5 ສັນຍານດີໆ ເພື່ອນຮ່ວມງານທີ່ອາດກາຍເປັນ Best Friend

timer

remove_red_eye 0 views


cvConnect.la - 5 ສັນຍານດີໆ ເພື່ອນຮ່ວມງານທີ່ອາດກາຍເປັນ Best Friend

ສະຖານທີ່ເຮັດວຽກເປັນບ່ອນ ທີ່ເຮົາໃຊ້ຊີວິດຫຼາຍກວ່າຢູ່ບ້ານ ທຸກໆ ວັນທ່ານຕ້ອງພົບເຈີເພື່ອຮ່ວມງານ ໃນຫ້ອງການ ແຕ່ການເຈິກັນທຸກມື້ສຳລັບບາງຄົນກໍ່ຍັງຄົງເປັນໄດ້ແຕ່ເພື່ອນຮ່ວມງານ ລົມໄດ້ແຕ່ເລື່ອງວຽກ ແລະ ບາງຄົນກໍ່ອາດເປັນຫຼາຍກວ່ານັ້ນ ລອງເບິ່ງວ່າ ຄົນແບບໃດໃນຫ້ອງການທີ່ອາດຈະກາຍເປັນ Best Friend ທີ່ດີຂອງທ່ານໄດ້ໃນອານາຄົດ

1. ລົມກັນໄດ້ຫຼາຍກວ່າ ເລື່ອງວຽກ

ນອກເໜືອຈາກເລື່ອງວຽກ ທ່ານມີເລື່ອງອື່ນໆທີ່ເມົ້າກັນໄດ້ ເຊັ່ນ ເລື່ອງລະຄອນ, ແຟຊັ້ນ, ຂ່າວສານຕ່າງໆ ຮູ້ສຶກມ່ວນທີ່ລົມກັນ ມີເລື່ອງແລກປ່ຽນຂໍ້ມູນກັນ ແຊກັນແບບບໍ່ມີຄວາມຮູ້ສຶກອື່ນໆ ມາຂວາງ

2. ຮູ້ຈັກໄປເຖິງພີ່ນ້ອງ ຄອບຄົວ

ແຊຂໍ້ມູນສ່ວນຕົວຂອງກັນ ແລະ ກັນໄດ້ແບບບໍ່ລະແວງ ຮູ້ຈັກເຖິງພໍ່ແມ່ພີ່ນ້ອງ ບ້ານຢູ່ໃສເຮັດຫຍັງ ທັງເຈົ້າ ແລະ ລາວຕ້າງກໍ່ເລົ່າເລື່ອງຂອງຕົວເອງໃຫ້ອີກຝ່າຍຟັງ ມີຄວາມເອື້ອເຜື້ອເພື່ອແຜ່ໄປເຖິງຄອບຄົວຂອງທ່ານ ຊື໊ຂອງຝາກ ຫຼື ນຶກເຖິງຄົນອື່ນ ໃນຄອບຄົວອີກດ້ສຍ

3. ຄອຍຊ່ວຍເຫຼືອເມື່ອມີບັນຫາ

ເມື່ອມີບັນຫາຈະເບິ່ງເຫັນເພື່ອນຄົນນີ້ໃນບ່ອນເຮັດວຽກ ເຂົາບໍ່ຖິ້ມກັນ ພ້ອມຮັບຟັງ ແລະ ຄອຍຢູ່ຂ້າງໃຫ້ກຳລັງໃຈ

4. ເມື່ອຍ້າຍໄປຝ່າຍອື່ນ ຫຼື ບ່ອນອື່ນ ຍັງອັບເດດຊີວິດກັນ ແລະ ກັນ

ແຍກກັນໄປແລ້ວກໍ່ຍັງມີອັບເດດຊີວິດ ຖາມທຸກສຸກດິບ ນັດເຈິກັນເມື່ອມີໂອກາດ ບໍ່ໄດ້ຫາຍໄປຈາກຊີວິດຂອງກັນ ແລະ ກັນ

5. ສະບາຍໃຈບໍ່ອຶດອັດ

ເວລາໄປໃສມາໃສ ພ້ອມເຮຮາໄປນຳກັນ ເຖິງວ່າໃນມື້ນັ້ນຈະບໍ່ແມ່ນເນື່ອງໃນໂອກາດຫຍັງກໍ່ສາມາດນັ່ງຢູ່ລ້າໆ ໂດຍບໍ່ເວົ້າຍຫຍັງກັນໂດຍທີ່ບໍ່ມີຄວາມຮູ້ສຶກອຶດອັດ ແຕ່ພັດຮູ້ສຶກສະບາຍໃຈ

 

Cr: campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now