11 ອາຊີບໃນອະດີດ ທີ່ຫາຍໄປຕາມການເວລາ

timer

remove_red_eye 0 views


cvConnect.la - 11 ອາຊີບໃນອະດີດ ທີ່ຫາຍໄປຕາມການເວລາ

ໃນໂລກທີ່ໜຸນບໍ່ຍຸດ ການປ່ຽນແປງເປັນເລື່ອງທຳມະດາທີ່ເຮົາຕ້ອງພົບ ໃນປັດຈຸບັນທີ່ເທັກໂນໂລຢີເຂົ້າມາມີບົດບາດໃນຊີວິດຂອງມະນຸດຫຼາຍເຮັດໃຫ້ຫຼາຍໆຢ່າງທີ່ເຄີຍມີ ຖືກລົບເລືອນໄປ ມື້ນີ້ເຮົາລວບລວມ 11 ອາຊີບໃນອາດີດທີ່ຫາຍໄປຕາມການເວລາ ມາໃຫ້ທຸກຄົນເບິ່ງກັນ ຈະມີອາຊີບໃດແນ່ນັ້ນລອງໄປເບິ່ງກັນເລີຍ

 

1. ຄົນສົ່ງຂ່າວ

https://campus.campus-star.com/app/uploads/2018/08/513343-gettyimages-3313912-e1534388767789.jpg

Dispatch riders ຢູ່ໃນຊ່ວງສົງຄາມໂລກຄັ້ງທີ 1 ເຖິງສົງຄາມໂລກຄັ້ງທີ 2 ເຮັດໜ້າທີ່ສົ່ງຈົດໝາຍດ່ວນລະຫວ່າງກອງທັບ ໂດຍໃຊ້ລົດຈັກເປັນພາຫະນະ ເພາະໃນຊ່ວງສົງຄມນັ້ນວີທະຍຸສັນຍານບໍ່ຄ່ອຍດີຈິ່ງຕ້ອງໃຊ້ວິທີນີ້ແທນ

 

2. VIVANDIÈRE

https://campus.campus-star.com/app/uploads/2018/08/VIVANDI%C3%88RE-e1534389778538.jpg

vivandières ຄືຊື່ເອື໊ນຜູ້ຍິງທີ່ຢູ່ກັບກອງທັບໜ້າທີ່ ອຳນວຍຄວາມສະດວກສະບາຍໃຫ້ກັບເຫຼົ່າຮົບກອງທັບຝຣັ່ງໃນຊ່ວງສົງຄາມ ບໍ່ວ່າຈະເປັນອາຫານ ເສີບວາຍ ແປງເສື້ອ ປະຖົມພະຍາບານ ແຕ່ອາຊີບນີ້ໄດ້ຖືກຍົກເລີກໃນຕົ້ນ ສະຕະວັດທີ 19 ກ່ອນເລີ່ມສົງຄາມໂລກຄັ້ງທີ 1

 

3. ຄົນວ່ານສະໝຸນໄພ

https://campus.campus-star.com/app/uploads/2018/08/HERB-STREWER.jpg

ໃນຊ່ວງປີ 1600 ເປັນຍຸກທີ່ຍັງບໍ່ແມ່ນຍຸກຂອງຄວາມສະອາດ ແລະ ເພື່ອຕໍ່ສູ້ກັບສະເປິເປື້ອນ ແລະ ກິ່ນໃນບ້ານຂອງຄົນຜູ້ໃຫຍ່ຈະມີຄົນວ່ານສະໝູນໄພຕ່າງໆ ລວມເຖິງດອກໄມ້ທີ່ໃຫ້ກິ່ນຫອມເພື່ອກົບກິ່ນເໜັມຕ່າງໆ ໃນບໍລິເວນບ້ານ ພືດທີ່ວ່ານໄດ້ແກ່ ບົວລະພາ ລາເວນເດີ້ ຄາໂມໄມ ແລະ ກຸຫຼາບ ເປັນຕົ້ນ

 

