timer
remove_red_eye 0 views
ການປ່ຽນຕຳແໜ່ງໃໝ່ ຫຼື ເຮັດວຽກແບບມືອາຊີບຄັ້ງທຳອິດ ມັກຈະເປັນຊ່ວງເວລາທີ່ໜ້າຕື່ນເຕັ້ນ ຊຶ່ງທ່ານກໍ່ຄວນຈະມິສິດທີ່ຈະລໍຖ້າໂອກາດທີ່ດີທີ່ສຸດ ແລະລໍຖ້າຊ່ວງເວລາທີ່ເໝາະສົມທີ່ສຸດກັບວຽກນັ້ນໆ. ຢ່າງໃດກໍ່ຕາມ, ສິ່ງທີ່ສຳຄັນແມ່ນ ທ່ານຕ້ອງໄດ້ທົບທວນວ່າ ທ່ານເປັນຄົນປະເພດໃດ ແລະໜ້າວຽກແບບໃດທີ່ເຮົາຕ້ອງການ.
ຄຳຖາມເຫຼົ່ານີ້ສາມາດຊ່ວຍທ່ານຄົ້ນຊອກຄຳຕອບໄດ້
1. ເປັນຫຍັງເຮົາຈຶ່ງຊອກວຽກ?
ກ່ອນອື່ນໝົດແມ່ນ ເປັນຫຍັງເຮົາຕ້ອງຊອກວຽກ? ຖ້າຈະໄປເຮັດວຽກບໍລິສັດອື່ນ ຕ້ອງເບິ່ງວ່າໂອກາດໃນການເຕີບໂຕວ່າມີ ຫຼືບໍ່ໍ? ແລະ ຄຸ້ມກັບການອອກຈາກຕໍາແໜ່ງປັດຈຸບັນ.
2. ວຽກແບບໃດທີ່ເຮົາມັກ?
ເປັນຄຳຖາມທີ່ຈະແຈ້ງ ຊຶ່ງມັນເປັນອົງປະກອບທີ່ນຳທ່ານໄປຊອກວຽກ ແລະ ບໍລິສັດທີ່ທ່ານມັກ. ຕົວຢ່າງ ທ່ານເປັນຜູ້ທີ່ມັກແກ້ບັນຊອກ ແລະເຮັດວຽກນັ້ນດ້ວຍໃຈມັກຫຼືບໍ່? ຫຼື ທ່ານຢາກເຕີບໂຕໃນວຽກທີ່ພົວພັນກັບລູກຄ້າບໍ່? ຈາກນັ້ນ ຄວນຄິດວ່າວຽກໃດທີ່ທ່ານໜ້າຈະເຮັດບໍ່ໄດ້ດີເຊັ່ນກັນ.
3. ສິ່ງໃດທີ່ກະຕຸ້ນໃຈທ່ານໄດ້?
ທ່ານຄວນຈະຄິດວ່າ ສິ່ງໃດທີ່ທ່ານຕ້ອງການແທ້ໆໃນໜ້າທີ່ວຽກຕໍ່ໄປ. ອາດຈະແມ່ນ ເງິນ, ຄວາມກ້າວໜ້າໃນອາຊີບ ຫຼື ໂອກາດຈະເຮັດວຽກກັບລູກຄ້າລາຍໃຫຍ່. ທ່ານຕ້ອງຊື່ສັດກັບຈຸດປະສົງຫຼັກທີ່ທ່ານຢາກໄດ້ ແລະຢ່າປ່ອຍໃຫ້ການສະເໜີທາງເລືອກຕ່າງໆລົບກວນຕົວທ່ານໃນການເລືອກວຽກທີ່ທ່ານຮັກ.
4. ວັດທະນາທຳອົງກອນແນວໃດທີ່ທ່ານຢາກຢູ່?
