ການຂຽນ cv ເປັນພາສາອັງກິດສຳຄັນແນວໃດ?

timer

remove_red_eye 0 views


cvConnect.la - ການຂຽນ cv ເປັນພາສາອັງກິດສຳຄັນແນວໃດ?

 

            ບາງຄົນອາດຈະຮູ້ສຶກວ່າ cv ບໍ່ວ່າຈະເປັນພາສາລາວ ຫຼື ພາສາອັງກິດກໍ່ຄົງຄືກັນ ແຕ່ໃນຄວາມເປັນຈິງແລ້ວແຕກຕ່າງກັນ ແນ່ນອນວ່າເນື້ອຫາພາຍໃນ cv ອາດບໍ່ຕ່າງກັນຫຼາຍ ແຕ່ຂື້ນກັບວ່າໃຜກຳລັງອ່ານ cv ຂອງເຮົາ ຫາກຄົນທີ່ອ່ານ cv ຂອງເຮົາເປັນຄົນຕ່າງປະເທດ ເຂົາກໍ່ຄົງເລືອກພິຈະລະນາ cv ຂອງເຮົາ ຖ້າເຮົາບໍ່ໄດ້ຂຽນ cv ເປັນພາສາອັງກິດ

            ຈະເຫັນວ່າການຂຽນ cv ເປັນພາສາອັງກິດນັ້ນມີຄວາມສຳຄັນເປັນຢ່າງຍິ່ງໃນການສຳພາດວຽກ ເພາະການຂຽນ cv ເປັນພາສາອັງກິດສາມາດນຳມາເປັນເກນໃນການຕັດສິນໃຈໄດ້ ຊື່ງຈະສົ່ງຜົນເຖິງຄວາມຮູ້ຄວາມສາມາດຂອງຜູ້ສະໝັກວ່າຢູ່ໃນລະດັບໃດ ແລະ ມີຄວາມໜ້າສົນໃຈພຽງໃດ

            ຫຼາຍຄົນອາດຈະສົງໄສວ່າການຂຽນ cv ເປັນພາສາອັງກິດນັ້ນດີແນວໃດ ຈຳເປັນຫຼືບໍ່ທີ່ເຮົາຕ້ອງຂຽນເປັນພາສາອັງກິດແລ້ວແຕກຕ່າງຈາກ cv ພາສາລາວແນວໃດແດ່ ຄວາມສຳຄັນຂອງການຂຽນ cv ເປັນພາສາອັງກິດມີຫຍັງແດ່ ແລະ ເຮັດແນວໃດຈື່ງຈະໄດ້ວຽກງ່າຍຂື້ນ

ສ້າງພາບລັກທີ່ໜ້າສົນໃຈ

            ການເປີດເບິ່ງ cv ຂອງຜູ້ຈ້າງຄັ້ງທຳອິດ ເປັນການພິຈະລະນາໂດຍຍັງບໍ່ພົບໜ້າຜູ້ສະໝັກມາກ່ອນ ການຂຽນ cv ເປັນພາສາອັງກິດເປັນກົນບະຍຸດຂັ້ນຕົ້ນຂອງການສ້າງຄວາມ້າສົນໃຈ ຍິ່ງເມື່ອເຮົາຂຽນດ້ວຍພື້ນຖານພາສາອັງກິດທີ່ດີນຳ ຍິ່ງຈະເປັນການສ້າງຄວາມປະທັບໃຈ ແລະ ພາບລັກທີ່ດີຂອງຄົນເຮັດວຽກອີກດ້ວຍ ເມື່ອນາຍຈ້າງເຫັນ cv ທີ່ຂຽນເປັນພາສາອັງກິດ ເຂົາກໍ່ໜັ້ນໃຈໄປໄດ້ບະດັບໜຶ່ງວ່າເຂົາຈະໄດ້ຄົນເຮັດວຽກທີ່ມີຄວາມສາມາດມາເຮັດວຽກນຳ

ດຶງດູດໃຈຜູ້ຈ້າງ

            ພາສາອັງກິດເປັນພາສາທີ່ສຳຄັນສຳລັບການເຮັດວຽກ ຄົນເຮັດວຽກທຸກຄົນຕ້ອງເວົ້າພາສາອັງໃຫ້ໄດ້ ຈື່ງຈະບໍ່ເປັນອຸປະສັກໃນການເຮັດວຽກ ຫາຂຽນ cv ດີກໍ່ຍິ່ງຈະເຮັດໃຫ້ນາຍຈ້າງຢາກເຈິເຮົາຫຼາຍຂື້ນ

