Resume ແມ່ນຫຍັງ?

timer

remove_red_eye 0 views


cvConnect.la - Resume ແມ່ນຫຍັງ?

Resume ແມ່ນ ເອກະສານທີ່ລວມຂໍ້ມູນລວມເຖິງປະຫວັດຫຍໍ້ຂອງຜູ້ສະໝັກວຽກ ທີ່ໃຊ້ແນະນຳຕົວ ກັບຜູ້ວ່າຈ້າງ Resume ຈິ່ງປຽບເໝືອນເຄື່ອງມືທາງການຕະຫຼາດທີ່ເຮົາໃຊ້ພີເຊັ້ນຄວາມຮູ້ຄວາມສາມາດຂອງໂຕເອງ ເພື່ອສະແດງວ່າ ເຮົາມີຄຸນສົມບັດທີ່ເໝາະກັບຕຳແໜ່ງວຽກຫຼາຍເທົ່າໃດ

ຫົວຂໍ້ໃນການຂຽນ Resume | Resume Sections

Resume ປະກອບດ້ວຍຫຍັງແດ່ ສ່ວນປະກອບໃນການຂຽນ Resume ຄື ຂໍ້ມູນສ່ວນຕົວທີ່ແບ່ງອອກຕາມຫົວຂໍ້ເພື່ອອ່ານໃຫ້ເຂົ້າໃຈງ່າຍ ເຊິ່ງສາມາດເລືອກຂຽນຕາມຄຸນສົມບັດທີ່ເຮົາມີ ແລະ ຕ້ອງການຈະນຳສະເໜີ ໄດ້ ຂໍ້ໃດບໍ່ມີ ກໍ່ຜ່ານໄປເລີຍ ບໍ່ຈຳເປັນຕ້ອງຂຽນທັງໝົດ ແລະ ຍັງສາມາດສະຫຼັບຫົວຂໍ້ຕາມລຳດັບທີ່ຢາກຈະໃຫ້ HR ອ່ານກ່ອນ ຫຼື ຫຼັງໄດ້

  1. ປະຫວັດສ່ວນຕົວ (Personal Details/ Contact Information)
  2. ໝາຍໃນການເຮັດວຽກ (Job Objective)
  3. ສະຫຼຸບຄຸນສົມບັດເດັ່ນ(Qualification)
  4. ປະສົບການໃນການເຮັດວຽກ (Work Experience)
  5. ປະຫວັດການສຶກສາ (Education)
  6. ທັກສະ ແລະ ຄວາມສາມາດພິເສດ (Skills)
  7. ລາງວັນແຫ່ງຄວາມສຳເລັດຕ່າງໆ (Honors/ Awards)
  8. ບຸກຄົນທີ່ສາມາດອ້າງອິງໄດ້ (References)
  9. ຄວາມສົນໃຈພິດເສດ (Special Interests)

ອົງປະກອບໃນ Resume ນັ້ນມີຫຼາຍ ແລະ ເປີດກວ້າງ ບໍ່ມີກົດວ່າຈະຕ້ອງຂຽນທຸກຫົວຂໍ້ ຂຶ້ນຢູ່ກັບວ່າ ເຮົາຕ້ອງການນຳສະເໜີຂໍ້ມູນຫຍັງທີ່ເປັນຄຸນສົມບັດທີ່ດີຂອງເຮົາແດ່

 

 ຮູບແບບໃນການຂຽນ Resume  | Resume Format

Resume Format ມີສ່ວນຊ່ວຍຫຼາຍໃນການເພີ່ມໂອກາດການໄດ້ວຽກໃຫ້ກັບເຮົາ ເປັນວິທີການນຳສະເໜີຂໍ້ມູນສ່ນຕົວຂອງຜູ້ສະໝັກ ໃນແບບທີ່ເຮົາເອື້ອປະໂຫຍດແກ່ຜູ້ສະໝັກວຽກຫຼາຍທີ່ສຸດ ເຊິ່ງນຳໄປປັບໄຊ້ໄດ້ທັງ Resume  ພາສາລາວ ແລະ ພາສາອັງກິດ

ການເລືອກຮູບແບບ Resume  ຄື  ການເລືອກວິທີການພີເຊັ້ນຄຸນສົມບັດທີ່ດີຂອງເຮົາໃຫ້ອອກມາດີທີ່ສຸດໃນເຈ້ບໃບໜຶ່ງ ຮູບແບບທີ່ດີຈິຊ່ວຍພີເຊັ້ນໂຕເຮົາ ແລະ ຄຸນສົມບັດທີ່ດີຂອງເຮົາໃຫ້ເດັ່ນຂື້ນກວ່າເກົ່າ

  1. ຮູບແບບ Resume ແບບລຽງຕາມລຳດັບເວລາ Chronological Format Resume
  2. ແບບ Resume ແບບເນັ້ນທັກສະທີ່ເໜາະກັບຕຳແໜ່ງວຽກ Functional Format Resume
  3. ຮູບແບບ Resume ແບບປະສົມທັງ 2 ແບບເຂົ້າກັນ Combination Format Resume

 

ການຂຽນ resume ພາສາອັງກິດ |  ສຳລັບນັກສຶກສາຈົບໃໝ່ ແລະ ຜູ້ບໍ່ມີປະສົບການ

ການຂຽນ Resume ສຳລັບຜູ້ບໍ່ມີປະສົບການເຮັດວຽກ ບໍ່ຍາກຢ່າງທີ່ຄິດ ລອງເບິ່ງຫາຂໍ້ມູນ ແລະ ປະສົບການຮອບໆໂຕມາຂຽນ ນີ້ເປັນໄອເດຍທີ່ມຈາກປະສົບການທຳມະດາ ຂອງທຸຄົນ ແລະ ນຳມາຮຽບຮຽງເປັນປະໂຫຍກທີ່ສວຍງາມ ກໍ່ສາມາດຂຽນເປັນ Resume ໄດ້

 

Cr: https://fulfilresume.blogspot.com/

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now