7 ນິໃສ ທີ່ເພື່ອນຮ່ວມງານ ອາດບໍ່ມັກ

timer

remove_red_eye 0 views


cvConnect.la - 7 ນິໃສ ທີ່ເພື່ອນຮ່ວມງານ ອາດບໍ່ມັກ

 

ໃນຊີວິດການເຮັດວຽກ ເຮົາຕ້ອງໄດ້ປະສານງານ ແລະພົວພັນກັບເພື່ອຮ່ວມງານຫຼາຍໆ ຄົນ ແລະຫຼາຍຮູບແບບທີ່ແຕກຕ່າງກັນ ມື້ນີ້ ທີມງານຊີວີຄອນເນັກຈະມານຳສະເໜີ ວ່ານິໃສແບບໃດ ທີ່ຈະເປັນອຸປະສັກໃນການເຮັດວຽກຮ່ວມກັນກັບຄົນອື່ນ ຊຶ່ງໃນບົດຄວາມນີ້ ມີຫົວຂໍ້ວ່າ 7 ນິໃສທີ່ເພື່ອນຮ່ວມງານບໍ່ມັກ ເຮົາມາຕິດຕາມກັນເລີຍ

 

1. ພາສາກາຍ ທີສະແດງໃຫ້ເພື່ອນຮ່ວມງານເຫັນວ່າທ່ານເປັນຄົນປິດກັ້ນໂຕເອງ

ອາດຈະມີຫຼາຍໆຄັ້ງ ຫຼືຫຼາຍກໍລະນີທີ່ເຮົາກຳລັງເວົ້າຢ່າງໜຶ່ງ ແຕ່ສະແດງອອກດ້ວຍພາສາກາຍອີກຢ່າງໜຶ່ງ ລອງສັງເກດເບິ່ງວ່າ ທ່ານເປັນຄົນທີ່ມັກກອດເອິກໂຕເອງເວລາສົນທະນາກັບເພື່ອນຮ່ວມງານຫຼືບໍ່ ຖ້າທ່ານ ເປັນຄົນໜຶ່ງທີ່ມັກປະຕິບັດໂຕແບບນີ້ ທ່ານຕ້ອງແກ້ໄຂໂດຍດ່ວນ ເພາະພາສາກາຍແບບນີ້ ເປັນການສະແດງໃຫ້ເພື່ອນຮ່ວມງານເຫັນໂດຍທາງອ້ອມວ່າທ່ານ ບໍ່ມີຄວາມເປັນມິດ ແລະທ່ານກຳລັງ ພະຍາຍາມສ້າງກຳແພງ ປ້ອງກັນໂຕທ່ານເອງ.

 

2. ເປັນແຫຼ່ງກຳເນີດຂອງມົນລະພາວະທາງສຽງ

ການເວົ້າສຽງດັງ ອຶກກະທຶກ ຫຼືໂວຍວາຍ, ກິນເຂົ້າໜົມສຽງດັງ, ກົດແປ້ນພິມກອກແກກ ຈົນເປັນທີ່ໜ້າລຳຄານ ຫຼືບາງຄົນມັນຫຼິ້ນກັບບິກດັງຕິບແຕບ ຕິບແຕບ ຕະຫຼອດ ສິ່ງເຫຼົ່ານີ້ ລ້ວນແຕ່ແມ່ນພຶດຖິກຳດ້ານລົບ ທີ່ບົ່ງບອກວ່າທ່ານເປັນຄົນທີ່ບໍ່ໜ້າຄົບຫາເລີຍ

 

