ວຽກທີ່ເໝາະກັບນັກສຶກສາຈົບໃໝ່

timer

remove_red_eye 0 views


cvConnect.la - ວຽກທີ່ເໝາະກັບນັກສຶກສາຈົບໃໝ່

 

            ວຽກທີ່ເຫມາະສົມສໍາລັບເຮົາແມ່ນຫຍັງ? ຖ້າເຮົາບໍ່ສາມາດຕອບຕົວເອງໄດ້ ເຮົາອາດພົບວ່າເຮົາບໍ່ພໍໃຈກັບການເຮັດວຽກ ເຮົາອາດຈະຕ້ອງທົນທຸກເຮັດວຽກງານທີ່ເຮົາບໍ່ຕ້ອງການ, ແຕ່ຕ້ອງເຮັດໄປເພາະວ່າມັນເປັນວຽກທີ່ຕັດສິນໃຈເລືອກແລ້ວ ຖ້າທ່ານປ່ຽນໃຈມັນກໍ່ອາດຊ້າເກີນໄປ.

 

            ຄໍາວ່າ "ວຽກທີ່ແມ່ນ" ແລະ "ວຽກທີ່ມັກ" ອາດມີຄວາມຫມາຍແຕກຕ່າງກັນ ແຕ່ໂດຍລວມ ວຽກຂອງຄົນທີ່ແມ່ນຕ້ອງມັກຈະເປັນຄົນທີ່ກົງກັບສິ່ງທີ່ພວກເຮົາໄດ້ຮຽນມາ ແລະ ນໍາໃຊ້ຄວາມຮູ້ເພື່ອປັບປຸງວຽກງານ ແຕ່ໃນເວລາດຽວກັນ ນັກຮຽນຈົບໃຫມ່ຈໍານວນຫຼາຍອາດຈະຊອກຫາວຽກທີ່ຄ້າຍຄືກັບວຽກທີ່ພວກເຂົາສົນໃຈ ແລະ ຕ້ອງການຮຽນຮູ້ປະສົບການໃຫມ່, ເຖິງແມ່ນວ່າບໍ່ໄດ້ຈົບການສຶກສາມາໃນທິດທາງນັ້ນ.

 

            ກ່ອນທີ່ທ່ານຈະຊອກຫາວຽກເຮັດງານທໍາ ນັກສຶກສາຈົບໃຫມ່ຄວນໃຫ້ຄໍາຕອບໃຫ້ຕົວເອງວ່າວຽກທີ່ມັກຂອງຕົວເອງແມ່ນຫຍັງ. ຢ່າປ່ອຍໃຫ້ຄວາມກົດດັນໃນການຊອກຫາວຽກມາທຳຮ້າຍເຮົາເອງ ລອງຖາມຕົນເອງດ້ອວຍຄໍາຖາມເຫຼົ່ານີ້ ແລະເບິ່ງວ່າປະເພດຂອງວຽກງານທີ່ທ່ານຕ້ອງການຢາກເຮັດເປັແບບໃດ ຫຼັງຈາກນັ້ນ, ເຮົາຄ່ອຍໄປຫາວຽກທີ່ພວກເຮົາຄາດຫວັງ.

 

ວຽກທີ່ແມ່ນ ຄືວຽກທີ່ຕົງກັບຄວາມສາມາດ ຫຼືບໍ່?