4. ຄົນເລາະຂາຍປື້ມ

https://campus.campus-star.com/app/uploads/2018/08/BOOK-PEDDLER-e1534388860372.jpg

ໃນສະ ຕະວັດ 18 ຫາ 19, ການຂາຍປື້ມຈະເປັນການໄປຂາຍຕາມບ້ານຫຼາຍກວ່າຂາຍຢູ່ຮ້ານ. ຄົນຊາຍປື້ມຈະເອົາປື້ມໃສ່ກະເປົາໄປຂາຍຕາມບ້ານ ແລະ ພວກເຂົາຈະໄດ້ຮັບການຕອບຮັບທີ່ດີບໍ່ຄືກັບເຊວແມນທີ່ໄປຂາຍສິນຄ້າອື່ນໆ

 

5. ຄົນຈັດພິນໂບລິ້້ງ

https://campus.campus-star.com/app/uploads/2018/08/pinsetter-e1534388942424.jpg

ໃນສະໄໝກ່ອນການຫຼີ້ນໂບລິ້ງຈະຕ້ອງມີ pin boy ຫຼື ຄົນເຮັດໜ້າທີ່ຄອຍຈັດພິນທີ່ລົ້ມ ທີ່ເອີ້ນກັຍວ່າ pin boy ກໍ່ເພາະຄົນທີ່ເຮັດໜ້າທີ່ນີ້ມັກເປັນເດັກນ້ອຍ ຫຼື ໄວລຸ້ນ ແຕ່ເມື່ອມີການປະດິດເຄື່ອງຕັ້ງພິນຂື້ນມາ ໃນຊ່ວງເຄີ່ງທຳອິດຂອງສະຕະວັດທີ່ 20 ອາຊີບນີ້ກໍ່ບໍ່ຈຳເປັນອີກຕໍ່ໄປ

 

6. ຄົນແບກນໍ້າ

https://campus.campus-star.com/app/uploads/2018/08/waterrr.jpg

ໃນສະໄໝກ່ອນທີ່ຍັງບໍ່ມີນ້ຳປະປາ ອາຊີບແບກນ້ຳຖືເປັນອາຊີບທີ່ສຳຄັນ ຄົນແບກນ້ຳຈະຕ້ອງໄປເອົານ້ຳຈາກແຫຼ່ງນ້ຳຕ່າງໆມາເພື່ອໃຊ້ໃນບ້ານ ແຕ່ເມື່ອລະບົບນ້ຳປະປາໃນບ້ານໄດ້ເລື່ມຂຶ້ນໃນໂລກຕາເວັຍຕົກ ອາຊີບນີ້ກໍ່ຄ່ອຍຫາບຍໄປແຕ່ປະຈຸບັນໃນບາງປະເທດຍັງມີອາຊີບນີ້ຫຼົງເຫຼືອຢູ່

 

7. ຄົນເຄາະປະຕູ

https://campus.campus-star.com/app/uploads/2018/08/KNOCKER-UP-e1534389521741.jpg

ໃນຍຸກຂອງການປະຕິວັດອຸດສະຫະກຳ ສະໄໝທີ່ຍັງບໍ່ມີໂມງປຸກ ຄົນໃນຍຸກນັ້ນຈະຕ້ອງຈ້າງຄົນປຸກຕອນເຊົ້າ ໂດຍຄົນປຸກຈະໃຊ້ໄມ້ເຄາະທີ່ປະຕູ ໂດຍສ່ວນໃຫຍ່ຈະເຈີທີ່ອາເມລິກາ ແລະ ໄອແລນ

 

8. ນັກຄຳນວນ

https://campus.campus-star.com/app/uploads/2018/08/HUMAN-COMPUTER.jpg

ກ່ອນທີ່ຄອມພິວເຕີ້ ແລະ ແລບທ໋ອບຈະຖືກຄິດຄົ້ນອອກມາ ມະນຸດຈະຕ້ອງເຮັດໜ້າທີ່ເປັນຄອມພິວເຕີ້ເອງ ໂດຍອາຊີບຄົນຄຳນວນ (Human Computer) ສ່ວນຫຼາຍເປັນຜູ້ຍິງ ມີໜ້າທີ່ແກ້ບັນຫາເກືອບທຸກເລື່ອງ