            ເມື່ອຜູ້ຈ້າງອ່ານ cv ແລ້ວເກີດຄວາມສົນໃຈ ເຂົາກໍ່ຈະຄິດຕໍ່ໄປແບບນີ້ມີຄວາມສາມາດເທົ່າໃດ ຍິ່ງເຮົາຂຽນ cv ພາສາອັງດີເທົ່າໃດ ເຮົາກໍ່ຈະສາມາດດຶງດູດຄວາມສົນໃຈໄດ້ຫຼາຍເທົ່ານັ້ນ ການຂຽນ cv ພາສາອັງກິດນັ້ນບໍ່ຈຳເປັນວ່າເຮົາຕ້ອງສະໝັກວຽກກັບບໍລິສັດຕ່າງປະເທດ ຫຼືບໍ່ ເພາະສ່ວນຫຼາຍແລ້ວ ຫຼາຍບໍລິສັດຈະຍິນດີທີ່ຈະຮັບຜູ້ສະໝັກວຽກທີ່ຂຽນ cv ເປັນພາສາອັງກິດຫຼາຍຂຶ້ນ

ສະດວກໃນການສະໝັກວຽກ

            ຫຼາຍຄົນເຂົ້າໃຈວ່າ cv ພາສາອັງກິດໃຊ້ສະໝັກວຽກກັບບໍລິສັດຕ່າງປະເທດເທົ່ານັ້ນ ຫາກສະໝັກວຽກກັບບໍລິສັດຄົນລາວຈະບໍ່ຈຳເປັນຕ້ອງຂຽນກໍ່ໄດ້ ແຕ່ໃນຄວາມເປັນຈິງແລ້ວ ຫາກເຮົາສາມາດຂຽນ cv ເປັນພາສາອັງກິດໄດ້ກໍ່ຄວນຈະຂຽນເປັນພາສາອັງກິດ ປະໂຫຍດທຳອິດ ຄືສະດວກກັບການສະໝັກວຽກຂອງເຮົາ ເພາະເຮົາຂຽນ cv ພຽງຊຸດດຽວ ກໍ່ສາມາດສະໝັກວຽກໄດ້ທຸກບໍລິສັດ ໃນປັດຈຸບັນ ບໍ່ວ່າເປັນບໍລິສັດຄົນລາວ ຫຼື ບໍລິສັດຕ່າງປະເທດກໍ່ຕ້ອງການຮັບ cv ພາສາອັງກິດເກືອບທັງໝົດ ຫາກໃຊ້ cv ພາສາອັງກິດກໍ່ຈະໄດ້ຮັງຄວາມໄວ້ວາງໃຈ ແລະ ໜັ້ນໃຈວ່າເຮົາຈະໄດ້ວຽກແນ່ນອນ ພຽງແຕ່ຕ້ອງຂຽນໃຫ້ຖືກຫຼັກໄວຍາກອນ ແລະ ເປັນລະບຽບຮຽບຮ້ອຍ ເພື່ອທີ່ຜູ້ຈ້າງຈະໄດ້ຂໍ້ມູນທີ່ບໍ່ສັບສົນວຸ້ນວາຍ ແລະ ເອີ້ນໄປສຳພາດວຽກແນ່ນອນ

            Cv ຖືເປັນດ່ານທຳອິດຂອງການສະໝັກວຽກ ແລະ ເປັນການສ້າງຄວາມປະທັບໃຈຕັ້ງແຕ່ຍັງບໍ່ທັນພົບກັນ ຜູ້ຈ້າງອາດຈະເກີດຄວາມປະທັບໃຈໃນຕົວຜູ້ສະໝັກກໍ່ເປັນໄປໄດ້ ຫາກເຮົາຂຽນ cv ທີ່ທີ່ມີລາຍລະອຽດກ່ຽວກັບເຮົາເອງຄົບຖ້ວນ ແລະ ຮອບດ້ານຫຼາຍທີ່ສຸດ ອີກທັງ ການຂຽນ cv ເປັນໂອກາດທີ່ເຮົາຈະໄດ້ເນັ້ນຄວາມຮູ້ຄວາມສາມາດ ຕະຫຼອດຈົນທັກສະໃນການເຮັດວຽກຕ່າງໆ ທີ່ເຮົາມີໃຫ້ຜູ້ຈ້າງຮັບຮູ້ ໃນການຂຽນ cv ພາສາອັງກິດ ເຮົາຕ້ອງຂຽນໃຫ້ດີ ແລະ ຂຽນໃຫ້ຖືກ ໂດຍຕ້ອງໜັ້ນໃຈວ່າເຮົາຂຽນບໍ່ຜິດຄວາມໝທາຍ ບໍ່ດັ່ງນັ້ນອາດຈະກໍ່ໃຫ້ເກີດຄວາເຂົ້າໃຈຜິດໄດ້

 

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now