ພະນັກງານແບບໃດທີ່ບໍລິສັດຕ້ອງການ

timer

remove_red_eye 0 views


cvConnect.la - ພະນັກງານແບບໃດທີ່ບໍລິສັດຕ້ອງການ

ເພາະຄົນຄືພະລັງຂັບເຄື່ອນອົງກອນ ວຽກຕ່າງໆບໍ່ອາດສຳເລັດໄດ້ຫາກປາສະຈາກຄົນເຮັດວຽກ ແລ້ວພະນັກງານໃນຝັນທີ່ອົງກອນ ແລະ ບັນດາຜູ້ປະກອບການຕ່າງໆ ຕ້ອງການມາຮ່ວມງານຫຼາຍທີ່ສຸດ ຈະຕ້ອງມີຄວາມພິເສດແນວໃດ ມີຄຸນສົມບັດແນວໃດ...ເຮົາຄືຄົນທີ່ແມ່ນສຳລັບອົງກອນແລ້ວຫຼືບໍ່ ແລະ ເຮັດແນວໃດຈຶ່ງຈະພັດທະນາຕົນເອງໃຫ້ໄປສູ່ຈຸດນັ້ນໄດ້ ຈົນປະສົບຜົນສຳເລັດໄດ້

1.  ເປັນຄົນພ້ອມທີ່ຈະຮຽນຮູ້ສິ່ງໃໝ່

ທຸກໆອົງກອນ ຕ່າງກໍ່ມັກຄົນທີ່ຕ້ອງການເປີດຮັບຄວາມຮູ້ໃໝ່ໆ ຮັບຟັງຄໍາຄິດເຫັນຂອງຄົນອື່ນ ທັງພ້ອມທີ່ຈະພັດທະນາຕົນເອງຢູ່ສະເໝີ ເພາະບໍ່ມີໃຜທີ່ຍາກຈະເຮັດວຽກກັບຄົນທີ່ເຮັດຖືໂຕໂອ້ອວດ ອ້າງແຕ່ວ່າໂຕເອງເກັ່ງໝົດ, ຮູ້ໝົດທຸກຢ່າງ ບໍ່ຍອມຮັບຟັງຄຳຄິດເຫັນຈາກຄົນອື່ນ ຈົນເຮັດໃຫ້ຕົນເອງເຮັດຫຍັງບໍ່ເປັນເລີຍ.

ໃນຊີວິດຈິງເຮົາເຄີຍເຫັນຄົນປະເພດຫົວແຂງ ທີ່ບໍ່ຍອມຮັບຄໍາແນະນໍາຫຼືຄວາມຄິດຂອງຄົນອື່ນ ພ້ອມກັນນັ້ນ ເວລາຄົນອື່ນສອນຫຍັງ ຜູ້ກ່ຽວກໍ່ຈະພະຍາຍາມຕໍ່ຕ້ານ ພ້ອມທັງບໍ່ຮັບຮູ້ແນວຄວາມຄິດຕ່າງໆ ຈາກຄົນອື່ນ. ຄົນແບບນີ້ ໃນໄລຍະຍາວ ຈະກາຍເປັນພາລະຂອງອົງກອນ ເພາະບຸກຄົນດັ່ງກ່າວ ຈະບໍ່ມີທາງໄດ້ຮັບການພັດທະນາເຖິງວ່າອົງກອນ ຈະລົງທຶນ ລົງແຮງໃນການພັດທະນາສ່ຳໃດກໍ່ຕາມ ແລະສຸດທ້າຍກໍ່ຈະບໍ່ສາມາດຢູ່ກັບອົງກອນໄດ້.

2.  ສາມາດເຮັດວຽກເປັນທີມໄດ້

ການເຮັດວຽກເປັນກຸ່ມ ແມ່ນສະແດງເຖິງຄວາສາມາດໃນການປັບໂຕເຂົ້າກັບອົງກອນ ກໍຄືການສາມາດເຂົ້າກັບເພື່ອຮ່ວມງານ ເພາະການເຮັດວຽກໃນທຸກໆອົງກອນ ຕ້ອງອາໄສການຮ່ວມມື ແລະຄວາມສາມາດຂອງບຸກຄະລາກອນຫຼາຍພາກສວ່ນ ສະນັ້ນການເຮັດວຽກເປັນໝູ່ຄະນະຈິ່ງເປັນສິ່ງສຳຄັນທີ່ຄວນເປັນຄຸນສົມບັດທີ່ຕ້ອງມີອີກຢ່າງໜຶ່ງຂອງຄົນເຮັດວຽກທຸກຄົນ