3. ບໍ່ມີເວລາໃນການສັງສັນກັບໝູ່

ການກົ້ມໜ້າກົ້ມຕາເຮັດວຽກຢ່າງດຽວ ບໍ່ຍອມສຸງສິງກັບໝູ່ ຫຼືເພື່ອນຮ່ວມງານ ເຮັດຄືວ່າໂລກຂອງທ່ານມີພຽງທ່ານຄົນດຽວ ກັບຈໍຄອມພິວເຕີຕໍ່ໜ້າທ່ານເທົ່ານັ້ນ. ການເອົາຕົວເອງຈົດຈໍ່ຢູ່ກັບວຽກອາດຈະເຮັດໃຫ້ເກີດຜົນຮັບທີ່ດີໃນແງ່ຂອງຫນ້າວຽກ ແລະຜົນທີ່ອອກມາ ແຕ່ແນ່ນອນວ່າ ນີ້ບໍ່ແມ່ນພາບລວມທັງໝົດຂອງການເຮັດວຽກ. ທີ່ເວົ້າແນວນີ້ ກໍ່ຍ້ອນວ່າອົງປະກອບຂອງຊີວິດການເຮັດວຽກທີ່ດີ ບໍ່ໄດ້ຮຽກຮ້ອງໃຫ້ມີພຽງແຕ່ວຽກຕ້ອງກ້າວໄປທາງໜ້າທໍ່ນັ້ນ (ຄວາມເປັນຈິງແມ່ນ ເຮົາບໍ່ສາມາເຮັດວຽກທຸກຢ່າງດ້ວຍໂຕເຮົາພຽງຄົນດຽວ) ຄວາມສຳພັນທີ່ດີກັບເພື່ອນຮ່ວມງານກໍ່ແມ່ນອີກສ່ວນປະສົມໜຶ່ງທີ່ສຳຄັນ. ທີ່ສຳຄັນແມ່ນບໍ່ມີໃຜໃນໂລກນີ້ ສາມາເຮັດວຽກພຽງດ້ວຍຕົວຄົນດຽວແລ້ວໄດ້ຜົນຮັບທີ່ດີໃນທູກດ້ານ ແຕ່ເຮົາຍັງຕ້ອງໄດ້ປະສານສົມທົບກັບທັງພາກສ່ວນພາຍໃນ ແລະພາຍນອກ ບໍ່ທາງກົງກໍ່ທາງອ້ອມ ເພາະສະນັ້ນເຮົາກໍ່ຄວນຈະມີການພົບປະສັງສັນ ເພື່ອສ້າງຄວາມລຶ້ງເຄີຍ ຊຶ່ງຈະເປັນຜົນເຮັດໃຫ້ການປະສານງານກັນໃນການເຮັດວຽກລ່ຽນໄຫຼ ຍິ່ງຂຶ້ນ.

 

4. ບໍ່ຍອມສົບຕາເພື່ອນຮ່ວມງານ

ເລື່ອງນີ້ ອາດເບິ່ງຄືເປັນເລື່ອງເລັກນ້ອຍ ຫຼືເລື່ອງທຳມະດາສຳລັບບາງຄົນ ແຕ່ທ່ານລອງຄິດເບິ່ງວ່າ ໃນເວລາທີ່ທ່ານສົນທະນາກັບຜູ້ໃດຜູ້ໜຶ່ງ ແຕ່ອີກຝ່າຍທີ່ກຳລັງສົນທະນາກັບທ່ານກົ້ມໜ້າກົ້ມຕາເຮັດແນວອື່ນ ພ້ອມທັງສົນທະນາກັບທ່ານໂດຍທີ່ບໍ່ແນມໜ້າທ່ານເລີຍ ຖ້າເປັນທ່ານແລ້ວທ່ານຈະສະດວກໃຈທີ່ຈະສົນທະນານຳບໍ. ທ່ານຈະຄິດວ່າຄົນໆນັ້ນສຽຍມາລະຍາດ ຫຼືບໍ່ໃຫ້ກຽດທ່ານບໍ່?

