ວິທີກຽມສຳພາດວຽກແບບໜັ້ນໃຈຄວນເຮັດແນວໃດ?

timer

remove_red_eye 0 views


cvConnect.la - ວິທີກຽມສຳພາດວຽກແບບໜັ້ນໃຈຄວນເຮັດແນວໃດ?

 

 

ການສຳພາດວຽກເປັນສິ່ງທີ່ບໍ່ຍາກເລີຍຖ້າທ່ານມີການກະກຽມຢ່າງດີ ມາເບິ່ງກັນເລີຍວ່າເຮົາຕ້ອງເຮັດຫຍັງແດ່:

 

1. ກ່ອນອື່ນ ທ່ານຕ້ອງກຽມຄຳຕອບຂອງຄຳຖາມພື້ນໆທີ່ເຂົາມັກຈະຖາມກັນທົ່ວໄປ ເຊັ່ນ ເປັນຫຍັງທ່ານມັກເຮັດວຽກກ່ຽວກັບດ້ານນີ້? ທ່ານບອກພວກເຮົາກ່ຽວກັບຕົວທ່ານໄດ້ບໍ? ຈຸດແຂງ ແລະ ຈຸດອອນຂອງທ່ານແມ່ນຫຍັງ? ເປັນຫຍັງຈິ່ງຢາກທີ່ຈະເຮັດວຽກຢູ່ບໍລິສັດ ຫຼື ອົງກອນນີ້? (ຖ້າທ່ານຕ້ອງການໃຫ້ prompt ມາບອກວິທີການຕອບຄຳຖາມຈຳພວກນີ້ ກະລຸນາ ຄອມເມັ້ນທີ່ດ້ານລຸ່ມ ເພື່ອ ພວກເຮົາຈະຂຽນ ກະຖູ້ ອືກກ່ຽວກັບເລື່ອງນີ້ໂດຍສະເພາະ).

 

2. ຮູ້ພື້ນຖານຂໍ້ມູນຕ່າງໆຂອງສະຖາບັນທີ່ທ່ານຢາກໄດ້ວຽກ. ຊອກງ່າຍໆເລີຍ ພຽງທ່ານໃຊ້ Google ຫຼື ຖ້າທ່ານຮູ້ຈັກຄົນໃນນັ້ນ ໃຫ້ທ່ານຖາມແລີຍ ເຂົາ.  ສາມາດບອກຂໍ້ມູນໃຫ້ທ່ານຢ່າງລະອຽດ. ທ່ານຄວນຮູ້ໄວ້ແບບເຄົ້າໆວ່າ ອົງກອນນັ້ນເຮັດຫຍັງ, ເຂົາມີເປົ້າໝາຍໃດ, ເຂົາໃຫ້ຄວາມສຳຄັນໃນສິ່ງໃດ. ພິເສດ ຖ້າທ່ານຍ້ອງ, ຊົມ ຫຼື ກ່າວກ່ຽວກັບງານຕ່າງໆທີ່ເຂົາເຮັດມາ ເຊັ່ນງານການຕະຫຼາດ (marketing campaign), ງານຊ່ວຍເຫຼືອສັງຄົມ ເຂົາຈະປະທັບໃຈຫຼາຍເລີຍ ເພາະມັນບົ່ງບອກວ່າທ່ານຕິດຕາມເຂົາແທ້ໆ (ຖ້າທ່ານໃຊ້ວິທີນີ້ ກະລຸນາສຶກສາຂໍ້ມູນໃຫ້ລະອຽດ).

 

3. ແຕ່ງຕົວໃຫ້ເບິງມີພູມຖານ ແລະ ມີຄວາມໜັ້ນໃຈ ນີ້ສຳຄັນທີ່ສຸດ ມັນເປັນຈຸດບົ່ງບອກເລີຍວ່າທ່ານມີຄວາມເປັນ ໂປຣ ຫຼາຍປານໃດ, ທ່ານອາດໄດ້ຍິນມາກ່ອນວ່າ ຄວາມປະທັບໃຈຄັ້ງທຳອິດເປັນສິ່ງທີ່ຈົດຈຳຕະຫຼອດການ. ຄົນເຮົາສ່ວນຫຼາຍເບິ່ງກັນຕື້ນໆໝົດ ນີ້ຄືຄວາມຈິງ. ອືກຢ່າງ ຖ້າທ່ານເບິ່ງໝັ້ນໃຈ ແລະ ແພງ ເຂົາກໍຮູ້ສຶກວ່າ ເງິນເດືອນສູງໆທີ່ທ່ານຂໍນັ້ນຄຸ້ມຄ່າ. ບອກຕົງໆ ຖ້າຜູ້ສະໜັກທີ່ປະວັດສຸດດີ ແຕ່ເບິ່ງມະຍຸມະຍະ ບໍ່ມີຄວາມໝັ້ນໃຈ ເຮົາກໍຂໍຜ່ານ, ເຮົາບໍ່ຢາກໝອບວຽກໃຫ້ກັບຄົນທີ່ບໍ່ຮູ້ຈັກຈັດລະບຽບຕົວເອງໄດ້ຢ່າງແນ່ນອນ….

 

4. ຟັງ ແລະ ຖາມ! ກ່ອນອື່ນໝົດ ຫຼາຍທ່ານທີ່ເຂົ້າສຳພາດ ແມ່ນຈະມັກລືມວ່າເຂົາຖາມຫຍັງ ເພາະຄວາມຕືນເຕັ້ນ ແລະ ຄິດຢູ່ວ່າເຮົາຈະຕອບຫຍັງ. ສະນັ້ນຟັງໃຫ້ດີໆ ແລະ ຖ້າ ບໍ່ເຂົ້າໃຈ ກໍຖາມອີກ ເພາະມັນບໍ່ມີຄວາມເສຍຫາຍ ຖ້າທ່ານຕອບໂລເລ ນັ້ນເສຍຫຼາຍກວ່າ.

 

5. ກຽມຄຳຖາມທີ່ທ່ານຢາກຮູ້ຕ່າງໆກ່ຽວກັບອົງກອນ ແລະ ໜ້າວຽກ ກ່ອນເຂົ້າສຳພາດ. ສ່ວນຫຼາຍ ເວລາທີ່ການສຳພາດນັ້ນເສັດສິ້ນ ທາງຜູ້ສຳພາດຈະຖາມສະເໝີວ່າ “ທ່ານມີຄຳຖາມອັນໃດບໍ່?” ຫຼາຍຄົນແມ່ນຕອບໄປວ່າບໍ່ມີຫຍັງ ແຕ່ເວລາອອກມາແລ້ວ ມີຄຳຖາມຫຼາຍຢ່າງທີ່ຍາກຮູ້ ເຊັ່ນ ສະວັດດີການ, ໂມງເຮັດວຽກ, ການພັກວຽກ, ເງິນໂບນັດ ແລະ ອື່ນໆ. ສະນັ້ນ ຢ່າເລີມວາງແຜນຄຳຖາມໄວ້.

 

Cr: prompt.asia

 

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now