ບ່ອນເຮັດວຽກ ເປັນບ່ອນມີ່ທ່ານຕ້ອງໃຊ້ເວລາສ່ວນຫຼາຍຢູ່ທີ່ນັ້ນ, ສະນັ້ນ ທ່ານຕ້ອງຮູ້ສຶກສະດວກສະບາຍ ແລະ ຢູ່ກັບເພື່ອນຮ່ວມງານທີ່ໃຈດີ. ທ່ານຢາກຢູ່ໃນສະພາບແວດລ້ອມຂອງອົງກອນໃຫຍ່ ຫຼື ອົງກອນນ້ອຍທີ່ມີຄວາມເຄັ່ງຄັດໜ້ອຍ.
5. ຢູ່ໃສທີ່ມີການຍືດຍຸ່ນ?
ທ່ານຈະຍ້າຍບ່ອນທີ່ບໍ່? ທ່ານມີຄວາມປະນີປະນອມກັບລາຍຮັບທີ່ເໝາະສົມໃນໂອກາດທີ່ຖືກຕ້ອງບໍ່? ຊົ່ວໂມງເຮັດວຽກແນວໃດທີ່ທ່ານວາງແຜນໄວ້? ແຍກ ສິ່ງທີ່ຈຳເປັນ ແລະ ສິ່ງທີ່ຕ້ອງການ ໃຫ້ອອກ. ຂຽນເປັນລາຍການ ແລະ ຈັດລະດັບຄວາມສຳຄັນສິ່ງເຫຼົ່ານັ້ນ.
6. ສິ່ງທີ່ທ່ານຕ້ອງການທີ່ສຸດແມ່ນ?
ເຖິງວ່າວຽກທີ່ເຮັດບໍ່ແມ່ນວຽກໃນຝັນ ແຕ່ຄິດເບິ່ງວ່າເຮົາມີໂອກາດກ້າວໜ້າບໍ່? ຄົ້ນຊອກວຽກໃນຂະແໜງທີ່ທ່ານມັກ, ເລືອກບໍລິສັດທີ່ມີຊື່ສຽງ ແລະ ຄິດຊອກພາບລວມ. ຕົວຢ່າງ, ການສະໝອງແຜນການຮຽນ ຫຼື ຄືນໄປເຮັດວຽກທີ່ເພີ່ມຄວາມທັກສະໃນຂະນະທີ່ມີລາຍໄດ້.
7. ອັນໃດທີ່ເຮົາເຮັດໄດ້?
ການຄົ້ນຊອກສິ່ງທີ່ເຮົາຕ້ອງການແມ່ນຂື້ນກັບເຮົາໄຂວ່ຄວ້າໃຫ້ໄດ້ ຄວາມເຂົ້າໃຈທີ່ແທ້ຈິງວ່າອັນໃກທີ່ທ່ານສາມາດເຮັດໃຫ້ອົງກອນໄດ້ຈະໃຫ້ຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ທ່ານຢູ່ໃນລະດັບໃດຂອງຕຳແໜ່ງທີ່ທ່ານສະໝັກຢູ່.
ການເລືອກອົງກອນອາດຈະປະກອບດວ້ຍຫຼາຍປັດໄຈທີ່ແຕກຕ່າງອອກໄປ. ຢ່າງໃດກໍ່ຕາມ, ການຮັບຮູ້ວ່າອັນໃດທີ່ເປັນແຮງຈູງໃຈແລະ ຄຸນລັກສະນະຕົນເອງ ຈະຊ່ວຍໃນການຕັດສິນໃຈເຮັດວຽກທີ່ມີຄວາມສຳຄັນ ແລະ ຊ່ວຍໃຫ້ອົງກອນທີ່ທ່ານໄຝ່ຝັນຢາກເຮັດວຽກຄິດວ່າ ທ່ານແມ່ນບຸກຕົນທີ່ຖືກຕ້ອງກັບວຽກ ແລະ ອົງກອນຂອງເພີ່ນ.
ຖ້າອ່ານຈົບແລ້ວ ກໍ່ໃຊ້ເວລາຄິດທົບທວນແລ້ວ ທ່ານສາມາດແບ່ງບັນຄວາມຄິດເຫັນໃຫ້ກັບຜູ້ອ່ານທ່ານອື່ນ.
Cr: Enterprise Alive; Careers in Food; Career Builder
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2024 cvConnect.la CVCONNECT Co., Ltd.