 

5. ບໍ່ຍອມເປີດໃຈຮັບຟັງຄຳຄິດຄຳເຫັນຈາກຄົນອື່ນ

ຄວາມໝັ້ນໃຈ ແລະຄວາມຕັ້ງໃຈໃນການເຮັດວຽກເປັນເລື່ອງທີ່ດີ ແຕ່ໃນຄະນະດຽວກັນ ການທີ່ໝັ້ນໃຈໂຕເອງຈົນເກີນໄປ ຈົນບໍ່ຍອມຮັບຟັງຄຳຄິດຄຳເຫັນຈາກບຸກຄົນຫຼືພາກສ່ວນອື່ນກໍ່ອາດຈະໝາຍເຖິງການຫົວແຂງ ແລະມີຄວາມຄິດໃນຕົວສູງ. ຕາມຄວາມເປັນຈິງແລ້ວ ບໍ່ມີໃຜຈະສາມາດຮູ້ ແລະເຂົ້າໃຈທຸກບັນຫາ ຫຼືທຸກຢ່າງ ດັ່ງນັ້ນ ການເປີດໃຈກ້ວາງ ເພື່ອຍອມຮັບຟັງຄວາມຄິດເຫັນຂອງຄົນອ້ອມຂ້າງຈຶ່ງເປັນສິ່ງທີ່ສຳຄັນ. ທີ່ສຳຄັນແມ່ນນອກຈາກຮັບຟັງແລ້ວ ທ່ານຕ້ອງບໍ່ລືມທີ່ຈະຕັ້ງຄຳຖາມ ເພື່ອຂໍຄຳເຫັນຈາກເພື່ອນຮ່ວມງານນຳ ບາງທີ ຄຳຕອບທີ່ໄດ້ຈາກເພື່ອນຮ່ວມງານອາດຈະຈຸດປະກາຍໄອເດີຍດີໆໃໝ່ໆ ທີ່ທ່ານຄິດບໍ່ເຖິງກະໄດ້

 

6. ເປັນຄົນເປີດເຜີຍຈົນເກີນໄປ

ການທີ່ເຮົາຈະເປັນຄົນເປີດເຜີຍຖືວ່າແມ່ນເລື່ອງທີ່ດີ ແຕ່ບາງຄັ້ງ ທ່ານຕ້ອງໄດ້ໃຊ້ວິຈາລະນະຍານໃນການເລືອກວ່າທ່ານຄວນຈະເປິດເຜີຍກັບໃຜ ແລະທ່ານຄວນຈະເປີດເຜີຍໃນເລື່ອງໃດ ບໍ່ແມ່ນໃຜກະໄດ້ ເລື່ອງໃດກະໄດ້. ເພາະວ່າເມື່ອເວົ້າເຖິງໜ້າວຽກ ກັບບາງສະຖານະການ ຫຼືບາງຄົນ ທ່ານກໍ່ຄວນຈະຕ້ອງໄດ້ຮັກສາພາບລັກຄວາມເປັນມືອາຊີບໄວ້.

 

7. ເປັນຄົນມັກມາຊ້າ

ບໍ່ວ່າຈະເປັນການມາວຽກຊ້າ ຫຼືສົ່ງວຽກຊ້າ ບໍ່ທັນຕາມກຳນົດເວລາ ພຶດຕິກຳທາງລົບເຫລົ່ານີ້ ອາດຈະເປັນເລື່ອງເລັກໜ້ອຍໃນສາຍຕາຫຼາຍຄົນ (ຫຼືໃນບາງເວລາທ່ານເອງອາດຈະເຫັນວ່າເປັນເລື່ອງເລັກໜ້ອຍ) ແຕ່ວ່າສຸດທ້າຍແລ້ວ ມັນຈະສົ່ງຜົນທີ່ສຳຄັນຍິ່ງມາຍັງທ່ານ ເພາະມັນຈະເປັນກາປະທັບຕິດຕົວທ່ານວ່າທ່ານເປັນຄົນທີ່ບໍ່ມີຄວາມເປັນມືອາຊີບ ແລະບໍ່ສົມຄວນໄດ້ຮັບຄວາມໄວ້ວາງໃຈໃຫ້ເຮັດວຽກທີ່ສຳຄັນ.

 

 

ທີ່ມາ: www.posttoday.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now