3.  ມີຄວາມຕັ້ງໃຈ

ອີກໜຶ່ງຄຸນສົມບັດທີ່ໜ້າສົນໃຈຂອງນັກສຶກສາທີ່ຈົບໃໝ່ແມ່ນຄວາມກະດືລືລົ້ນ, ຄວາມຕັ້ງໃຈ ແລະຂົນຂວາຍຫາຄວາມຮູ້ໃໝ່ໆຢູ່ສະເໝີ ຂໍ້ນີ້ ແມ່ນຖືວ່າເປັນສວ່ນເພີ່ມຂອງຂໍ້ ທີ 1 ຂ້າງເທິງນັ້ນ ເພາະບາງຄົນເປີດໃຈຮຽນຮູ້ ແຕ່ບໍ່ມີຄວາມກະຕືລືລົ້ນໃນການຮຽນຮູ້ ກໍ່ບໍ່ຖືວ່າເປັນຜົນ. ເພາະໃນປັດຈຸບັນການຮຽນຮູ້ບໍ່ມີວັນສິ້ນສຸດ ໂດຍສະເພາະເທັກໂນໂລຊີ ແລະ ນະວັດຕະກຳໃໝ່ໆ ທີ່ມີການປ່ຽນແປງຢ່າງວ່ອງໄວ ແລະມີບົດບາດກັບຊີວິດສວ່ນຕົວກໍ່ຄືຊີວິດການເຮັດວຽກຂອງຄົນເຮົາຕະຫຼອດເວລາ ຜູ້ທີ່ມີຄວາມດຸໝັ່ນ ແລະກະຕືລືລົ້ນທີ່ຈະຮຽນຮູ້ ແລະພັດທະນາໂຕເອງຢ່າງສະໝ່ຳສະເໝີເທົ່ານັ້ນຈຶ່ງຈະສາມາດກ້າວທັນ ແລະພັດທະນາໄປຕາມຍຸກສະໄໝໄດ້.

4.  ທັກສະໃນການສື່ສານ ແລະ ປະສານງານ

ການສື່ສານແມ່ນສິ່ງທີ່ສຳຄັນຢ່າງຍິ່ງໃນຫຼາຍໆສະຖານະການ ແລະທຸກຍຸກທຸກສະໄໝ ໂດຍສະເພາະການເຮັດວຽກຮ່ວມກັນກັບຄົນຶື່ນ ການສື່ສານເປັນໂຕເຊື່ອມໂຍງໃຫ້ທຸກໜ່ວຍງານ ແລະ ທຸກຄົນມີຄວາມເຂົ້າໃຈແລະກ້າວໄປໃນທິດທາງດຽວກັນ ສະນັ້ນຄວາມສາມາດດ້ານການສື່ສານແລະປະສານງານຈຶ່ງເປັນຄຸນສົມບັັດທີ່ຄົນເຮັດວຽກຄວນມີ.

5.  ຄວາມສາມາດທາງດ້ານພາສາ

ຜູ້ທີ່ສາມາດໃຊ້ໄດ້ຫຼາຍກວ່າໜຶ່ງພາສາຫຼັກໂດຍສະເພາະພາສາອັງກິດ ຊຶ່ງຖືວ່າເປັນພາສາທີ່ໃຊ້ສຶ່ສານເປັນພາສາກາງໃນທົ່ວໂລກ ຫຼືພາສາທີ 3 ເຊັ່ນ: ພາສາຈີນ, ຍີປຸ່ນ, ຝຣັ່ງ, ເຢຍລະມັນ…ຍິ່ງເຮັດໃຫ້ອົງກອນມີຄວາມຕ້ອງການບຸກຄົນນັ້ນຫຼາຍຂຶ້ນ. ຍິ່ງໃນປັດຈຸບັນທີ່ມີການສຶ່ສານທີ່ບໍ່ມີຂອບເຂດ ການເຮັດທຸລະກິດມີການສຶ່ສານກັບຕ່າງປະເທດຫຼາຍຂຶ້ນ ສະນັ້ນອົງກອນຈຶ່ງຕ້ອງການຄົນທີ່ມີຄວາມສາມາດດ້ານພາສາມາຊ່ວຍວຽກ. ມີຫຼາຍໆ ກໍລະນີ ທີ່ບໍລິສັດຂອງຜູ້ຂຽນຮັບ ນັກສຶກສາໃດໜຶ່ງເຂົ້າເຮັດວຽກ ທັງໆ ທີ່ບຸກຄົນດັ່ງກ່າວ ບໍ່ມີປະສົບການໃນວຽກນັ້ນໆ ແຕ່ ຍ້ອນວ່າຜູ້ກ່ຽວ ມີທັກສະທາງດ້ານພາສາທີ່ໜ້າເພິ່ງພໍໃຈ ແລະມີຄວາມກະຕືລືລົ້ນ ທີ່ຈະພັດທະນາຕົນເອງ ດັ່ງນັ້ນ ບໍລິສັດຈຶ່ງເປີດໂອກາດຮັບເອົາຜູ້ສະໝັກດັ່ງກ່າວ.