            ຄວາມຮູ້ຄວາມສາມາດທີ່ໄດ້ຮຽນມານັ້ນ ຕົງກັບຕຳແໜ່ງວຽກທີ່ເຮົາສະໝັກ ຫຼືບໍ່? ຖ້າຕອບຕົວເອງວ່າບໍ່ ວຽກນີ້ຄວນເປັນວຽກຂອງເຮົາ ເມື່ອນຳຄວາມສາມາດທີ່ເຮົາໄດ້ຮຽນມາ ລວມເຂົ້າກັບຄວາມຕ້ອງການຂອງຕະຫຼາດແຮງງານ ເຮົາໜ້າຈະບອກຕົວເອງວ່າເຮົາເໝາະວຽກນີ້ຫຼາຍໜ້ອຍເທົ່າໃດ ເມື່ອເຮົາໄດ້ວຽກທີ່ຕົງກັບຄວາມຕ້ອງການ ບວກກັບຄວາມຕ້ອງການບວກກັບຄວາມຮູ້ຄວາມສາມາດທີ່ເຮົາມີ ຈະເຮັດໃຫ້ເຮົາມີຄວາມສຸກກັບວຽກທີ່ເຮັດຢ່າງແນ່ນອນ ອີກທັງ ນາຍຈ້າງຈະຍິ້ມຮັບເຮົາທັນທີ ເພາະເຂົາໜັ້ນໃຈວ່າເຮົາຈະສາມາດເຮັດວຽກນຳເຂົາໄດ້

 

ວຽກທີ່ໄດ້ ບໍ່ແມ່ນວຽກທີ່ເຮົາມັກຫຼືບໍ່?

            ເຮົາຢາກທີ່ຈະເຮັດວຽກທີ່ຕົນເອງມັກ ຫຼາຍກວ່າວຽກທີ່ເຮົາຮຽນຈົບມາ ຫຼືບໍ່ ຖ້າເຮົາຕອບຕົວເອງວ່າແມ່ນ ເຮົາອາດຈະຕ້ອງຂຽນຊີວະປະຫວັດໃໝ່ ແລ້ວຢື່ນສະໝັດກວຽກໃນຕຳແໜ່ງທີ່ຕົນເອງມັກດີກວ່າ ເພາະຫາກເຮົາຍັງດື້້ສະໝັກວຽກໃນຕຳແໜ່ງທີ່ເຮົາບໍ່ມັກ ບໍ່ວ່າດ້ວຍເຫດຜົນຂອງເງິນເດືອນ ຫຼື ຫຍັງກໍ່ຕາມ ການບອກຕົວເອງວ່າ “ເຮັດໄປດຽວກະມັກເອງ” ບໍ່ໄດ້ຊ່ວຍໃຫ້ສະຖ່ານນະການດີຂື້ນ ບໍ່ມື້ໃດກໍ່ມື້ໜຶ່ງເຮົາອາດຈະຕ້ອງເສຍໃຈໃນພາຍຫຼັງເພາະຕ້ອງຫາວຽກໃໝ່ໃນທີ່ສຸດ

         

            ແຕ່ຄົນຈົບໃໝ່ໃນຫຼາຍໆຄົນຕ້ອງໝັ້ນໃຈວ່າຕົນເອງມີຄວາມຮູ້ ຄວາມສາມາດພໍທີ່ຈະໄປຕໍ່ສູ້ ແຂ່ງຂັນກັບຜູ້ຫາວຽກອື່ນໆ ຍິ່ງເຮົາມີຄວາມສາມາດ ເຮົາຍິ່ງໄດ້ປຽບວ່າຜູ້ຫາວຽກອື່ນໆ ແລະ ນຳຄວາມຮູ້ທີ່ມີໄປຕໍ່ສູ້ກັບວຽກທີ່ມັກ ຈາກຄົນທີ່ຮຽນມາຕົລສາຍຫຼາຍກວ່າເຮົານັ້ນເອງ

 

ວຽກນີ້ມີຄວາມກ້າວໜ້າຖ້າເຮົາ ຢູ່ຫຼືບໍ່?

            ພຽງແຕ່ຄຸນສົມບັດຕົງກັບຄວາມຕ້ອງການພຽງຢ່າງດຽວອາດບໍ່ພຽງພໍ ແຕ່ເຮົາຕ້ອງເບິ່ງໃຫ້ເລິກໄປກວ່ານັ້ນ ຄືຄວາມໝັ້ນຄົງ ແລະ ຄວາມກ້າວໜ້າຂອງບໍລິສັດ ແມ້ວ່າຈະບໍ່ໄດ້ເລີກຫຼາຍພໍ ແຕ່ຢ່າງໜ້ອຍທີ່ສຸດ ເຮົາຕ້ອງຕອບຕົວເອງໃຫ້ໄດ້ວ່າວຽກທີ່ເຮົາສະໝັກນີ້ມີຄວາກ້າວໜ້າຫຼາຍໜ້ອຍເທົ່າໃດ ເຮົາເຕີບໃຫຍ່ໄດ້ເທົ່າໃດ ບໍ່ແມ່ນວ່າຕ້ອງລາອອກກາງຄັນ

 

ຮຽນຈົບມາບໍ່ຖືກສາຍ ເຮັດໄດ້ແມ່ນບໍ່?

