່ເຮົາສົນໃຈຈະຮຽນຮູ້ ຫຼືຍັງບໍ່ບເຄີຍເຮັດໃນຖານະນັກສຶກສາຄົ້ນໜຶ່ງ ຍິ່ງໄປກວ່ານັ້ນຫາກເຮົາສາມາດພັດທະນາຄວາມສາມາດຈົນຖືກຕາບໍລິສັດ ໂອກາດທີ່ຈະໄດ້ຂໍ້ສະເໜີໃນການເຮັດວຽກແບບເຕັມຕົວຫຼັງຈາກຝຶກງານແລ້ວ

 

4. ສ້າງຄອນເນັກຊັ້ນ

ມີຄຳກ່າວທີ່ວ່າ ເຈົ້າເຮັດຫຍັງເປັນບໍ່ສຳຄັນເທົ່າກັບເຈົ້າຮູ້ຈັກໃຜ ການຝຶກງານຖືເປັນໂອກາດທີ່ດີຫຼາຍໃນການສ້າງຄວາມຮູ້ຈັກໃນສາຍອາຊີບນັ້ນ ບາງຄົນບໍ່ມີໂອກາດໃນການເຮັດກິດຈະກຳຕ່າງໆ ຫຼາຍໃນຮົ້ວວິທະຍາໄລ ເຮັດໃຫ້ໂອກາດທີ່ຈະຮູ້ຈັກກັບຄົນອື່ນນອກຈາກຄົນໃນຄະນະຂອງຕົວເອງເປັນໄປໄດ້ຍາກ ເມື່ອເຮົາຝຶກງານກໍ່ເປັນກາດບັງຄັບຕົວເອງໃຫ້ເຮົາອອກມາຈາກໂລກຂອງວິທະຍາໄລຊື່ງນັ້ນເປີດໂອກາດໃຫ້ເຮົາໄດ້ເຈິຄົນໃໝ່ໆ ບໍ່ວ່າຈະເປັນເພື່ອນຮ່ວມງານໃນບ່ອນເຮັດວຽກ ລວມເຖິງສ້າງໂອກາດໃຫ້ເຈິຄົນຕ່າງໆຈາກຫຼາກຫຼາຍອາຊີບ ມີໂອກາດໃຫ້ເຮົາໄດ້ພບົປະຜູ້ຄົນຫຼາກຫຼາຍຄວາມຄິດ ແລະ ມຸມມອງທີ່ແປກໃໝ່ເພື່ອຈະຊ່ວຍໃຫ້ເຮົາເດີນໄປສູ່ຄວາມສຳເລັດ

 

 

Cr: www.jobthai.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now