7 ຂໍ້ນີ້ທີ່ຜູ້ສຳພາດຈັບຕາເບິ່ງຢູ່ ແຕ່ບໍ່ເຄີຍບອກ

timer

remove_red_eye 0 views


cvConnect.la - 7 ຂໍ້ນີ້ທີ່ຜູ້ສຳພາດຈັບຕາເບິ່ງຢູ່ ແຕ່ບໍ່ເຄີຍບອກ

 

ການສຳພາດວຽກຖືເປັນອີກໜຶ່ງເຫດການທີ່ໜ້າຕື່ນເຕັ້ນທີ່ສຸດໃນຊ່ວງໜຶ່ງຂອງຊີວິດທີ່ເຮົາຕ້ອງເຈິ ຫຼາຍຄົນອາດຈະຕຽມຕົວ ຕຽມຄຳຕອບເປັນຢ່າງດີ ແຕ່ຄວາມຈິງແລ້ວ ຜູ້ສຳພາດເຂົາເບິ່ງຫຍັງຈາກການສຳພາດແດ່ ມື້ນີ້ເຮົາມາຮູ້ກັນ

 

1. ເຈົ້າຕອບໄດ້ຕົງຄຳຖາມ ຫຼືບໍ່

ກ່ອນທີ່ຈະໄປສພາດ ຫຼາຍຄົນອາດຈະແນະນຳວ່າໃຫ້ຕຽບຄຳຕອບ ແລະ ຝຶກຊ້ອມໃຫ້ດີໆ ແຕ່ຄວາມຈິງ ແລ້ວມີອີກໜຶ່ງສິ່ງທີ່ທ່ານຄວນລະວັງນັ້ນຄືການຕອບໃຫ້ຕົງຄຳຖາມນັ້ໜເອງ ເປັນເລື່ອງທີ່ຜູ້ສຳພາດຕ້ອງເຈິກັນຢູ່ເລື່ອຍໆ ກັບການທີ່ຕ້ອງນັ່ງຟັງຄຳຕອບທີ່ຕົນບໍ່ໄດ້ຖາມ

ທາງທີ່ດີທີ່ສຸດ ຕັ້ງໃຈຟັງວ່າເຂົາຖາມຫຍັງ ແລະ ຕອບຢ່າງເປັນທຳມະຊາດທີ່ສຸດ ການຕຽມຄຳຕອບຫຼາຍເກີນຈະກາຍເປັນນົກແກ້ວຂື້ນມາທັນທີ ທ່ານຈະຍຶດຕິດກັຍຄຳຕອບທີ່ຕຽມມາດັ່ງນັ້ນພະຍາຍາມ ແລະ ເຂົ້າໃຈຜູ້ສຳພາດໃຫ້ຫຼາຍທີ່ສຸດ

 

2 . ຄວາມຄາດຫວັງຂອງເຈົ້າແມ່ນຫຍັງ

ຄົງຫົວໜ້າຄົນໃດຢາກເຫັນພະນັກງານ ບໍ່ມີຄວາມສຸກ ເພາະຖ້າພະນັກງານແຮັບປີ້ ກໍ່ຈະເຮັດວຽກໄດ້ດີ ເປັນເຫດຜົນທີ່ເຮັດໃຫ້ຜູ້ສຳພາດສ່ວນຫຼາຍຕ້ອງເບິ່ງວ່າຄວາມຄາດຫວັງຂອງເຈົ້າແມ່ນຫຍັງ ແລ້ວວຽກນີ້ແມ່ນວຽກທີ່ຕ້ອງການສຳລັບເຈົ້າບໍ່ສຳຄັນຄືຄວາມຮູ້ຄວາມເຂົ້າໃຈກ່ຽວກັບວຽກ ແລະ ບໍລິສັດທີ່ໄປສຳພາດ ເພື່ອທີ່ທ່ານຈະໄດ້ຮູ້ວ່າຕົນເໝາະກັບວຽກນີ້

 

3. ເຈົ້າຮູ້ຈັກຕົວເອງ ແລະ ຮູ້ວ່າຕ້ອງການຫຍັງຫຼືບໍ່

ການປະຕິສຳພັນ ແລະ ລື່ນໄຫລສະແດງໃຫ້ເຫັນວ່າທ່ານມີຄວາມໜັ້ນໃຈໃນຕົວເອງ  ແລະ ສິ່ງທີ່ຕົນຕ້ອງການ ແຕ່ບາງຄັ້ງຄວາມປາຖະໜາ ລວມເຖິງຄວາມກົດດັນທີ່ເກີດຈາກການຕຽມຕົວຫຼາຍເກີນໄປ ອາດເຮັດໃຫ້ເຮົາຕອບຄຳຖາມໄດ້ບໍ່ດີ ແລະສາມາດສະທ້ອນເຖິງຕົວຕົນຂອງເຮົາເອງ

 