 

9. ພະນັກງານຄວບຄຸມລິບ

https://campus.campus-star.com/app/uploads/2018/08/ELEVATOR-OPERATOR-e1534389704274.jpg

ການໃຊ້ລິບໃນສະໄໝກ່ອນຈະຕ້ອງໃຊ້ແຮງງານມະນຸດ ບໍ່ມີປຸ່ມກົດ ມີແຕ່ຄັນບັງຄັບທີ່ໃຊ້ຄວບຄຸມຄວາມໄວຂອງລິບ ເຊິ່ງເປັນໜ້າທີ່ຂອງພະນັກງານຄວບຄຸມລິບ ແລະ ທີ່ສຳຄັນພວກເຂົາຈະຕ້ອງຫຍຸດລິບໃຫ້ຊື່ຊັ້ນ ເຊິ່ງຕ້ອງຜ່ານການຝຶກມາເປັນຢ່າງດີ ແຕ່ປະຈຸບັນອາຊີບນີ້ກໍ່ປ່ຽນໜ້າທີ່ມາຄອຍດູແລຄວາມປອດໄພຂອງຄົນໃຊເລິບແທນ

 

10. ພະນັກງານຟັງສຽງຍົນ

https://campus.campus-star.com/app/uploads/2018/08/AIRCRAFT-LISTENER-e1534389682490.jpg

ໃນຊ່ວງກ່ອນສົງຄາມໂລກຄັ້ງທີ 2​ສະໄໝທີ່ຍັງບໍ່ມີເຣດ້າເພື່ອໃຊ້ກວດຈັບຍົນ ທາງກອງທັບຈະໃຊ້ຜາສະທ້ອນທີ່ເຮັດຈາກຊີເມັນເພື່ອກວດຈັບສຽງຍົນ ແຕ່ບໍ່ໄດ້ຜົນດີເທົ່າທີ່ຄວນ ເພາະກວ່າຈະໄດ້ຍິນສຽງຍົນຂອງສັດຕູກໍ່ໝາຍຄວາມວ່າຍົນລຳນັ້ນຈະຕ້ອງເຂົ້າມາໃນໄລຍະໄກ້ຫຼາຍແລ້ວ ເຮັດໃຫ່ບໍ່ສາມາດຕຽມຕົວຮັບມືໄດ້ທັນ

 

11. ພະນັກງານຕໍ່ສາຍໂທລະສັບ

https://campus.campus-star.com/app/uploads/2018/08/SWITCHBOARD-OPERATOR.jpg

ໃນຊ່ວງທຳອິດ ໂທລະສັບຖືກຄິດຄົ້ນຂື້ນມາ ອາຊີບພະນັກງານຕໍ່ສາຍໂທລະສັບນັບວ່າເປັນອາຊີບຍອດນິຍົມຂອງເຫຼົ່າສາວໆສະໄໝກ່ອນ ເຮັດໜ້າທີ່ສະຫຼັບສາຍເຊື່ອມຕໍ່ໃຫ້ກັບໂທລະສັບທີ່ໂທເຂົ້າມາ ເພາເພາະໃນສະໄໝກ່ອນບໍລິສັດ ແລະ ໜ່ວຍງານໄຫຍ່ໆ ຈະໃຊ້ໝາຍເລກດຽວກັນທັງບໍລິສັດ ພະນັກງານຈະເຮັດໜ້າທີ່ຕໍ່ສາຍໂທລະສັບເພື່ອໃຫ້ສາມາດຕິດຕໍ່ຫາບຸກຄົນຫຼືຝ່າຍທີ່ຕ້ອງການຕິດຕໍ່ໃຫ້ຖືກຕ້ອງ

 

Cr: mentalfloss

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now