            ຫຼາຍຄົນທີ່ເລືອກທີ່ຈະເຮັດວຽກບໍ່ຕົງກັບສິ່ງທີ່ຕົວເອງຮຽນມາ ເຊິ່ງບໍ່ແມ່ນເລື່ອງແປກແຕ່ຢ່າງໃດ ຫາກເຮົາມີຄວາມສາມາດຕົງກັບຄວາມຕ້ອງການຂອງນາຍຈ້າງ ແລະ ສາມາດເຮັດວຽກນັ້ນໄດ້ແທ້ ບໍ່ວ່າດ້ວຍເຫດຜົນຫຍັງກໍ່ຕາມທີ່ເຮັດໃຫ້ເຮົາເຮັດວຽກບໍ່ຕົງສາຍ ແຕ່ເມື່ອເຮົາຕັດສິນໃຈເຮັດວຽກທີ່ເຮົາມັກ ເຮົາຕ້ອງໜັ້ນໃຈວ່າເຮົາເຮັດວຽກນັ້ນໄດ້ແທ້ໆໂດຍບໍ່ມີອຸປະສັກ

   

            ໂດຍສ່ວນຫຼາຍແລ້ວຫົວໜ້າຈະຕັດສິນໃຈເລືອກຄົນທີ່ຈົບມາບໍ່ຕົງສາຍ ກໍ່ຕໍ່ເມື່ອເຂົາມີຄວາມສາມາດແທ້ໆ ຫຼື ມີຜົນງານທີ່ສາມາດຈັບຈອງໄດ້ ແຕ່ກໍ່ມີບໍ່ໜ້ອຍຄືກັນທີ່ຫົວໜ້າຍິນດີຮັບຄົນທີ່ບໍ່ມີປະສົບການ ເຂົ້າເຮັດວຽກແບບບໍ່ມີເງື່ອນໄຂ ແລະ ທັງນັ້ນທັງນີ້ ເຮົາກໍ່ຕ້ອງຄິດເຜື່ອໄວ້ແລ້ວວ່າບໍ່ມີຫຍັງງ່າຍ  ເພາະເຮົາຕ້ອງພະຍາຍາມເຮັດວຽກໃຫ້ເຕັມທີ່ເພື່ອທີ່ເຮົາຈະຕາມຄົນທີ່ມີປະສົບການໃຫ້ທັນ

 

            ບໍ່ວ່າຈະເລືອກຫາວຽກທີແມ່ນ ຕົງກັບຄວາມສາມາດທີ່ເຮົາມີ ຫຼືຫາວຽກທີ່ຖືກໃຈກໍ່ຕາມ ເຮົາຕ້ອງຕອບຕົວເອງໃຫ້ໄດ້ວ່າເຮົາມີຄວາມຕັ້ງໃຈ ແລະ ຢາກເຮັດວຽກນັ້ນ ບໍ່ແມ່ນເຮັດ ພຽງເພາະວ່າຢາກໄດ້ວຽກ ຫຼື ເຮັດວຽກຫຍັງກະໄດ້ກ່ອນ ເພາະບໍ່ຢາກວ່າວຽກ ຄວາມເລັ່ງໃນການຫາວຽກ ອາດຈະສ້າງປັນຫາໃຫ້ກັບເຮົາໃນພາຍຫລັງ ເພາະຈະເຮັດໃຫ້ເຮົາບໍ່ສາມາດເຮັດວຽກໄດ້ເປັນຊິ້ນເປັນອັນໄດ້ນັ້ນເອງ

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now