 

6.  ມີທັກສະ ແລະ ຄວາມຊຳນານພິເສດ

ທັກສະ ແລະຄວາມຊຳນານທີ່ກ່ຽວຂອ້ງກັບໜ້າວຽກ ອາດຈະເປັນປັດໃຈສໍາຄັນໃນການຮັບຄົນເຂົ້າເຮັດວຽກໃນຕຳແໜ່ງໜຶ່ງໆ ທັກສະດັ່ງກ່າວອາດຈະໝາຍເຖິງ: ຄວາມຮຸູການໃຊ້ໂປຼແກມກຮາບຟິກດີຊາຍ, ຄວາມຊໍານານດ້ານໄອທີ, ການບັນຊີ ຫຼືເຕັກນິກວິຊາສະເພາະອື່ນໆ ຊຶ່ງໃນມຸມມອງຂອງບໍລິສັດ ແມ່ນບຸກຄົນດັ່ງກ່າວ ມີທັກສະຄວາມຊຳນານງານໃນລະດັບໃດໜຶ່ງແລ້ວ ແລະບໍລິສັດ ບໍ່ຈຳເປັນຕ້ອງລົງທຶນເພີ່ມເຕີມຫຼາຍກັບພະນັກງານດັ່ງກ່າວ ແລະບໍລິສັດສາມາດນໍາພະນັກງານດັ່ງກ່າວເຂົ້າສູ່ໜ້າວຽກໄດ້ທັນທີ

7.  ພ້ອມເລີ່ມວຽກໄດ້ຕະຫຼອດເວລາ

ຄຳຖາມທີ່ຜູ້ສຳພາດງານທັງຫຼາຍຈະຖາມຜູ້ສະໝັກງານທີ່ເປັນນັກສືກສາຈົບໃໝ່ ແມ່ນທ່ານພ້ອມໃນການເຮັດວຽກແລ້ວຫຼືຍັງ ເມື່ອໄດ້ຍິນຄຳຖາມແບບນີ້ກໍ່ຖືວ່າເປັນສັນຍານທີ່ດີໃນການຈະຖືກຮັບເອົາເຂົ້າເຮັດວຽກນຳ ທາງທີ່ດີຄວນຕອບວ່າພ້ອມເລີ່ມວຽກແລ້ວ ອາດຈະເປັນອາທິດໜ້າຫຼືເດືອນໜ້າ ຕາມຄວາມເໝາະສົມ.

ຂ້າງເທິງນັ້ນ ແມ່ນ ບັນດາລັກສະນະພິເສດ ທີ່ບັນດານັກສຶກສາທີ່ຈົບໃໝ່ຕ້ອງໄດ້ຄິດເຖິງ ແລະກຽມໂຕຕອບຄຳຖາມ ຢ່າງເໝາະສົມ ເພື່ອສະແດງໃຫ້ ບໍລິສັດທີ່ເອີ້ນທ່ານມາສຳພາດ ເຫັນວ່າທ່ານມີຄຸນຄ່າທີ່ບໍລິສັດຄວນຈະຮັບທ່ານ ເຂົ້າມາຮ່ວມງານນຳ. ໃນບົດຄວາມໜ້າ ເຮົາຈະມາແລກປ່ຽນນຳກັນວ່າ ຕ້ອງໄດ້ກຽມໂຕແນວໃດໃນມື້ທີ່ຈະໄປສຳພາດວຽກ ແລ້ວ ພົບກັນໃນບົດຄວາມໜ້າ.

Cr : th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now