4. ເຈົ້າເປັນຄົນຫຼາຍເລື່ອງ ຫຼືບໍ່

ການສະແດງຄວາມບໍ່ພໍໃຈ ລວມເຖິງການຖາມຫຼາຍເກີນໄປ ທ່ານອາດຄິດວ່າເປັນການສະແດງໃຫ້ເຫັນເຖິງ ຄວາມຮູ້ ແລະ ຄວາມໝັ້ນໃຈໃນຕົນເອງ ແຕ່ມັນກາຍເປັນວ່າເຈົ້າຈະເປັນຄົນຫຼາຍເລື່ອງ ຈຸກຈິກ ຕ້ອງການການດູແລ ເອົາໃຈໃສ່ຫຼາຍ ບໍ່ມີນາຍຈ້າວຄົນໃດທີ່ຢາກມີຄົນແບບນີ້ມາຮ່ວມວຽກນຳ ແລະ ນັ້ນຈະເຮັດໃຫ້ພາດໂອກາດດີໆໄປ ເພາະດັ່ງນັ້ນຈົ່ງລະວັງ ຢ່າສະແດງອອກເຖິງຄວາມໝັ້ນໃຈເກີນໄປ

 

5. ທີ່ເຮົາເຫັນແມ່ນຕົວຕົນທີ່ແທ້ຈິງຂອງເຈົ້າຫຼືບໍ່

ທ່ານກຳລັງເວົ້າຄວາມຈິງ ຫຼື ກຳລັງເວົ້າໃນສິ່ງທີ່ຢາກໄດ້ຍິນແທ້ ນີ້ເປັນເລື່ອງທີ່ຜູ້ສຳພາດສົງໃສຢູ່ເລື້ອຍໆ ຄຳຕອບທີ່ຕຽມມາເປັນຢ່າງດີນັ້ນອາດເປັນອັນຕະລາຍກັບທ່ານກໍ່ໄດ້ ເພາະບາງຄັ້ງມັນກໍ່ສະແດງໃຫ້ເຫັນເຖິງຄວາມບໍ່ຈິງໃຈຄືກັບວ່າເປັນຄຳຕອບທີ່ໄດ້ມາຈາກການເລົ່າ ແລະ ອາດຈະເຮັດໃຫ້ຜູ້ສຳພາດສົງໄສວ່າຢາກຈະເຮັດວຽກນີ້ແທ້ບໍ່

 

6. ທ່ານເປັນຄົນເຮົາທີ່ຢາກຈະເຮັດວຽກນຳຫຼືບໍ່

ທັກສະ ແລະ ຄວາມສາມາດທີ່ທ່ານມີອາດເໜາະກັບວຽກນີ້ສຸດ ແຕ່ສິ່ງທີ່ຜູ້ສຳພາດຕ້ອງການບໍ່ແພ້ກັນນັ້ນກໍ່ຄື ການທີ່ທ່ານຈະສາມາດສ້າງບັນຍາກາດໃນການເຮັດວຽກທີ່ດີ ແລະ ທັດສະນະຄະຕິດີກັບຄົນອື່ນ ໃນບ່ອນເຮັດວຽກສ່ວນຫຼາຍເຂົາຈະເບິ່ງວ່າທ່ານມີຄວາມໜ້າເຊື່ອຖືໃນການເຮັດວຽກຫຼືບໍ່ ແລະ ເຂົາຍັງຕ້ອງການຄົນທີ່ເພິ່ງພາໄດ້ ແລະ ເຂົາບໍ່ຕ້ອງມາຈັດການ ຫຼື ເອີ້ນງ່າຍໆ ວ່າເປັນພາລະກັບບໍລິສັດນັ້ນເອງ

 

7. ທ່າທາງຂອງທ່ານກຳລັງບົ່ງບອກຫຍັງກັບເຮົາ

ພາສາກາຍເປັນອີກໜຶ່ງເລື່ອງທີ່ສຳຄັນຫຼາຍ ເພາະມັນສະແດງໃຫ້ເຫັນເຖິງຫຍັງຫຼາຍຢ່າງ ພະຍາຍາມນັ່ງຫຼັງຊື່ ຢ່າຫຼົບຕາ ແລະ ຢ່າລືມຍີ້ມ ອາດເປັນເລື່ອງທີ່ທຸກຄົນຮູ້ກັນດີ ແຕ່ພໍເອົາແທ້ຄວາມຕື່ນເຕັ້ນເຮັດໃຫ້ທ່ານລືມວ່າຄວນຈະເຮັດຫຍັງ ສິ່ງສຳຄັນທີ່ສຸດຄືການສະແດງອອກຢ່າງເປັນທຳມະຊາດ ເປັນຕົວເອງທີ່ສຸດ ແຕ່ຕ້ອງບໍ່ລືມເຖິງຄວາມເໜາະສົມ

 

Cr: campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now